ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ລົງແຂ່ງຂັນ ຫົວອະນຸລັກນິຍົມ ໄດ້ຮັບຄະແນນນຳໜ້າ ໃນການເລືອກຕັ້ງ ປະທານາທິບໍດີຂອງ ປະເທດ ຄັອສຕາ ຣີກາ


ພວກຜູ້ສະໜັບສະໜູນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ ຟາບຣີຊີໂອ ອາລວາຣາໂດ ພ້ອມກັບພັກສ້າງສາ
ປະເທດໃໝ່ ເຕົ້າໂຮມກັນ ກ່ອນການໂຕ້ວາທີໃນການເລືອກ
ຕັ້ງປະທານາທິບໍດີ. ນະຄອນຫຼວງ ແຊນ ໂຮເຊ, ປະເທດ ຄັອສຕາ ຣີກາ. 1 ກຸມພາ, 2018.
ພວກຜູ້ສະໜັບສະໜູນຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ ຟາບຣີຊີໂອ ອາລວາຣາໂດ ພ້ອມກັບພັກສ້າງສາ ປະເທດໃໝ່ ເຕົ້າໂຮມກັນ ກ່ອນການໂຕ້ວາທີໃນການເລືອກ ຕັ້ງປະທານາທິບໍດີ. ນະຄອນຫຼວງ ແຊນ ໂຮເຊ, ປະເທດ ຄັອສຕາ ຣີກາ. 1 ກຸມພາ, 2018.

ຜູ້ລົງແຂ່ງຂັນທີ່ຕໍ່ຕ້ານການແຕ່ງງານຂອງຄົນຮັກຮ່ວມເພດ ໄດ້ຄອບງຳຄະແນນນຳໜ້າ
ໃນການເລືອກຕັ້ງປະທານາທິບໍດີຂອງປະເທດ ຄັອສຕາ ຣີກາ "Costa Rica," ແຕ່
ທ່ານຍັງຂາດຄະແນນ ທີ່ຈະຫຼີກລ່ຽງການແຂ່ງຂັນຂັ້ນຊີ້ຂາດຢູ່.

ດ້ວຍຄະແນນສຽງປະມານ 70 ເປີເຊັນຖືກນັບແລ້ວນັ້ນ, ນັກຮ້ອງເພງສາສະໜາ ຄຣິສ
ຕຽນ ແລະ ນັກຂ່າວໂທລະພາບ ທ່ານ ຟາບຣິຊີໂອ ອາລວາຣາໂດ "Fabricio
Alvarado" ຈາກພັກປີກຂວາ ສ້າງສາປະເທດໃໝ່ ໄດ້ຮັບຄະແນນສຽງ 25 ເປີເຊັນ,
ອີງຕາມການນັບຄະແນນທີ່ຖືກເປີດເຜີຍໂດຍສານການເລືອກຕັ້ງສູງສຸດຂອງປະເທດ.

ຄູ່ແຂ່ງທີ່ສູສີທີ່ສຸດຂອງທ່ານ ອາລວາຣາໂດ ທ່ານ ຄາລັອສ ອາລວາຣາໂດ ເກຊາດາ
"Carlos Alvarado Quesada, ອະດີດລັດຖະມົນຕີກະຊວງແຮງງານ ຈາກພັກການ
ປະຕິບັດການຂອງປະຊາຊົນ ທີ່ກຳລັງປົກຄອງປະເທດຢູ່ນັ້ນ, ມີຄະແນນສຽງ 21 ເປີ
ເຊັນ.

ຜົນຄະແນນຄັ້ງສຸດທ້າຍຂອງຮອບທຳອິດແມ່ນຄາດວ່າຈະຖືກເປີດເຜີຍໃນວັນຈັນມື້ນີ້.

ບັນດາຜູ້ລົງແຂ່ງຂັນ 13 ທ່ານ ໄດ້ພະຍາຍາມທີ່ຈະສືບທອດຕຳແໜ່ງຂອງປະທານາທິ
ບໍດີ ລູອິສ ກີເຢໂມ ໂຊລິສ "Luis Guillermo Solis" ທີ່ຈະພົ້ນຈາກການດຳລົງຕຳ
ແໜ່ງ, ຜູ້ທີ່ຖືກຫ້າມຈາກການດຳລົງຕຳແໜ່ງສອງສະໄໝລຽນຕິດໂດຍລັດຖະທຳມະ
ນູນ. ໃນເມື່ອບໍ່ມີຜູ້ລົງແຂ່ງຂັນຄົນໃດ ທີ່ເບິ່ງຄືວ່າຈະໄດ້ຊະນະ 40 ເປີເຊັນຂອງຄະແນນ
ສຽງນັ້ນ, ຜູ້ແຂ່ງຂັນນຳໜ້າສອງຄົນ ກໍຈະໄດ້ພົບກັນໃນການເລືອກຕັ້ງຂັ້ນຊີ້ຂາດໃນວັນ
ທີ 1 ເມສາ.

ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າປະຊາຊົນ ຄັອສຕາ ຣີກາ ປະມານ 2 ສ່ວນ 3
ຄັດຄ້ານການແຕ່ງງານຂອງຄົນເພດດຽວກັນ, ເຖິງແມ່ນວ່າຄູ່ຮັກຮ່ວມເພດ ຊາຍ ແລະ
ຍິງ ຈະສາມາດແຕ່ງງານກັນໃນປະເທດ ອາເຈັນຕີນາ, ບຣາຊິລ, ໂຄລົມເບຍ,
ອູຣູກວາຍ ແລະ ຫຼາຍພາກສ່ວນຂອງປະເທດ ເມັກຊິໂກ ກໍຕາມ.

ມີປະຊາຊົນຜູ້ທີ່ສາມາດລົງຄະແນນສຽງ 3 ລ້ານ 3 ແສນຄົນໃນປະເທດ ຄັອສຕາ ຣີກາ.
ເຂົາເຈົ້າສ່ວນໃຫຍ່ ນັບຖືສາສະໜາ ໂຣມັນ ກາໂຕລິກ ແລະ ມັກຈະອະທິບາຍຕົນເອງ
ວ່າເປັນນັກອະນຸລັກນິຍົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG