ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຢ້ານກົວ ຂອງໄວຣັສໂຄໂຣນາ ພາໃຫ້ ລາຄາຮຸ້ນ ໃນຕະຫຼາດທົ່ວໂລກ ຕົກຕ່ຳ ດັ່ງເດີມ


ຜູ້ຄ້າຮຸ້ນ ຢູ່ຕະຫຼາດຮຸ້ນຂອງນິວຢອກ ຫຼື New York Stock Exchange ທີ່ນະຄອນນິວຢອກ ເປັນຫ່ວງຢ່າງໜັກ ຍ້ອນ ການລະບາດຂອງໄວຣັສໂຄໂຣນາ ເຮັດໃຫ້ຮຸ້ນທັງຫຼາຍ ສູນເສຍລາຄາຢ່າງຫຼວງຫຼາຍ.
ຜູ້ຄ້າຮຸ້ນ ຢູ່ຕະຫຼາດຮຸ້ນຂອງນິວຢອກ ຫຼື New York Stock Exchange ທີ່ນະຄອນນິວຢອກ ເປັນຫ່ວງຢ່າງໜັກ ຍ້ອນ ການລະບາດຂອງໄວຣັສໂຄໂຣນາ ເຮັດໃຫ້ຮຸ້ນທັງຫຼາຍ ສູນເສຍລາຄາຢ່າງຫຼວງຫຼາຍ.

ໃນຕະຫຼາດຮຸ້ນທົ່ວໂລກ ລາຄາຮຸ້ນມີທັງຂຶ້ນໆລົງໆ ໃນວັນພະຫັດມື້ນີ້ ຂະນະທີ່ພວກນັກລົງທຶນ ໄດ້ສືບຕໍ່ຮັບມືກັບເສດຖະກິດ ທີ່ບໍ່ມີຄວາມແນ່ນອນ ຍ້ອນການລະບາດຂອງໄວຣັສໂຄໂຣນາ.

ດັດຊະນີຮຸ້ນ Nikkei Index ຂອງຍີ່ປຸ່ນ ໄດ້ໄຂຂຶ້ນໂດຍລາຄາຊື້ຂາຍຢູ່ໃນເຂດທີ່ເປັນບວກ ແຕ່ກໍໄດ້ຕົກລົງເລື້ອຍໆ ໃນຕະຫຼອດມື້ ແລະໃນຕອນປິດຕະຫຼາດລາຄາຮຸ້ນໄດ້ຕົກລົງເຖິງ 1 ເປີເຊັນ. ສ່ວນດັດຊະນີຮຸ້ນ Hang Seng Index ຂອງຮົງກົງ ກໍໄດ້ຕົກລາຄາເຖິງ 2 ເປີເຊັນ ເຊັ່ນກັນ ໃນຂະນະທີ່ ດັດຊະນີຮຸ້ນ Shanghai ຂອງຈີນ ກໍຕົກລາຄາເຖິງ 1 ເປີເຊັນ.

ຕະຫຼາດຮຸ້ນຕ່າງໆຢູ່ໃນອັງກິດ ຝຣັ່ງ ແລະເຢຍຣະມັນ ໄດ້ສະແດງໃຫ້ເຫັນວ່າມີການຊື້ຂາຍກັນ ຫຼາຍຂຶ້ນ ເຮັດໃຫ້ລາຄາຮຸ້ນສູງຂຶ້ນໃນເບື້ອງຕົ້ນ ຫຼັງຈາກທີ່ ທະນາຄານກາງຂອງຢູໂຣບ ໄດ້ເລີ້ມ ຕົ້ນໂຄງການກະຕຸ້ນເສດຖະກິດ ມູນຄ່າ 800 ຕື້ໂດລາສະຫະລັດ.

ສ່ວນຮຸ້ນໃນອະນາຄົດຂອງສະຫະລັດ ບົ່ງຊີ້ໄປໃນການສູນເສຍພຽງເລັກນ້ອຍ ເມື່ອຕະຫຼາດຮຸ້ນ ທັງຫຼາຍ ຈະໄຂຕະຫຼາດໃນວັນພະຫັດມື້ນີ້.

Global stock markets were mixed Thursday as investors continued to deal with the economic uncertainty of the coronavirus outbreak.

Japan’s Nikkei Index opened in positive territory but slipped as the day went on and closed down 1%. Hong Kong’s Hang Seng Index fell 2%, while China’s Shanghai Index fell 1%.

Markets in Britain, France and Germany showed gains in early trading after the European Central Bank launched an $800 billion stimulus program.

U.S. futures pointed to small losses when those markets open Thursday

XS
SM
MD
LG