ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເສຍ​ຊີ​ວິດ​ໃນ​ສົງ​ຄາມ ​ເຮັດ​ໃຫ້​ການ​ສູ້​ລົບ​ຂອງ​ອາ​ສາ​ສະ​ໝັກ​​ອາ​ເມ​ຣິ​ກັນ ໃນ​ຢູ​ເຄ​ຣນ ໄດ້​ຮັບ​ຄວາມສົນ​ໃຈ


ສະ​ມາ​ຊິກ​ຂອງ​ກຸ່ມ​ນັກ​ລົບ​ອາ​ສາ​ສະ​ໝັກ​ທີ່​ຈັບ​ອາ​ອຸດ​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ທະ​ຫານ​ຢູ​ເຄ​ຣນ ຢືນ​ຖ່າຍ​ຮູບ​ຢູ່​ຕໍ່​ໜ້າ​ໂຮງ​ໝໍ​ແຫ່ງ​ນຶ່ງ​ໃນ​ເມືອງ Brovary ຢູ່​ໃກ້​ນະ​ຄອນ​ຫລວງ​ກີ​ຢິບທ່າມ​ກາງ​ການ​ບຸກ​ລຸກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 20 ມີ​ນາ, 2022.
ສະ​ມາ​ຊິກ​ຂອງ​ກຸ່ມ​ນັກ​ລົບ​ອາ​ສາ​ສະ​ໝັກ​ທີ່​ຈັບ​ອາ​ອຸດ​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ທະ​ຫານ​ຢູ​ເຄ​ຣນ ຢືນ​ຖ່າຍ​ຮູບ​ຢູ່​ຕໍ່​ໜ້າ​ໂຮງ​ໝໍ​ແຫ່ງ​ນຶ່ງ​ໃນ​ເມືອງ Brovary ຢູ່​ໃກ້​ນະ​ຄອນ​ຫລວງ​ກີ​ຢິບທ່າມ​ກາງ​ການ​ບຸກ​ລຸກ​ຂອງ​ຢູ​ເຄ​ຣນ, ວັນ​ທີ 20 ມີ​ນາ, 2022.

ທ່ານຮາ​ຣີ​ສ​ສັນ ໂຈ​ເຊໂຟ​ວິກ​ຊ (Harrison Jozefowicz) ​ໄດ້​ລາ​ອອກ​ຈາກ​ການ​ເປັນ​ເຈົ້າ​ໜ້າ​ທີ່​ຕຳຫຼວດໃນ​ນະ​ຄອນ​ຊີ​ກາ​ໂກ ​ແລະ​ໄດ້​ເດີນທາງ​ໄປ​ຕ່າງປະ​ເທດ​ບໍ່​ດົນ​ຫລັງ​ຈາກຣັດ​ເຊຍ​ ໄດ້​ບຸກລຸກ​ເຂົ້າ​ໄປ​ໃນ​ຢູ​ເຄຣນ. ໂດຍທີ່​ເປັນນັກລົບເກົ່າ ຂອງກອງທັບຜູ້​ນຶ່ງ, ທ່ານກ່າວວ່າ ທ່ານບໍ່ສາມາດອົດກັ້ນໄດ້ ຈຶ່ງຕ້ອງ​ໄດ້ເຂົ້າ ຮ່ວມເປັນອາສາສະຫມັກອາເມຣິກັນ ທີ່ຊອກຫາທາງຊ່ວຍເຫຼືອຊາວຢູ​ເຄ​ຣນໃນ ການຕໍ່ສູ້ຂອງພວກເຂົາເຈົ້າ, ອີງ​ຕາມ​ລາຍ​ງານ​ຂອງອົງ​ການຂ່າວເອ​ພີ (AP).

ປັດຈຸບັນທ່ານໂຈ​ເຊໂຟ​ວິກ​ຊ (Jozefowicz) ເປັນຫົວຫນ້າກຸ່ມທີ່ເອີ້ນວ່າ ໜ່ວຍ​ສະ​ເພາະ​ກິດ​ແຢັງ​ກີ (Task Force Yankee), ເຊິ່ງທ່ານເວົ້າວ່າ ໄດ້ຈັດ​ເອົາອາສາສະຫມັກຫຼາຍກວ່າ 190 ຄົນ ​ໄປຢູ່ໃນຊ່ອງຂອງການສູ້ລົບ ແລະ ເຮັດພາລະບົດບາດອື່ນ ໃນຂະນະທີ່ສົ່ງເຄື່ອງປະ​ຖົມ​ພະ​ຍາ​ບານເກືອບ 15,000 ຊຸດໄປ​ໃຫ້, ຊ່ວຍຍົກຍ້າຍຫຼາຍກວ່າ 80 ຄອບຄົວ ແລະຊ່ວຍຈັດສົ່ງອາຫານ ແລະ ອຸປະກອນການແພດຫຼາຍສິບຊຸດໄປ​ໃຫ້​ເຂດ​ແນວ​ໜ້າຂອງ​ສົງຄາມຢູ່​ທາງ​ພາກ​ໃຕ້ ​ແລະ​ພາກ​ຕາ​ເວັນ​ອອກ.

ມັນເປັນວຽກທີ່ຫຍຸ້ງຍາກ, ອັນຕະລາຍ. ​ແຕ່​ທ່ານໂຈ​ເຊໂຟ​ວິກ​ຊ (Jozefowicz) ກ່າວ​ວ່າລາວ​ຮູ້ສຶກ​ສິ້ນ​ຫວັງ ທີ່​ຈະ​ເຮັດ​ຫຍັງ​ໄດ້​ ເມື່ອ​ນັ່ງ​ເບິ່ງ​ຢູ່ໃນ​ສະຫະລັດ​ໃນ​ປີ​ກາຍ​ນີ້ ຂະ​ນະ​ທີ່​ສະຫະລັດ ຖອນ​ຕົວ​ອອກ​ຈາກ​ອັຟກາ​ນິສຖານ, ​ໂດຍ​ສະ​ເພາະ​ແມ່ນຫລັງ​ຈາກ​ເພື່ອນ​ສະໜິດຂອງ​ທ່ານ, ສິບ​ເອກ ໄຣ​ເອິນ ຄນ​ອ​ສ (Ryan Knauss) ໄດ້ເສຍຊີວິດໃນເຫດລະເບີດສະຫລະຊີບທີ່ນະຄອນຫຼວງກາ​ບູ​ລ.

"ສະນັ້ນ ຂ້ອຍກໍມີແຕ່ພະຍາຍາມເຮັດທຸກສິ່ງທີ່ສາມາດເຮັດໄດ້ ເພື່ອໃຫ້ແນ່ໃຈວ່າ ຂ້ອຍສາມາດຊ່ວຍຄົນອື່ນບໍ່ ໃຫ້ຜ່ານຜ່າສິ່ງທີ່ຂ້ອຍໄດ້ຜ່ານມາ​ແລ້ວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທີ່​ກ່າວໃນວັນເສົາຜ່ານ​ມານີ້ໃນລະຫວ່າງການ ໃຫ້ສໍາພາດ ດ້ວຍການສົ່ງຂໍ້ຄວາມຫາ.

ອະ​ດີດ​ທະ​ຫານ​ອາ​ສະ​ຫະ​ລັດ​ຜູ້​ນຶ່ງ​ທີ່​ເສຍ​ຊີ​ວິດ​ໃນ​ອາ​ທິດ​ແລ້ວນີ້ ເຊື່ອ​ກັນ​ວ່າ​ເປັນ​ພົນ​ລະ​ເມືອງ​ອາ​ເມ​ຣິກັນ​ຄົນ​ທຳ​ອິດ​ທີ່​ຖືກ​ຂ້າ​ຕາຍໃນ​ຂະ​ນະ​ທີ່​ສູ້​ລົບ​ຢູ່ໃນ​ຢູ​ເຄ​ຣນ. ທ້າວ​ວີ​ລ​ລີ ໂຈ​ເຊັ​ຟ ແຄນ​ໂຊ​ລ (Willy Joseph Cancel), ອາ​ຍຸ 22 ປີ, ໄດ້ເສຍຊີວິດໃນວັນຈັນແລ້ວນີ້ຂະນະທີ່ເຮັດວຽກໃຫ້ບໍລິສັດສັນ​ຍາ​ຈ້າງດ້ານການທະ ຫານທີ່ສົ່ງລາວໄປ​ຢູເຄຣນ, ຕາມທີ່ແມ່ຂອງລາວ, ນາງ​ເຣບ​ເບ​ກາ ແຄ​ເບ​ຣ​ຣາ (Rebecca Cabrera) ບອກ​ກັບ​ອົງ​ການ​ຂ່າວ CNN.

​ນາງ Anja Osmon, ຊາວ​ອາ​ເມ​ທີ່​ອອກ​ຈາກ​ບ້ານ​ໄປ​ສູ້​ລົບ​ກັບ​ຣັດ​ເຊຍ ຖ່າຍ​ຮູບແບບ selfie ທີ່​ສະ​ໜອງ​ໃຫ້​ ອງ​ການ​ຂ່າວ AP ໃນ​ວັນ​ທີ 1 ພຶດ​ສະ​ພາ, 2022. (Anja Osmon via AP)
​ນາງ Anja Osmon, ຊາວ​ອາ​ເມ​ທີ່​ອອກ​ຈາກ​ບ້ານ​ໄປ​ສູ້​ລົບ​ກັບ​ຣັດ​ເຊຍ ຖ່າຍ​ຮູບແບບ selfie ທີ່​ສະ​ໜອງ​ໃຫ້​ ອງ​ການ​ຂ່າວ AP ໃນ​ວັນ​ທີ 1 ພຶດ​ສະ​ພາ, 2022. (Anja Osmon via AP)

ຊາວອາເມຣິກັນອີກຈຳນວນນຶ່ງທີ່ບໍ່ຮູ້ຈຳ​ນວນ​ຢ່າງ​ຊັດ​ເຈນ - ໃນ​ນັ້ນ​ມີຫຼາຍຄົນ ທີ່ມີປະ​ຫວັດ​ເຄີຍເປັນທະຫານມາ - ຄິດວ່າໄດ້ໄປປະເທດນັ້ນ ເພື່ອຕໍ່ສູ້ກັບ ກຳລັງທະ​ຫານຣັດເຊຍ ຄຽງບ່າ​ຄຽງ​ໄຫລ່ກັ​ບຊາວຢູເຄຣນ ແລະພວກອາສາ ສະໝັກຈາກປະເທດອື່ນ ເຖິງແມ່ນວ່າກຳລັງທະ​ຫານຂອງສະຫະລັດ ບໍ່ໄດ້ມີ ສ່ວນຮ່ວມໂດຍກົງໃນການສູ້ລົບນີ້ ນອກ​ເໜືອ​ໄປຈາກ​ການສົ່ງຍຸດ​ໂທປະກອນທາງ​ທະ ຫານ, ການຊ່ວຍເຫຼືອດ້ານມະນຸດສະທຳ ແລະເງິນໄປໃຫ້ກໍ​ຕາມ.

ການບຸກໂຈມຕີຂອງຣັດເຊຍໄດ້້​ເຮັ​ດໃຫ້ສະຖານທູດຢູເຄຣນຢູ່​ໃນວໍຊິງຕັນ ປະຕິບັດໜ້າທີ່ໃນການສອບຖາມຂໍ້ມູນຊາວ ອາ ເມຣິກັນຫຼາຍພັນຄົນທີ່ຢາກໄປຊ່ວຍໃນການຕໍ່ສູ້, ແລະຢູເຄຣນ ກໍພວມນຳໃຊ້ອິນເຕີແນັດເພື່ອລະ​ດົມ​ເອົາອາສາສະໝັກຂອງກຳ ລັງທະ​ຫານຕ່າງປະເທດ, ຊຶ່ງເປັນກອງທະ​ຫານ​ສາ​ກົນປ້ອງ ກັນປະເທດຂອງຢູເຄຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG