ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໓ ມິຖຸນາ ໒໐໒໕

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ​ຍ້ອນ​ໄວ​ຣັ​ສ​ໂຄ​ໂຣ​ນາ ​ເພີ້ມ​ຂຶ້ນ​ເປັນ ຫຼາຍກວ່າ 1,100 ຄົນ​ແລ້ວ


​ລູກ​ຄ້າ​ຄົນ​ນຶ່ງ​ກຳ​ລັງ​ກິ​ນ​ອາ​ຫານ​ທ່ຽງ ຢູ່​ໃນກັບ​ປລາ​ສ​ຕິກ ທີ່​ແຍກ​ອອກ​ຈາກຄົນ​ອື່ນໆ ໃນ​ຄວາມ​ຫວັງ​ທີ່​ຈະ​ຢຸດ​ການ​ແຜ່​ລະ​ບາດ​ໄວ ​ຣັ​ສໂຄ​ໂຣ​ນາ ຢູ່​ໃນ​ຮົງ​ກົງ ວັນ​ທີ່ 12 ກຸ​ມ​ພາ 2020.
​ລູກ​ຄ້າ​ຄົນ​ນຶ່ງ​ກຳ​ລັງ​ກິ​ນ​ອາ​ຫານ​ທ່ຽງ ຢູ່​ໃນກັບ​ປລາ​ສ​ຕິກ ທີ່​ແຍກ​ອອກ​ຈາກຄົນ​ອື່ນໆ ໃນ​ຄວາມ​ຫວັງ​ທີ່​ຈະ​ຢຸດ​ການ​ແຜ່​ລະ​ບາດ​ໄວ ​ຣັ​ສໂຄ​ໂຣ​ນາ ຢູ່​ໃນ​ຮົງ​ກົງ ວັນ​ທີ່ 12 ກຸ​ມ​ພາ 2020.

ພວກ​ເຈົ້າໜ້າ​ທີ່​ສາ​ທາ​ລະ​ນະ​ສຸກຈີນໄດ້​ລາຍ​ງານ​ໃນ​ວັນ​ພຸດ​ມື້​ນີ້ກ່ຽວ​ກັບ​ໂຕ​ເລກ​ການ​ເສຍ
​ຊີວິດ ຈາກການ​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ​ແມ່ນ​ເພີ້ິ້ມຂຶ້ນ​ກາຍ 1,100 ຄົນ ແລ້ວ.

ໂຕ​ເລກ​ຂອງຄະ​ນະ​ກຳ​ມາ​ທິ​ການສຸ​ຂະ​ພາບ​ແຫ່ງ​ຊາດຂອງ​ຈີນ ​ແມ່ນຮວມ​ທັງ​ການ​ເສຍ​ຊີ​
ວິດໃໝ່ 97 ຄົນ ແລະ​ຈຳ​ນວນ​ຜູ້​ຕິດ​ທັງ​ໝົດ 44,653 ຄົນ ​ທີ່ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ຕິດ​
ເຊື້ອ ນັບ​ແຕ່​ມີ​ການ​ລະ​ບາດ​ເກີດ​ຂຶ້ນ​ໃນ​ເດືອນ​ແລ້ວ​ນີ້. ບັນ​ດາ​ຜູ້​ຊ່ຽວ​ຊານ​ບາງ​ຄົນ​ຍັງ​ມີ​
ຄວາມສົງ​ໄສ​ກ່ຽວ​ກັບ​ວ່າ ຈຳ​ນວນ​ກໍ​ລະ​ນີ​ທັງ​ໝົດ​ໄດ້​ຖືກນັບເອົາ.

ຖ້າ​ໂ​ຕ​ເລກ​ຫາກ​ຖືກ​ຕ້ອງ ອາດຈະ​ເປັນ​ຮ່ອງ​ຮອຍ ​ໄປໃນ​ທາງທີ່​ດີ​ກ່ຽວ​ກັບ​ຈຳ​ນວນ
2,105ກໍ​ລະ​ນີ​ໃໝ່ ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ໃນ​ວັນ​ອັງ​ຄານ​ວານ​ນີ້ ຊຶ່ງ​ເປັນ​ໂຕ​ເລກທີ່ຕ່ຳ​ກວ່າ​
ບັນ​ດາໂຕ​ເລກ​ທີ່​ໄດ້​ລາຍ​ງາ​ນ​ ໃນ​ໄລ​ຍະສອງ​ສາມ​ມື້​ທີ່​ຜ່ານ​ມາ​ນີ້.

ໃນ​ຂະ​ນະ​ທີ່​ກໍ​ລະ​ນີສ່ວນ​ໃຫຍ່ ຂອງ​ໂຄ​ໂຣ​ນາ​ໄວ​ຣັ​ສ​ ​ແມ່ນຢູ່ໃນ​ຈີນ​ແຜ່ນ​ດິນ​ໃຫຍ່ ແຕ່​ກໍ​
ມີຫຼາຍ​ຮ້ອຍ​ຄົນ ​ໄດ້​ຮັບ​ການ​ຢືນ​ຢັນ​ວ່າ​ບໍ່​ສະ​ບາຍ​ຢູ່​ໃນ​ຫຼາຍ​ສິບ​ປະ​ເທດ​ ​ຊຶ່ງ​ໂດຍ​ທົ່ວ​ໄປ
​ແລ້ວ ແມ່ນ​ຫຼັງ​ຈາກ​ການ​ເດີນ​ທາງ​ໄປ​ປະ​ເທດ​ຈີນ​ມາ.

ກຸ່ມ​ທີ່​ໃຫຍ່​ສຸດ​ຂອງ​ກໍ​ລະ​ນີ​ຜູ້​ຕິດ​ເຊື້ອ ​ກໍ​ຄື​ຢູ່​ເທິງ​ກຳ​ປັ່ນ​ທ່ອງ​ທ່ຽວທີ່​ນະ​ຄອນ​ໂຢ​ໂກ​ຮາ​ມາ​
ປະ​ເທດຍີ່​ປຸ່ນ ບ່ອນ​ທີ່ 174 ຄົນ​ຂອງ 3,700 ​ຄົນ​ທີ່ຢູ່​ເທິງ​ກຳ​ປັ່ນ​ໄດ້ຖືກ​ກວດພົບ​ວ່າ​ຕິດ​
ເຊື້ອ​ໃນ​ຂະ​ນະ​ທີ່​ກຳ​ປັ່ນ​ຍັງ​ຈອດ​ຢູ່​ພາຍ​ໃຕ້​ຄຳ​ສັ່ງ​ການ​ກັກ​ບໍ​ລິ​ເວນ.

ຈີນ​ໄດ້​ສັ່ງ​ໃຫ້ຫຼາຍ​ເຂດບໍ່​ໃຫ້​ມີ​ການ​ເຂົ້າ​ອອກ​ ໃນ​ຄວາມ​ພະ​ຍາ​ຍາມ ​ທີ່​ຢຸດເຊື້ອ​ໄວຣັ​ສ​ບໍ່
​ໃຫ້​ແຜ່​ລາມ.

ໃນ​ວັນ​ອັງ​ຄານ​ວານ​ນີ້ ສື່ມວນ​ຊົນ​ຂອງລັດ​ໄດ້​ລາຍ​ງານ​ວ່າ ລັດ​ຖະ​ບານ​ຢູ່​ແຂວງ​ຮູ​ເບ ທີ່​
ເປັນ​ສູນ​ກາງ​ຂອງ​ການ​ລະ​ບາດ ​ໄດ້ປົດເຈົ້າ​ໜ້າ​ທີ່ຂັ້ນ​ສູງສອງ​ຄົນ​ອອກ​ຈາກຕຳ​ແໜ່ງ.

ເຈົ້າ​ໜ້າ​ທີ່ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ຮ້ອງ​ຊື່​ໄວ​ຣັ​ສໃໝ່ວ່າ COVID-19 ຢູ່
ກອງ​ປະ​ຊຸມ ​ໃນ​ວັນ​ອັງ​ຄານ​ວານ​ນີ້ ນຶ່ງ​ມື້​ຫຼັງ​ຈາກຫົວ​ໜ້າອົງ​ການ​ອະ​ນາ​ໄມ​ໂລກ ທ່ານ
​ເຕ​ໂດ​ຣສແອັດ​ດານ​ອມເກີ​ເບ​ຣີ​

ເຢຊຸດ ກ່າວ​ວ່າ​ ການ​ແຜ່​ລະ​ບາດ​ຂອງ​ໄວ​ຣັ​ສ​ໂຄ​ໂຣ​ນາ ລະ​ຫວ່າງ​ຄົນ ຜູ້​ທີ່ບໍ່​ມີ​ປະ​ຫວັດ
ໃນການ​ເດີນ​ທາງ​ໄປ​ປະ​ເທດ​ຈີນນັ້ນ ​ອາດຈະ​ກໍ່​ໃຫ້ “​ເກີດ​ໃນ​ສິ່ງ​ທີ່​ຈະ​ກາຍ​ມາ​ເປັນ​ກອງ
​ໄຟ​ໃຫຍ່​ຂຶ້ນ.”

Chinese health officials reported Wednesday the number of dead from a coronavirus outbreak has risen to more than 1,100.

The National Health Commission figures included 97 new deaths and a total of 44,653 people confirmed infected since the outbreak began last month. Some experts have cast doubts about whether the total number of cases are being counted.

If the figures are accurate, there would be some semblance of optimism with the 2,105 new cases confirmed Tuesday, a number that was lower than those reported the past few days.

While most of the coronavirus cases are within mainland China, hundreds have been confirmed sick in dozens of other countries, usually after traveling from China.

The biggest grouping of cases is on board a cruise ship in Yokohama, Japan, where 174 of the 3,700 people on board have tested positive as the ship remains under quarantine orders.

China has put several areas on lockdown in an attempt to stop the virus from spreading.

On Tuesday, state media reported that the government in Hubei province, the epicenter of the outbreak, dismissed its top two health officials.

Medical workers in protective suits attend to novel coronavirus patients at the intensive care unit (ICU) of a designated hospital in Wuhan, Hubei province, China, Feb. 6, 2020.

The World Health Organization officially named the virus COVID-19 at a meeting Tuesday, one day after WHO chief Tedros Adhanom Ghebreyesus said the spread of coronavirus between people who had no history of travel to China could be "the spark that becomes a bigger fire."

XS
SM
MD
LG