ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

COVID-19 ເຮັດໃຫ້ລັດຖະບານ ລາວ ຕ້ອງເລື່ອນເປົ້າໝາຍ ການຫຼຸດພົ້ນ ຈາກປະເທດ ດ້ອຍພັດທະນາ


ແຜນທີ່ຄວາມທຸກຍາກ ໃນປະເທດ ລາວ.
ແຜນທີ່ຄວາມທຸກຍາກ ໃນປະເທດ ລາວ.

ການລະບາດຂອງເຊື້ອໄວຣັສ COVID-19 ເຮັດໃຫ້ລັດຖະບານ ລາວ ຕ້ອງເລື່ອນກຳນົດເປົ້າໝາຍໃນການພັດທະນາ ລາວ ໃຫ້ຫຼຸດພົ້ນຈາກສະຖານະພາບຂອງປະເທດດ້ອຍພັດທະນາອອກໄປຈາກຳນົດການເດີມ.


ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນ ຖະແຫຼງຍອມຮັບວ່າການລະບາດຂອງເຊື້ອໄວຣັສ COVID-19 ນອກຈາກຈະໄດ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ລາວ ຢ່າງກວ້າງຂວາງແລ້ວ ຍັງໄດ້ສົ່ງຜົນກະທົບຕໍ່ເປົ້າ ໝາຍຂອງການພັດທະນາທາງເສດຖະກິດ ແລະ ສັງຄົມ ເພື່ອເຮັດໃຫ້ ລາວ ຫຼຸດພົ້ນອອກຈາກສະ ຖານະພາບຂອງປະເທດດ້ອຍພັດທະນາພາຍໃນປີ 2025 ທັງຍັງຈະຕ້ອງເລື່ອນກຳນົດໃນການບັນລຸເປົ້າໝາຍດັ່ງກ່າວອອກໄປອີກດ້ວຍ ຊຶ່ງກໍເຊັ່ນດຽວກັນກັບເປົ້າໝາຍທີ່ຈະເຮັດໃຫ້ ລາວ ເປັນປະເທດກຳລັງພັດທະນາທີ່ມີລາຍໄດ້ໃນລະດັບປານກາງຫາສູງພາຍໃນປີ 2030 ນັ້ນ ກໍຕ້ອງເລື່ອນກຳນົດເປົ້າໝາຍດັ່ງກ່າວອອກໄປດ້ວຍເຊັ່ນກັນ ດັ່ງທີ່ທ່ານ ສອນໄຊ ໄດ້ໃຫ້ການຢືນຢັນວ່າ

“ຜົນກະທົບຮ້າຍແຮງຈາກການລະບາດຂອງພະຍາດ COVID-19 ເຮັດໃຫ້ຫຼາຍປະເທດໃນໂລກລວມທັງ ສປປ ລາວ ແມ່ນຢູ່ໃນໄລຍະຄົ້ນຄວ້າຄວາມເປັນໄປໄດ້ ກ່ຽວກັບ ການສະເໜີເລື່ອນໄລ ຍະເວລາການຫຼຸດພົ້ນອອກຈາກບັນຊີສະຖານະພາບປະເທດດ້ອຍພັດທະນາອອກໄປຕື່ມອີກ ແລ້ວກະສືບຕໍ່ນຳພາປະເທດຊາດໃຫ້ກາຍເປັນປະເທດທີ່ມີລາຍໄດ້ປານກາງຫາສູງ ພາຍໃນປີ 2030 ແມ່ນສິ່ງທ້າທາຍຫຼາຍ ຍ້ອນສະພາຄວາມຫຍຸ້ງຍາກຂອງເສດຖະກິດ.”

ການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາຍາກຈົນຂອງປະຊາຊົນ ລາວ ໃນປີ 2020 ນີ້ຈະບໍ່ສາມາດບັນລຸເປົ້າໝາຍທີ່ວາງໄວ້ ເພາະການລະບາດຂອງໄວຣັສ COVID-19 ເຮັດໃຫ້ລັດຖະ ບານ ລາວ ຈັດເກັບລາຍຮັບໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ອັນເຮັດໃຫ້ຂາດແຄນເງິນທຶນສຳລັບນຳໃຊ້ໃນແຜນການຫຼຸດຜ່ອນຄວາມຍາກຈົນຂອງປະຊາຊົນ ລາວ ໃນທົ່ວປະເທດ ທັງຍັງປາກົດມີປະຊາຊົນ ລາວ ຍາກຈົນເພີ່ມຂຶ້ນອີກດ້ວຍ ເພາະການຖືກເລີກຈ້າງໂດຍບັນດາວິສາຫະກິດເອກະຊົນນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໃນປັດຈຸບັນ.

ສຳລັບໃນປີ 2020 ລັດຖະບານ ລາວ ສາມາດສະໜັບສະໜູນງົບປະມານໃຫ້ແກ່ກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດໄດ້ພຽງ 120 ຕື້ກີບ ທີ່ພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະ ນາໃນຊົນນະບົດເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສຸມເທົ່ານັ້ນຈາກທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ໃນປີ 2020 ນີ້ກໍຕ້ອງເລື່ອນອອກໄປໃນປີ 2021 ຢ່າງຫຼີກລ່ຽງບໍ່ໄດ້.

ທາງດ້ານເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໃນ ລາວ ເປີດ ເຜີຍວ່າການຈັດຕັ້ງປະຕິບັດແຜນການຫຼຸດຜ່ອນບັນຫາຍາກຈົນໃນ ລາວ ດຳເນີນໄປໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ຈຶ່ງເຮັດໃຫ້ຍັງມີປະຊາຊົນ ລາວ ຫຼາຍກວ່າ 632,900 ຄົນທີ່ຍັງມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງຫຼືມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ຄົນຕໍ່ວັນ ຊຶ່ງຄິດເປັນ 9 ເປີເຊັນຂອງຈຳນວນປະຊາກອນ ລາວ ທັງໝົດໃນປັດຈຸບັນ ຈຶ່ງເປັນໄປບໍ່ໄດ້ທີ່ລັດຖະບານ ລາວ ຈະລົບລ້າງບັນຫາຍາກຈົນໃຫ້ໄດ້ຢ່າງສິ້ນເຊີງໃນປີ 2020.

ໃນຈຳນວນປະຊາຊົນ ລາວ ທີ່ມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ວັນດັ່ງກ່າວແບ່ງເປັນກຸ່ມທີ່ອາ ໄສຢູ່ໃນເຂດຕົວເມືອງ 153,184​ ຄົນກັບກຸ່ມທີ່ອາໄສຢູ່ໃນເຂດຊົນນະບົດ 479,729 ຄົນ ຊຶ່ງຄິດເປັນ 5 ເປີເຊັນ ແລະ 11 ເປີເຊັນຂອງປະຊາກອນ ລາວ ທີ່ອາໄສຢູ່ໃນເຂດຕົວເມືອງ ແລະ ເຂດຊົນ ນະບົດຕາມລຳດັບ. ທັງນີ້ແຂວງສະຫວັນນະເຂດເປັນເຂດທີ່ມີຈຳນວນປະຊາກອນຍາກຈົນຫຼາຍທີ່ສຸດຄື 230,000 ກວ່າຄົນ ໃນຂະນະທີ່ແຂວງຜົ້ງສາລີ ເປັນເຂດທີ່ມີສັດສ່ວນຂອງປະຊາກອນທີ່ຍາກຈົນສູງທີ່ສຸດໃນ ລາວ ກໍຄືກວມເອົາເກີນກວ່າ 70 ເປີເຊັນຂອງບ້ານທັງໝົດ ສ່ວນຄອບຄົວທຸກຍາກກໍມີເກີນກວ່າ 27 ເປີເຊັນ ທັງກໍຍັງບໍ່ມີເມືອງໃດໃນແຂວງຜົ້ງສາລີ ທີ່ສາມາດຫຼຸດພົ້ນອອກຈາກບັນ ຫາຍາກຈົນໄດ້ເລີຍ.

ສ່ວນສະຖາບັນສະຖິຕິແຫ່ງຊາດກັບທະນາຄານໂລກ ກໍໄດ້ຮ່ວມກັນສຶກສາສຳຫຼວດຜົນກະທົບຈາກການລະບາດຂອງໄວຣັສ COVID-19 ໃນ ລາວ ພົບວ່າມີປະຊາຊົນ ລາວ ທີ່ຍາກຈົນເພີ່ມຂຶ້ນອີກເຖິງ 3.1 ເປີເຊັນ ອັນເຮັດໃຫ້ ລາວ ມີປະຊາກອນຍາກຈົນເພີ່ມຂຶ້ນຈາກ 18.3​ ເປີເຊັນໃນປີ 2019 ເປັນ 21.4 ເປີເຊັນໃນທ້າຍປີ 2020 ສ່ວນເສດຖະກິດທີ່ຕົກຕໍ່າຍັງເຮັດໃຫ້ລັດຖະບານ ລາວ ຂາດແຄນງົບປະມານຢ່າງໜັກໜ່ວງອີກດ້ວຍ.

XS
SM
MD
LG