ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເປັນຫ່ວງ ດ້ານຄວາມປອດໄພ ຍັງມີຢູ່ ໃນຂະນະທີ່ ທ່ານແຄຣີ ໄວ້ອາໄລ ໃຫ້ພວກເຄາະຮ້າຍ


Concerns Linger About Belgium’s Security as Kerry Pays Tribute
please wait

No media source currently available

0:00 0:01:46 0:00

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ໄດ້
ກ່າວວ່າ ສະຫະລັດຈະສືບຕໍ່ໃຫ້ການຊ່ອຍເຫຼືອໃດໆກໍ​ຕາມ ທີ່
ແບລຈຽມຕ້ອງການ ຫຼັງຈາກທີ່ໄດ້ປະສົບ ກັບ “ການ​ໂຈມ​ຕີ
ທີ່ໂຫດຫ້ຽມ ຂອງພວກກໍ່ການຮ້າຍ”
ເມື່ອສັບປະດາແລ້ວນີ້.
ທ່ານໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນລະຫວ່າງ ການເດີນທາງ
ໄປຢ້ຽມຢາມນະຄອນຫຼວງ ບຣັສໂຊລ ໃນວັນສຸກທີ່ຜ່ານມາ ຮວມການປຶກສາຫາລື ກັບ
ນາຍົກລັດຖະມົນຕີ ແບລຈຽມ ທ່ານ Charles Michel ​ແລະ​ເຂົ້າຮ່ວມພິທີໄວ້ອາໄລ ໃຫ້
ແກ່ຜູ້ເຄາະຮ້າຍທັງຫຼາຍ. ຜູ້ສື່ຂ່າວຂອງວີໂອເອ ປະຈຳກະຊວງການຕ່າງປະເທດ Pam
Dockins ມີລາຍງານກ່ຽວກັບເລື່ອງນີ້ ຊຶ່ງ ໄຊຈະເລີນສຸກ ຈະນຳມາສະເໜີທ່ານ.


ຢູ່ທີ່ສະໜາມບິນ​ໃນນະຄອນ Brussels ນຶ່ງໃນສອງແຫ່ງທີ່ຖືກສັ່ນສະເທືອນໂດຍລະເບີດ
ທີ່ໄດ້ເຮັດໃຫ້ມີ ຫຼາຍກວ່າ 30 ຄົນເສຍຊີວິດ ຊຶ່ງ ທ່ານ ແຄຣີ ໄດ້ວາງພວງມາລາ ເພື່ອໄວ້
ອາໄລ ໃຫ້ແກ່ພວກເຄາະຮ້າຍທັງຫຼາຍ.

ໃນຂະນະທີ່ຢືນຄຽງກັບນາຍົກລັດຖະມົນຕີຂອງປະເທດແບລຈຽມ ກ່ອນໜ້ານີ້ ທ່ານ ແຄຣີ
ໄດ້ໃຫ້ຂໍ້ສັງເກດວ່າ ພວກເຄາະຮ້າຍເຫຼົ່ານັ້ນ ພຽງແຕ່ໄດ້ດຳເນີນຊີວິດ ຂອງພວກເຂົາເຈົ້າ
ຕາມທຳມະດາ.

ທ່ານ ແຄຣີ ກ່າວວ່າ “ພວກພະນັກງານ ສະໜາມບິນ ແລະລົດໄຟໃຕ້ດິນ ແມ່ຍິງຄົນເປຣູ
ຜູ້ມີລູກແຝດ ທີ່ເຝິກງານເພື່ອຈະໄດ້ເປັນແມ່ຄົວ ຄູເຝິກກາຍຍະພາບສ່ວນຕົວ ຄົນ
ອາເມຣິກັນ ກຳລັງຈະຂີ່ຍົນກັບບ້ານ ເພື່ອສະຫລອງວັນ Easter.”

ສຽງປະກາດຈາກໂທລະໂຄງ ຂອງສະໜາມບິນ ນະຄອນ Brussels ບອກວ່າ “ໝູບລົງ!
ໝູບລົງ!”


ແລະຕໍ່ພວກທີ່ທຳການໂຈມຕີ ໃນວັນອັງຄານຜ່ານມາ ທັງຫຼາຍ ທ່ານ ແຄຣີໄດ້ກ່າວວ່າ
ມະຫາອຳນາດຂອງໂລກ ຈະບໍ່ຖືກຂົ່ມຂູ່ ຫຼື ຢັບຢັ້ງພວກເຮົາໄດ້.

ທ່ານ ແຄຣີ ໄດ້ເດີນທາງໄປຍັງ ນະຄອນ ປາຣີ ແບບດຽວກັນນີ້ ເມື່ອປີກາຍນີ້ ຫລັງ​ຈາກ
ໄດ້ເກີດການໂຈມຕີຂອງພວກຫົວຮຸນແຮງ ຕໍ່ສຳນັກ ງານໜັງສືພິມ Charlie Hebdo.

ຢູ່ໃນນະຄອນ Brussels ທ່ານ ແຄຣີ ໄດ້ດັດແປງ ຄຳຂວັນທີ່ວ່າ “ຂ້າພະເຈົ້າແມ່ນ Charlie”
ທີ່ໄດ້ກາຍມາເປັນຄຳ​ເວົ້າທີ່ນິຍົມເວົ້າກັນ ຫຼັງຈາກການໂຈມຕີທີ່ນະຄອນປາຣີ.

ທ່ານ ແຄຣີ ເວົ້າເປັນພາສາຝຣັ່ງ ແລະເຢຍຣະມັນ ວ່າ “ບັດນີ້ ພວກເຮົາຂໍປະກາດ ອອກ
ມາວ່າ ຂ້າພະເຈົ້າແມ່ນຊາວບຣັສໂຊລ”
ບັນດານັກວິເຄາະກ່າວວ່າ ຈຸດເພັ່ງເລັງ ໃນ
ເວລານີ້ ຄວນຫັນໄປຊ່ອຍເຫຼືອ ແບລຈຽມ ​ເພື່ອຫລຸດຜ່ອນ ໂອກາດທີ່ຈະເກີດການໂຈມຕີ
ປະເພດດຽວກັນນີ້ ຕື່ມອີກ.

ທ່ານ Michael O'Hanlon ຈາກສະຖາບັນ Brookings ເວົ້າວ່າ “ພວກເຮົາຮູ້ດີວ່າ ຍັງ
ມີ ຄວາມເປັນຫ່ວງເປັນໃຍ ກ່ຽວກັບ ເຄືອຂ່າຍຂອງພວກຫົວຮຸນແຮງ ທີ່ໃຫຍ່ກວ່ານີ້,
ກ່ຽວກັບ ຄຸ້ມ Molenbeek ຂອງນະຄອນ Brussels, ໂດຍສະເພາະກ່ຽວກັບຄວາມ ເປັນຈິງ ທີ່ວ່າ ແບລຈຽມ ໄດ້ຂາດແຄນດ້ານທຶນຮອນ ເພື່ອຕໍ່ຕ້ານການເຄື່ອນໄຫວ
ຂອງກຸ່ມກໍ່ການຮ້າຍ ມາເປັນເວລາຫຼາຍປີແລ້ວ.”

ທ່ານ O'Hanlon ກ່າວວ່າ ໂດຍສະເພາະບ່ອນນຶ່ງ ທີ່ມີຄວາມສ່ຽງ ກໍແມ່ນ ຄວາມບໍ່ສອດ
ຄ່ອງກັນ ຂອງພວກບັນຊີລາຍຊື່ ຜູ້ກໍ່ການຮ້າຍທີ່ຕ້ອງຕິດຕາມເບິ່ງ ຢູ່ໃນທະວີບຢູໂຣບ ນັ້ນ.

ທ່ານ O'Hanlon ເວົ້າວ່າ “ພວກເຮົາຮູ້ວ່າ ມັນມີລາຍຊື່ຂອງຫຼາຍໆຄົນ ທີ່ບໍ່ໄດ້ສົ່ງຈາກ ບັນຊີນຶ່ງໄປຫາອີກບັນຊີນຶຶ່ງ ແລະ ບ່ອນທີ່ມີການຂຽນຊື່ຜິດນັ້ນ ໂດຍວິທີໃດວິທີນຶ່ງ ໄດ້
ກາຍເປັນບັນຫາກີດຂວາງ ການທຽບບັນຊີລາຍຊື່ໃສ່ກັນ.”

ທ່ານກ່າວວ່າ ບັນດາປະເທດຕ່າງໆ ຕ້ອງໄດ້ດຳເນີນການ ໃນຮູບແບບທຸລະກິດ ຂອງການ
ຮຽນຮູ້ ຈາກກັນແລະກັນ ເຊັ່ນວ່າ “ການປະຕິບັດທີ່ດີທີ່ສຸດ ຫຼື best practices” ໃນເລື່ອງ
ຂອງການຕໍ່ຕ້ານການກໍ່ການຮ້າຍ ອັນກວ້າງຂວາງນີ້.

Secretary of State John Kerry said the United States would continue to provide any assistance needed to Belgium in the aftermath ofthis week's "heinous acts of terrorism."He commented during a whirlwind visit to Brussels on Friday that included talks with Prime Minister Charles Michel and a tribute to victims.VOA State Department correspondent Pam Dockins has the story.

At the Brussels airport, one of the two sites rocked by bombings that left more than 30 people dead, Kerry laid a wreath in tribute to the victims.

Standing with the country's prime minister earlier, he noted the victims had simply been going about their lives.

SECRETARY OF STATE JOHN KERRY WITH PRIME MINISTER CHARLES MICHEL
"Airport and subway workers; a Peruvian mother of twins training to be a chef; an American personal trainer flying home for Easter."

NATSOT
"Stay down! Stay down!"

And to Tuesday's attackers, he said world powers would not be intimidated or deterred.

Kerry made a similar trip to Paris last year in the wake of militant attacks on the Charlie Hebdo newspaper.

In Brussels, he modified the "I am Charlie" slogan that became popular after the Paris attacks.

JOHN KERRY, SECRETARY OF STATE

"Now, we declare, Je suis Bruxellois. Ich bin Brussel'"

The focus should now turn to helping Belgium reduce the odds of these types of attacks occurring again, say analysts.

MICHAEL O'HANLON, BROOKINGS INSTITUTION

"We know full well that there are concerns about the larger network, about the Molenbeek district of Brussels in particular, about the fact that Belgium has been under-resourced for counterterrorism activities for many years."

One particular vulnerability is the inconsistency of terrorist watch lists in Europe, O'Hanlon says.

MICHAEL O'HANLON, BROOKINGS INSTITUTION

"We know that there are a lot of names that don't make it from one list to another and where misspellings somehow hamper the cross correlations."

He says countries need to get into the business of learning from each other's "best practices" in the broad arena of counterterrorism.

XS
SM
MD
LG