ໃນວັນທີ່ 25 ເມສາ ຊຶ່ງເປັນວັນຕໍ່ຕ້ານພະຍາດໄຂ້ມາເລເຣຍ
ຫລືໄຂ້ຍຸງຂອງໂລກປີນີ້ ອົງການອະນາໄມໂລກຫລື WHO ໄດ້ເລີ້ມເປີດໂຄງການສຸກເສີນໂຄງການນຶ່ງ ຢູ່ທີ່ນະຄອນພະ
ນົມເປັນ ເພື່ອຢັບຢັ້ງທ່າອຽງທີ່ໜ້າເປັນຫ່ວງ ຢູ່ໃນຂົງເຂດ ກໍຄືສາຍພັນຂອງໄຂ້ມາເລເຣຍອັນນຶ່ງທີ່ພິສູດໃຫ້ ເຫັນວ່າ ມີຄວາມຕ້ານທານຕໍ່ຢາປົວໄຂ້ມາເລເຣຍທີ່ສໍາຄັນທີ່ສຸດນັ້ນ.
ຜູ້ສື່ ຂ່າວວີໂອເອ Robert Carmichael ມີລາຍງານກ່ຽວ
ກັບເລື່ອງນີ້ ຈາກພະນົມເປັນ ດັ່ງບົວສະຫວັນ ຈະນຳເອົາລາ
ຍລະອຽດ ມາສະເໜີທ່ານໃນ ອັນດັບຕໍ່ໄປ.
ວີດິໂອກ່ຽວຂ້ອງກັບລາຍງານນີ້ (ຮຽນພາສາອັງກິດໄປພ້ອມ)
ຫົກປີກ່ອນ ພວກນັກຄົ້ນຄວ້າດ້ານການແພດເປັນຫ່ວງວ່າພາຍຫລັງທີ່ ພະຍາດໄຂ້ມາ
ເລເຣຍຫລືໄຂ້ຍຸງສາຍພັນນຶ່ງ ຢູ່ໃນພາກຕາເວັນຕົກຂອງ ກໍາປູເຈຍ ເລີ້ມສະແດງໃຫ້ ເຫັນອາການຕ້ານທານຕໍ່ການປິ່ນປົວໄຂ້ມາເລເຣຍ ໂດຍວິທີໃຊ້ຢາ Artemisinin ເປັນຫຼັກ ແບບປະສົມປະສານທີ່ເອີ້ນວ່າ ACT.
ເພື່ອເປັນການຮັບມືຕໍ່ສະພາບການດັ່ງກ່າວ ລັດຖະບານກໍາປູເຈຍແລະ ພາຄີດ້ານການ
ແພດຂອງຕົນ ຊຶ່ງລວມທັງອົງການອະນາໄມໂລກໄດ້ ຈັດໃຫ້ມີໂຄງການປ້ອງກັນສາຍ ພັນໄຂ້ມາເລເຣຍ ທີ່ມີຄວາມຕ້ານຕໍ່ຢາ ຫຼືເຊື້ອໄຂ້ມາເລເຣຍສາຍພັນ falciparum ບໍ່
ໃຫ້ແຜ່ຜາຍຢູ່ໃນກໍາປູເຈຍ ແລະອອກນອກເຂດແດນຂອງປະເທດ.
ໂຄງການດັ່ງກ່າວນີ້ ປະກົດວ່າ ສາມາດຄວບຄຸມສາຍພັນທີ່ຕ້ານທານຢາໄດ້. ຫາກແຕ່
ວ່າຢູ່ໄທ, ມຽນມາ ແລະຫວຽດນາມມີລາຍງານໃຫ້ຊາບວ່າ ຍັງມີຫຼາຍໆເຂດທີ່ມີໄຂ້ມາ
ເລເຣຍ ສາຍພັນທີ່ຕ້ານຢາ artemisinin ລະບາດຢູ່. ທ່ານ Stephen Bjorge ຜູ້ຊ່ຽວ
ຊານດ້ານພະຍາດໄຂ້ມາເລເຣຍຂອງ WHO ປະຈໍານະຄອນພະນົມເປັນເວົ້າວ່າ ສາຍ
ພັນໄຂ້ມາເລເຣຍທີ່ຕ້ານ ທານຢາຢູ່ໃນປະເທດເຫລົ່ານັ້ນ ແມ່ນເກີດຂຶ້ນໂດຍບໍ່ໄດ້ກ່ຽວ
ຂ້ອງກັບກໍາ ປູເຈຍ ຊຶ່ງໝາຍຄວາມວ່າການດໍາເນີນຄວາມພະຍາຍາມໃນການຄວບ ຄຸມພະຍາດໄຂ້ຍຸງສາຍພັນນີ້ ແມ່ນໄດ້ຜົນດີ.
ຫາກແຕ່ຍ້ອນວ່າ ຢາ artemisinin ແມ່ນການປິ່ນປົວແບບມາດຕະຖານ ດັ່ງນັ້ນການ
ຄວບຄຸມການແຜ່ລະບາດແລະຈາກນັ້ນກໍກໍາຈັດສາຍພັນຕ້ານທານຢາໃຫ້ໝົດໄປຈາກ
ຂົງເຂດດັ່ງກ່າວນີ້ ຈຶ່ງສໍາຄັນຫລາຍ. ອົງການອະ ນາໄມໂລກປະກາດໃນວັນພະຫັດ ອາທິດແລ້ວນີ້ວ່າ ນັ້ນກໍຄືຈຸດປະສົງຂອງໂຄງການສາມປີ ທີ່ໃຊ້ທຶນ 400 ລ້ານໂດລາ.
ທ່ານ Robert Newman, ຫົວໜ້າໂຄງການໄຂ້ມາເລເຣຍຂອງໂລກປະຈໍາ WHO ເວົ້າວ່າ:
“ຄວາມສ່ຽງແມ່ນສູງຫລາຍ-ມັນບໍ່ພຽງແຕ່ສໍາຄັນຕໍ່ຂົງເຂດດັ່ງກ່າວ ຖ້າເວົ້າ
ເຖິງການຕ່າວປີ້ນຄືນ ຂອງຄວາມກ້າວໜ້າ ໃນການຕ້ານໂຣກໄຂ້ມາເລເຣຍ
ທີ່ໄດ້ມາ ແຕ່ທີ່ຈິງແລ້ວມັນຍັງເປັນບັນຫາສໍາຄັນ ໃນລະດັບໂລກອີກດ້ວຍ.”
ທ່ານ Newman ຍັງກ່າວເພີ້ມອີກວ່າ:
“ຖ້າວ່າ ປະຫວັດສາດຫາກເປັນການຊີ້ແນະແນວທາງໃດໆ ຖ້າຫາກ ພວກ
ເຮົາບໍ່ສາມາດຄວບຄຸມບັນຫານີ້ໄດ້ແລ້ວ ຈຶ່ງມີທ່າທາງວ່າ ເປັນ ໄປໄດ້
ຫລາຍທີ່ສຸດ ທີ່ວ່າມັນຈະແຜ່ຂະຫຍາຍໄປຫາບ່ອນອື່ນ. ມັນເປັນການສ່ຽງ
ພິເສດ ຢູ່ໃນເຂດໃຕ້ທະເລຊາຍຊາຮາຣາຂອງອາຟຣິກາ ບ່ອນທີ່ຍັງແບກ
ຫາບພາລະດ້ານນີ້ຢ່າງໜັກໜ່ວງຢູ່. ແລະຖ້າວ່າ ພວກ ເຮົາຫາກສູນເສຍ
ສະມັດຖະພາບຂອງລະບົບ ປິ່ນປົວ ACTs ໃນມືນີ້ ສະພາບດັ່ງກ່າວຈະ
ເປັນຄວາມຫາຍຍະນະທາງດ້ານສາທາລະນະສຸກ ໃນອາຟຣິກາ.”
ໂຄງການທີ່ນໍາພາໂດຍ WHO ແມ່ນໄດ້ຮັບທຶນຈາກກອງທຶນໂລກ, ມູນ ນິທິຂອງ Bill ແລະ Melinda Gates, ແລະ ໂດຍຂະແໜງການພັດ ທະນາຂອງລັດຖະບານອັອສ
ເຕຣເລຍ ທີ່ເອີ້ນວ່າ AusAID. ມັນຈະໃຫ້ ການຊ່ວຍເຫລືອ 6 ປະເທດ: 4 ປະເທດ
ໃນນັ້ນ ໄດ້ພົບເຫັນແລ້ວວ່າ ມີສະພາບການຕ້ານທານຢາແລ້ວ ພ້ອມກັບອີກສອງ
ປະເທດທີ່ຖືວ່າ “ມີຄວາມສ່ຽງ” ຕໍ່ການມີສາຍພັນໄຂ້ມາເລເຣຍທີ່ຕ້ານທານຢາ ຊຶ່ງກໍຄື ລາວ ແລະເຂດພາກໃຕ້ຂອງປະເທດຈີນ.”
ທ່ານ Newman ເວົ້າວ່າ ບົດຮຽນບາງຢ່າງ ທີ່ໄດ້ຖອດຖອນຈາກການດໍາເນີນຄວາມ
ພະຍາຍາມ ຢູ່ກໍາປູເຈຍແມ່ນຈະຖືກເອົາມານໍາໃຊ້. ທ່ານ Newman ໃຫ້ຄໍາເຫັນກ່ຽວ
ກັບເລື່ອງນີ້ວ່າ :
“ການດໍາເນີນໂຄງການນີ້ບໍ່ແມ່ນເລີ້ມມາຈາກເລກສູນ ມັນໄດ້ສ້າງຂຶ້ນ ໂດຍ
ອີງໃສ່ປະສົບການທີ່ໃນຂັ້ນຕົ້ນມີຢູ່ໃນກໍາປູເຈຍ ຕິດກັບເຂດຊາຍໄທ ບ່ອນ
ທີ່ປະເທດເຫລົ່ານັ້ນໄດ້ມີປະສົບການຢ່າງຫລວງຫລາຍ ໃນການເຂົ້າຫາ
ກຸ່ມປະຊາຊົນທີ່ເຂົ້າໄປເຖິງຍາກ ຊຶ່ງກໍຄືພວກທີ່ຍ້າຍຈາກຖິ່ນຖານ ແລະມັກ
ເຄື່ອນຍ້າຍ ໄປເລື້ອຍໆ, ການໃຊ້ພະນັກງານການ ແພດປະຈໍາບ້ານ, ການທີ່
ຈະກໍາຈັດຢາທີ່ບໍ່ໄດ້ຕາມມາດຕະຖານໃຫ້ໝົດໄປຈາກຕະຫລາດຢ່າງແຂັງ
ຂັນ.”
ໂຄງການດັ່ງກ່າວ ຈະແຈກຈ່າຍມຸ້ງຍ້ອມນໍ້າຢາຂ້າແມງໄມ້; ຕິດຕາມເບິ່ງ ຢາປອມ, ຮັບ
ປະກັນໃຫ້ປະຊາຊົນມີຊ່ອງທາງເຂົ້າເຖິງການກວດແລະ ປິ່ນປົວພະຍາດ ທີ່ໜ້າໄວ້ໃຈ
ໄດ້, ແລະຊອກຫາພະຍາດດັ່ງກ່າວ. ປະຊາ ຄົມທີ່ມັກເຄື່ອນທີ່ ແລະອາໄສຢູ່ໃນເຂດ
ຊາຍແດນ ຈະເປັນເປົ້າໝາຍຕົ້ນ ຕໍຂອງໂຄງການນີ້.
ໂຄງການ AusAID ໄດ້ສະໜອງທຶນ 5 ລ້ານໂດລາແກ່ໂຄງການດັ່ງ ກ່າວ. ທ່ານ Ben
David ຫົວໜ້າທີ່ປຶກສາດ້ານສາທາລະນະສຸກຂອງໂຄງການ AusAID’s ເວົ້າວ່າ: “ຈະເວົ້າແລ້ວ ການໃຫ້ທຶນເບື້ອງຕົ້ນຂອງພວກເຮົາ ແມ່ນແນ່ນອນ ແຕ່ວ່າໃນ
ຕົວຈິງອອສເຕຣເລຍແມ່ນສ່ວນນຶ່ງຂອງຂົງ ເຂດດັ່ງກ່າວ. ພວກເຮົາເປັນ
ພາກສ່ວນນຶ່ງຂອງຂົງເຂດເອເຊຍ-ປາຊີຟິກ ແລະພວກເຮົາເຫັນວ່າ ເລື້ອງນີ້
ເປັນການລົງທຶນທີ່ສໍາຄັນຍິ່ງເພື່ອປ້ອງກັນບໍ່ໃຫ້ຄົນທຸກຈົນ ຢູ່ໃນຂົງເຂດນີ້
ຕິດເຊື້ອໄຂ້ມາເລເຣຍໄດ້ ແລະພ້ອມກັນ ນັ້ນກໍປ້ອງກັນຜົນປະໂຫຍດຂອງ
ປະເທດເຫລົ່ານີ້ ເພາະວ່າ ຖ້າຫາກບັນ ຫານີ້ຄວບຄຸມບໍ່ໄດ້ແລ້ວ ແລະພວກ
ເຮົາກໍຈະເຫັນໄຂ້ມາເລເຣຍສາຍພັນ ຕ້ານຢາ ແຜ່ລະບາດອອກໄປໃນຂົງ
ເຂດແລະກາຍຂົງເຂດນີ້ອອກໄປອີກ ແລ້ວພວກເຮົາກໍຈະປະເຊີນບັນ
ຫາຊຸດໃໝ່ອັນໃຫຍ່ໂຕ.”
ທ່ານ David ເວົ້າອີກວ່າ ໃນປີກາຍນີ້ ພະຍາດໄຂ້ມາເລເຣຍ ໄດ້ສັງ ຫານ 42,000 ຄົນ
ຢູ່ໃນຂົງເຂດເອເຊຍ-ປາຊີຟິກ ແລະສັງຫານຫລາຍ ກວ່າເຄິ່ງລ້ານຄົນຢູ່ທົ່ວໂລກ ຊຶ່ງ
ສ່ວນໃຫຍ່ແມ່ນເປັນເດັກນ້ອຍ ຢູ່ໃນ ທະວີບອາຟຣິກາ.
ໃນຊຸມປີໝໍ່ໆມານີ້ ໄດ້ມີຄວາມກ້າວໜ້າດີ ໃນດ້ານສະກັດກັ້ນໄຂ້ມາເລເຣຍ ແຕ່ອົງການ
WHO ເຕືອນວ່າ ຄວາມກ້າວໜ້ານັ້ນອາດຖືກຕ່າວ ປີ້ນຄືນໄດ້ ຖ້າສາຍພັນໄຂ້ມາເລ
ເຣຍທີ່ຕ້ານທານຢາຫາກຄວບຄຸມບໍ່ໄດ້ໃຫ້ຢູ່ແຕ່ໃນເຂດຄຸ້ມປັດຈຸບັນ ໃນບັນດາປະ
ເທດເຂດລຸ່ມແມ່ນໍ້າຂອງ.
ທ່ານ David ເຊື່ອວ່າ ລັດຖະບານປະເທດຕ່າງໆ ຈະເຮັດໜ້າທີ່ໃນພາກ ສ່ວນຂອງຕົນ ເພື່ອປ້ອງກັນບໍ່ໃຫ້ມີການແຜ່ຜາຍຂອງໄຂ້ຍຸງສາຍພັນຕ້ານທານຢາ.
ເບິ່ງວີດິໂອອີກເລື້ອງນຶ່ງທີ່່ກ່ຽວຂ້ອງກັບລາຍງານນີ້:
ທ່ານ David ເວົ້າອີກວ່າ: “ທີ່ຈິງແລ້ວ ມັນມີຄວາມໝາຍທາງເສດຖະກິດອັນ
ໃຫຍ່ຫລວງ ຖ້າວ່າ ບັນຫາການຕ້ານທານຢານີ້ ຫາກມີສືບຕໍ່ໄປ. ສະນັ້ນ ພວກເຮົາຕ້ອງໄດ້ ຖືວ່າເປັນກໍລະນີທາງເສດຖະກິດຢ່າງແທ້ຈິງ ເພື່ອຈະ
ໃຫ້ລັດຖະບານ ສືບຕໍ່ລົງທຶນເຂົ້າໃນການແກ້ໄຂບັນຫານີ້.”
ສາຍພັນໄຂ້ມາເລເຣຍທີ່ຕ້ານທານຢາ chloroquine ໄດ້ເຮັດໃຫ້ຫລາຍ ລ້ານຄົນເສຍ
ຊີວິດຢູ່ທົ່ວໂລກນັບແຕ່ມັນໄດ້ໂຜ່ຕົວຂຶ້ນມາເມື່ອ 60 ປີກ່ອນ ຈາກປ່າໄມ້ ໃນເຂດຕາ ເວັນຕົກຂອງກໍາປູເຈຍ.
ອົງການ WHO ເຕືອນວ່າ ໂລກບໍ່ສາມາດທີ່ຈະປ່ອຍໃຫ້ ມີການແຜ່ລະບາດທີ່ຄ້າຍຄື
ກັນນັ້ນ ກັບຄືນມາອີກອີກ ໂດຍການປ່ອຍໃຫ້ສາຍພັນ ຫລື ພວກສາຍພັນຂອງໄຂ້
ມາເລເຣຍຕ້ານຢາ artemisinin ໃຫ້ແຜ່ລະບາດອອກຈາກຂົງເຂດດັ່ງກ່າວນີ້ໄປ.