ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານໂອບາມາຫາລືກັບ ພວກຜູ້ແທນພັກຣິພັບບລິກັນ ເລື້ອງໜີ້ສິນຂອງຊາດ


ຜູ້ນໍາພັກຣີພັບບລີກັນໃນສະພາຕໍ່າ Eric Cantor ຖະແຫລງຕໍ່ພວກນັກຂ່າວວ່າ ພັກຣີພັບບລີກັນຈະບໍ່ລົງມະຕິ ຮັບຜ່ານ ການເພີ້ມໜີ້ສິນຂອງຊາດຂຶ້ນ ຖ້າບໍ່ມີການປະຕິຮູບເລື້ອງການໃຊ້ຈ່າຍຂອງລັດຖະບານ, ວັນທີ 12 ເດືອນເມສາ 2011. (AP Photo/J. Scott Applewhite)
ຜູ້ນໍາພັກຣີພັບບລີກັນໃນສະພາຕໍ່າ Eric Cantor ຖະແຫລງຕໍ່ພວກນັກຂ່າວວ່າ ພັກຣີພັບບລີກັນຈະບໍ່ລົງມະຕິ ຮັບຜ່ານ ການເພີ້ມໜີ້ສິນຂອງຊາດຂຶ້ນ ຖ້າບໍ່ມີການປະຕິຮູບເລື້ອງການໃຊ້ຈ່າຍຂອງລັດຖະບານ, ວັນທີ 12 ເດືອນເມສາ 2011. (AP Photo/J. Scott Applewhite)

ປະທານາທິບໍດີບາຣັກ ໂອບາມາ ໄດ້ພົບປະກັບພວກຜູ້ແທນພັກ Replublican ຫລາຍໆ ຄົນ ທີ່ທໍານຽບຂາວ ເພື່ອປຶກສາຫາລືເລຶ່ອງງົບປະມານປີ 2012 ຂອງລັດຖະບານກາງ ແລະກົດໝາຍຍົກລະດັບສູງສຸດຂອງໜີ້ສິນຂອງ​ຫລວງ ກໍ​ຄື​ຂອງ​ລັດຖະບານ. ພັກຣິພັບບລິ ກັນ ໄດ້ກົດດັນໃຫ້ປະທານາທິບໍດີເຫັນພ້ອມກັບການຕັດການໃຊ້ຈ່າຍຂອງລັດຖະບານລົງ ຢ່າງຫລວງຫລາຍ ໂດຍທີ່ບໍ່ຕ້ອງຂຶ້ນພາສີ ໃນຂະນະທີ່ການເຈລະຈາຕໍ່ຮອງກ່ຽວ​ກັບ​ການ​ເພີ້​ມລະດັບ​ຂອງໜີ້ສິນຂອງ​ຫລວງຍັງດໍາ​ເນີນສືບຕໍ່ໄປຢູ່ນັ້ນ. Cindy Saine ຜູ້ສື່ຂ່າວວີ​ໂອ​ເອ ປະ​ຈໍາ​ລັດຖະສະພາ ລາຍງານຈາກຕຶກສະພາ ຫລື Capitol Hill ຊຶ່ງທອງປານມີລາຍ​ລະ ອຽດມາສະເໜີທ່ານ.

