ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

1 ຄົນເສຍຊີວິດ ຂະນະທີ່ຫລາຍສິບຄົນປ່ວຍ ຍ້ອນໂຄວິດ-19 ໃນປະຊາຄົມລາວ ຢູ່ເມືອງຮຸສຕັນ ລັດເທັກຊັສ


ລິງໂດຍກົງ

ວີໂອເອ ສໍາພາດກັບນາງ ລີລີ ກ່ຽວກັບການຕິດພະຍາດໂຄວິດ-19 ຂອງພໍ່, ແມ່ ແລະພີ່ນ້ອງຂອງນາງ

ທ້າມກາງອາກາດຮ້ອນເອົ້າຍິ່ງຂຶ້ນນັ້ນ ກໍມີການລະບາດຂອງພະຍາດໂຄ ວິດ-19 ຢູ່ໃນປະຊາຄົມລາວຫຼາຍກວ່າ 40 ກໍລະນີ ຢູ່ໃນນະຄອນຮຸສຕັນ, ລັດເທັກຊັສ ນັບແຕ່ທ້າຍເດືອນແລ້ວນີ້. ບົວສະ ຫວັນ ມີການສໍາພາດກັບທ່ານຫລ້າ ຍອຍສາຍຄໍາ, ຄະນະກໍາມະການສະມາຄົມລາວ-ອາເມຣິກັນ ໃນນະຄອນຮຸສຕັນ, ລັດເທັກຊັສ, ຜູ້ທີ່ລອດຊີວິດຈາກການເປັນພະຍາດດັ່ງກ່າວພ້ອມກັບລູກສາວຂອງເພິ່ນມາສະເໜີທ່ານໃນອັນດັບຕໍ່ໄປ.

ທ້າມກາງອາກາດທີ່ຮ້ອນເອົ້າ ແລະແຜດເຜົາໄປທົ່ວໃນລັດເທັກຊັສ ທີ່ຕັ້ງຢູ່ທາງ ພາກໃຕ້ສະຫະລັດນັ້ນ ການລະບາດຂອງໄວຣັສໂຄໂຣນາກໍພຸ້ງຂຶ້ນສູ່ຈຸດດຸເດືອດເຊັ່ນກັນລວມຢູ່ໃນປະຊາຄົມລາວໃນນະຄອນຮຸສຕັນອີກດ້ວຍ. ທ່ານຫຼ້າ ຍອຍ ສາຍຄໍາ ພ້ອມພັນລະຍາ ພ້ອມກັບຫລານເຂີຍຂອງເພິ່ນກໍນອນຢູ່ໃນຈໍານວນຄົນໃນນະຄອນຮຸສຕັນ ທີ່ຕິດເຊື້ອໄວຣັສໂຄໂຣນາ 22,600 ກວ່າ ຄົນຢູ່ແລ້ວ ໃນເວລານີ້.

ທ່ານຫລ້າ ບອກວ່າ ໃນປະມານ 3 ອາທິດຜ່ານນອກຈາກຄອບຄົວແລະພີ່ນ້ອງຂອງທ່ານແລ້ວ ກໍຍັງມີອີກປະມານ 40 ຄົນທີ່ຕິດພະຍາດນີ້ຢູ່ໃນປະຊາຄົມລາວ.

ນອກນັ້ນແລ້ວ ທ່ານກໍໄດ້ເລົ່າເຖິງສະພາບການທີ່ໜ້າເສົ້າໃຈອັນອື່ນທີ່ເກີດຂຶ້ນ ຍ້ອນພະຍາດດັ່ງກ່າວໄດ້ເອົາຊີວິດຂອງຄົນລາວ ທີ່ເປັນຊາຍໜຸ່ມລາວ-ອາເມ ຣິກັນ ໄວ 34 ປີ ຄົນນຶ່ງທີ່ອາໄສຢູ່ໃນອາພາດເມັນຜູ້ດຽວນັ້ນໄປ. ຫລັງຈາກຜູ້ກ່ຽວຂັບລົດໄປເຂົ້າໂຮງໝໍເອງ ແລະກໍເສຍຊີວິດຢູ່ໂຮງໝໍ ເລີຍ ໃນອາທິດແລ້ວນີ້ ໂດຍໄດ້ປະລົດຂອງຕົນຈອດໄວ້ຢູ່ທີ່ໂຮງໝໍນັ້ນ.

ອີກເຫດ ການນຶ່ງ ທີ່ເສຍຊີວິດແບບໜ້າອະໜາດໃຈຂອງຜູ້ຊາຍສູງອາຍຸທ່ານນຶ່ງແບບບໍ່ມີໃຜ ຮູ້ວ່າ ເສຍຊີວິດຕອນໃດ ແລະຍ້ອນສາເຫດຫຍັງກັນແທ້ ເພາະຜູ້ກ່ຽວອາໄສຢູ່ກັບຫລານຊາຍຄົນນຶ່ງ ທີ່ເປັນພະຍາດໂຄວິ ດ-19 ແລ້ວໄປໂຮງໝໍແຫ່ງນຶ່ງໃນເມືອງນັ້ນ. ຈາກນັ້ນ ກໍມີການເສຍຊີວິດຂອງຜູ້ທີ່ເປັນໝູ່ຂອງຜູ້ກ່ຽວອີກໃນສອງມື້ຕໍ່ມາ.

ອາການຂອງຄົນເປັນພະຍາດໂຄວິດ-19 ນີ້ ແມ່ນມີຫລາຍແບບແລະມີຄວາມ ຮ້າຍແຮງຢູ່ຫລາຍລະດັບ ແລະໃນກໍລະນີຂອງທ່ານຫລ້າ ແມ່ນຂ້ອນຂ້າງຮ້າຍແຮງ ແລະແກ່ຍາວມາໄດ້ອາທິດກວ່າໆ ຈຶ່ງຮູ້ສຶກໄຄຂຶ້ນ ຊຶ່ງທ່ານຫລ້າເລົ່າເຖິງອາການຂອງເພິ່ນສູ່ຟັງວ່າ:

ແຕ່ກົງການຂ້າມ ມີຫລາຍຄົນກໍບໍ່ມີອາການ. ຕາມຄໍາລາຍງານຂອງສູນກາງ ຄວບຄຸມແລະປ້ອງກັນພະຍາດສະຫະລັດທີ່ເຜີຍແຜ່ຢູ່ໃນເວັບໄຊທ໌ຂອງອົງ ການດັ່ງກ່າວບອກວ່າ 40 ເປີເຊັນ ຂອງຄົນເປັນພະຍາດໂຄວິດ-19 ໃນສະຫະລັດແມ່ນບໍ່ມີອາການ. ເຊັ່ນດຽວກັນພັນລະຍາຂອງທ່ານຫລ້າຜູ້ທີ່ໄປກວດຄັ້ງທໍາອິດກັບລູກສາວພົບວ່າ ບໍ່ມີໄວຣັສນັ້ນ ກັບພົບວ່າມີໄວຣັສເມື່ອກໄປກວດຄັ້ງທີ 2 ໃນອາທິດແລ້ວນີ້ ແຕ່ຜູ້ກ່ຽວກໍບໍ່ໄດ້ມີອາການໃດໆເລີຍ ນອກຈາກຮູ້ສຶກຂ້ອນຂ້າງອິດເມື່ອຍເລັກນ້ອຍໃນມື້ດຽວແລ້ວຜູ້ກ່ຽວກໍໄປກວດ ແລະພົບວ່າ ຕິດພະຍາດໂຄວິດ-19 ນີ້ ເທົ່ານັ້ນ ຊຶ່ງທ່ານອະທິບາຍສູ່ຟັງວ່າ:

ທ້າຍສຸດນາງລີລີ, ລູກສາວຂອງທ່ານຫລ້າ ຜູ້ທີ່ມີຄວາມເປັນຫ່ວງຕໍ່ການລະບາດ ຂອງພະຍາດນີ້ຫລາຍ ຂະນະທີ່ເຫັນພໍ່ແມ່ ແລະພີ່ນ້ອງຂອງຕົນຫລາຍຄົນກໍາລັງປ່ວຍຍ້ອນຕິດເຊື້ອໂຣກນີ້ຢູ່ ກໍເວົ້າຜ່ານທາງວີດິໂອຝາກເຖິງພີ່ນ້ອງຊາວລາວ ທຸກຄົນທັງໃກ້ ແລະໄກໃຫ້ປະຕິບັດຕາມມາດຕະການທາງການແພດ ໃນການສະກັດກັ້ນພະຍາດໂຄວິດ-19 ດັ່ງນີ້:

ພາຍຫລັງທີ່ລັດດັ່ງກ່າວເລີ້ມເປີດເສດຖະກິດຄືນໃນຕົ້ນເດືອນມິຖຸນາເປັນຕົ້ນມາ ລັດເທັກຊັສ ລວມທັງເມືອງຮຸສຕັນທີ່ມີກໍລະນີຄົນປ່ວຍຍ້ອນ ໄວຣັສໂຄໂຣນາ ເພີ້ມຂຶ້ນຢ່າງໄວວາ ໂດຍສະເພາະແມ່ນໃນຊ່ວງ 3 ອາທິດມານີ້ ຊຶ່ງໄດ້ເພີ້ມຂຶ້ນຈາກ 157 ຄົນ ຕໍ່ມື້ ໃນ ວັນທີ 26 ມິຖຸນາມາເປັນ 185 ຄົນຕໍ່ມື້ ໃນວັນທີ 12 ກໍລະກົດຜ່ານ. ສະພາບການນີ້ ເຮັດໃຫ້ລັດດັ່ງກ່າວ ກາຍເປັນນຶ່ງໃນ 4 ລັດຂອງປະເທດທີ່ນໍາໜ້າໂລກ ດ້ານການລະບາດຂອງພະຍາດໂຄວິດ-19 ຢູ່ໃນເວລານີ້. ດັ່ງນັ້ນຜູ້ປົກຄອງລັດ ເກຣກ ແອບບອດ (Greg Abbott) ຈຶ່ງໄດ້ປະກາດໃຊ້ມາດຕະການຢູ່ຫ່າງກັນຄືນອີກ ແລະໃຫ້ຄົນໃສ່ໜ້າກາກປິດປາກໄວ້ ໃນເວລາອອກໄປຂ້າງນອກ.

ອ່ານສະຫລຸບຫໍ້າກ່ຽວກັບຂ່າວນີ້ເປັນພາສາອັງກິດຢູ່ລຸ່ມນີ້:

Over 40 cases of Covid-19 and One Death of the Disease in Lao Community in Houston, TX

Over 40 cases and one death of Covid-19 in Lao Community over the last three weeks, said Mr. La Nhoisaykham, who is a survivor after fighting with the disease for over two weeks. A 34 year-old-Lao-American man who drove his car to the hospital by himself was death of the disease last week. Moreover, his wife was found to have asymptomatic virus infection last week, while his nephew-in-law was just released from the ventilator connection, after spending eight days in the IUC due to Covid-19, Mr. La said.

XS
SM
MD
LG