ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍປະເທດ ປະເມີນການເລືອກຕັ້ງໄຕ້ຫວັນ ໃນຂະນະທີ່ການໂຄສະນາຫາສຽງກ້າວເຂົ້າສູ່ອາທິດສຸດທ້າຍແລ້ວ


ບັນດາຜູ້ສະໜັບສະໜຸນ ພາກັນຍົກທຸງຊາດຂະໜາດໃຫຍ່ຂອງໄຕ້ຫວັນ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງຂອງພັກກົກມິນຕັງ (Kuomintang) ຫຼື KMT ກ່ອນການເລືອກຕັ້ງປະທານາທິບໍດີໃນໄຕ້ຫວັນ, ໃນນະຄອນໄທເປ, ໄຕ້ຫວັນ, ວັນທີ 23 ທັນວາ 2023.
ບັນດາຜູ້ສະໜັບສະໜຸນ ພາກັນຍົກທຸງຊາດຂະໜາດໃຫຍ່ຂອງໄຕ້ຫວັນ ໃນລະຫວ່າງການຊຸມນຸມໂຄສະນາຫາສຽງຂອງພັກກົກມິນຕັງ (Kuomintang) ຫຼື KMT ກ່ອນການເລືອກຕັ້ງປະທານາທິບໍດີໃນໄຕ້ຫວັນ, ໃນນະຄອນໄທເປ, ໄຕ້ຫວັນ, ວັນທີ 23 ທັນວາ 2023.

ເຫຼືອເວ​ລາບໍ່​ເຖິງສາມອາທິດຈົນກວ່າຈະຮອດການເລືອກຕັ້ງປະທານາທິບໍດີຂອງ ໄຕ້ຫວັນ ໃນວັນທີ 13 ມັງກອນຈະມາເຖິງນີ້, ການ​ນຳ​ໜ້າຄູ່ແຂ່ງຂັນຫຼັກ ຂອງຜູ້​ທີ່​ມີ​ຄະ​ແນນ​ນຳ​ໜ້າ​ໝູ່​ນັ້ນ ໄດ້ຫຍັບໃກ້ເຂົ້າໃນການຢັ່ງຫາງສຽງຕ່າງໆ, ເຊິ່ງ​ເຮັດ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້​ສຳລັບການແຂ່ງຂັນທີ່ດຸເດືອດຮ້ອນແຮງ.

ການເລືອກຕັ້ງບໍ່ພຽງແຕ່ຄອບງຳໃນຫົວຂໍ້ຂ່າວພາຍໃນຂອງປະເທດເກາະແຫ່ງນີ້ ເທົ່ານັ້ນ ແຕ່ມັນຍັງຜັກ​ດັນ​ໃຫ້ບັນດາປະເທດທີ່ຢູ່ໃນພາກພື້ນທັງຫຼາຍເຊັ່ນ ຈີນ, ສະຫະລັດ ແລະ ຍີ່ປຸ່ນ ຕິດຕາມເບິ່ງຜົນການເລືອກຕັ້ງຢ່າງໃກ້ຊິດ ແລະຄວາມ ເປັນໄປໄດ້ຂອງຜົນ​ຕາມ​ມາສຳລັບຄວາມ​ເປັນລະບຽບຢູ່ໃນພາກພື້ນ.

ໃນ​ຂະ​ນະ​ທີ່ຜົນການເລືອກຕັ້ງອາດບໍ່ປ່ຽນແປງຄວາມ​ຄິດພື້ນຖານທົ່ວຊ່ອງແຄບ ໄຕ້ຫວັນກໍ່​ຕາມ, ແຕ່ບັນດານັກວິເຄາະກ່າວວ່າ ລັດຖະບານຈີນ ອາດປັບປ່ຽນ ການກົດດັນທີ່ຕົນໄດ້ກຳ​ນົດ​ໄວ້ຕໍ່ໄຕ້ຫວັນ, ຊຶ່ງຂຶ້ນຢູ່ກັບວ່າຜູ້ໃດຈະຊະນະການ ເລືອກຕັ້ງ.

ທ່ານອຽນ ຊອງ ນັກລັດຖະສາດຢູ່ມະຫາວິທະຍາໄລແຫ່ງຊາດຂອງສິງກະໂປ ໄດ້ກ່າວ​ຕໍ່ວີໂອເອທາງໂທລະສັບວ່າ “ໂດຍພື້ນຖານແລ້ວ ຂ້າພະເຈົ້າຄຶດວ່າ ການກົດດັນຂອງຈີນຕໍ່ໄຕ້ຫວັນ ອາດຈະບໍ່ຫລຸດລົງ ເຖິງແມ່ນວ່າຜູ້ໃດຈະ​ຊະ​ນະກໍ່ຕາມ ເພາະວ່າໃນທີ່ສຸດເປົ້າໝາຍຂອງປັກກິ່ງ ກໍຄືການໃຊ້ອຳນາດເພື່ອ ຄວບຄຸມໄຕ້ຫວັນ” ທ່ານກ່າວຕື່ມວ່າ “ຖ້າມັນເປັນໄຊຊະນະຂອງພັກ ປະຊາທິປະໄຕກ້າວໜ້າ ຫຼື DPP, ປັກກິ່ງ ອາດເອົາມາດຕະການຕ່າງໆທີ່ອາດ ຈະຄືວ່າເກາະຜິດຫຼາຍຂຶ້ນ ແລະຖ້າຫາກເປັນໄຊຊະນະຂອງພັກ ໂຄມິນຕັງ ຫຼື KMT, ຈີນ ອາດພະຍາຍາມບັນລຸຂໍ້ຕົກລົງບາງຢ່າງກັບພັກດັ່ງກ່າວ ທີ່ຈະເຮັດ ໃຫ້ ໄຕ້ຫວັນເພິ່ງພາຈີນຫຼາຍຂຶ້ນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG