ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລາງວັນ ໂນແບລ ຂະແໜງສັນຕິພາບ ຮັບຮູ້ ພວກນັກສູ້ ຕໍ່ຕ້ານ ການໃຊ້ຄວາມຮຸນແຮງ ທາງເພດ


ພາບລວມ ຂອງຜູ້ທີ່ໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບ ປີ 2018: ນາງ ນາເດຍ ມູຣາດ ຜູ້ລອດຊີວິດຊາວຢາຊີດີ ພາບຖ່າຍຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວ ຢອກ, ວັນທີ 9 ມີນາ 2017, ແລະທ່ານໝໍ ເດນນິສ ມຸກເວກີ ໃນລະຫວ່າງ ພິທີມອບຮັບລາງວັນ ຊາກາຣອຟ ໃນປີ 2014 ຢູ່ທີ່ ສະພາສະຫະພາບຢູໂຣບ ໃນ ນະຄອນ ສຕຣາບວກ ຂອງຝຣັ່ງ, ວັນທີ 26 ພະຈິກ 2014.
ພາບລວມ ຂອງຜູ້ທີ່ໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບ ປີ 2018: ນາງ ນາເດຍ ມູຣາດ ຜູ້ລອດຊີວິດຊາວຢາຊີດີ ພາບຖ່າຍຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ ນິວ ຢອກ, ວັນທີ 9 ມີນາ 2017, ແລະທ່ານໝໍ ເດນນິສ ມຸກເວກີ ໃນລະຫວ່າງ ພິທີມອບຮັບລາງວັນ ຊາກາຣອຟ ໃນປີ 2014 ຢູ່ທີ່ ສະພາສະຫະພາບຢູໂຣບ ໃນ ນະຄອນ ສຕຣາບວກ ຂອງຝຣັ່ງ, ວັນທີ 26 ພະຈິກ 2014.

ສອງຄົນ ໄດ້ຮັບລາງວັນ ໂນແບລ ຂະແໜງສັນຕິພາບ ປີ 2018 ຄື ນາງ ນາເດຍ ມູຣາດ
ນັກເຄື່ອນໄຫວເພື່ອສິດທິມະນຸດ ຊາວຢາຊີດີ ແລະ​ຜູ້​ທີ່ລອດ ຊີວິດ​ມາ​ໄດ້ຈາກການຖືກ
ຈັບເປັນຂ້າທາດທາງເພດ ໂດຍກຸ່ມລັດອິສລາມ ຢູ່ໃນອີຣັກ ແລະ ທ່ານ ເດນນິສ ມຸກເວກີ
ທ່ານໝໍຊ່ຽວຊານດ້ານພະຍາດແມ່ຍິງ ຊຶ່ງໂຮງໝໍຂອງທ່ານ ໃນສາທາລະນະລັດ ປະຊາ
ທິປະໄຕຄອງໂກ ຫຼື DRC ໄດ້ຮັກສາປິ່ນປົວພວກແມ່ຍິງຫຼາຍກວ່າ 50,000 ຄົນ ທີ່ລອດ
ຊີວິດຈາກການຖືກຂົ່ມຂືນ ແລະຄວາມ​ຮຸນ​ແຮງທາງເພດ.

ຄະນະກຳມະການໂນແບລຂອງນໍເວ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ເມື່ອວັນສຸກ
ວານນີ້ ວ່າ ລາງວັນດັ່ງກ່າວ ເປັນການຮັບຮູ້ເຖິງ “ຄວາມພະຍາຍາມຂອງທັງສອງທ່ານ
ເພື່ອທີ່ຈະຍຸຕິ ການໃຊ້ຄວາມຮຸນແຮງທາງເພດ ເປັນອາວຸດສົງຄາມ ແລະ ໃນການ
ຂັດ​ແຍ້ງດ້ວຍ​ກຳ​ລັງອາວຸດນັ້ນ.”

ທ່ານ ມຸກເວກີ ອາຍຸ 63 ປີ ​ເປັນ​ຜູ້​ບໍ​ລິ​ຫານ​ງານໂຮງໝໍແພນຊີ ຢູ່ໃນພາກຕາເວັນອອກ
ຂອງ DRC ຊຶ່ງເປັນຂົງເຂດມີການປ່ຽນແປງງ່າຍ ບ່ອນທີ່ກຸ່ມ ຕິດອາວຸດທັງຫຼາຍ ໂດຍ
ສ່ວນຫຼາຍ ໄດ້ໃຊ້ການລວນ​ລາມທາງເພດເພື່ອສ້າງ ຄວາມຢ້ານກົວຕໍ່ພົນລະເຮືອນນັ້ນ.
ທ່ານໝໍແລະບັນດາພະນັກງານຂອງໂຮງໝໍ ໄດ້ປິ່ນປົວ ຫຼືຜ່າຕັດໃຫ້ແກ່ພວກແມ່ຍິງ ຜູ້ທີີ່
ໄດ້ຮັບບາດເຈັບ ໃນລະຫວ່າງ ຖືກຂົ່ມຂືນ ແລະ ຖືກລະເມີດທາງເພດແບບອື່ນໆ ໃນໄລ
ຍະທີ່ມີສົງຄາມກາງ ເມືອງຢູ່​ໃນຄອງໂກນັ້ນ.

ທ່ານ ມຸກເວກີ ໄດ້ເວົ້າວ່າ “ລາງວັນນີ້ ຈະມີຄວາມໝາຍແທ້ໆເລີຍ ຖ້າຫາກ ມັນຊ່ອຍ
ປຸກລະດົມຄົນທັງຫຼາຍ ໃຫ້ປ່ຽນແປງສະຖານະການຂອງພວກຜູ້ເຄາະ ໃນພື້ນທີ່
ຕ່າງໆ ທີ່ມີການສູ້ລົບກັນນັ້ນ.”

ທ່ານກ່າວຕື່ມວ່າ “ເປັນເວລາເກືອບ 20 ປີ ທີ່ຂ້າພະເຈົ້າໄດ້ຮູ້​ເຫັນ​ເປັນພິຍານ ການກໍ່
ອາຊະຍາກຳສົງຄາມ ຕໍ່ພວກແມ່ຍິງ ຍິງສາວ ແລະແມ່ນກະທັງເດັກຍິງທາລົກ ບໍ່ພຽງ
ແຕ່ຢູ່ໃນປະເທດ ຂອງຂ້າພະເຈົ້າເອງ...ແຕ່ກໍຍັງມີຢູ່ໃນປະ​ເທດ​ອື່ນໆ​ອີກຫຼາຍໆ
ປະເທດ. ເຖິງພວກທີ່ລອດຊີວິດ ຈາກທົ່ວທຸກມຸມໂລກ ຂ້າພະເຈົ້າຢາກຈະບອກ
ເຈົ້າວ່າ ໂດຍຜ່ານລາງວັນນີ້ ໂລກຟັງພວກເຈົ້າຢູ່ ແລະຈະບໍ່ເມີນເສີຍຢູ່ຄືເກົ່າ. ໂລກ
ຈະບໍ່ນັ່ງເມີນເສີຍ ໃນຂະນະທີ່ພວກເຈົ້າປະເຊີນໜ້າກັບ ຄວາມທຸກທໍລະມານ.”

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕເຣສ ໄດ້ກ່າວ
ໃນວັນສຸກວານນີ້ ວ່າ ທ່ານ ມຸກເວກີ ເປັນຜູ້ທີ່ “ກ້າຫານຕໍ່ສູ້ເພື່ອສິດ ທິຂອງພວກແມ່ຍິງ
ທີ່ໄດ້ຕົກຢູ່ໃນລະ​ຫວ່າງ ​ການຂັດແຍ້ງ​ດ້ວຍ​ກຳ​ລັງ​ອາ​ວຸດ ຜູ້ທີ່ໄດ້ຖືກຂົ່ມຂືນ ການສະ
ແຫວງຫາຜົນປະໂຫຍດ ແລະການລະເມີດອື່ນໆທີ່ໂຫດຮ້າຍ. ເຖິງແມ່ນວ່າ ຈະຖືກຂົ່ມ
ຂູ່ເອົາຊີວິດຢູ່ສະເໝີ ທ່ານກໍຍັງໄດ້ເຮັດໃຫ້ ໂຮງໝໍແພນຊີ ເປັນສະຖານທີ່ຫລົບ​ລີ້ ຈາກ
​ການ​ປ​ະ​ຕິ​ບັດ​ທີ່​ບໍ່​ຖືກ​ຕ້ອງນັ້ນ.”

ຄະນະກຳມະການ ໂນແບລ ຂອງນໍເວ ກ່າວວ່າ “ທ່ານມຸກເວກີ ເປັນຜູ້ທີ່ດີຍິ່ງ ເປັນສັນ
ຍາລັກແຫ່ງຄວາມສາມັກຄີ ທັງຢູ່ພາຍໃນປະເທດ ແລະຕ່າງປະເທດ ຂອງການສູ້ຊົນ
ເພື່ອຍຸຕິຄວາມຮຸນແຮງທາງເພດ ໃນສົງຄາມ ແລະການຂັດແຍ້ງ ດ້ວຍ​ກຳ​ລັງ​ອາ​ວຸດ.
ຫລັກການພື້ນຖານຂອງທ່ານ ​ກໍ​ຄືວ່າ ຄວາມຍຸຕິທຳ ຄວນເປັນເລື້ອງຂອງທຸກໆຄົນ.”

ສ່ວນຜູ້ໄດ້ຮັບລາງວັນຄົນທີສອງ ນາງ ນາເດຍ ມູຣາດ ອາຍຸ 25 ປີ ແມ່ນເປັນ ຜູ້ກໍ່ຕັ້ງ
ອົງການ Nadia’s Initiative ທີ່ເປັນອົງການ​ທີ່ອຸທິດຕົນ​ເພື່ອການຊ່ອຍເຫຼືອພວກແມ່
ຍິງ ຜູ້ເຄາະຮ້າຍ ຍ້ອນການຂ້າລ້າງເຊື້ອຊາດເຜົ່າພັນ ແລະຄວາມໂຫດຮ້າຍທາລຸນ
ອື່ນໆ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG