ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ການຖອນໂຕ ຈາກອີຢູ ຂອງອັງກິດ ອາດຈະຊຸກຍູ້ ໃຫ້ປະເທດອື່ນໆ ເຮັດຕາມ


Concern Grows in Brussels That Brexit Could Prove Contagious
please wait

No media source currently available

0:00 0:02:36 0:00

ຄວາມ​ເຫັນ​ພ້ອມ​ກັບສະຫະພາບຢູໂຣບ ຫຼື EU ໄດ້ຕົກຕ່ຳລົງຢ່າງໜັກ ທົ່ວທະວີບ ອີງ ຕາມການຄົ້ນຄວ້າໃໝ່ ຊຶ່ງໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ຢູ່ໃນນະຄອນຫຼວງ Brussel ​ເຖິງຜົນ ກະທົບ​ໃນການແຜ່ກະຈາຍອອກໄປ ຈາກການລົງປະຊາມະຕິ ໃນອັງກິດ ຊຶ່ງ ຈະມີຂຶ້ນ ກ່ຽວກັບການເປັນສະມາຊິກ ຂອງອັງກິດ ໃນສະຫະພາບຢູໂຣບນັ້ນ.

ສູນກາງຄົ້ນຄວ້າ Pew ທີ່ມີຫ້ອງການຕັ້ງຢູ່ໃນວໍຊິງຕັນ ໄດ້ສຳພາດ 10,000 ຄົນ ທົ່ວ ທະວີບຢູໂຣບ. ຄຳຕອບຂອງພວກເຂົາເຈົ້າ ໄດ້ສະແດງໃຫ້ເຫັນວ່າ ຄວາມສົງໄສ ກ່ຽວ ກັບ EU ແມ່ນບໍ່ພຽງຈຳກັດຢູ່ໃນແຕ່​ອັງກິດເທົ່ານັ້ນ. ຝຣັ່ງ ກໍມີທັດສະນະ ທີ່ບໍ່​ເຫັນ​ພ້ອມ ກັບ EU ຫຼາຍກວ່າປະເທດເພື່ອນບ້ານຂອງຕົນ ທີ່​ຕັ້ງຢູ່ຂ້າມຊ່ອງແຄບອັງກິດ ໂດຍມີ ປະຊາຊົນ ພຽງ 38 ເປີເຊັນ ມີຄວາມຄິດເຫັນໃນທາງບວກຕໍ່ສະຫະພາບຢູໂຣບ ເມື່ອ ທຽບໃສ່ 69 ເປີເຊັນ ​ໃນປີ 2004. ສ່ວນຢູ່ໃນສະເປນ ຄວາມ​ເຫັນ​ພ້ອມ​ກັບ EU ກໍຕົກຕ່ຳລົງຈາກ 80 ເປີເຊັນ ມາເປັນ 47 ເປີເຊັນ.

ທ່ານ Tim Oliver ຈາກສະ​ຖາ​ບັນ​ເສດຖະສາດ​ລອນ​ດອນ ກ່າວວ່າ ການລົງຄະແນນສຽງ ເພື່ອຖອນ​ໂຕອອກຈາກ EU ອາດນຳໄປສູ່ການຮຽກຮ້ອງລົງປະຊາມະຕິ ທີ່ຄ້າຍຄືກັນ ໃນ ທົ່ວທະວີບຢູໂຣບ.

ທ່ານກ່າວວ່າ “ແຕ່ວ່າ ພວກເຂົາເຈົ້າ ຈະສຳເລັດຫຼືບໍ່ນັ້ນ ມັນກໍຂຶ້ນກັບ ອັນທີໜຶ່ງ ແມ່ນ ຫຍັງຈະເກີດຂຶ້ນຕໍ່ອັງກິດ. ຖ້າ ອັງກິດຫາກ​ຕ້ອງ​ດິ້ນຮົນແລ້ວ ອັນນັ້ນ ກໍຈະສົ່ງສັນຍານ ຢ່າງແຮງກ້າໄປຍັງພວກປະເທດທັງໝົດ ໃນສະຫະພາບຢູໂຣບ. ແລະ ອັນທີສອງ ມັນ ຂຶ້ນກັບວ່າ ແມ່ນຫຍັງຈະເກີດຂຶ້ນ ຢູ່ໃນເຂດທີ່ໃຊ້ເງິນຢູໂຣ ມັນກໍຂຶ້ນກັບວ່າ ແມ່ນຫຍັງ ຈະເກີດຂຶ້ນ ໃນ Schengen ມັນຂຶ້ນກັບວ່າ ແມ່ນຫຍັງຈະເກີດຂຶ້ນ ກັບ ຣັດເຊຍ. ສະຫະພາບຢູໂຣບ ຈະປະເຊີນໜ້າກັບ ຫຼາຍໆວິກິດການ ໃນຂະນະນີ້ ແລະ ອັງກິດ ແມ່ນປະເທດໜຶ່ງ.”

ທ່ານ Oliver ກ່າວຕື່ມວ່າ ການຖອນ​ໂຕອອກຈາກ EU ຂອງອັງກິດ ອາດຈະໃຊ້ເວລາ ຍາວນານ ແລະ ຂື່ນຂົມ.

ທ່ານເວົ້າວ່າ “ພວກປະເທດທີ່ເຫຼືອຂອງ EU ແມ່ນຫາທາງທີ່ຈະລົງ ໂທດ ອັງກິດ ​ໃນ ການຖອນໂຕ ເພື່ອທີ່ຈະໃຫ້ຊົດໃຊ້ຄ່າເສຍຫາຍ ໃນດ້ານເສດຖະກິດ. ອັງກິດ ບໍ່ ສາມາດຖອນໂຕໄດ້ ແລະ ບໍ່ຮູ້ສຶກ ເຖິງການລົງໂທດໃດໆ ຄ່າເສຍຫາຍໃດໆ ແລະ ອື່ນນັ້ນ ແລະ ຈະມີຄວາມສຳພັນ​ແບບໃໝ່ກັບ EU ຫຼືບໍ່ ດັ່ງນັ້ນ ອາດຈະຊຸກຍູ້ ໃຫ້ ບັນດາ ປະເທດ ສະມາຊິກອື່ນໆ ກະທຳ​ການ​ແບບດຽວກັນນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG