ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະສິກໍາແບບຊຸມຊົນ ສົ່ງເສີມການຂະຫຍາຍຕົວຢ່າງຂອງການປູກຝັງທີ່ຍືນຍົງ ໃນລັດເວີຈີເນຍ


ກະສິກໍາຊຸມຊົນສົ່ງເສີມການຂະຫຍາຍຕົວແບບຍືນຍົງ

ຟາມທີ່ໄດ້ຮັບການສະໜັບສະໜູນຈາກຊຸມຊົນຫຼາຍໆຟາມ ກຳລັງໄດ້ຮັບຄວາມນິຍົມໃນທົ່ວສະຫະລັດ. ແທນທີ່ຈະເພິ່ງພາທະນາຄານເພື່ອສະຫນອງທຶນໃນການດໍາເນີນງານ, ພວກເຂົາຂາຍຮຸ້ນໃຫ້ກັບລູກຄ້າຂອງພວກເຂົາຜູ້ທີ່ໄດ້ຮັບຄ່າຕອບແທນດ້ວຍອາຫານສົດຕະຫຼອດລະດູການ. ເຈຟ ສວີຄອດ (Jeff Swicord) ນັກຂ່າວຂອງ​ວີ​ໂອ​ເອ ​ຈະນໍາ​ເອົາ​ລາຍ​ລະ​ອຽດກຽວກັບເລື້ອງນີ້ ​ຈາກ ​ວຽນ​ນາ ລັດເວີຈີເນຍ ມາສະເໜີທ່ານ.

ທ່ານ ນາງ ຮານາ ນິວຄອມ ແມ່ນຊາວກະສິກອນ ລຸ້ນທີສອງ ຈາກຟາມຜັກ ໃນເຂດໂປໂຕແມັກ. ໂດຍໃນປີ 1962, ພໍ່ຂອງນາງ ເຊິ່ງເປັນນັກ​ເສດ​ຖະ​ສາດ​ຂອງ​ລັດ​ຖະ​ບານ ໄດ້ຕັດສິນໃຈ​ທີ່​ຈະ​ເປັນ​ຊາວ​ກະ​ສິ​ກອນ​ ໃນ​ເວ​ລາ​ທີ່ລາວ​ມີ​ອາ​ຍຸໄດ້ປະມານຊາວປາຍ​ປີ. ແລະພໍ່ແມ່ຂອງນາງ ກໍໄດ້ເລີ່ມຕົ້ນຟາມຂອງພວກເຂົາດ້ວຍໝາກສາລີຫວານເພາະລາວຄິດວ່າ ນັ້ນແມ່ນສິ່ງທີ່ໂລກຕ້ອງການ ກໍຄືໝາກສາລີຫວານສົດ.

ໂດຍ ນາງ ຮານາ ໄດ້ອະທິບາຍວ່າ:

“ທີ່​ດິນ​ທີ່​ພວກ​ເຮົາ​ກໍາ​ລັງ​ນັ່ງ​ຢູ່​ ໃນຕອນນີ້​, ພວກ​ເຂົາ​ເຈົ້າ​ຊື້​ໃນ​ປີ 1966​. ໃນຕົວ​ຈິງ​ແລ້ວ​, ຂ້ອຍ​ເປັນ​ຄົນ​ທີ່​ບໍ່​ເຄີຍ​ພາດ​ແມ່ນແຕ່ຊ່ວງລະດູ​ຮ້ອນ​ດຽວ​ຢູ່ໃນຟາມ​. ຂ້ອຍມັກປູກຜັກເພາະມັນເປັນສິ່ງໜຶ່ງທີ່ເບິ່ງຄືວ່າ ຈະບໍ່ມີວັນຫຼ້າສະໄໝ. ສິ່ງອື່ນໆທີ່ເປັນອາຫານເບິ່ງຄືວ່າ ຈະຢູ່ພາຍໃຕ້ຄໍາຖາມດ້ານສຸຂະພາບ, ແຕ່ຜັກແມ່ນມີປະໂຫຍດຕໍ່ສຸຂະພາບຢ່າງແທ້ຈິງ.”

ນາງຮານາ ເລົ່າເຖິງຄວາມເປັນມາຂອງຟາມທັງຫຼາຍແຫ່ງນີ້ວ່າ ການເຮັດຟາມບໍ່ແມ່ນເລື້ອງງ່າຍ. ມັນຕ້ອງໃຊ້ທັງຄວາມອົດທົນ ແລະເວລາ, ຕ້ອງໄດ້ຜ່ານຜ່າອຸປະສັກຫຼາຍປະການ ບໍ່ວ່າຈະເປັນການປ່ຽນແປງຂອງສະພາບແວດລ້ອມອ້ອມຂ້າງ, ຕ້ອງໄດ້ມີການປັບໂຕເພື່ອຄວາມຢູ່ລອດ ແລະ ພ້ອມນັ້ນ ກໍຕ້ອງມີຄວາມຕັ້ງໃຈ ແລະ ຄວາມຮັກຕໍ່ວຽກນີ້ພ້ອມ. ໂດຍເມື່ອປະມານ 60 ປີກ່ອນຫນ້ານີ້, ເຂດເທດສະບານ Fairfax County ໄດ້ຫັນປ່ຽນຈາກຟາມງົວນົມມາເປັນເຂດຊານເມືອງ. ພື້ນທີ່ບາງສ່ວນ ທີ່ເຄີິຍເປັນຟາມງົວນົມໃນເມື່ອກ່ອນ, ໂຄງການພັດທະນາຢູ່ທີ່ແຫ່ງນັ້ນ ເຄີຍເປັນດ້ານໜ້າຂອງເດີ່ນ, ຖ້າເຈົ້າອອກໄປໄກກວ່ານີິ້ ອັນນັ້ນແມ່ນ ເດີ່ນທອມສັນ ແລະຖ້າເຈົ້າຂ້າມທາງໄປ ອັນນັ້ນ ແມ່ນເດີ່ນ ໄວ້ແມນ. ແລະຖ້າເຈົ້າໄປບ່ອນນັ້ນ ອັນນັ້ນ ແມ່ນດິນຂນອງ ແບຣດລີ ທອມສັນ. ແລະດັ່ງນັ້ນ ພວກຄົນທັງຫຼາຍເຫຼົ່ານີ້ ເປັນຊາວກະສິກອນມາແຕ່ເກົ່າ ຈາກ 50 ປີກ່ອນ ຫຼື 60 ປີກ່ອນ ຜູ້ທີ່ໄດ້ໃຫ້ພວກເຮົາເຊົ່າດິນທັງໝົດທີ່ຢູ່ເລາະຕາມເສັ້ນທາງນີ້ ໄປຈົນຮອດເຂດ Tyson Corner.

ໂດຍນາງ ໄດ້ກ່າວຕື່ມວ່າ:

“ດັ່ງນັ້ນ, ເມື່ອຕອນພໍ່ແມ່ຂອງຂ້ອຍ ຊື້ທີ່ດິນຜືນນີ້, ແຖວນີ້ຈຶ່ງບໍ່ມີໂຄງການພັດທະນາເຂດຊານເມືອງເລີຍ. ມັນເປັນເສັ້ນທາງຫຼວງ 2 ເສັ້ນ, ກໍຄືທາງເລກເຈັດ, ເຊິ່ງປັດຈຸບັນນີ້ເປັນທາງຫຼວງ 6 ເສັ້ນແລ້ວ ແລະຊາວກະສິກອນງົວນົມລຸ້ນເກົ່າໆທັງຫມົດ ກໍນັ່ງຢູ່ເທິງທີ່ດິນຂອງພວກເຂົາເຈົ້າ ເພື່ອລໍຖ້າຂາຍມັນ ແລະລໍຖ້າທີ່ຈະຂາຍໃຫ້ໄດ້ເງິນຫຼວງຫຼາຍ. ຖ້າເຈົ້າສາມາດເຊື່ອໃນສິ່ງນີ້, ທີ່ດິນທີ່ຖືກຂາຍທີ່ຢູ່ຕິດກັບທີ່ດິນຂອງພວກເຮົາ ໃນປີ 2008, ແມ່ນ 500,000 ໂດລາຕໍ່ເອເຄີ ທີ່ຍັງບໍ່ໄດ້ພັດທະນາ, ເຊິ່ງເປັນເງິນຈໍານວນມະຫາສານທີ່ຈະຕ້ອງໄດ້ໃຊ້, ແລ້ວຈະເອົາມາຈາກໃສ, ເພື່ອທີ່ຈະປູກຜັກ.”

ແນວໃດກໍຕາມ, ເຖິງແມ່ນວ່າການພັດທະນາຕົວເມືອງຈະເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້ ແລະ ມີການຂະຫຍາຍອອກໄປຕະຫຼອດເວລາ, ແຕ່ນາງ ຮານາ ກໍ່ບໍ່ຄິດວ່າ ມັນຈະເຮັດໃຫ້ນາງເປັນຄົນລຸ້ນສຸດທ້າຍທີ່ເຮັດກະສິກຳຢູ່ໃນທີ່ດິນຜືນນີ້ ໂດຍນາງ ໄດ້ກ່າວວ່າ:

“ຂ້ອຍບໍ່ຄິດວ່າຂ້ອຍຈະເປັນຄົນລຸ້ນສຸດທ້າຍທີ່ເຮັດກະສິກຳຢູ່ທີ່ດິນຜືນນີ້ ເພາະຂ້ອຍມີຫລານຊາຍທີ່ອາຍຸນ້ອຍກວ່າຂ້ອຍຫຼາຍເທົ່າ. ພວກເຂົາອາຍຸນ້ອຍກວ່າຂ້ອຍເຖິງ 30 ປີ. ແລະ ພວກເຮົາກໍມີ ແຄຣີ (Kerry), ເຊິ່ງເປັນນຶ່ງໃນເຈົ້າຂອງຮ່ວມ, ແລະນາງກໍມີອາຍຸນ້ອຍກວ່າຂ້ອຍເຖິງ 20 ປີ.”

