ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຸລະກິດລາວສ່ວນໃຫຍ່ ປະສົບກັບບັນຫາໜີ້ສິນ ແລະບໍ່ສາມາດຈ່າຍເງິນກູ້ ແລະດອກເບ້ຍ ໃຫ້ທະນາຄານ


ເຂດພັດທະນາເມືອງໄຊເສດຖາ
ເຂດພັດທະນາເມືອງໄຊເສດຖາ

ການລະບາດຂອງພະຍາດໂຄວິດ-19 ທີ່ກະທົບໃສ່ ຕ່ອງໂສ້ທັງສອງເບື້ອງ ຊຶ່ງກໍຄືເບື້ອງ
ຂອງຄວາມຕ້ອງການ ແລະ ເບື້ອງຂອງການສະຫນອງສິນຄ້າແລະການບໍລິການນັ້ນ ໄດ້
ເຮັດໃຫ້ເກີດບັນຫາການເງິນຢ່າງໜັກໜ່ວງ ຕໍ່ທຸລະກິດສ່ວນໃຫຍ່ໃນລາວທີ່ສົ່ງຜົນໃຫ້
ການຈ່າຍໜີ້ຄືນໃຫ້ທະນາຄານແລະດອກເບ້ຍ ມີບັນຫາ. ນັກຂ່າວຂອງພວກເຮົາມີລາຍ
ງານກ່ຽວກັບເລື້ອງນີ້ ຊຶ່ງ ກິ່ງສະຫວັນ ນຳເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ:

ອີງຕາມບົດລາຍງານການສໍາຫຼວດຜົນກະທົບ ຂອງພະຍາດໂຄວິດ-19 ຕໍ່ພາກທຸລະກິດ
ຂອງສະພາການຄ້າ ແລະອຸດສາຫະກໍາລາວ ທີ່ພິມເຜີຍແຜ່ອອກມາໃນ ເດືອນພຶດສະພາ
ຜ່ານມານີ້, ການລະບາດຂອງພະຍາດອັນຕະລາຍຮ້າຍແຮງ ທີ່ວ່ານີ້ຢູ່ໃນ ແລະນອກປະ
ເທດ ແມ່ນມີຜົນກະທົບອັນຮ້າຍແຮງ ແລະແກ່ຍາວ ຕໍ່ການດໍາເນີນທຸລະກິດ ໃນທຸກຂະ
ແໜງການຂອງລາວ. ທັງນີ້ກໍເພາະວ່າມັນເຮັດໃຫ້ຕ່ອງໂສ້ທັງສອງເບື້ອງຊຶ່ງກໍຄືເບື້ອງ
ຄວາມຕ້ອງການ ແລະເບື້ອງຂອງການສະຫນອງສິນຄ້າ ແລະບໍລິການມີບັນຫາ ແລະຢຸດ
ສະຫງັກໄປ ພ້ອມໆກັນ. ສະພາບການນີ້ ສົ່ງຜົນເຮັດໃຫ້ທຸລະກິດສ່ວນໃຫຍ່ ມີລາຍຮັບ
ຫລຸດລົງຢ່າງຫລວງ ຫລາຍ. ບົດລາຍງານນີ້ພົບວ່າ, 27 ເປີເຊັນຂອງທັງໝົດ 474 ຫົວ
ໜ່ວຍທຸລະກິດທີ່ເຂົ້າຮ່ວມການສໍາຫລວດບອກວ່າ ລາຍຮັບຂອງເຂົາເຈົ້າຫລຸດລົງຫລາຍປະມານ 80 ເປີເຊັນຫາ 100 ເປີເຊັນເລີຍ ໃນໄຕມາດທໍາອິດ ຂອງປີ 2020 ເມື່ອທຽບ
ໃສ່ໄລຍະດຽວກັນຂອງປີ 2019 ຂະນະທີ່ມີພຽງແຕ່ 17 ເປີເຊັນເທົ່ານັ້ນ ທີ່ບອກວ່າລາຍ
ຮັບຂອງເຈົ້າບໍ່ໄດ້ຫລຸດລົງ ໃນໄລຍະດຽວກັນນັ້ນ.

ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:01:04 0:00
ລິງໂດຍກົງ



ສະນັ້ນ ທຸລະກິດໃນລາວທີ່ສ່ວນໃຫຍ່ມັກຈະປະສົບຄວາມຫຍຸ້ງຍາກໃນດ້ານທຶນ ຮອນຢູ່
ແລ້ວນັ້ນ ຍິ່ງມີພົບອຸປະສັກທາງການເງິນຫລາຍຂຶ້ນ ເຖິງຂັ້ນວ່າ ຫລາຍບໍລິ ສັດຕົກຢູ່ໃນ
ຄວາມສ່ຽງທີ່ຈະປິດກິດຈະການໄປເລີຍ ຫລືບໍ່ ກໍປິດລົງສ່ວນໃດ ສ່ວນນຶ່ງ. ການສໍາຫລວດ
ທີ່ກ່າວມາຂ້າງເທິງນັ້ນ ພົບວ່າ ສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19
ເຮັດໃຫ້ 36% ຂອງຜູ້ປະກອບການເຫັນວ່າ ເຂົາເຈົ້າມີຄວາມສ່ຽງສູງເຖິງ 100 ເປີເຊັນ
ທີ່ຈະຕ້ອງຢຸດເຊົາກິດຈະ ການ. ການບໍ່ສາມາດສໍາລະດອກເບ້ຍ ແລະເງິນກູ້ໃຫ້ທະນາ
ຄານເປັນອຸປະສັກອັນດັບທີສອງ ຫລືກວາມເອົາ 69 ເປີເຊັນ ຮອງລົງມາຈາກການບໍ່ສາ
ມາດຈ່າຍເງິນເດືອນ ໃຫ້ພະນັກງານ ທີ່ພາໃຫ້ເຂົາເຈົ້າມີຄວາມສ່ຽງສູງທີ່ສຸດທີ່ຈະຕົກຢູ່ໃນ
ສະພາບທີ່ຕ້ອງໄດ້ປິດກິດຈະການລົງ. ສະພາບການນີ້ ກໍເຮັດໃຫ້ເກີດມີໜີ້ສິນທວງຍາກ
ແລະມີການຍຶດດິນ ແລະຊັບສິນທີ່ທຸລະກິດ ແລະບຸກຄົນເອົາໄປຈໍານອງນັ້ນ ນັບມື້ນັບ
ຫລາຍຂຶ້ນ ດັ່ງການໃຫ້ສໍາພາດຂອງ ເຈົ້າໜ້າທີ່ທະນາຄານທ່ານນຶ່ງ ທີ່ຮັບຜິດຊອບ ໃນ
ການຊໍາລະໜີ້ສິນ ແລະຍຶດຊັບ ສິນຂອງທຸລະກິດ ແລະບຸກຄົນທີ່ບໍ່ມີຄວາມສາມາດສໍ
າລັບໜີ້ ເງິນກູ້ເປັນເວລາຍາວນານຂະນະທີ່ໄປຊີ້ໄປໃສ່ດິນຕອນນຶ່ງທີ່ ທະນາຄານຍຶດ
ມາ ແລະຈ່າວຂາຍໃຫ້ຄົນວ່າ:

“ດິນຕອນນີ້ແມ່ນມາຂາຍໃຊ້ໜີ້ຫັ້ນລະ ຕອນນີ້ກໍາລັງຮີບໂຮມດິນແບບນີ້ກະເປັນຈໍານວນ
20 ຕອນນີ້ລະ, ປະມານຊາວຕອນກວ່າຕອນ ບາງຕອນມັນກະແກ່ ຍາວມາແຕ່ດົນແລ້ວ
ຈົນວ່າຮອດຂັ້ນຕອນສານເຂົາຕັດສິນແລ້ວພຸ້ນລະ ໃຊ້ເວ ລາດົນໄດ໋ ກວ່າມາຮອດຂັ້ນ
ຕອນສຸດທ້າຍນີ້. ສ່ວນລາຄາດິນ ມັນກະຫລຸດກວ່າປົກກະຕິ ຫລາຍ.”

ຂະນະດຽວກັນບົດລາຍງານເບື້ອງຕົ້ນຂອງການສໍາຫລວດ ກ່ຽວກັບຜົນກະທົບຂອງພະ
ຍາດໂຄວິດ-19 ຕໍ່ທຸລະກິດຂອງລາວທີ່ດໍາເນີນໂດຍອົງການພັດທະນາ ອຸດສາຫະກໍາ
ຂອງອົງການສະຫະປະຊາຊາດພົບວ່າ ໃນ 102 ບໍລິສັດທີ່ເຂົ້າ ຮ່ວມກັນສໍາຫລວດ
ແມ່ນມີແຕ່ 17 ເປີເຊັນເທົ່ານັ້ນສາມາດຈ່າຍເງິນກູ້ຄືນ ແລະ ດອກເບ້ຍໃຫ້ແກ່
ທະນາຄານໄດ້.

