ການສໍ້ລາດບັງຫລວງ ແລະການໃຫ້ສິນບົນເປັນບັນຫາທີ່ຮ້າຍ
ແຮງຍິ່ງຂຶ້ນຢູ່ໃນຫລາຍປະເທດ ແລະຄວາມເຊື່ອຖືຕໍ່ລັດຖະ
ບານແມ່ນຫລຸດລົງຢູ່ທົ່ວໂລກ ອິງຕາມການສໍາຫລວດໂດຍ
ກຸ່ມຄົ້ນຄວ້າທີ່ຊື່ວ່າ ຄວາມໂປ່ງໃສສາກົນ ຫລື Transparency
International. Henry Ridgwell ຜູ້ສື່ຂ່າວວີໂອເອ ມີລາຍ
ງານກ່ຽວກັບການສໍາຫລວດດ້ານການສໍ້ລາດບັງຫລວງຄັ້ງ
ຫລ້າສຸດຂອງອົງການທີ່ບໍ່ຫາຜົນກໍາໄລດັ່ງກ່າວ ຈາກນະຄອນ
ຫລວງລອນດອນ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ.
ບົດລາຍງານ ຂອງອົງການຄວາມໂປ່ງໃສສາກົນ ຫລື
Transparency International ທີ່ຊື່ວ່າ “ເຄື່ອງວັດແທກ
ການສໍ້ລາດບັງຫລວງໃນທົ່ວໂລກ ສໍາລັບ ປີ 2013” ຫລື The Global Corruption Barometer 2013 ໄດ້ວາດພາບທີ່ໜ້າສະລົດໃຈກ່ຽວກັບການສໍ້ລາດບັງຫລວງຢູ່ໃນ
ທົ່ວໂລກ ຄືນຶ່ງໃນ 4 ຄົນໃດເວົ້າວ່າ ເຂົາເຈົ້າໄດ້ຈ່າຍຄ່າສິນບົນໃນໄລຍະ 12 ເດືອນຜ່ານ
ມາ ເວລາທີ່ເຂົາເຈົ້າຕ້ອງການຈະເຂົ້າໄປ ຫາສະຖາບັນຮັບໃຊ້ປະຊາຊົນ ຫລືໄປຮັບການ
ບໍລິການຕ່າງໆ ອີງຕາມການລາຍງານຂອງອົງການ Transparency International.
ທ່ານ Robert Barrington ຜູ້ອໍານວຍການຝ່າຍບໍລິຫານ ຂອງອົງການດັ່ງກ່າວເວົ້າວ່າ:
“ເມື່ອເວົ້າເຖິງດ້ານການຈ່າຍເງິນຄ່າສິນບົນແລ້ວ ມີຢູ່ສອງປະເທດທີ່ວ່າ ສາມ
ໃນສີ່ຄົນໃດເວົ້າວ່າ ພວກເຂົາເຈົ້າຕ້ອງໄດ້ຈ່າຍເງິນສິນບົນ ໃນປີກາຍນີ້. ນັ້ນ
ກໍຄື ປະເທດ Sierra Leone ແລະ Liberia.”
ເບິ່ງວີດິໂອກ່ຽວກັບລາຍງານນີ້:
ອົງການຄວາມໂປ່ງໃສສາກົນ ໄດ້ທໍາການສໍາພາດ 114 ພັນຄົນ ຢູ່ໃນ 107 ປະເທດ ແລະ
ພົບວ່າ ຫລາຍກວ່າເຄິ່ງນຶ່ງຂອງພວກທີ່ຖືກສໍາພາດນັ້ນ ເຊື່ອວ່າ ການສໍ້ລາດບັງຫລວງ ແລະການໃຫ້ສິນບົນ ໄດ້ເພີ້ມຄວາມຮ້າຍແຮງຂຶ້ນ ໃນໄລຍະສອງປີຜ່ານມາ. ທ່ານ Barrington ກ່າວເພີ້ມອີກວ່າ:
“ເປົ້າໝາຍໃນບັ້ນສຸດທ້າຍຂອງເຮົາ ຕ້ອງແມ່ນຜູ້ອອກນະໂຍບາຍ ເພາະວ່າ ການນໍາພາຈາກຂັ້ນສູງ ແມ່ນສໍາຄັນທີ່ສຸດໃນເລື້ອງນີ້. ແລະເມື່ອທ່ານເບິ່ງ
ບັນດາປະເທດ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ບາງທີອາດຈະແມ່ນປະເທດ
ຈໍເຈຍ ແລະ Rwanda ສົມທຽບ ໃສ່ການສໍາຫລວດຄັ້ງທີ່ແລ້ວນັ້ນ ໂດຍທົ່ວ
ໄປແລ້ວ ມັນແມ່ນພວກລັດຖະບານທີ່ຖືກຂັບດັນຍ້ອນການເມືອງ ຢາກຈະເຮັດ
ສິ່ງໃດສິ່ງນຶ່ງ ເພື່ອປາບການສໍ້ລາດບັງຫລວງ ຈຶ່ງໄດ້ເຮັດໃຫ້ມີການປ່ຽນແປງ.”
ທ່ານ Bertrand de Speville ຜູ້ນໍາພາບໍລິສັດທີ່ປຶກສາດ້ານການຕໍ່ຕ້ານການສໍ້ລາດ
ບັງຫລວງ ທີ່ໃຫ້ຄໍາປຶກສາແກ່ລັດຖະບານຂອງຫລາຍກວ່າ 50 ປະເທດ ເວົ້າວ່າ ມີຢູ່
ເລື້ອຍເກີນໄປໂພດ ທີ່ແຮງຂັບດັນໃຫ້ຜູ້ນໍາຄົນໃດຄົນນຶ່ງ ທໍາການແກ້ໄຂບັນຫາສໍ້ລາດ
ບັງຫລວງນັ້ນ ມັກຈະຫລຸດໜ້ອຍລົງ ແລະຈາງຫາຍໄປ. ທ່ານ de Speville ເວົ້າວ່າ:
“ຜູ້ກ່ຽວມັກຈະຄິດຂຶ້ນມາໄດ້ໃນທັນທີທັນໃດວ່າ ການເຮັດເຊັ່ນນັ້ນ ມັນອາດ
ຈະແຕະຕ້ອງເຖິງເພື່ອນຮ່ວມງານ, ໝູ່ເພື່ອນ, ພັນທະມິດດ້ານການເມືອງ,
ຄອບຄົວ ແລະກະທົບໃສ່ແມ່ນກະທັ້ງໂຕຂອງຜູ້ກ່ຽວນໍາດ້ວຍ. ແລະຄັ້ງແລ້ວ
ຄັ້ງເຫລົ່າ ຂ້າພະເຈົ້າໄດ້ເຫັນແສງແຫ່ງຄວາມຕັ້ງໃຈທາງການເມືອງອັນນັ້ນ
ຈາງຫາຍໄປແມ່ນແຕ່ໃນ ຂະນະທີ່ຂ້າພະເຈົ້າກໍາລັງລົມຢູ່ກັບຜູ້ກ່ຽວ.”
ຢູ່ອິນເດຍ ໃນປີ 2011 ທ່ານ Anna Hazare ນັກເຄື່ອນ
ໄຫວດ້ານສັງຄົມ ກາຍເປັນຜູ້ທີ່ມີຊື່ສຽງທົ່ວໂລກ ລຸນຫລັງທີ່
ໄດ້ນໍາພາການປະທ້ວງ ດ້ວຍການອົດອາຫານ ເພື່ອຕໍ່ຕ້ານ
ກັບການສໍ້ລາດບັງຫລວງ. ທ່ານ Hazre ເວົ້າວ່າ:
“ຂ້ອຍຢາກໃຫ້ພວກຄົນທຸກໄດ້ຮັບຄວາມເປັນທໍາ. ຂ້ອຍ
ຢາກໄດ້ເງິນທີ່ພວກເຮົາເສຍໄປໃຫ້ການສໍ້ລາດບັງຫລວງ
ນັ້ນ ຄືນມາ.”
ຄົນທີ່ສະໜັບສະໜຸນທ່ານເປັນຫລາຍໆຮ້ອຍຄົນ ໄດ້ເຂົ້າ
ຮ່ວມການປະທ້ວງ ດ້ວຍການອົດອາຫານດັ່ງກ່າວ ແລະລັດຖະບານກໍໄດ້ຕົກລົງ ທີ່ຈະນໍາ
ສະເໜີຮ່າງກົດໝາຍຕ້ານການສໍ້ລາດບັງຫລວງ. ແຕ່ວ່າຢ່າງໃດກໍຕາມ ສິ່ງທີ່ເອີ້ນວ່າ ຮ່າງ
ກົດໝາຍ Lokpal ນັ້ກໍຍັງບໍ່ທັນໄດ້ຖືກຮັບຜ່ານໃຫ້ກາຍເປັນກົດໝາຍເທື່ອ.
ທ່ານ de Speville ເວົ້າວ່າ ຜູ້ທຸກຈົນນັ້ນແມ່ນໄດ້ຮັບຄວາມລໍາບາກເດືອດຮ້ອນຫລາຍ
ກວ່າໝູ່ໝົດ ແລະການໃຫ້ເງິນສິນບົນ ຕ້ອງໄດ້ຮັບການແກ້ໄຂຢູ່ໃນທຸກລະດັບ. ທ່ານ de
Speville ໃຫ້ຄໍາເຫັນວ່າ:
“ທ່ານພຽງແຕ່ຄິດເຖິງດ້ານການຮັກສາຄວາມສະຫງົບ ຫລືສາທາລະນະສຸກ
ເທົ່ານັ້ນ ທ່ານກໍຈະເຫັນຄວາມເປັນ ຈິງຂອງສະພາບການ ທີ່ວ່ານີ້. ເງິນຄ່າ
ຈ້າງອັນນ້ອຍໆ ອາດມີຜົນກະທົບ ຕາມມາຢ່າງຮ້າຍແຮງ.”
ແຕ່ ທ່ານ de Speville ກໍເວົ້າອີກວ່າ ຄໍາປຶກສາໃນການແກ້ໄຂບັນຫາສໍ້ລາດບັງຫລວງ
ຈາກສະຖາບັນ ເຊັ່ນທະນາຄານໂລກນັ້ນ ແມ່ນມີປະສິດທິຜົນ ໜ້ອຍຫລາຍ. ທ່ານ de Speville ກ່າວມ້ວນທ້າຍວ່າ:
“ເມື່ອເບິ່ງປະລິມານຂອງຊັບພະຍາກອນ ທີ່ໄດ້ທຸ້ມເທໃສ່ເພື່ອແກ້ໄຂບັນຫານີ້
ແລ້ວ ຕາມຄວາມເຫັນຂອງ ຂ້າພະເຈົ້ານັ້ນ ມັນເປັນເລື້ອງທີ່ເກືອບວ່າ ເປັນຕາ
ໜ້າອາຍພຸ້ນແຫລະ. ຂ້າພະເຈົ້າບໍ່ເຊື່ອວ່າ ມັນຈະຍາກປານນັ້ນ. ທີ່ຈິງແລ້ວ ຢູ່
ຫລາຍບ່ອນເຊັ່ນ ຮົງກົງ ແລະສິງກະໂປ ເຂົາເຈົ້າກໍໄດ້ສະແດງໃຫ້ເຫັນແລ້ວວ່າ
ມັນບໍ່ຍາກ ປານນັ້ນ ທີ່ຈະແກ້ໄຂບັນຫາການສໍ້ລາດບັງຫລວງ.”
ອົງການຄວາມໂປ່ງໃສສາກົນ ເວົ້າອີກວ່າ ບັນດາຜູ້ທີ່ຖືກສໍາຫລວດຄວາມເຫັນນັ້ນ ແມ່ນມີ
ຄວາມຫ້າວຫັນ ຢາກຈະຕໍ່ສູ້ກັບບັນຫາສໍ້ລາດບັງຫລວງດ້ວຍຕົນເອງ. ຫລາຍກວ່າເຄິ່ງນຶ່ງ
ເວົ້າວ່າ ເຂົາເຈົ້າຍິນດີທີ່ຈະລາຍງານ ກ່ຽວກັບເຫດການໃຫ້ສິນບົນ ແກ່ພວກເຈົ້າໜ້າທີ່
ກ່ຽວຂ້ອງຊາບ.