ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ໂຄວິດ-19 ກໍາລັງກະທົບໃສ່ ຊາວອາເມຣິກັນ ເຊື້ອສາຍອາຟຣິກາ ແຮງກວ່າຄົນຜິວຂາວ


ຊາວອາເມຣິກັນ ເຊື້ອສາຍອາຟຣິກາຄົນນຶ່ງໃສ່ຜ້າປິດປາກ ເພື່ອປ້ອງກັນການຕິດເຊື້ອໄວຣັສໂຄໂຣນາໃນຂະນະທີ່ຂີ່ລົດໄຟໃຕ້ດິນ ຢູ່ນະຄອນນິວຢອກໃນວັນທີ 7 ເມສາ, 2020.
ຊາວອາເມຣິກັນ ເຊື້ອສາຍອາຟຣິກາຄົນນຶ່ງໃສ່ຜ້າປິດປາກ ເພື່ອປ້ອງກັນການຕິດເຊື້ອໄວຣັສໂຄໂຣນາໃນຂະນະທີ່ຂີ່ລົດໄຟໃຕ້ດິນ ຢູ່ນະຄອນນິວຢອກໃນວັນທີ 7 ເມສາ, 2020.

ຢູ່ໃນລັດຫລຸຍເຊຍນາ, ສອງສ່ວນສາມ ຂອງຈໍານວນຄົນເສຍຊີວິດຍ້ອນໄວຣັສ ໂຄໂຣນາ ແມ່ນຊາວອາເມຣິກັນ ເຊື້ອສາຍອາຟຣິກາ ຢູ່ໃນລັດທີ່ມີຄົນຜິວດໍາ ກວາມເອົາພຽງ 1 ສ່ວນ 3 ຂອງພົນລະເມືອງທັງໝົດນັ້ນ.

ທ່ານ ຈອນ ແບລ ແອັດຫວາດສ໌ (John Bel Edwards), ຜູ້ປົກຄອງລັດດັ່ງ ກ່າວ ເວົ້າວ່າ “ສິ່ງທີ່ທ່ານເຫັນວ່າເປັນໄປຢູ່ນີ້ ແມ່ນເປັນເລື້ອງນຶ່ງທີ່ເປັນໂສກ ນາດຕະກໍາຫລາຍ.”

ໃນຂະນະທີ່ຂໍ້ມູນຍັງບໍ່ສະແດງໃຫ້ເຫັນໝົດເທື່ອ, ທ່າອ່ຽງໄດ້ກໍປາກົດອອກມາ: ໂຄວິດ (COVID)-19 ກໍາລັງກະທົບໃສ່ຊາວອາເມຣິກັນເຊື້ອສາຍອາຟຣິກາ ແຮງກວ່າ ຄົນຜິວຂາວ.

ຢູ່ໃນລັດມິຊຊິສຊີບປີນັ້ນ ມີຊາວອາເມຣິກັນເຊື້ອສາຍອາຟຣິກາຢູ່ປະມານ 38 ເປີເຊັນ ແຕ່ວ່າ ຄົນຜິວດໍາຜັດກວາມຫລາຍກວ່າເຄິ່ງນຶ່ງຂອງຈໍານວນຄົນເສຍ ຊີວິດທັງໝົດຍ້ອນພະຍາດນີ້. 43 ເປີເຊັນຂອງຈໍານວນຄົນເສຍຊີວິດທັງໝົດ ຍ້ອນໄວຣັສໂຄໂຣນາ ຢູ່ໃນລັດອາລາບາມາ ແມ່ນຄົນອາເມຣິກັນເຊື້ອສາຍ ອາຟຣິກາທີ່ກວາມເອົາ 27 ເປີເຊັນຂອງພົນລະເມືອງທັງໝົດໃນລັດນັ້ນ.

ບັນຫາບໍ່ໄດ້ມີຂຶ້ນຢູ່ພຽງແຕ່ໃນບັນດາລັດພາກໃຕ້ຂອງປະເທດເທົ່ານັ້ນດອກ. ຄວາມແຕກໂຕນກັນຍັງສະແດງໃຫ້ເຫັນຢູ່ໃນລັດອີລລິນອຍ ແລະລັດມິຊິແກນ ອີກ, ໂດຍສະເພາະແມ່ນຢູ່ໃນຕົວເມືອງຕ່າງໆ.

ເຈົ້າຄອງນະຄອນຊີຄາໂກ, ທ່ານ ລໍຣີ ໄລທ໌ຟຸດ ເວົ້າວ່າ ຄວາມແຕກໂຕນ ກັນຢູ່ໃນນະຄອນຊີຄາໂກ “ເຮັດໃຫ້ທ່ານໃຈຫາຍ.” ຊາວອາເມຣິກັນເຊື້ອສາຍ ອາຟຣິກາກວາມເອົາ 72 ເປີເຊັນຂອງຈໍານວນຄົນທັງໝົດ ທີ່ເສຍຊີວິດ ຍ້ອນ ໄວຣັສໂຄໂຣນາ ຢູ່ໃນຕົວເມືອງທີ່ຊາວອາເມຣິກັນເຊື້ອສາຍອາຟຣິກາ ກວາມ ເອົາ 30 ເປີເຊັນຂອງປະຊາຊົນທັງໝົດນັ້ນ.

ມັນບໍ່ແມ່ນວ່າ ຊາວຜິວດໍາຂ້ອນຂ້າງວ່າຈະຕິດເຊື້ອພະຍາດນີ້ໄດ້ງ່າຍກວ່າດອກ.

“ພວກເຮົາບໍ່ຢາກໃຫ້ຄົນພາກັນມີຄວາມຄິດວ່າ ປະຊາຄົມອາເມຣິກັນເຊື້ອສາຍ ອາຟຣິກາແມ່ນຕິດເຊື້ອໄວຣັສໄດ້ງ່າຍກວ່າ,” ນັ້ນຄືຄໍາເວົ້າຂອງຜູ້ປະສານງານ ຂອງໜ່ວຍສະເພາະກິດດ້ານໄວຣັສໂຄໂຣນາ ປະຈໍາທໍານຽບຂາວ, ທ່ານນາງ ເດບໍຣາ ເບີກສ໌. ທ່ານນາງ ກ່າວຕໍ່ໄປວ່າ “ພວກເຮົາບໍ່ມີຂໍ້ມູນໃດໆທີ່ຈະສະ ແດງໃຫ້ເຫັນວ່າມັນເປັນເຊັ່ນນັ້ນ.”

ທ່ານນາງກ່າວອີກວ່າ ແຕ່ພວກເຂົາເຈົ້າເສຍຊີວິດຢູ່ໃນອັດຕາທີ່ສູງກວ່າ.

ບັນດານັກຊ່ຽວຊານທັງຫລາຍເວົ້າວ່າ ຄວາມຕ່າງກັນແມ່ນເກີດມາຈາກການມີ ຖານະທີ່ບໍ່ສະເໝີພາບກັບໝູ່ຂອງຄົນຜິວດໍາຢູ່ໃນສັງຄົມ, ນັບແຕ່ການມີພະຍາດ ຊໍາເຮື້ອ ໃນອັດຕາສູງກວ່າ ຕະຫລອດເຖິງໂອກາດໃນການມີວຽກເຮັດງານທໍາ ທີ່ເຮັດໃຫ້ ເຂົາເຈົ້າຖືກສໍາພັດກັບໄວຣັສຫລາຍກວ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG