ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ​ອຸ​ທອນ ລັດ​ຖະ​ບານ​ກາງ ​ໂຈະນະ​ໂຍ​ບາຍ​​ ໃຫ້ຄົນ​ເຂົ້າ​ເມືອງ ຖ້າ​ຢູ່​ເມ​ັກຊິ​ໂກ ​ຂະ​ນະ​ທີ​່​ຂໍ​ລີ້​ໄພ


ຄົນ​ເຂົ້າ​ເມືອງ​ຜູ້​ນຶ່ງກຳ​ລັງ​ຍ່າງ​​ຜ່ານ ສູນ​ອົບ​ພະ​ຍົກ ທີ່​ເມືອງມາ​ຕາ​ໂມ​ໂຣ​ສ ປະ​ເທດເມັກ​ຊິ​ໂກ.
ຄົນ​ເຂົ້າ​ເມືອງ​ຜູ້​ນຶ່ງກຳ​ລັງ​ຍ່າງ​​ຜ່ານ ສູນ​ອົບ​ພະ​ຍົກ ທີ່​ເມືອງມາ​ຕາ​ໂມ​ໂຣ​ສ ປະ​ເທດເມັກ​ຊິ​ໂກ.

ສານ​ອຸ​ທອນຂອງ​ລັດ​ຖະ​ບານ​ກາງ​ແຫ່ງ​ນຶ່​ງ ໃນ​ວັນ​ສຸກວານ​ນີ້ ໄດ້​ໂຈະ​ນະ​ໂຍ​ບາຍ​ລັດ​
ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄວ້ເປັນ​ການຊົ່ວ​ຄາວ ເພື່ອ​ເຮັ​ດ​ໃຫ້​ພວກ​ຂໍ​ລີ້​ໄພ​ລໍ​ຖ້າ​ຢູ່​
ເມັກ​ຊິ​ໂກ ໃນ​ຂະ​ນະ​ທີ່​ຄະ​ດີ​ຂອງ​ເຂົາ​ເຈົ້າ​ ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ​ໂດຍ​ສານ​ຄົນ​ເຂົ້າ​
ເມືອງ​ຂອງ​ສ​ະ​ຫະ​ລັດ.

ສານ​ແຫ່ງ​ດຽວ​ກັນ​ນີ້ ​ໄດ້​ຕັດ​ສິນ​ເພື່ອ​ໃຫ້ໂຈະ​ໃນ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ ​ທີ່​ໄດ້​ປະ​ຕິ​
ເສດຕໍ່​ການ​ຂໍ​ລີ້​ໄພ​ຂ​ອງຜູ້​ໃດ​ຜູ້​ນຶ່ງ ທີ່​ເຂົ້າ​ມາ​ໃນ​ສະ​ຫະ​ລັດ​ຈາ​ກ​ເມັກ​ຊິ​ໂກຢ່າງ​ຜິດ
​ກົດ​ໝາຍ.

ຄະ​ນະຜູ້​ພິ​ພາກ​ສາ​ສາມ​ທ່ານ ຂອງ​ສານອຸ​ທອນ​ຊັ້ນ​ຕົ້ນ​ເຂດ 9 ໄດ້​ຕັດ​ສິນກ່ຽວ​ກັບ​
ສອງ​ນະ​ໂຍ​ບາຍ ທີ່​ເປັນ​ຈຸດ​ໃຈ​ກາງ​ໃນ​ການ​ປາບ​ປາມ​ການ​ຂໍ​ລີ້​ໄພຂອງປະ​ທາ​ນາ​ທິ​
ບໍ​ດີດໍ​ໂລ ທ​ຣຳ ຊຶ່ງ​ໄດ້ເຮັດ​ໃຫ້​ລັດ​ຖະ​ບານປະ​ສົບ​ກັບ​ບັນ​ຫາ ​ເຖິງ​ແມ່ນ​ວ່າ​ມັນ​ເປັນ
ພຽງ​ການ​ໂຈ​ຊົ່ວ​ຄາວ​ກໍ​ຕາມ.

ຄຳ​ຖາມ​ຕໍ່​ຜູ້​ພິ​ພາກ​ສາ​ກໍ​ມີ​ຢູ່​ວ່າ ຈະ​ປ່ອຍ​ໃຫ້​ນະ​ໂຍ​ບາຍ​ເຫຼົ່າ​ນີ້​ ​ມີ​ຜົນບັງ​ຄັບໃຊ້​ຫລື
ບໍ່ ​ໃນລະ​ຫວ່າງທີ່​ມີການ​ທ້າ​ທາຍ​ດ້ານ​ກົດ​ໝາຍ.

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ເຮັດ​ໃຫ້​ການ​ຂໍ​ລີ້​ໄພ​ມີ​ຄວາມ​ເປັນ​ໄປ​ໄດ້ຍາກ​ຂຶ້ນ
ໃນ​ເວ​ລາ​ທີ່​ມີ​ການ​ຂໍ​ລີ້​ໄພ​ເພີ້ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ. ​ພາຍ​ປີ 2017 ສະ​ຫະ​ລັດ​ໄດ້​ກາຍ
​ມາ​ເປັນ​ປະ​ເທດ ​ທີ່​ທີ່​ມີ​ການຂໍ​ລີ້​ໄພຫຼາຍ​ທີ່ສຸດ​ໃນ​ໂລກ.

​ມາດ​ຕະ​ການ “ໃຫ້​ຢູ່​ໃນ​ເມັກ​ຊິ​ໂກ” ​ໄດ້​ມີຜົນ​ບັງ​ຄັບ​ໃຊ້​ໃນ​ເດືອນ​ມັງ​ກອ​ນປີ 2019 ແລະ
​ມີ​ເກືອບ 60,000 ຄົນ ໄດ້​ຖືກ​ສົ່ງໃຫ້ກັບ​ໄປ​ລໍ​ຖ້າ​ການ​ຮັບ​ຟັງ​ຄຳ​ຕັດ​ສິນ​ຂອງສານ. ສານ​
ໄດ້​ປະ​ກາດ​ວ່າ ​ນະ​ໂຍ​ບາຍ​ບໍ່​ສົມ​ບູນ ແຕ່​ໄດ້​ຮັບ​ຮູ້​ວ່າ ການ​ຕັດ​ສິນ​ສາ ມາດ​ນຳ​ໃຊ້​ແຕ່
ພຽງ​ກັບ​ລັດ​ຄາ​ລິ​ຟໍ​ເນຍ ແລະ​ລັດ​ອາ​ຣີ​ໂຊ​ນາ ເທົ່າ​ນັ້ນ ທີ່​ເປັນລັດ ຊາຍ​ແດນ​ ທີ່​ຢູ່​ໃນ​
ຄວາມ​ຄຸ້ມ​ຄອງ​ຂອງສານ​ດັ່ງ​ກ່າວ.

ສ່ວນ​ອີກມາດ​ຕະ​ການນຶ່ງ ​ທີ່ມີ​ຜົນ​ຕິດ​ຕາ​ມ​ມາ​ຢ່າງ​ແຮງກັບການ​ປະ​ຕິ​ເສດ​ຕໍ່​ການຂໍ​ລີ້​
ໄພ ສຳ​ລັບ​ຜູ້​ໃດ​ຜູ້​ນຶ່ງ ທີ່ເດີນ​ທາງ​ຜ່ານ​ປະ​ເທດ​ອື່ນໆ​ມາ​ຫາ​ຊາຍ​ແດນ​ສະ​ຫະ​ລັດ​ກັບ​
ເມັ​ກ​ຊິ​ໂກ ປາດ​ສະ​ຈາກ​ການຊອກ​ຫາທາງ​ປ້ອງ​ກັນ​ຢູ່​ທີ່​ນັ້ນ​ກ່ອນ. ນະ​ໂຍ​ບາຍ​ດັ່ງ​ກ່າວ​
ນັ້ນ ໄດ້​ມີ​ຜົນບັງ​ຄັບໃຊ້​ໃນ​ເດືອນ​ກັນ​ຍາ ແລະ​ກຳ​ລັງ​ຖືກ​ທ້າ​ທາຍ​ຢູ່​ໃນ​ການ​ຟ້ອງ​ຮ້ອງ
​ຕ່າງ​ຫາກ.

ບັນ​ດາ​ທະ​ນາຍ​ຄວາມ​ກະ​ຊວງຍຸ​ຕິ​ທຳ ໄດ້​ຢືນ​ຢັນ​ວ່າ ທ່ານ​ທ​ຣຳ​ແມ່ນ​ມີ​ສິ​ດ​ທິທີ່​ຈະອອກ
​ນະ​ໂຍ​ບາຍ ​ໂດຍປາດ​ສະ​ຈາກ​ການອະ​ນຸ​ມັດ​ຂອງ​ສະ​ພາ ແລະ​ນັ້ນມັນຈະສະ​ກັດ​ກັ້ນ
​ການ​ກ່າວ​ອ້າງ​ໃນ​ການ​ຂໍ​ລີ້​ໄພ​ທີ່​ບໍ່​ມີ​ເຫດ​ຜົນ.

ບັນ​ດາ​ຝ່າຍ​ຄ້ານ ຮວມ​ທັງ​ສະ​ຫະ​ພັນອິດ​ສະ​ຫຼະ​ພາບ​ພົນ​ລະ​ເຮືອນ​ອາ​ເມ​ຣິ​ກັນ ໄດ້​ໂຕ້
​ຖຽງ​ວ່າ ​ລັດ​ຖະ​ບານ​ໄດ້​ລະ​ເມີດ​ກົດ​ໝາຍສະ​ຫະ​ລັດແລະ​ມີ​ພັນ​ທະ​ພາຍ​ໃຕ້​ສົນ​ທິ​ສັນ​
ຍາ​ສາ​ກົນ ໂດຍການ​ສົ່ງ​ຜູ້ຄົນ ຜູ້​ທີ່​ອາດ​ຈະ​ຖືກ​ປະ​ຫັດ​ປະ​ຫານ ຍ້ອນ​ເຊື້ອ​ຊາດ ​ຜິວ​ພັນ
​ ສາ​ສະ​ໜາ ທີ່​ມາ ຫຼື​ຄວາມ​ເຊື່ອ​ຖື​ດ້ານ​ການ​ເມືອງ​ຂອງເຂົາ​ເຈົ້າ.

A federal appeals court on Friday temporarily halted a Trump administration policy to make asylum-seekers wait in Mexico while their cases proceed through U.S. immigration courts.

The same court decided to keep another major change on hold, one that denies asylum to anyone who enters the U.S. illegally from Mexico.

A three-judge panel of the 9th U.S. Circuit Court of Appeals ruled on the two policies that are central to President Donald Trump's asylum crackdown, dealing the administration a major setback, even if it proves temporary.

The question before the judges was whether to let the policies take effect during legal challenges.

The Trump administration has made asylum an increasingly remote possibility at a time when claims have soared. By 2017, the United States had become the world's top destination for people seeking asylum.

Migrants, many who were returned to Mexico under the Trump administration’s “Remain in Mexico” program, wait in line to get a meal in an encampment near the Gateway International Bridge in Matamoros, Mexico, Aug. 30, 2019,

The ``Remain in Mexico'' measure took effect in January 2019 and nearly 60,000 people have been sent back to wait for hearings. The court declared the policy invalid, but acknowledged the ruling applied only to California and Arizona, the only border states in its jurisdiction.

XS
SM
MD
LG