ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານ ຫ້າມ ທ່ານລູລາ ດາ ຊິລວາ ລົງແຂ່ງຂັນ ໃນການເລືອກຕັ້ງ ປະທານາທິບໍດີ ບຣາຊິລ


ພວກສະໜັບສະໜູນ ອະດີດປະທານາທິບໍດີ ຫຼຸຍ ອີນາຊີໂອ ລູລາ ດາ ຊິລວາ ຂອງບຣາຊີລ ກຳລັງກາງປ້າຍ ຮຽກຮ້ອງ ໃຫ້ປ່ອຍທ່ານ. (ວັນທີ 31 ສິງຫາ 2018)
ພວກສະໜັບສະໜູນ ອະດີດປະທານາທິບໍດີ ຫຼຸຍ ອີນາຊີໂອ ລູລາ ດາ ຊິລວາ ຂອງບຣາຊີລ ກຳລັງກາງປ້າຍ ຮຽກຮ້ອງ ໃຫ້ປ່ອຍທ່ານ. (ວັນທີ 31 ສິງຫາ 2018)

ສານເລືອກຕັ້ງໃນບຣາຊີລ ໄດ້ຕັດສິນວ່າ ອະດີດປະທານາທິບໍດີຫຼຸຍ ອີນາຊີໂອ ລູລາ
ດາ ຊິລວາ ຈະບໍ່ໄດ້ຮັບອະນຸຍາດ ໃຫ້ໂຄສະນາຫາສຽງເລືອກຕັ້ງເປັນປະທານາທິບໍດີ
ໃນປີນີ້.

ທ່ານດາ ຊິລວາ ຊຶ່ງໃນປັດຈຸບັນ ພວມຮັບໃຊ້ໂທດ ຕິດຄຸກເປັນເວລາ 12 ປີ ໃນຂໍ້ຫາ
ໃຫ້ເງິນສິນບົນ ເປັນຜູ້ສະໝັກທີ່ມີຄະແນນສຽງນຳໜ້າໝູ່ ກ່ອນການເລືອກຕັ້ງປະທາ
ນາທິບໍດີ ໃນເດືອນຕຸລາຈະມາ ທັງໆທີ່ທ່ານ ມີຖານະເປັນນັກໂທດ. ທ່ານດາ ຊິລວາ
ກ່າວວ່າ ທ່ານເປັນຜູ້ບໍລິສຸດ.

ກົດໝາຍຂອງບຣາຊີລໄດ້ຫ້າມບໍ່ໃຫ້ຜູ້ສະໝັກລົງແຂ່ງຂັນເອົາຕຳແໜ່ງເປັນເວລາ 8
ປີ ຫລັງຈາກໄດ້ຮັບໃຊ້ໂທດທາງອາຍາ.

ເປັນທີ່ຄາດກັນວ່າ ພັກກຳມະກອນຂອງທ່ານດາ ຊິລວາ ຈະຂໍອຸທອນ ກ່ຽວກັບການ
ຕັດສິນດັ່ງກ່າວ ໄປຍັງສານສູງສຸດ.

ອະດີດປະທານາທິບໍດີດາ ຊິລວາ ເປັນບຸກຄົນທີ່ມີຄວາມສຳຄັນໃນວົງການເມືອງຂອງ
ບຣາຊີລ. ການໄດ້ຮັບຄວາມນິຍົມຈາກປະຊາຊົນຂອງທ່ານເຮັດໃຫ້ທ່ານໄດ້ຖືກເລືອກ
ເປັນປະທານາທິບໍດີ 2 ສະໄໝ ໃນລະຫວ່າງປີ 2003 ຫາ 2011 ຊຶ່ງເປັນໄລຍະທີ່ເສດ
ຖະກິດຂອງປະເທດ ເຕີບໂຕຢ່າງເຂັ້ມແຂງ ແລະຄວາມບໍ່ສະເໝີພາບ ຫລຸດໜ້ອຍລົງ. ເວລາທ່ານລົງຈາກຕຳແໜ່ງ ຄະແນນນິຍົມຂອງທ່ານແມ່ນຍັງຢູ່ໃນລະດັບ 83 ເປີເຊັນ.

ອະດີດປະທານາທິບໍດີບາຣັກ ໂອບາມາ ຄັ້ງນຶ່ງ ເຄີຍເອີ້ນທ່ານດາ ຊິລວາ ວ່າ “ເປັນນັກ
ການເມືອງ ທີ່ມີຊື່ສຽງໂດ່ງດັງ ໄດ້ຮັບຄວາມນິຍົມ ຫຼາຍທີ່ສຸດໃນໂລກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG