ສາຍການບິນຕ່າງ ໆ ປັບປ່ຽນເສັ້ນທາງການບິນ ລະຫວ່າງອອສເຕຣເລຍ ແລະ ນິວຊີແລນ ໃນວັນສຸກມື້ນີ້ ຫຼັງຈາກຈີນໄດ້ແຈ້ງໃຫ້ອອສເຕຣເລຍ ຊາບວ່າກອງທັບເຮືອປົດປ່ອຍປະຊາຊົນຈີນ ຈະຈັດການຝຶກຊ້ອມລົບດ້ວຍລູກປືນແທ້ຢູ່ນອກຊາຍຝັ່ງ ນິວເຊົາເວລ ( New South Wales) ໃນນ່ານນໍ້າສາກົນ ຊຶ່ງເປັນເຫດການທີ່ບໍ່ຄ່ອຍເກີດຂຶ້ນ ອີງຕາມການລາຍງາຂອງອົງກາຂ່າວຣອຍເຕີສ.
ທ່ານ ແອນໂທນີ ອາລບານີຊ ນາຍົກລັດຖະມົນຕີ ອອສເຕຣເລຍ ກ່າວກັບສື່ມວນຊົນໃນຕອນບ່າຍຂອງວັນສຸກມື້ນີ້ວ່າ ກອງທັບເຮືອຈີນໄດ້ໝົດລະຍະເວລາຊ້ອມລົບແລ້ວ ແລະ ຍັງບໍ່ຈະແຈ້ງວ່າ ກອງທັບເຮືອຈີນ ໃຊ້ລູກປືນແທ້ຫຼືບໍ່.
“ ຈີນອອກຄຳເຕືອນຕາມລະບຽບການປະຕິບັດວ່າ ຈະດຳເນີນການດັ່ງກ່າວ ລວມເຖິງການເປັນໄປໄດ້ສູງທີ່ຈະໃຊ້ລູກປືນແທ້ນໍາດ້ວຍ. ເນື່ອງຈາກຢູ່ນອກເຂດເສດຖະກິດສະເພາະຂອງອອສເຕຣເລຍ” ທ່ານກ່າວພ້ອມລະບຸວ່າ ຢູ່ຫ່າງຈາກຊາຍຝັ່ງຢ່າງໜ້ອຍ 200 ໄມລທະເລ ຫຼື 370 ກິໂລແມັດ.
ທ່ານ ໄດ້ກ່າວຕື່ມວ່າ “ຕາມຂໍ້ມູນຂອງກະຊວງປ້ອງກັນປະເທດ ບໍ່ພົບຄວາມສ່ຽງທີ່ຈະເກີດອັນຕະລາຍຕໍ່ຊັບສີນຂອງອອສເຕຣເລຍ ຫຼືຂອງນິວຊີແລນ ໃນທັນທີ ແລະນັ້ນຄືເຫດຜົນທີ່ຕ້ອງອອກແຈ້ງການດັ່ງກ່າວ.”
ກໍາປັ່ນລົບຂະໜາດກາງ ກໍາປັ່ນລາດຕະເວນ ແລະ ກໍາປັ່ນລຳລຽງຂອງກອງທັບເຮືອປົດປ່ອຍປະຊາຊົນຈີນ ໄດ້ເຂົ້າສູ່ເສັ້ນທາງເດີນທະເລຂອງອອສເຕຣເລຍ ເມື່ອອາທິດທີ່ຜ່ານມາ ແລະຈະແລ່ນຜ່ານຊາຍຝັ່ງຕາເວັນອອກຂອງອອສເຕຣເລຍ ໃນອາທິດນີ້ ໂດຍມີກອງທັບເຮືອ ແລະ ກອງທັບອາກາດຂອງອອສເຕຣເລຍ ແລະ ນິວຊີແລນ ຕິດຕາມເຝົ້າລະວັງເບິ່ງ.
ເມື່ອວັນສຸກຜ່ານມາຫ້ອງການຄວບຄຸມການຈາລະຈອນທາງອາກາດຂອງອອສເຕຣເລຍ ໄດ້ຕິດຕໍ່ກັບສາຍການບິນຕ່າງ ໆ ເພື່ອແຈ້ງໃຫ້ຮູ້ກ່ຽວກັບລາຍງານການຍິງລູກແທ້ ທີ່ກອງບິນສະເພາະກິິດຂອງກອງທັບເຮືອຈີນ ພວມປະຕິບັດການຢູ່, ຫ້ອງການແລະເຈົ້າໜ້າທີ່ຂອງອອສເຕຣເລຍ ໄດ້ກ່າວ.
ຫ້ອງການຄວບຄຸມການຈາລະຈອນທາງອາກາດ Airservices Australia ກ່າວໃນຖະແຫຼງການວ່າ “ຫ້ອງການການບິນພົນລະເຮືອນ ແລະ Airservices Australia ຮັບຮູ້ການຍິງລູກແທ້ ໃນນ່ານນໍ້າສາກົນແລ້ວ.”
ຫ້ອງການນັ້ນ ໄດ້ກ່າວເພີ້ມຕື່ມວ່າ “ເພື່ອຄວາມປອດໄພ ເຮົາໄດ້ແຈ້ງໃຫ້ສາຍການບິນຕ່າງ ໆ ທີ່ມີແຜນບິນໃນພື້ນທີ່ດັ່ງກ່າວຮັບຮູ້.”
ສາຍການບິນ Qantas ແລະ Jetstar ຊຶ່ງເປັນບໍລິສັດສາຍການບິນລາຄາປະຢັດພວມເຝົ້າຕິດຕາມນ່ານຟ້າ ແລະປັບປ່ຽນຖ້ຽວບິນບາງສ່ວນຊົ່ວຄາວຂ້າມທະເລ ແທສມັນ ລະຫວ່າງ ອອສເຕຣເລຍ ກັບ ນິວຊີແລນ. ສາຍການບິນນິວຊີແລນກ່າວວ່າ ໄດ້ປັບປ່ຽນເສັ້ນທາງການບິນຕາມຄວາມຈຳເປັນເພື່ອຫຼີກລ້ຽງພື້ນທີ່ດັ່ງກ່າວ ໂດຍບໍ່ມີຜົນກະທົບຕໍ່ການດຳເນີນງານ ໃນຂະນະທີ່ ສາຍການບິນ ເວີຈິ້ນອອສເຕຣເລຍ ພວມປະຕິບັດຕາມຄຳແນະນໍາຂອງ Airservices Australia.
ອ່ານຂ່າວເປັນພາສາອັງກິດ
Airlines modified flight paths between Australia and New Zealand on Friday after China notified Australia that the People's Liberation Army Navy would hold live-fire exercises off the New South Wales coast in international waters, a rare event.
Australia's Prime Minister Anthony Albanese told reporters on Friday afternoon that the time period for the Chinese navy exercises had expired, and it was unclear if live fire had been used by the Chinese navy.
"China issued, in accordance with practice, an alert that it would be conducting these activities, including the potential use of live fire. It's outside of Australia's exclusive economic zone," he said, indicating it was at least 200 nautical miles (370 km) offshore.
"According to defense, there has been no imminent risk of danger to any Australian assets or New Zealand assets, and that's why this notification occurs," he added.
A People's Liberation Army Navy frigate, cruiser and replenishment vessel last week entered Australia's maritime approaches, and traveled down Australia's east coast this week, monitored by the navies and air forces of Australia and New Zealand.
Airlines were contacted by Australia's air traffic control agency on Friday warning them of reports of live fire where the Chinese navy task group was operating, the agency and Australian officials said.
"The Civil Aviation Authority and Airservices Australia are aware of reports of live firing in international waters," air traffic control agency Airservices Australia said in a statement.
"As a precaution, we have advised airlines with flights planned in the area," it added.
Qantas and its low-cost arm Jetstar were monitoring the airspace and temporarily adjusted some flights across the Tasman Sea between Australia and New Zealand. Air New Zealand said it had modified flight paths as needed to avoid the area, with no impact to its operations, while Virgin Australia <IPO-VIR.AX> was following instructions from Airservices Australia.
ຟໍຣັມສະແດງຄວາມຄິດເຫັນ