ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ຂັ້ນສູງ ຂອງລາວ ມີສ່ວນກ່ຽວຂ້ອງ ໃນການລັກລອບ ນໍາເຂົ້າ ສິນຄ້າ


ຂະບວນລົດບັນທຸກສິນຄ້າ ນໍາເຂົ້າມາ ສປປ ລາວ ຈາກຕ່າງປະເທດ
ຂະບວນລົດບັນທຸກສິນຄ້າ ນໍາເຂົ້າມາ ສປປ ລາວ ຈາກຕ່າງປະເທດ

ເຈົ້າໜ້າທີ່ຂັ້ນສູງໃນວົງການຂອງລັດຖະບານລາວ ມີສ່ວນກ່ຽວຂ້ອງໃນການ
ລັກລອບນໍາເຂົ້າສິນຄ້າຈາກຕ່າງປະເທດ ດ້ວຍການແຈ້ງຊໍາລະພາສີອາກອນ
ໃນອັດຕາທີ່ຕໍ່າກວ່າລາຄາຈິງຂອງສິນຄ້າທີ່ນໍາເຂົ້າມາໃນລາວ.

ທ່ານ ມະນີໂສ ຊາມົນຕີ ສະມາຊິກສະພາແຫ່ງຊາດຈາກແຂວງອັດຕະປືຢືນຢັນ
ວ່າ ການນໍາສິນຄ້າຈາກຕ່າງປະເທດເຂົ້າມາ ສປປ ລາວ ມີທັງການລັກລອບ
ແລະການຫລີກລ້ຽງການຊໍາລະພາສີອາກອນຢ່າງຖືກຕ້ອງຕາມກົດໝາຍ ໂດຍ
ເຈົ້າໜ້າທີ່ຂັ້ນສູງໃນວົງການຂອງລັດຖະບານລາວ ໄດ້ເຂົ້າໄປມີສ່ວນກ່ຽວຂ້ອງ
ໂດຍທັງໃນການແຈ້ງປະລິມານສິນຄ້າ ແລະການສະແດງລາຄາສິນຄ້າປະເພດ
ເບຍ, ວັດສະດຸກໍ່ສ້າງ, ແລະປູນຊີມັງ ທີ່ນໍາເຂົ້າຈາກຕ່າງປະເທດນັ້ນ ປາກົດວ່າ
ໄດ້ມີການແຈ້ງຊໍາລະພາສີອາກອນຕໍ່ກວ່າສິນຄ້າຊະນິດດຽວກັນ ທີ່ຜະລິດໃນ
ລາວເຖິງ 43% ດັ່ງທີ່ທ່ານມະນີໂສ ໄດ້ໃຫ້ການຢືນຢັນວ່າ:

“ການເສຍອາກອນຊົມໃຊ້ຈາກສິນຄ້າທີ່ນໍາເຂົ້ານີ້ ຕໍ່າກວ່າສິນຄ້າທີ່ຜະລິດຢູ່
ພາຍໃນປະເທດເຖິງ 43%. ຄັນກວດແບບແນວນີ້ ບໍ່ເປັນການສົ່ງເສີມຜະລິດ
ຕະພັນພາຍໃນຂອງພວກເຮົາ ກໍ່ບໍ່ສາມາດແກ່ງແຍ່ງໄດ້ ສິນຄ້ານໍາເຂົ້າແມ່ນ
ເອົາຖານລາຄາທີ່ກໍານົດຢູ່ຊາຍແດນ
CIF ຫັ້ນເປັນຖານຄິດໄລ່ ແຕ່ການແຈ້ງ
ພາສີນໍາເຂົ້າ ແມ່ນຕໍ່າທີ່ສຸດ ເປັນຕົ້ນແມ່ນເລື່ອງເບຍ, ຊີມັງບໍ່ ທີ່ເຮົາຜະລິດໄດ້
ຢູ່ພາຍໃນ, ເຫລັກເສັ້ນບໍ່ທີ່ເຮົາຜະລິດໄດ້ຢູ່ພາຍໃນ. ສິນຄ້າປະເພດນີ້ຖືວ່າ
ເສຍອາກອນພາສີນີ້ຕໍ່າຫລາຍ.”

ລົດບັນທຸກນໍ້າມັນ ທີ່ນໍາເຂົ້າມາລາວຈາກຕ່າງປະເທດ
ລົດບັນທຸກນໍ້າມັນ ທີ່ນໍາເຂົ້າມາລາວຈາກຕ່າງປະເທດ

ທາງດ້ານທ່ານ ບຸນທອງ ຈິດມະນີ, ປະທານອົງການກວດກາລັດຖະບານຢືນຢັນວ່າ
ການຈັດຕັ້ງປະຕິບັດທີ່ຜິດລະບຽບກົດໝາຍກ່ຽວກັບການຍົກເວັ້ນພາສີອາກອນການ
ນໍາເຂົ້ານໍ້າມັນເຊື້ອໄຟຂອງບັນດາເຈົ້າໜ້າທີ່ຂັ້ນສູງ ທີ່ເຮັດໃຫ້ລັດຖະບານລາວສູນ
ເສຍລາຍຮັບໄປຫລາຍກວ່າ 2,407 ຕື້ກີບໃນຮອບ 12 ເດືອນ ຜ່ານມາ ໄດ້ເຮັດ
ໃຫ້ລັດຖະບານລາວສູນເສຍລາຍຮັບໄປ ຫລາຍກວ່າ 2,407 ຕື້ກີບ ໂດຍຍັງບໍ່ທັນ
ລວມເຖິງຜົນເສຍຫາຍທີ່ເກີດຈາກການລັກລອບຂາຍໄມ້ອອກໄປຕ່າງປະເທດ ທີ່
ເຊື່ອກັນວ່າມີມູນຄ່າເສຍຫາຍອີກຫລາຍພັນຕື້ກີບ ໃນໄລຍະດຽວກັນ.

ທ່ານ ຄຳລຸຍ ຍາດຕິວົງ ຫົວໜ້າຜະແນກກະສິກຳ ແລະ ປາໄມ້ ແຂວງສະຫວັນນະເຂດ
ຍອມຮັບວ່າ ຍັງມີການລັກລອບຕັດໄມ້ຢູ່ໃນເຂດຊາຍແດນລາວ ແລ້ວລັກລອບຂົນສົ່ງ
ອອກໄປຍັງຫວຽດນາມ ເກີດຂຶ້ນຢູ່ເລື້ອຍມາ ເຖິງແມ່ນວ່າຈະໄດ້ຈັດຕັ້ງປະຕິບັດຄຳສັ່ງ
ຂອງນາຍົກລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງອອກໄມ້ທ່ອນໄປຕ່າງປະ
ເທດຢ່າງເດັດຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາກໍຕາມ ແຕ່ກໍຍັງບໍ່ສາ
ມາດສະກັດກັ້ນໄດ້ຢ່າງສິ້ນເຊີງ ເພາະການຈັດຕັ້ງປະຕິບັດບໍ່ມີປະສິດທິພາບ.

ການຂົນສົ່ງໄມ້ທ່ອນອອກໄປຍັງປະເທດຫວຽດນາມ
ການຂົນສົ່ງໄມ້ທ່ອນອອກໄປຍັງປະເທດຫວຽດນາມ

ຊຶ່ງກໍເຊັ່ນດຽວກັບແຂວງຄຳມ່ວນ ທີ່ອຳນາດການປົກຄອງແຂວງກໍໄດ້ສັ່ງປິດໂຮງງານ
ປຸງແຕ່ງໄມ້ເຖິງ 281 ແຫ່ງທີ່ດຳເນີນທຸລະກິດໂດຍຜິດກົດໝາຍ. ສ່ວນການກວດກາ
15 ເປົ້າໝາຍທີ່ຖືກຮ້ອງຮຽນຫຼາຍທີ່ສຸດພົບວ່າ ມີການ ການລັກລອບຄ້າໄມ້ຜິດກົດໝາຍ
ໃນນມີປະລິມານລວມຫລາຍກວ່າ 4 ລ້ານ 7 ແສນ ແມັດກ້ອນ ໃນຊ່ວງປີ 2011-2015
ແລະໄມ້ສວ່ນໃຫຍ່ຖືກລັກລອບຕັດຈາກເຂດປ່າສະຫງວນແຫ່ງຊາດນາກາຍ ໂດຍບັນ
ດານາຍທຶນ ແລະ ພະນັກງານລັດໄດ້ຮ່ວມກັນວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ພາ
ກັນເຂົ້າໄປລັກລອບຕັດໄມ້ ແລະຂົນສົ່ງອອກມາໃນເວລາກາງຄືນ ແລ້ວກໍ່ສົ່ງຕໍ່ໄປຍັງຊາຍ
ແດນດ້ານຫວຽດນາມ.

ຫຼ້າສຸດ ໜ່ວຍສະເພາະກິດຂອງລັດຖະບານ ລາວ ກໍໄດ້ທຳການຈັບກຸມລົດບັນທຸກ 27
ຄັນທີ່ລັກລອບຂົນໄມ້ຜິດກົດໝາຍຈາກແຂວງອັດຕະປື ໄປຫວຽດນາມ ຊຶ່ງຈາກການ
ສອບສວນກໍພົບວ່າ ເປັນລົດບັນທຸກສິນຄ້າຂອງ 5 ບໍລິສັດເອກະຊົນລາວ ທີ່ໄດ້ຮັບອະ
ນຸຍາດໃຫ້ດຳເນີນທຸລະກິດການຄ້າຂາອອກ-ຂາເຂົ້າມານານແລ້ວ ຈຶ່ງເຊື່ອວ່າມີເຈົ້າໜ້າ
ທີ່ຂອງລັດຖະບານເຂົ້າໄປກ່ຽວຂ້ອງອີກດ້ວຍ.

ທາງດ້ານ Global Witness ອົງການອະນຸລັກສິ່ງແວດລ້ອມທຳມະຊາດສາກົນລາຍ
ງານວ່າ ບັນດາບໍລິສັດຄ້າໄມ້ຂອງ ຫວຽດນາມ ເປັນພາກທຸລະກິດທີ່ຮັບຊຶ້ໄມ້ທີ່ລັກລອບ
ຂົນສົ່ງຈາກ ລາວ ໄປ ຫວຽດນາມ ຫຼາຍທີ່ສຸດ ຊຶ່ງເຮັດໃຫ້ບັນດາບໍລິສັດຄ້າໄມ້ຂອງ
ຫວຽດນາມ ກາຍເປັນຜູ້ສົ່ງອອກສິນຄ້າປະເພດໄມ້ແປຮູບ (ເຟີນິເຈີ) ໄປຂາຍໃນຕະ
ຫຼາດຕ່າງປະເທດເປັນອັນດັບທີ 1 ຂອງໂລກໃນປັດຈຸບັນນີ້.

XS
SM
MD
LG