ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງກັ່ນນໍ້າມັນແຫ່ງທຳອິດໃນ ລາວ ເລີ້ມຕົ້ນຜະລິດນໍ້າມັນແລ້ວ ແຕ່ບໍ່ເຮັດໃຫ້ລາຄານໍ້າມັນໃນ ລາວ ຖືກລົງແຕ່ຢ່າງໃດ 


ໂຮງກັ່ນນໍ່ມັນ ໃນ ສປປ ລາວ.
ໂຮງກັ່ນນໍ່ມັນ ໃນ ສປປ ລາວ.

ໂຮງກັ່ນນໍ້າມັນ ແຫ່ງທຳອິດໃນລາວ ທີ່ໄດ້ເລີ້ມຜະລິດນໍ້າມັນທົດລອງແລ້ວໃນວັນທີ 30
ພະຈິກຜ່ານມາ ອາດຈະບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດຫລາຍປານໃດ ແຕ່
ກໍຄົງຈະບໍ່ໄດ້ຊ່ວຍ ເຮັດໃຫ້ລາຄານໍ້າມັນໃນລາວຖືກລົງແຕ່ຢ່າງໃດ, ອີງຕາມການໂອ້
ລົມຂອງເຈົ້າໜ້າທີ່ກ່ຽວຂ້ອງແລະປະຊາຊົນໃນເຂດໃຫ້ຄຽງ. ກິ່ງສະຫວັນ ມີລາຍງານ
ເລື້ອງນີ້ ຈາກນັກຂ່າວວີໂອເອມາສະເໜີທ່ານ ໃນອັນດັບຕໍ່ໄປ.


ເຊີນຊົມ ວີດີໂອ ຈາກ ສປປ ລາວ
please wait

No media source currently available

0:00 0:00:57 0:00
ລິງໂດຍກົງ

ໂຮງກັ່ນນໍ້າມັນແຫ່ງທໍາອິດໃນລາວ ທີ່ໄດ້ເລີ່ມກໍ່ສ້າງໃນປີ 2015 ໃນເນື້ອທີ່ທັງໝົດ
280,000 ຕາແມັດໃນເຂດພັດທະນາກວມລວມໄຊເສດຖາກໍຄືເຂດຫລັກ 21 ໃນນະ
ຄອນຫລວງວຽງຈັນນັ້ນ ໄດ້ເລີ້ມຜະລິດ ເປັນການທົດລອງແລ້ວໃນ ວັນທີ 30 ພະຈິກ
ຜ່ານມານີ້. ໂຮງງານກັ່ນນໍ້າມັນດັ່ງກ່າວໃຊ້ເງິນລົງທຶນທັງໝົດ 179 ລ້ານໂດລາ ໂດຍ
ທີ່ບໍລິສັດເປໂຕຣເຄມີລາວ-ຈີນ ແຂວງຢຸນນານ ກັບກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນ
ແຂວງຢຸນນານຮຸ້ນສ່ວນຈຳກັດຖືຮຸ້ນ 75 ເປີເຊັນ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ
ຖືຮຸ້ນ 20 ເປີເຊັນ ແລະ ບໍລິສັດຮ່ວມທຶນລາວ-ຈີນຈຳກັດ ຊຶ່ງເປັນບໍລິສັດທີ່ໄດ້ຮັບສໍາ
ປະທານເຂດພັດທະນາກວມລວມໄຊເສດຖານັ້ນ ຖືຫຸ້ນ 5 ເປີເຊັນ.

ຖ້າຫາກການເປີດຜະລິດທົດລອງສໍາເລັດຜົນແລ້ວ ໂຮງກັ່ນນໍ້າມັນແຫ່ງນີ້ກໍຈະສາມາດ
ກັ່ນນໍ້າມັນ ໄດ້ເຖິງ 950 ລ້ານລິດຕໍ່ປີ ໂດຍແບ່ງເປັນນໍ້າມັນແອັດຊັງ 390 ລ້ານລິດ ແລະ
ນໍ້າມັນກາຊວນ 560 ລ້ານລິດ ທັງຍັງຈະມີຜົນຜະລິດເປັນແກ໊ສແຫຼວ LPG ຢູ່ 18,000
ໂຕນ, ນໍ້າມັນສັງເຄາະ 12,600 ໂຕນ ແລະນໍ້າມັນເຕົາສຳລັບໂຮງງານອຸດສາຫະກຳອີກ 5,000 ໂຕນ, ອີງຕາມເຈົ້າ ໜ້າທີ່ຂັ້ນສູງທ່ານນຶ່ງ ຈາກລັດວິສາຫະກິດນໍ້າມັນເຊື້ອ
ໄຟລາວທີ່ຖືຫຸ້ນ 20 ເປີ ເຊັນໃນໂຮງກັ່ນນໍ້າມັນແຫ່ງນັ້ນ.

ແຕ່ຢ່າງໃດກໍຕາມ ຜູ້ບໍລິຫານທ່ານນຶ່ງຈາກບໍລິສັດນໍ້າມັນເປໂຕຣລາວ ຄິດວ່າ ການທີ່
ລາວມີໂຮງກັ່ນນໍ້າມັນດັ່ງກ່າວ ກໍຈະບໍ່ໄດ້ເຮັດໃຫ້ລາຄານໍ້າມັນ ໃນລາວ ຖືກລົງໄດ້ຫລາຍປານໃດ ຍ້ອນຫລາຍໆປັດໄຈ ດັ່ງທີ່ທ່ານອະທິບາຍວ່າ:

“ໂອ້ຍມັນກະບໍ່ຖືກດອກ. ຄ່າຂົນສົ່ງມັນກະກິນໄປໝົດຫລະເນາະ. ແກ່ວັດຖຸດິບມາແຕ່
ພຸ້ນ ມັນກະຄືແກ່ນໍ້າມັນສໍາເລັດຮູບມາຫັ້ນລະ. ເຈົ້າແກ່ນໍ້າມັນດິບມາກັ່ນມູນຄ່າຜະລິດ
ກະເພີ້ມ ຜະລິດຄຸນນະພາບຊິໄດ້ບໍສົມມຸດວ່າ, ແກ່ນໍ້າມັນສໍາເລັດຮູບມາຂາຍຂາດທຶນ
ເວົ້າວຽກອັນນີ້ເຂົາວ່າວຽກວິຊາສະເພາະ ຄັນບໍ່ແມ່ນວິຊາສະເພາະມັນກະຍາກ ຄືພວກ
ເຮົາມາເຮັດນໍາເຂົານີ້ມັນກະຍາກ ຕ້ອງໄດ້ຮຽນໃໝ່ໝົດ ການລະເຫີຍອາຍແນວໃດ
ການບົກແຫ້ງ ການສູນເສຍຈາກການຂົນສົ່ງ ການເກັບຮັກສາແນວໃດ ບໍ່ແມ່ນເລື້ອງ
ງ່າຍກ່ຽວກັບການເຮັດນໍ້າມັນໜິ້. ຄ່າທໍານຽມກະສູງ ຄ່າທໍານຽມທາງ ຄ່າທໍານຽມໂຄງ
ສ້າງ ແມ່ນຫຍັງກະເກັບໝົດ ຄ່າກວດກະເກັບ ຄ່າບໍລິມາດ. ຄ່າຜ່ານກະເກັບ ຄ່າກອງ
ທຶນທາງກະເກັບ ລະບາດນີ້ຄ່າອາກອນກະເກັບ. ມັນສິບປາຍລາຍການ ມັນເລີຍເຮັດ
ໃຫ້ຄ່ານໍ້າມັນສູງຂຶ້ນ, ມັນອັນດຽວກັນຫັ້ນລະ ຊື້ບ່ອນດຽວຈາກໄທມາຂາຍແຂ່ງກັນ. ມັນ
27 ບໍລິສັດໃນລາວພຸ້ນດຽວນີ້. ເມືອງລາວນີ້ໜະ 27 ບໍລິສັດພຸ້ນ. ຜູ້ໃດຊິກແຊກໄດ້
ຫລາຍຜູ້ນັ້ນກະໄດ້ກິນກໍາໄລ ເທົ່ານັ້ນແຫລະ.”

ນອກຈາກນັ້ນ ເຈົ້າໜ້າທີ່ຂັ້ນສູງ ຈາກບໍລິສັດນໍ້າມັນເຊື້ອໄຟລາວ ທີ່ກ່າວມາຂ້າງ ເທິງ
ນັ້ນເວົ້າວ່າວັດຖຸດິບທີ່ນໍາເຂົ້າມາປ້ອນໂຮງງານດັ່ງກ່າວ ໃນປັດຈຸບັນນີ້ ແມ່ນ ນໍາເຂົ້າ
ມາຜ່ານທາງຫວຽດນາມ ແຕ່ກໍຍັງບໍ່ທັນຮູ້ເປັນທີ່ຈະແຈ້ງແນ່ນອນເທື່ອວ່າ ອະນາຄົດຈະ
ເອົາມາຈາກໃສ ແລະລາຄານໍ້າມັນຈະຫລຸດຈາກລາຄາໃນຕະຫຼາດ ປັດຈຸບັນຄືແນວໃດ
ເພາະວ່າທຸກຢ່າງແມ່ນຂຶ້ນກັບບໍລິສັດຈີນ ທີ່ເປັນຜູ້ຖືຮຸ້ນລາຍໃຫຍ່ ຊຶ່ງທ່ານໃຫ້ຄໍ
າເຫັນດັ່ງນີ້:

"ນໍ້າມັນດິບກະບໍ່ມີແຫລະ ໃນບ້ານເຮົາ. ມັນກະນໍາເຂົ້າຄືກັນ ຕ່າງແຕ່ວ່າເອົາ ນໍ້າມັນດິບ
ມາກັ່ນ ຂອງພວກຢູນນານຈີນເດ່ ບໍລິສັດກໍ່ສ້າງເຂົາມາລົງທຶນ ມາຮ່ວມຮຸ້ນກັບລັດວິສາ
ຫະກິດເຮົາໜີ້ ມາເຂົ້າຮຸ້ນກັບລັດເຮົາ ຊຶ່ງລັດເຮົາຖືຮຸ້ນ 20 ເປີເຊັນ ເຫລືອນັ້ນ ແມ່ນຂອງ
ເຂົາ, ຂອງເຮົາບໍ່ມີເງິນເດະ ເຮົາກະມີແຕ່ເນື້ອທີ່ໃຫ້ເຂົາ. ຕອນນີ້ນໍ້າມັນ ດິບໜີ້ເອົາເຂົ້າ
ມາທາງເບື້ອງຫວຽດນາມ, ມາຜ່ານຫວຽດນາມ ໄລຍະນີ້ ແຕ່ບໍ່ຮູ້ວ່າ ອະນາຄົດມັນຈະ
ເອົາຈັ່ງໃດ ເພາະໃນໂຕຫັ້ນ ບໍ່ເຫັນເພິ່ນ ໄປເຊັນສັນຍາຊື້ນໍ້າມັນດິບ ກໍຊິວ່າເພິ່ນຊິເອົາ
ຈັ່ງໃດຫັ້ນເກາະ. ຊ່ວງອຸ່ນເຄື່ອງໜິ້ ກາອຸ່ນຊື່ໆຫັ້ນແຫລະ ລະໃນອະນາຄົດເຂົາຊິດໍາ
ເນີນ ຈັ່ງໃດກາຍັງບໍ່ທັນຮູ້ ນໍາເຂົາ. ມັນເປັນທຶນເຂົາເອງໝົດເດ່ ເຮົາບໍ່ຢາກວົນວາຍເຂົາ.
ເລື້ອງລາຄາຫັ້ນ ຕອນເວົ້າຢູ່ກະຊວງຫັ້ນກາເວົ້າວ່າ ພວກເຮົາເຫັນດີຊື້ຂາຍນໍາກັນ ແຕ່
ລາຄາໜິ້ຕ້ອງໃຫ້ສູ້ໄທ, ສູ້ຫວຽດນາມໄດ້ ຫລືວ່າຢ່າງຂີ້ລ້າຍ ລາຄາມັນກະຕ້ອງ ຖືວ່າ
ເທົ່າກັນວ່າຊັ້ນຊະ ຫລືວ່າ ຫລຸດໄດ້ກາຍິ່ງດີ ຕາມທີ່ເວົ້າກັນຫັ້ນໜາ. ແຕ່ກາບໍ່ຮູ້ວ່າຊິ
ຫລຸດຊໍ່າໃດແຫລ້ວ ເພາະວ່າໂຄງສ້າງ ລາຄາມັນບໍ່ໃຫ້ເຮົາຮູ້ ມັນມີແຕ່ບອກວ່າ ຊິໃຫ້
ຫລຸດ ເພາະວ່າຄັນບໍ່ຫລຸດມັນກາ ຊື້-ຂາຍກັນບໍ່ໄດ້ມັນການໍາເຂົ້າດີກວ່າ. ສະນັ້ນກໍຍັງ
ເຈລະຈາກັນຢູ່ດຽວນີ້.”

ເມື່ອເວົ້າເຖິງຜົນກະທົບຕໍ່ສິ່ງແວດລ້ອມ ທາງທໍາມະຊາດນັ້ນ ອີງຕາມເຈົ້າໜ້າທີ່ ທັງ
ສອງທ່ານກໍບອກວ່າ ຄົງຈະບໍ່ມີເພາະໂຮງກັ່ນນໍ້າມັນດັ່ງກ່າວໄດ້ປະຕິບັດຕາມລະບຽບ
ກົດໝາຍ ແລະມາດຕະຖານດ້ານສິ່ງແວດລ້ອມທີ່ທາງການລາວ ໄດ້ກຳ ນົດໄວ້ຢ່າງ
ຄົບຖ້ວນ.

ພ້ອມກັນນັ້ນ ປະຊາຊົນທ່ານນຶ່ງທີ່ຢູ່ໃກ້ເຂດນັ້ນ ກໍເວົ້າວ່າເລື້ອງລາຄານໍ້າມັນນັ້ນ ກໍຍັງ
ຄົງຈະບໍ່ຖືກລົງໄດ້ງ່າຍ ແຕ່ເມື່ອເວົ້າເຖິງເລື້ອງມົນລະພິດຕໍ່ສິ່ງແວດລ້ອມຕໍ່ ທໍາມະຊາດ
ຢູ່ໃນເຂດໃກ້ຄຽງແລ້ວນັ້ນ ຄົງຈະບໍ່ມີຫຍັງພໍປານໃດ ຊຶ່ງທ່ານບອກ ວ່າ:

“ ເອີ່ໜີ້ໜາ ຢູ່ບ້ານໃໝ່ຫັ້ນໜາ. ແຖວໆເຮົາໜີ້ບໍ່ມີບັນຫາດອກ. ຄືຊິບໍ່ເປັນຫຍັງດອກ,
ມັນກະຊິບໍ່ກ່ຽວກັນດອກເບິ່ງໜິ”

ສະຫລຸບແລ້ວການທີ່ລາວມີໂຮງກັ່ນນໍ້າມັນແຫ່ງທໍາອິດ ທີ່ໄດ້ທໍາການຜະລິດເພື່ອ ທົດ
ລອງແລ້ວ ໃນອາທິດຜ່ານມານີ້ ອາດຈະບໍ່ປ່ອຍມົນລະພິດອອກມາ ກະທົບ ໃສ່ສິ່ງແວດ
ລ້ອມທໍາມະຊາດ ຢູ່ໃນເຂດອ້ອມແອ້ມໂຮງກັ່ນນັ້ນພໍປານໃດ ແຕ່ວ່າ ມັນຍັງເປັນການ
ຍາກຢູ່ທີ່ຈະສາມາດແຂ່ງຂັນກັບນໍ້າມັນສໍາເລັດຮູບ ທີ່ນໍາເຂົ້າມາ ຂາຍ ສະນັ້ນ ມັນຈະ
ບໍ່ຊ່ວຍເຮັດໃຫ້ລາຄານໍ້າມັນໃນລາວຖືກລົງແຕ່ຢ່າງໃດ ສະ ເພາະໃນອະນາຄົດຂອງ
ລາວອັນໃກ້ໆນີ້.

XS
SM
MD
LG