ໃນທີ່ສຸດ ສະພາສູງສະຫະລັດ ກໍໄດ້ຮັບຜ່ານຮ່າງງົບປະມານ
ໃຊ້ຈ່າຍຂອງລັດຖະບານກາງ ສຳລັບສົກປີໜ້າ ມູນຄ່າ 1100 ຕື້
ດອນລາ ຫຼັງຈາກທຳການຖົກຖຽງທາງດ້ານການເມືອງກັນມາ
ເປັນເວລາຫຼາຍມື້ ແລະປະເຊີນກັບໄພຂົ່ມຂູ່ທີ່ ລັດຖະບານຈະ
ຖືກປິດລົງ ຖ້າສະພາສູງບໍ່ຜ່ານຮ່າງງົບປະມານດັ່ງກ່າວ.
ຮ່າງກົດໝາຍ ທີ່ສະພາສູງໄດ້ຮັບຜ່ານເອົາໃນຕອນເດິກຂອງ
ຄືນວັນ ເສົາວານນີ້ ດ້ວຍສຽງເຫັນດີ 56 ສຽງຕໍ່ 40 ສຽງຄັດຄ້ານ
ແມ່ນຈະສະໜອງງົບປະມານໃຫ້ລັດຖະບານດຳເນີນງານໄປໄດ້
ຕະຫລອດສົກປີ 2015. ບັດນີ້ ຮ່າງງົບປະມານດັ່ງກ່າວ ຈະຖືກ
ສົ່ງໄປຍັງທຳນຽບ ຂາວ ບ່ອນທີ່ປະທານາທິບໍດີບາຣັກ ໂອບາມາ
ກ່າວມາວ່າ ທ່ານຈະລົງນາມໃຫ້ມີຜົນຮັບໃຊ້ເປັນກົດໝາຍ.
ໃນຂະນະທີ່ຮ່າງົບປະມານດັ່ງກ່າວ ອະນຸມັດເງິນສຳລັບໃຊ້ຈ່າຍໃນວົງການລັດຖະບານ
ເກືອບທັງໝົດໄປຮອດເດືອນກັນຍາປີໜ້າແຕ່ອະນຸມັດເງິນໃຊ້ຈ່າຍສຳລັບກະຊວງຄວາມ
ໝັ້ນຄົງຂອງປະເທດ ຫລື Homeland Security ໄປຮອດວັນທີ 27 ກຸມພາປີໜ້າເທົ່ານັ້ນ.
ຫຼັງຈາກນັ້ນ ພວກສະມາຊິກສະພາສັງກັດພັກ Republican ມີຄວາມຕັ້ງໃຈ ທີ່ຈະພະຍາ
ຍາມບີບບັງຄັບໃຫ້ປະທານາທິບໍດີຕ່າວປິ້ນ ນະໂຍບາຍກວດຄົນເຂົ້າເມືອງຂອງທ່ານຄືນ
ທີ່ໄດ້ອະນຸຍາດໃຫ້ໂຈະໄວ້ ການເນລະເທດ ພວກຄົນເຂົ້າເມືອງຫຼາຍລ້ານຄົນ ທີ່ກຳລັງ
ອາໄສຢູ່ໃນສະຫະລັດ ຢ່າງຜິດກົດໝາຍໃນເວລານີ້.
ປະທານາທິບໍດີໂອບາມາ ກ່າວໃນວັນສຸກຜ່ານມານີ້ວ່າ ຮ່າງຍັດຕິດັ່ງ ກ່າວມີຮວມທັງຫລາຍໆຂໍ້ກຳນົດ ທີ່ທ່ານບໍ່ເຫັນດີນຳ ແຕ່ກໍມີພາກສ່ວນອື່ນໆ ທີ່ຮັບປະກັນວ່າ ຄວາມ
ຄືບໜ້າຈະດຳເນີນຕໍ່ໄປກ່ຽວກັບການປະກັນໄພດ້ານສຸຂະພາບ ການປ່ຽນແປງຂອງດິນ
ຟ້າອາກາດ ການສຶກສາສຳລັບພວກເດັກນ້ອຍໆ ແລະການເຕີບໂຕຂອງໜ້າວຽກໃໝ່.
ຮ່າງງົບປະມານໃຊ້ຈ່າຍ ສຳຫລັບສົກປີ 2015 ນີ້ ໄດ້ຮັບອະນຸມັດຈາກສະພາຕ່ໍາ ແລ້ວ
ໃນວັນພະຫັດຜ່ານມາ.