ພ້ອມກັນນັ້ນ ເຈົ້າຂອງບໍລິສັດກໍ່ສ້າງທ່ານນຶ່ງກໍໃຫ້ຄວາມເຫັນວ່າ ເສດຖະກິດຂອງລາວ
ໂດຍລວມແລ້ວແມ່ນກໍາລັງຝືດເຄືອງ ແລະໄດ້ຮັບອິດທິພົນມາຈາກທາງນອກຫລາຍ
ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ມັນກະບໍ່ປານໃດລະ ມັນກະໄປຕາມບ້ານ ຕາມເມືອງຫັ້ນລະ ມັນກະໄປຕາມສະພາບມັນ
ຊິໃຫ້ມັນດີຄືເກົ່າ ມັນກະບໍ່ດີລະເນາະ ມັນກະໄປຕາມກະແສມັນຫັ້ນລະ ກະເບິ່ງໄປຕາມ
ສະພາບມັນໜີ້ແລ້ວ ມັນຊິວ່າຈັ່ງໃດ ເຮົາກາກະບໍ່ຖືກແຫລະ ເສດຖະກິດເຮົາສູ່ມື້ນີ້ ບ້ານ
ເຮົາມັນກະຂຶ້ນກັບຈີນໝົດເດະ ເອີ້ ຄັນຈີນມັນດີ ເຮົາກະດີ ໄລຍະນີ້ມັນກໍາລັງວິກິດເສດ
ຖະກິດແດ່ ມັນກະຖືກຊ່ວງກັບໂຄວິດໜີແດ່ ມັນກະເຫນັງບໍ່ໄດ້.”

ທ່ານເອງທີ່ເຮັດທຸລະກິດໃນດ້ານການກໍ່ສ້າງ ແລະຂາຍເຄື່ອງກໍ່ສ້າງກໍບໍ່ສາມາດຫລີກລ້ຽງ
ຜົນກະທົບນີ້ໄດ້ ແລະໃຫ້ທັດສະນະວ່າ ໃນຂະນະທີ່ທຸລະກິດຕ່າງໆ ໃນລາວ ມີບັນຫາທາງ
ດ້ານການເງິນ ທາງລັດຖະບານ ແລະທະນາຄານກໍບໍ່ໄດ້ມີ ນະໂຍບາຍ ຫລືມາດຕະການ
ກະຕຸ້ນເສດຖະກິດ ເພື່ອຈະຊ່ວຍເຂົາເຈົ້າໄດ້ ປານໃດ ເນື່ອງຈາກວ່າທະນາຄານເອງ ກໍມີ
ບັນຫາທາງການເງິນເຊັ່ນກັນ ຊຶ່ງທ່ານໃຫ້ຄໍາເຫັນດັ່ງນີ້:

“ລະບົບທະນະຄານປັດຈຸບັນນີ້ ເຂົາກະສະດຸດຄືກັນ ເຮົາຊິໄປເອົາກູ້ທະນະຄານມາເຮັດ
ເຮົາກາແຫ່ງສະດຸດແຫລ້ວ ເຂົາເປັນເຈົ້າຂອງທະນາຄານແທ້ໆ ເຂົາກາ ຍັງສະດຸດຢູ່ແລ້ວ
ເຮົາໄປຢືມມາໜີ້ ແຮ່ງຕາຍເລີຍຊັ້ນໜາ ກະເລີຍບໍ່ໄດ້ໄປພົວ ພັນເຂົາ.”

ພ້ອມກັນນັ້ນ ດັ່ງວີໂອເອໄດ້ນໍາສະເໜີໄປ ເມື່ອມໍ່ໆມານີ້, ບັນຫາໜີ້ສິນທະນາຄານກໍໜັກ
ໜ່ວງຫລາຍສໍາລັບພວກລົງທຶນໃນການປູກຢາງພາລາເມື່ອອັດຕາດອກເບ້ຍເພີ້ມຂຶ້ນ ແລະ
ຜົນຜະລິດນໍ້າຢາງເພີ້ມຂຶ້ນອີກນຶ່ງເທົ່າແຕ່ການສົ່ງອອກຢາງມີ ບັນຫາຍ້ອນລາຄານໍ້າຢາງ
ໃນຕະຫລາດໂລກບໍ່ເພີ້ມຂຶ້ນເມື່ອຄວາມຕ້ອງ ການນໍ້າ ຢາງໄປເປັນວັດຖຸດິບຜະລິດສິນ
ຄ້າຕ່າງໆ ຫລຸດລົງ.

ສະຫລຸບແລ້ວ ການລະບາດຂອງພະຍາດໂຄວິດ-19 ທີ່ກະທົບໃສ່ເຮັດໃຫ້ຕ່ອງໂສ້ທັງສອງ
ເບື້ອງ ຄືເບື້ອງຄວາມຕ້ອງການ ແລະເບື້ອງການສະຫນອງສິນຄ້າ ແລະບໍລິການ ມີບັນຫາ
ນັ້ນ ກໍສົ່ງຜົນໄດ້ເຮັດໃຫ້ເກີດ ບັນຫາການເງິນຢ່າງໜັກໜ່ວງຕໍ່ທຸລະກິດສ່ວນໃຫຍ່ໃນລາວ
ແລະບັນຫານີ້ຍັງຈະແກ່ຍາວຕໍ່ໄປເລື້ອຍໆ.

XS
SM
MD
LG