ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢ່າງໜ້ອຍ 129 ຄົນ ເສຍຊີວິດ ໃນເຫດເຮືອຂວ້ຳ ທີ່ຄອງໂກ


ບັນດາ​ເຈົ້າ​ໜ້າ​ທີ່​ ໃນ​ສາທາລະນະ​ລັດ​ປະຊາທິປະ​ໄຕ Congo
ກ່າວ​ວ່າປະຊາຊົນ ຢ່າງ​ໜ້ອຍ​ 129 ຄົນ​ເສຍ​ຊີວິດ ຫຼັງ​ຈາກ​ກຳ​
ປັ່ນ​ລຳ​ນຶ່ງ​ຂວໍ້າ ລົງໃນ​ທະ​ເລ​ສາບ​ແຫ່ງ​ນຶ່ງ​ທີ່ຢູ່​ຫ່າງ​ໄກ ​ໃນ​ພາກ​
ຕາ​ເວັນ​ອອກສຽງ​ໃຕ້ຂອງ​ປະ​ເທດ.

ທ່ານ Laurent Kahozi Sumba ລັດຖະມົນຕີ​ຂົນ​ສົ່ງ​ສຳລັບ
​ແຂວງ Katanga ຂອງ Congo ​ໄດ້ປະກາດ​ຈຳນວນທີ່ເພີ້ມຂຶ້ນ
ຂອງພວກ​ເສຍ​ຊີວິດ ​ໃຫ້ຊາບ​ໃນ​ວັນ​ອາທິດວານ​ນີ້ ​ໂດຍ​ກ່າວ​ວ່າ
ມີແມ່ຍິງ​ແລະ​ເດັກນ້ອຍ​ຈຳນວນ​ນຶ່ງ​ຮວມຢູ່​ໃນ​ຈຳນວນ​ພວກ​ທີ່
​ເສຍ​ຊີວິດ​ໄປ​ນັ້ນ. ທ່ານ​ກ່າວຕໍ່​ໄປ​ວ່າ ຮູ້ຈັກ​ກັນ​ວ່າ ມີ​ຜູ້​ລອດ​ຊີວິດ
​ມາ​ໄດ້ 232 ຄົນ ສ່ວນ​ຫຼາຍ​ເປັນພວກ​ຜູ້​ຊາຍ.

ອຸບັດ​ເຫດ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ຄືນ​ວັນ​ພະຫັດ​ຜ່ານ​ມາ ​ໃນ​ພາກ​ເໜືອ​ຂອງແຂວງ Katanga
ໃກ້​ກັບ​ເມືອງ Kalemie.

ກຳ​ປັ່ນ MV Mutambala ກຳລັງ​ບັນທຸກ​ຄົນ​ໂດຍສານ​ ລະຫວ່າງ​ແຂວງ Katanga ແລະ​ແຂວງ South Kivu.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົມ​ແຮງ ​ແລະ​ບັນທຸກ​ຄົນ​ໂດຍສານ​ເກີນ​ກຳນົດ​ອາດ​ຈະ​ເປັນ​ປັດ​ໄຈ​ສຳຄັນ ​ໃນ​ການ​ເຮັດ​ໃຫ້​ເຮືອ​ຫຼົ້ມ​ໃນ​ຄັ້ງ​ນີ້​ກໍ​ໄດ້.

ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ຈັກ​ຄົນ​ກັນ​ແທ້​ຢູ່​ໃນ​ເຮືອ ໃນ​ເວລາ​ນັ້ນ.

XS
SM
MD
LG