ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດຕ່າງໆ ຢູ່ທົ່ວໂລກ ເລີ້ມເປີດເສດຖະກິດຄືນ ເຖິງແມ່ນມີຄວາມແຕກຕ່າງກັນ ໃນເລື້ອງໄວຣັສໂຄໂຣນາ


ທ້າວຈູລຽນ ທີ່ເປັນກຳມະກອນຊາວໂຣມາເນຍ ຢືນຢູ່ຮົ້ວອີກຟາກນຶ່ງ ໃນປະເທດເຢຍຣະມັນ.
ທ້າວຈູລຽນ ທີ່ເປັນກຳມະກອນຊາວໂຣມາເນຍ ຢືນຢູ່ຮົ້ວອີກຟາກນຶ່ງ ໃນປະເທດເຢຍຣະມັນ.

ເຢຍຣະມັນ ກ່າວວ່າ ຕົນໄດ້ຜ່ານຂີດໝາຍທີ່ສຳຄັນໃນວັນອັງຄານວານນີ້ໂດຍ ທີ່ອັດຕາການແຜ່ຜາຍຂອງໄວຣັສໂຄໂຣນາ ຫລຸດລົງຕໍ່າກວ່ານຶ່ງ. ບັນດາເຈົ້າໜ້າທີ່ສາທາລະນະສຸກກ່າວວ່າ ມາ
ຮອດວັນອັງຄານວານນີ້ ຜູ້ຕິດເຊື້ອ 100 ຄົນໃດ

ເວລານີ້ ອາດສາມາດຕິດຕໍ່ໃສ່ຄົນອື່ນໄດ້ 94 ຄົນ ພາຍໃນເວລາ 24 ຊົ່ວໂມງ. ໃນມື້ວັນຈັນ ອັດຕາດັ່ງກ່າວແມ່ນ 100 ຄົນອາດຕິດຕໍ່ໃສ່ຄົນອື່ນ ໄດ້ 107 ຄົນ ແລະໃນວັນອາທິດ 100 ຄົນ ອາດຕິດຕໍ່ໃສ່ 113 ຄົນ. ແຕ່ວ່າ ເຢຍຣະມັນຍັງໄດ້ເຫັນການເພີ້ມສູງຂຶ້ນ ຂອງກໍລະນີໂຄວິດ-19 ໃໝ່ ໃນວັນອັງ ຄານວານນີ້ 933 ຄົນ ປຽບທຽບໃສ່ກັບ 357 ຄົນ ໃນມື້ວັນຈັນ. ການເພີ້ມຂຶ້ນ ດັ່ງກ່າວ ໄດ້ເຮັດໃຫ້ເກີດຄວາມຢ້ານກົວ ກ່ຽວກັບຄື້ນຟອງການຕິດຕໍ່ຄັ້ງໃໝ່ ຫຼັງ ຈາກການຈຳກັດຮັດແຄບກ່ຽວກັບໄວຣັສໂຄໂຣນາໄດ້ຮັບຜ່ອນຜັນລົງ.

ບັນດານັກວິທະຍາສາດຈາກສະຖາບັນໂຣເບີດ ຄັອກ (Robert Koch) ທີ່ ເປັນອົງການສຳຄັນໃນການຄວບຄຸມພະຍາດ ຂອງເຢຍຣະມັນກ່າວວ່າ ອັດຕາ ການແຜ່ພັນຂອງໄວຣັສ ອາດປ່ຽນແປງໄປໃນແຕ່ລະວັນ ແລະບໍ່ມີເຫດຜົນໃນ ຄວາມເປັນຫ່ວງ ນອກຈາກວ່າມີການເພີ້ມຂຶ້ນຢ່າງສະໝໍ່າສະເໝີຂອງກໍລະນີໃໝ່ ອອກໄປໃນຊົ່ວໄລຍະນຶ່ງ.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອນເຈີລາ ເມີເກີລ ກ່າວວ່າ ຢູ່ໃນບັນ ດາຂົງເຂດບ່ອນທີ່ມີຈຳນວນຕິດຕໍ່ເພີ້ມຂຶ້ນກາຍ 50 ຕໍ່ປະຊາຊົນ 100,000 ຄົນ ຈະຕ້ອງໄດ້ສັ່ງໃຫ້ມີການປິດເມືອງຄືນໃໝ່ອີກ. ສາມຂົງເຂດໄດ້ກາຍໂຕເລກດັ່ງ ກ່າວໃນອາທິດທີ່ຜ່ານມາ ແລະໄດ້ອອກມາດຕະການພາວະສຸກເສີນຄືນໃໝ່ຈຳນວນນຶ່ງ ເພື່ອຢຸດເຊົາການແຜ່ລະບາດຂອງເຊື້ອໄວຣັສ.

ການກັບຄືນມາຂອງກໍລະນີໃໝ່ ມີຂຶ້ນໃນຂະນະທີ່ເຢຍຣະມັນ ພວມກະກຽມທີ່ຈະ ຜ່ອນຜັນການຈຳກັດຮັດແຄບລົງ ແລະເປີດຮ້ານຄ້າຕ່າງໆເພີ້ມຂຶ້ນ ບັນດາສູນ ກາງບັນເທີງ ແລະຄ່ອຍໆອະນຸ
ຍາດໃຫ້ພວກນັກຮຽນກັບຄືນໄປໂຮງຮຽນ. ທ່ານ ນາງເມີເກີລ ໄດ້ຮ້ອງຂໍໃຫ້ປະຊາຊົນພາກັນຮັກ
ສາການຢູ່ຫ່າງກັນໃນສັງຄົມ ໃສ່ ໜ້າກາກ ແລະປະພຶດປະຕິບັດແບບມີຄວາມຮັບຜິດຊອບ.

ຜູ້ນຳເຢຍຣະມັນໄດ້ຢູ່ພາຍໃຕ້ຄວາມກົດດັນ ໃຫ້ເລີ້ມເປີດເສດຖະກິດຄືນ. ການ ປະທ້ວງຕໍ່ຕ້ານການອອກຄຳສັ່ງໃຫ້ຢູ່ໃນບ້ານໃນເຮືອນມີຂຶ້ນຢູ່ໃນຫຼາຍຫົວເມືອງ ທີ່ສຳຄັນໆໃນທ້າຍອາທິດທີ່ຜ່ານມາ.

ພ້ອມດຽວກັນນີ້ ກໍໄດ້ມີການຊຸກຍູ້ ໃຫ້ສິ້ນສຸດການກັກໂຕຢູ່ໃນບ້ານໃນເຮືອນທີ່ຄ້າຍຄືກັນຢູ່ໃນສະຫະລັດ ທີ່ມີການຕິດໂຄວິດຫຼາຍກວ່າ 1,360,000 ຄົນ ແລະຫຼາຍກວ່າ 82,000 ຄົນໄດ້ເສຍຊີວິດ ຫຼາຍກວ່າປະເທດໃດໆຢູ່ໃນໂລກ ອີງຕາມໂຕເລກຈາກມະຫາວິທະຍາໄລຈອນສ໌ ຮັອຟກິນສ໌ (Johns Hopkins)

ລັດຖະບານປະທານາທິບໍດີທຣໍາມີຄວາມກະຕືລືລົ້ນຢາກໃຫ້ເປີດປະເທດຄືນໃໝ່ ສຳລັບບັນດາທຸລະກິດຕ່າງໆ ແລະສ້າງເສດຖະກິດ ກ່ອນການເລືອກຕັ້ງປະທາ ນາທິບໍດີໃນເດືອນພະຈິກຈະມາເຖິງນີ້. ປະມານເຄິ່ງນຶ່ງຂອງບັນດາລັດຕ່າງໆໄດ້ ຍົກເລີກການກັກໂຕຢູ່ໃນບ້ານໃນເຮືອນຂອງເຂົາເຈົ້າເພື່ອເປັນບາດກ້້າວຕໍ່ໄປໃນ ການກັບຟື້ນຟູເສດຖະກິດ ແລະອີກຫຼາຍໆລັດກຳລັງຈະເຮັດແບບດຽວກັນ.

ຜູ້ຊ່ຽວຊານດ້ານພະຍາດຕິດແປດ ຂອງລັດຖະບານ ດຣ. ແອນໂທນີ ຟາວຈີ ເຕືອນວ່າ ການເປີດປະເທດໄວເກີນໄປອາດເຮັດໃຫ້ມີຜູ້ຕິດເຊື້ອແລະເສຍຊີວິດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG