ຊາວກຳປູເຈຍ ຈະພາກັນໄປປ່ອນບັດໃນຕົ້ນເດືອນໜ້າ ເພື່ອເລືອກເອົາເຈົ້າໜ້າທີ່ຂັ້ນ
ເມືອງ 12,000 ກວ່າຄົນ ແຕ່ວ່າການປ່ອນບັດດັ່ງກ່າວ ຍັງໄດ້ເຮັດໃຫ້ມີການແຂ່ງຂັນ
ກັນເກີດຂຶ້ນ ລະຫວ່າງສອງພັກທີ່ສຳຄັນ ທ່າມກາງການຂົ່ມຂູ່ຂອງສົງຄາມກາງເມືອງ
ແລະການປາມປາມທັບມ້າງຜູ້ທີ່ບໍ່ເຫັນພ້ອມທາງການເມືອງ ກ່ອນໜ້າການເລືອກຕັ້ງ
ແຫ່ງຊາດ ທີ່ຈະມີຂຶ້ນໃນກາງປີໜ້າ.
ສຳລັບນາຍົກລັດຖະມົນຕີ Hun Sen ແລະພັກປະຊາຊົນກຳປູເຈຍຂອງທ່ານ ເຊື່ອວ່າ
ການປ່ອນບັດປະຊາຄົມໃນວັນທີ 4 ເດືອນມິຖຸນາມາເຖິງນີ້ຈະເປັນການທົດສອບທີ່ສຳ
ຄັນກ່ຽວກັບຄວາມນິຍົມຊົມຊອບທີ່ໄດ້ຢູ່ພາຍໃຕ້ຄວາມກົດດັນຢ່າງແຮງ ຈາກການລົງ
ຄະແນນສຽງຊາວໜຸ່ມທີ່ກຳລັງເກີດຂຶ້ນ ແລະການປ່ຽນແປງທ່າທີ.
ໃນຂະນະທີ່ການໂຄສະນາຫາສຽງກຳລັງດຳເນີນຢູ່ນັ້ນ ໂຄສົກລັດຖະບາ ທ່ານ Phay
Siphan ກ່າວວ່າ ການເລືອກຕັ້ງປະຊາຄົມເຫຼົ່ານີ້ ຈະເຮັດໃຫ້ປະເພນີການເລືອກຕັ້ງທີ່ຫຼາກຫຼາຍ ຢູ່ໃນລະດັບທ້ອງຖິ່ນ ແລະຄໍ້າປະກັນຖານະກຳປູເຈຍວ່າເປັນສັງຄົມທີ່ເປີດ
ກວ້າງ. ແຕ່ທ່ານກ່າວວ່າ ການປ່ອນບັດອາດຈະມີການ ຕໍ່ສູ້ກັນຢ່າງເຕັມທີ່ຂອງບັນຫາ
ແຕ່ລະມື້.
ທ່ານກ່າວວ່າ “ຄວາມສຳຄັນ ຖານະປານກາງໄດ້ແຜ່ຂະຫຍາຍ. ປະຊາຊົນ ມີນໍ້າສະ
ອາດ ໄຟຟ້າ ໂຮງຮຽນ ອະນາໄມ. ແນ່ນອນ ມັນບໍ່ເປັນທີ່ພຽງພໍ ແຕ່ມັນໄດ້ດີຂຶ້ນຈາກປີ
ໄປຫາປີ. ພວກເຮົາມີຖານະປານກາງທີ່ຕ້ອງການໃຫ້ເຕີຍໂຕຂຶ້ນ.”
ທ່ານກ່າວວ່າໄດ້ມີລາຍງານຈຳນວນນຶ່ງຂອງການປະເຊີນໜ້າກັນເລັກນ້ອຍ ລະຫວ່າງ
ບັນດາຜູ້ສະໜັບສະໜູນຈາກສອງພັກທີ່ສຳຄັນ ນັບແຕ່ການໂຄສະນາຫາສຽງໄດ້ເລີ້ມ
ຂຶ້ນຢ່າງເປັນທາງການ ໃນວັນເສົາທີ່ຜ່ານມາ ແຕ່ວ່າ ມັນໄດ້ແຕກແຍກກັນຢ່າງວ່ອງໄວ.
ທ່ານຍັງກ່າວປ້ອງກັນລັດຖະບານຂອງທ່ານ ທີ່ທັບມ້າງແກ່ຜູ້ບໍ່ເຫັນພ້ອມ ໂດຍກ່າວວ່າ
ມັນເປັນເລື່ອງກົດໝາຍ ແລະສານ ແຕ່ຄົນມີສິດໃນການຕິຕຽນ.
ທ່ານກ່າວວ່າ “ພວກເຮົາບໍ່ທັບມ້າງ ເພາະວ່າ ຄວາມກົດດັນຂອງການເມືອງນັ້ນ ບໍ່. ພວກ
ເຮົາທັບມ້າງ ເຂົາເຈົ້າມີສາເຫດຂອງເຂົາເຈົ້າ ເຂົາເຈົ້າມີເຫດຜົນຂອງເຂົາເຈົ້າ ເພາະສະ
ນັ້ນພວກເຮົາຕ້ອງທ້າທາຍດ້ວຍກົດໝາຍ. ທີ່ພົວພັນກັບການໃສ່ຄຸກພວກສະໜັບສະໜູນ
ຝ່າຍຄ້ານ.
ທ່ານກ່າວວ່າ “ຄົນເຫລົ່ານັ້ນ ເຂົາເຈົ້າກະທຳຄວາມຜິດຕໍ່ກົດໝາຍເພາະສະນັ້ນເຂົາເຈົ້າ
ໃຫ້ການນັບຖືກົດໝາຍກຳປູເຈຍ ເຂົາເຈົ້າຕ້ອງນັບຖືສານ.”