ຕະຫລາດຮຸ້ນທີ່ຢູ່ໃນລະດັບຕ່ຳ ຫລື ໂຕໝີ ກຳລັງແລ່ນໄປທົ່ວຕະຫລາດຮຸ້ນໃນວັນຈັນວານນີ້ ໂດຍມີການຕົກລາຄາລົງທີ່ໃຫຍ່ທີ່ສຸດຢູ່ໃນຕະຫລາດແຫ່ງຕ່າງໆ ໃນຮອບ 33 ປີຜ່ານມາ ຍ້ອນມີຂ່າວບໍ່ດີກ່ຽວກັບການລະບາດທົ່ວໂລກຂອງເຊື້ອໄວຣັສໂຄໂຣນາ.
ດັດຊະນີອຸດສາຫະກຳດາວໂຈນສ໌ (Dow Jones) ຫລຸດລົງ 3,000 ພອຍທ໌ (ໂດລາ) ໂດຍທີ່ຕະຫລາດຮຸ້ນໄດ້ຫລຸດລາຄາໄປ 13 ເປີເຊັນຈາກລາຄາທີ່ຕ່ຳຢູ່ແລ້ວນັ້ນ.
ດັດຊະນີ Standard & Poors-500 ແລະ NASDAQ ຕ່າງກໍໄດ້ຕົກລາຄາເປັນການ ໃຫຍ່ 12 ເປີເຊັນ.
ບັນດານັກລົງທຶນມີປະຕິກິລິຍາຕອບຮັບຕໍ່ການຄາດຄະເນຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ເວົ້າວ່າ ການລະບາດຂອງເຊື້ອໄວຣັສໂຄໂຣນາທີ່ຮ້າຍແຮງ ອາດຈະແກ່ຍາວໄປຮອດລະດູຮ້ອນປີນີ້. ທ່ານທຣຳ ຍັງໄດ້ຄາດຄະເນວ່າ ເສດຖະກິດ ທີ່ພຸ້ງສູງຂຶ້ນກ່ອນຈະມີການລະບາດຂອງເຊື້ອໄວຣັສນີ້ ຈະຈົມລົງໄປສູ່ສະພາບທົດຖອຍໃນໄວໆນີ້.
ການຕັດສິນໃຈຂອງທະນາຄານກາງໃນການຕັດດອກເບ້ຍລົງໄປເຖິງ 0 ເປີເຊັນ ແລະຊື້ພັນທະບັດ ແລະຊື້ຫລັກຊັບທີ່ໃຫ້ການສະໜັບສະໜຸນ ແກ່ເງິນຈຳນອງຊື້ເຮືອນ ຫຼາຍກວ່າ 700 ຕື້ ໂດລາ ໄດ້ເຮັດໃຫ້ພວກນັກລົງທຶນທີ່ມີຄວາມຫວາດຫວັ່ນຢູ່ນັ້ນ ສະຫລົບໃຈລົງໄດ້ພຽງໜ້ອຍດຽວ.
ນັກວິເຄາະເຫດການບາງຄົນ ເວົ້າວ່າໃນເວລານີ້ ມີແຕ່ວັນເວລາເທົ່ານັ້ນ ທີ່ຈະສາມາດຮຳບາດແຜທາງເສດຖະກິດຂອງຊາດໄດ້.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້
The bears were running lose on Wall Street Monday which saw its biggest free fall in the markets in 33 years on more bad news about the coronavirus pandemic.
The Dow Jones Industrial Average dropped 3,000 points with stocks losing 13% of their value off what have been already low prices.
The Standard & Poors-500 and NASDAQ also took a nosedive, each down 12%.
Investors were reacting to U.S. President Donald Trump’s forecast that the worst of the coronavirus outbreak could last well into the summer. Trump also predicted the economy, which was roaring before the outbreak, will soon sink into a recession.
The Federal Reserve’s decision to cut interest rates to zero and buy up more than $700 billion in treasuries and mortgage-backed securities did little to calm nervous investors.
Some analysts say at this point, only time can cure the nation’s economic woes.