ລັດຖະສະພາສະຫະລັດ ໄດ້ຮັບຜ່ານຮ່າງກົດໝາຍສະບັບນຶ່ງ
ທີ່ໃຫ້ເງິນສະໜັບ ສະໜຸນກະຊວງຮັກສາຄວາມປອດໄພພາຍ
ໃນຂອງສະຫະລັດ ແຕ່ວ່າພຽງແຕ່ອາ ທິດດຽວເທົ່ານັ້ນ ຢ່າງ
ໜ້ອຍກໍເປັນການຫຼີກລ່ຽງຊົ່ວຄາວບໍ່ໃຫ້ປິດກະຊວງດັ່ງກ່າວ
ຊຶ່ງມີຄວາມສຳຄັນໃນການຮັບຜິດຊອບ ຕໍ່ຕ້ານພວກກໍ່ການ
ຮ້າຍນັ້ນ.
ບັນດາຜູ້ແທນ ຢູ່ໃນສະພາຕໍ່າ ໄດ້ຮັບຜ່ານ ມາດຕະການຊົ່ວ
ຄາວດັ່ງກ່າວໃນຕອນແລງວັນສຸກວານນີ້ ດ້ວຍຄະແນນສຽງ
ສອງສ່ວນສາມ ຄື 357 ຕໍ່ 60 ບໍ່ດົນຫຼັງຈາກສະພາສູງໄດ້ຮັບ
ຜ່ານຮ່າງກົດໝາຍດຽວກັນນີ້.
ປະທານາທິບໍດີ Barack Obama ໃນເວລາຕໍ່ມາກໍໄດ້ເຊັນຮ່າງກົດໝາຍນີ້ ຢູ່ ທີ່ທຳນຽບ
ຂາວ.
ບັດນີ້ ສະພາ ມີເວລານຶ່ງອາທິດສຳຫລັບດຳເນີນງານແກ້ໄຂຄວາມແຕກຕ່າງກັນ ເພື່ອ
ຫລີກລ່ຽງເສັ້ນຕາຍອີກຄັ້ງນຶ່ງ.
ການໃຫ້ເງິນສະໜັບສະໜຸນແກ່ພະນັກງານຂອງກະຊວງ ທີ່ຮວມທັງເຈົ້າໜ້າທີ່ລາດຕະ
ເວນຊາຍແດນ ພວກກວດຜູ້ໂດຍສານທີ່ສະໜາມບິນ ແລະບັນດາສະ ມາຊິກໜ່ວຍຍາມ
ຝັ່ງສະຫະລັດທີ່ມີກຳນົດໝົດລົງໃນຕອນທ່ຽງຄືນວັນສຸກທີ່ຜ່ານມານີ້ ນອກຈາກວ່າ ສະພາ
ຕໍ່າ ແລະສະພາສູງ ຮັບຜ່ານຮ່າງກົດໝາຍໃຫ້ເງິນ ສະໜັບສະໜຸນອັນດຽວກັນ.
ຖ້າຫາກສະພາ ບໍ່ຮັບຜ່ານຮ່າງກົດໝາຍນີ້ ພະນັກງານປະມານ 30,000 ຄົນອາດຈະສັ່ງ
ໃຫ້ພັກການ ໃນຂະນະທີ່ອີກ 240,000 ຄົນອາດຈະເຮັດວຽກໂດຍ ບໍ່ໄດ້ຮັບເງິນເດືອນ.
ຄວາມພະຍາຍາມເພື່ອຮັບຜ່ານຮ່າງກົດໝາຍໃຫ້ເງິນສະໜັບສະໜຸນຕະຫຼອດປີແກ່ກະ
ຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ໄດ້ກາຍມາເປັນການຕໍ່ສູ້ກັນຂອງ
ສອງພັກການເມືອງ. ຢູ່ໃນບັນຫາດັ່ງກ່າວກໍແມ່ນຄວາມພະຍາຍາມຂອງພັກຣີພັບບລິກັນ
ທີ່ຄວບຄຸມທັງສອງສະພາຂອງສະຫະລັດ ພະຍາຍາມທີ່ຈະຕ່າວປິ້ນດຳລັດຂອງປະທານ
າທິບໍດີ Barack Obama ກ່ຽວກັບເລື້ອງຄົນເຂົ້າເມືອງ ຊຶ່ງຈະຈຳກັດການສົ່ງຜູ້ຄົນກັບ
ຄືນປະເທດ ຈາກສະຫະລັດ.