ປະທານາທິບໍດີ ໂອບາມາ ໄດ້ເຊີນຜູ້ແທນສະພາ​ຕໍ່າທັງ​ໝົດ
240 ຄົນ​ຈາກພັກຣິພັບລິກັນ ທີ່​ເປັນ​ພັກ​ສຽງ​ສ່ວນ​ຫລາຍ​
ໃນ​ສະພາ​ຕໍ່​ານັ້ນ(ສະພາຕໍ່າມີຜູ້ແທນທັງໝົດ 435 ຄົນ)ໄປ
ຍັງທໍານຽບຂາວ ເພື່ອສົນທະນາຫາລືກັບທ່ານ​ເຊິ່ງໜ້າກ່ຽວ
ກັບແຜນການປານີປານອມງົບປະມານລັດຖະບານກາງປະ
ຈໍາປີ 2012. ປະທານາທິບໍດີ​ແລະ​ລັດຖະບານຂອງທ່ານ ກໍາ
ລັງພະຍາຍາມເກ້ຍກ່ອມພວກຜູ້ແທນພັກຣິພັບບລິກັນ ໃຫ້
ຮັບຜ່ານຮ່າງກົດໝາຍເພິ່ມຈໍານວນໜີ້ສິນຂອງລັດຖະບານ​
ຂຶ້ນ ກ່ອນ​ທີ່​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ຈະ​ກາຍລະ​ດັບ
ປັດຈຸບັນ ທີ່​ຈໍາກັດ​ໄວ້ 14 ພັນຕື້ໂດລານັ້ນ ໃນເດືອນສິງຫາຈະ​ມາ​ເຖິງນີ້. ສະມາຊິກສະພາ
ຕໍ່າຈາກພັກຣີພັບບລິກັນສ່ວນຫລາຍ ໄດ້​ໄປຮ່ວມໃນກອງປະຊຸມທີ່ທໍານຽບຂາວ. ຫລັງຈາກ
ກອງ​ປະຊຸມ ທ່ານຈອນ ເບນເນີ ໂຄສົກສະພາຕໍ່າສັງກັດພັກຣິພັບລິກັນກ່າວວ່າ ການ​ສົນທະ
ນາ​ຫາລືໄດ້ເປັນໄປຢ່າງກົງໄປກົງມາ ແລະມີໝາກຜົນ.

ການເຈລະຈາກັນບັ້ນດັ່ງກ່າວນີ້ ມີຂຶ້ນພຽງມື້ນຶ່ງຫລັງຈາກສະພາຕໍ່າສະຫະລັດທີ່ຄວບຄຸມ
ໂດຍພັກຣິພັບບລິກັນ ໄດ້ລົງຄະແນນສຽງກ່ຽວກັບຮ່າງມະຕິ ​ຍົກລະດັບໜີ້ສິນ ທີ່​ຈໍາກັດ​ໄວ້​
ນັ້ນ​ຂຶ້ນ ໂດຍປາດສະຈາກການຕັດຄ່າໃຊ້ຈ່າຍໃດໆຂອງລັດຖະບານລົງ ຊຶ່ງ​ເປັນ​ຮ່າງ​ມະຕິ​ທີ່
ບັດນີ້ທັງສອງພັກການເມືອງໃຫຍ່ເຫັນພ້ອມນໍາ​ນັ້ນ. ​ແຕ່​ວ່າຮ່າງ​ມະຕິ​ດັ່ງກ່າວ​ໄດ້ຮັບ​ການ
ປາ​ໄຊ​ຢ່າງ​ສິ້ນ​ເຊີງ ດັ່ງ​ທີ່ຄາດຄະ​ເນກັນ​ໄວ້ ແລະພັກເດໂມແຄຣທເອີ້ນການລົງຄະແນນສຽງ
ຄັ້ງນີ້ວ່າ ເປັນການຫລີ້ນ​ລະຄອນ​ທາງການເມືອງ ​ເພາະ​ຮູ້​ດີ​ວ່າ​ພັກຣີພັບ​ບລິ​ກັນ​ນັ້ນ ຢາກ
ໃຫ້ລັດຖະບານຕັດການ​ໃຊ້​ຈ່າຍ​ລົງ.

ປະທານສະພາຕໍ່າ ຈອນ ເບເນີ(John Boehner) ຈາກພັກຣີພັບບລິກັນ ແລະຫົວໜ້າພັກຣີພັບບລິກັນ ໃນສະພາຕໍ່າ ເອຣິກ ແຄນເຕີ(Eric Cantor).
ປະທານສະພາຕໍ່າ ຈອນ ເບເນີ(John Boehner) ຈາກພັກຣີພັບບລິກັນ ແລະຫົວໜ້າພັກຣີພັບບລິກັນ ໃນສະພາຕໍ່າ ເອຣິກ ແຄນເຕີ(Eric Cantor).

ຝ່າຍພັກຣິພັບບລິກັນ ກໍາລັງຮຽກ
ຮ້ອງໃຫ້ປະທານາທິບໍດີໂອບາມາ
ນໍາສະເໜີແຜນການຕັດການໃຊ້
ຈ່າຍລົງຢ່າງລະອຽດເປັນຈໍານວນ
ຫລາຍພັນຕື້ໂດລາ​ເພື່ອແລກປ່ຽນ
ກັບການສະໜັບສະໜຸນຂອງ
ພວກເຂົາເຈົ້າ ສໍາລັບການຍົກລະ ດັບໜີ້ສິນຂຶ້ນນັ້ນ.

ທ່ານ Kevin McCarthy ຜູ້ລະ
ດົມສະມາຊິກຂອງພັກຣີພັບບລິ
ກັນສໍາລັບ​ການ​ລົງ​ຄະ​ແນນ​ສຽງ​
ກ່ຽວ​ກັບ​ຮ່າງ​ກົດໝາຍ​ຕ່າງໆ​ນັ້ນ
ເວົ້າອອກ​ມາເປັນໄນໆວ່າ ອາດ​
ໄດ້ມີຄວາມກ້າວໜ້າໜ້ອຍນຶ່ງໃນ
ການເຈລະຈາກັບປະທານາທິບໍດີ
ນັ້ນ. ທ່ານ McCarthy ກ່າວວ່າ:

“ສິ່ງທີ່ຂ້າພະເຈົ້າໄດ້ຍິນຈາກປະທານາທິບໍດີຄົນນີ້ ກໍ​ແມ່ນວ່າ ທ່ານຢາກຈະນັ່ງລົງ
ປຶກສາຫາລືກັນ ແລະຊອກຫາທາງຕັດການໃຊ້ຈ່າຍທີ່​ເຮັດ​ໄດ້ແທ້ໆ ນັ້ນແຕ່ດຽວນີ້ ​
ແລະ​ທ່ານຍັງກ່າວອີກວ່າ ຈໍາເປັນຕ້ອງມີການປະຕິຮູບໃນ​ເລື້ອງ​ການ​ອະນຸມັດງົບປະ
ມານ​ໃຫ້​ກຸ່ມ​ຜົນ​ປະ​ໂຫຍ​ດ​ໃດ​ນຶ່ງ​ເປັນ​ພິ​ເສດ​ນັ້ນ ແລະພວກເຮົາກໍຈະປະຕິບັດງານ
ກັບປະທານາທິບໍດີ ​ໄປ​ສູ່​ເປົ້າ​ໝາຍ​ດັ່ງກ່າວ​ນັ້ນ ເພື່ອກໍາກັບຊີ້​ນໍາເວລາ​ທີ່ພວກເຮົາ
ສ້າງວຽກໃໝ່ຂຶ້ນ​ມາ ແລະນໍາພາພວກເຮົາກ້າວ​ເດີນ​ໄປ​ບົນ​ເສ້ນ​ທາງໃໝ່ ເພື່ອຊໍາ
ລະງົບປະມານ ສ້າງຄວາມສົມດຸນຂອງງົບປະມານ ແລະຊໍາລະໜີ້ສິນຂອງ​ລັດ.”

ພວກນັກຂ່າວໄດ້ຊັກຖາມ ທ່ານ Jay Carney ເລຂາການຂ່າວປະຈໍາທໍານຽບຂາວຊໍ້າແລ້ວ
ຊໍ້າອີກວ່າ​ ໄດ້ມີຄວາມກ້າວໜ້າທີ່ແທ້ຈິງຫລື​ບໍ່ ຢູ່ໃນກອງ ປະຊຸມນັ້ນ ​ແລະທ່ານກ່າວວ່າ ຈະ
ມີ​ການ​ເຮັດລາຍລະອຽດກ່ຽວກັບການປານີປານອມກັນ​ໃນ​ເລື້ອງ​ນີ້ ຢູ່​ໃນການເຈລະຈາທີ່ກໍາ
ລັງດໍາເນີນໄປຢູ່ກັບພວກຜູ້ນໍາຄອງແກຣສຈໍານວນນ້ອຍໆ​ກຸ່ມນຶ່ງ ທີ່ນໍາໂດຍຮອງປະທານາທິ
ບໍດີ ໂຈ ບາຍເດັນນັ້ນ. ທ່ານ ເຈ ຄານີ ກ່າວວ່າ

“ການ​ພົບ​ປະກັນນີ້ບໍ່ແມ່ນ​ເວທີທີ່ຫລາຍໆຄົນຢູ່ໃນຫ້ອງ ຈະນໍາເອົາຂໍ້ສະເໜີຕ່າງໆ
ມາສະ​ເໜີ ແລະ​ເອົາເຈ້ຍມາ​ແບ​ອອກ ແລະເລີ່ມເຈລະຈາລາຍລະອຽດກັນ. ອັນນັ້ນ​ແມ່ນກໍາລັງເກີດຂື້ນຢູ່ໃນການເຈລະຈາກັນ ທີ່​ນໍາໂດຍທ່ານຮອງປະທານາທິບໍດີ
ແຕ່ກອງ​ປະຊຸມ​ມື້​ນີ້ ກໍ​ເປັນໂອກາດອັນດີເລີດ ສໍາລັບປະທານາທິບໍດີ ທີ່ໄດ້ຍິນໄດ້
ຟັງຄວາມ​ເຫັນຈາກສະມາຊິກສະພາຕໍ່າພັກຣີພັບບລິກັນ ແລະພວກ​ເຂົາ​ເຈົ້າ​ກໍໄດ້
ຍິນໄດ້ຟັງ ຈາກປະທານາທິບໍດີເຊັ່ນກັນ.”

ທ່ານ Eric Cantor ຜູ້ນໍາສຽງຂ້າງຫລາຍ ກໍ​ຄືພັກຣີພັບລິກັນ ໃນສະພາຕໍ່າ ຍອມຮັບວ່າ
ຍັງມີຄວາມແຕກຕ່າງກັນຢ່າງໃຫຍ່ຫລວງຢູ່ ລະຫວ່າງພັກຣີພັບບລິກັນແລະເດໂມແຄຣທ ກ່ຽວກັບວິທີການຊຸກຍູ້ສົ່ງເສີມການເຕີບທາງເສດຖະກິດ ແລະລົດຜ່ອນໜີ້ສິນທີ່ດີທີ່ສຸດນັ້ນ.

“ຈິງໆແລ້ວ ການປຶກສາຫາລືກັນ ແມ່ນແນໃສ່ ຄວາມແຕກຕ່າງທາງປັດຊະຍາ
ກ່ຽວກັບວ່າ ວໍຊິງຕັນ ກໍ​ຄື​ລັດຖະບານ ຄວນຈະສືບຕໍ່ທຸ່ມເທເງິນເຂົ້າໃສ່ໃນເສດ
ຖະກິດຫລືບໍ່ ຫລືວ່າພວກເຮົາຄວນຈະສະໜອງສິນນໍ້າໃຈໃຫ້ແກ່ພວກນັກວິສາ
ຫະກິດ ແລະພວກທຸລະກິດລາຍ ນ້ອຍໆທັງຫລາຍ ໃຫ້ເຕີບໂຕ.”

ທ່ານ Paul Ryan ປະທານກໍາມະການງົບປະມານພັກຣີພັບລິກັນ ຮຽກຮ້ອງໃຫ້ມີ​ການ
ນໍາພາ​ຈາກປະທານາທິບໍດີ​ໂອ​ບາ​ມາ ​ໃນ​ການ​ຄວບ​ຄຸມການໃຊ້ຈ່າຍຂອງລັດຖະບານ ໂດຍ​
ໃຫ້ຕັດການ​ໃຊ້​ຈ່າຍ​ໃນ​ໂຄງການທີ່​ໄດ້​ຮັບ​ຄວາມ​ນິຍົ​ມຕ່າງໆຂອງລັດຖະບານ ເຊັ່ນໂຄງການ
ຮັກສາສຸຂະພາບສໍາລັບພວກຄົນເຖົ້າແລະຜູ້ພິການ ຫລື Medicare ນັ້ນ. ທາງຝ່າຍເດໂມ
ແຄຣທ ໄດ້ກ່າວຫາ ທ່ານ Ryan ວ່າພະຍາຍາມຕັດຄ່າໃຊ້ຈ່າຍບົນສັນຫລັງຂອງພວກຄົນ
ເຖົ້າ ຊຶ່ງທ່ານ Ryan ​ໄດ້ປະຕິເສດຂໍ້ກ່່າວຫານັ້ນ. ທ່ານ Ryan ກ່າວວ່າ

“ພວກເຮົາກໍາລັງຈະປະເຊີນກັບວິກິດໜີ້ສິນ. ພວກເຮົາແມ່ນຕ້ອງການຈັດການ
ກັບມັນ. ຖ້າພວກເຮົາຢາກສ້າງໜ້າວຽກຂຶ້ນໃນເສດຖະກິດແລ້ວ ພວກເຮົາກໍ
ຕ້ອງ​ໄດ້ຄວບຄຸມການໃຊ້ຈ່າຍໃຫ້ໄດ້ ​ແລະ​ຕ້ອງຄວບ​ຄຸມ​ໜີ້​ສິນ​ຂອງ​ເຮົາ​ໃຫ້​ໄດ້ ແລະຖ້າຫາກວ່າພວກເຮົາພະຍາຍາມ ຈະ​ໂຈມ​ຕີຄວາມພະຍາຍາມຈະ​ເຮັດ​ໃນ
ສິ່ງ​ນັ້ນ ຂອງກັນແລະກັນ​ແລ້ວ ກໍສະແດງວ່າພວກເຮົາບໍ່ນໍາໃຊ້ຄວາມເປັນຜູ້ນໍາ​
ທາງການເມືອງ​ແບບທີ່ພວກເຮົາຕ້ອງການ ​ເພື່ອທີ່ຈະສ້າງຄວາມເຕີບໂຕໃຫ້
ເສດຖະກິດ ແລະເຮັດໃຫ້ໜີ້ສິນນີ້ ຄວບຄຸມໄດ້.”

ສະພາສູງຢູ່ໃນລະຫວ່າງ​ການຢຸດພັກຜ່ອນໃນອາທິດ​ແລ້ວນີ້ ແລະອາທິດນີ້ ກໍ​ແມ່ນ​ຜຽນ
ຢຸດ​ພັກ​ຂອງສະພາຕໍ່າ ດັ່ງນັ້ນການເຈລະຈາເລຶ່ອງງົບປະມານແລະລະດັບໜີ້ສິນ ທີ່ນໍາໂດຍ
ຮອງປະທານາທບໍດີບາຍເດັນນັ້ນ ຈະບໍ່ເລິ່ມຂື້ນອີກ ຈົນ​ກ່ວາວັນທີ 9 ມິຖຸນາ ຄື​ວັນ​ພະ
ຫັດ​ອາທິດນີ້ ຊຶ່ງ​ເປັນເວລາພຽງສອງເດືອນ​ເທົ່າ​ນັ້ນ ກ່ອນກໍານົດເສັ້ນຕາຍໃນເດືອນສິງຫາ
ຂອງການຍົກລະດັບໜີ້ສິນ ທີ່ຈໍາກັດ​ໄວ້​ ບໍ່​ໃຫ້​ເກີນ 14 ພັນ​ຕື້​ໂດ​ລານັ້ນ.

XS
SM
MD
LG