ໃນຕອນທ້າຍ,​ ນາງ ຮານາ ຍັງໄດ້ຍໍ້າວ່າ ນາງ ຄິດ​ວ່າ​ທີ່​ດິນຜືນນີ້​ຈະຍັງຄົງ​ຢູ່​ຕໍ່ໄປ ເພາະ​ວ່າ​ອ້າຍເອື້ອຍ​ນ້ອງ​ຂອງນາງ ແລະ ຄົນລຸ້ນ​ຕໍ່​ໄປຂອງນາງ ໄດ້​ຕົກ​ລົງ​ເປັນ​ເອ​ກະ​ພາບກັນວ່າ ພວກເຮົາ​ຈະ​ບໍ່​ຂາຍ​ທີ່​ດິນຜືນນີ້​. ນາງຍັງບໍ່ເຊື່ອວ່າ ຄົນ​ເຮົາຄວນ​ຈະ​ຢ້ານ​ກົວການປ່ຽນແປງ ຢູ່​ຕະ​ຫຼອດ​ເວ​ລາ ເພາະມັນມີໂອກາດຢູ່ຕະຫຼອດ ທີ່ການປ່ຽນແປງຈະເປັນສິ່ງທີ່ດີ. ແລະນັ້ນ ແມ່ນເຫດຜົນທີ່ພວກເຮົາລ້ຽງດູເບິ່ງແຍງຄົນໃຫ້ເປັນຄົນທີ່ດີຂຶ້ນ. ຍ້ອນ​ວ່າ​ພວກເຮົາຕ້ອງ​ການ​ໃຫ້ມີໂອ​ກາດ​ເຂົ້າມາ​.

ອ່ານລາຍງານເປັນພາສາອັງກິດຂ້າງລຸ່ມນີ້:

Community supported farms are growing in popularity across the US. Rather than depending on banks to fund their operations they sell shares to their customers who are paid back with fresh food throughout the season. VOA’s Jeff Swicord brings us the story from Vienna, Virginia.

Hana Newcomb, Potomac Vegetable Farms:
I am a second-generation farmer. My parents started this farm in 1962. My father started out not as a farmer but as a government economist, and he decided to be a farmer when he was in his late twenties. And they started out with sweet corn because he thought that that's what the world needed, was fresh sweet corn.

The land that we are sitting on right now, they bought in 1966. I actually am somebody who has never missed a single summer on the farm. I love growing vegetables because it's the one thing that seems like will never go out of style. Everything else that's a food seems to be under some health questions, but vegetables are completely uniquely healthy.

Hana Newcomb, Potomac Vegetable Farms:
How hard is it to get land and start a farm? It takes more than most people have. More like 60 years ago, Fairfax County was transitioning from being dairy farms to being suburbs. That development there was the Front field. And if you go further, that's the Thompson field. And if you go across the street, that's the Whiteman field. And if you go over there, that's Bradley Thompson's. And so, all of these are old farmers from 50 years ago or 60 years ago, who rented us property all along this road, all the way to Tysons Corner.

Hana Newcomb, Potomac Vegetable Farms:
And so, when my parents bought this piece of property, there were no suburban developments around here. It was a two-lane highway, Route Seven, which is now currently a six-lane highway,
and all the old dairy farmers were sitting on their property waiting to sell it and waiting to make a lot of money. If you can believe this, the land that was sold adjacent to our property in 2008, was $500,000 an acre undeveloped, an insane amount of money to have to spend, to come up with, to grow vegetables.

Hana Newcomb, Potomac Vegetable Farms:
I do not think I'm the last generation to farm this land because I have my nephews who are how much younger than I am. They're 30 years younger than I am. And then we have Kerry, who is one of the co-owners, and she's 20 years younger than I am.

Hana Newcomb, Potomac Vegetable Farms:
I think the land will stay because my siblings and my, the next generation down, have unanimously agreed that we will not sell the land. I don't think that people should be so fearful all the time about change. I think that there's opportunity all the time for change to be good. And that's why you have children. That's why you raise people to be better people. It’s because you want the opportunities to come up.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG