ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ເກາະຄາຣິບບຽນ ຂອງໂຄລອມເບຍ ເປັນເຂດແນວໜ້າໃນການຕໍ່ສູ້ຕ້ານ ການປ່ຽນແປງຂອງດິນຟ້າອາກາດ


ເກາະຄາຣິບບຽນ ຂອງໂຄລອມເບຍ ເປັນເຂດແນວໜ້າໃນການຕໍ່ສູ້ຕ້ານ ການປ່ຽນແປງຂອງດິນຟ້າອາກາດ

ໃນຂະນະທີ່ບັນດາຜູ້ຕາງໜ້າຂອງຄູ່ຮ່ວມລົງນາມໃນສົນທິສັນຍາດ້ານຄວາມຫລາກຫຼາຍທາງຊີວະພາບ ກຽມພ້ອມທີ່ຈະພົບປະກັນຢູ່ໃນເມືອງ ຄາລີ ຂອງປະເທດໂຄລອມເບຍ ໃນເດືອນນີ້ ຊາວເກາະຂອງໂຄລອມເບຍບາງສ່ວນໃນໝູ່ເກາະຄາຣິບບຽນ ຮຽກຮ້ອງໃຫ້ເອົາມາດຕະການຂະນະທີ່ລະດັບນ້ຳທະເລພວມສູງຂຶ້ນເລື້ອຍໆ ອັນເປັນໄພຄຸກຄາມຕໍ່ເຮືອນຊານ ແລະຄອບຄົວຂອງພວກເຂົາເຈົ້າ ພ້ອມທັງຊີວິດການເປັນຢູ່. ອອສຕິນ ແລນດິສ ໄດ້ເດີນທາງໄປຍັງເກາະ ແຊນຕາ ຄຣູສ ແດລ ອິສໂລເຕ ໃຫ້ວີໂອເອ ເພື່ອຮັບຟັງເລື້ອງລາວຂອງພວກເຂົາເຈົ້າ.

ນ້ຳທີ່​ໃສ​ເຫຼົ່າ​ນີ້ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ໂລກ. ​ແຕ່​ແຄມ​ຝັ່ງ​ທີ່​ມີ​ແສງ​ແດດແຈ້ງສະຫວ່າງນີ້ ​ຍັງ​ເປັນ​ແນວ​ໜ້າ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ເຊີບາສຕຽນ ມາຕີເນສ (Sebastian Martinez), ປະຊາຊົນຊາວ​ເກາະ ແຊນຕາ ຄູຣສ (Santa Cruz) ນ້ອຍໆ ກ່າວເປັນພາສາສະເປນວ່າ:

“ນີ້ແມ່ນນຶ່ງໃນເຂດທີ່ຕ່ໍາທີ່ສຸດຂອງເກາະ, ບ່ອນທີ່ລະດັບນ້ໍາທະເລເພີ້ມຂຶ້ນຫຼາຍທີ່ສຸດ.”

ເຊີບາສຕຽນ ມາຕີເນສ, ກໍາລັງສ້າງເຮືອນໃຫ້ແກ່ຄອບຄົວຂອງລາວຢູ່ເກາະ ຊານຕາ ຄູຣສ.

ຕັັ້ງຢູ່ເທິງເສົາຄໍ້າ, ພ້ອມດ້ວຍກຳແພງຊີມັງ ເພື່ອປ້ອງກັນນໍ້າເວລາທີ່ມັນສູງຂຶ້ນ ເພາະປັດຈຸບັນນີ້ ນໍ້າຂຶ້ນມາເທິງຝັ່ງທຸກໆມື້, ນໍ້າຖ້ວມ ກໍເກີດຂຶ້ນທຸກເວລາໃນແຕ່ລະປີ, ບໍ່ແມ່ນພຽງແຕ່ລະດູຝົນເທົ່ານັ້ນ.

ມີປະຊາກອນປະມານ 600 ຄົນອາໄສຢູ່ເທິງເກາະເນື້ອທີ່ 1 ເຮັກຕາແຫ່ງນີ້.

ໃນຂະນະທີ່ ມາຕີເນສ ສ້າງເຮືອນໃໝ່ຂອງລາວ, ລາວມີຄວາມກັງວົນວ່າ ສິ່ງທັງໝົດຈະຢູ່ທີ່ນີ້ຫຼືບໍ່, ເມື່ອລູກຊາຍອາຍຸສອງປີຂອງລາວເຕີບໃຫຍ່ຂຶ້ນມາ.

ເຊີບາສຕຽນ ມາຕີເນສ ກ່າວເປັນພາສາສະເປນວ່າ:

“ພວກເຮົາຕ້ອງການທີ່ຈະຊ່ວຍໂຕພວກເຮົາເອງ ເພື່ອວ່າ ໃນມື້ນຶ່ງໃຫ້ລູກໆຂອງພວກເຮົາສາມາດເຫັນເກາະທີ່ສວຍງາມນີ້, ແລະເກາະດອນທັງຫຼາຍທີ່ຢູ່ຂ້າງພວກເຮົາ.”

ບັນດານັກວິທະຍາສາດກ່າວວ່າ ລະດັບນໍ້າໃນທະເລ ຄາລິບບຽນ ເພີ້ມຂຶ້ນປະມານ 3 ຊັງຕີແມັດຕໍ່ນຶ່ງທົດສະວັດ ນັບຕັ້ງແຕ່ຊຸມປີ 1990 ເປັນຕົ້ນມາ.

ແຕ່ບັນດານັກ​ຊ່ຽວຊານ​ກ່າວ​ວ່າ ມັນ​ອາດ​ເພີ້ມ​ຂຶ້ນ​ອີກ 80 ຊັງ​ຕີ​ແມັດ​ພາຍໃນ​ທ້າຍ​ສັດຕະວັດ​ນີ້.

ທ່ານ ຣາເຟເອລ ໂທເຣສ ປາຣ໌ຣາ (Rafael Torres Parra), ນັກມະຫາສະໝຸດວິທະຍາ ກ່າວເປັນພາສາສະເປນຜ່ານຊູມວ່າ:

“ລະດັບນ້ໍາທະເລແມ່ນກໍາລັງເພີ້ມຂຶ້ນ, ເຊິ່ງໝາຍຄວາມວ່າ ພວກມັນບໍ່ໄດ້ເພີ້ມຂຶ້ນໃນອັດຕາທີ່ຫມັ້ນຄົງ ແຕ່ເພີ້ມຂຶ້ນໄວກວ່າເກົ່າໃນແຕ່ລະປີ.”

ຄື້ນ​ຟອງ​ທີ່​ເພີ້ມ​ຂຶ້ນ​ ໄດ້​ເຊາະ​ເຈື່ອນ​ຊາຍ​ຝັ່ງຂອງ​ເກາະ​ເຫຼົ່າ​ນີ້. ປັດຈຸບັນ, ປະຊາຊົນໃນທ້ອງຖິ່ນ ຊານຕາ ຄູຣສ ຄົນນຶ່ງ ກຳລັງພະຍາຍາມສ້າງພວກມັນຄືນມາໃໝ່ໂດຍການປູກປ່າຊາຍເລນ, ໂດຍປູກເທື່ອລະແກ່ນ.

ທ່ານ ເອດຣຽນ ຄາຣາບາລໂລ (Adrian Caraballo), ໄດ້ທໍາການປູກເບ້ຍປ່າຊາຍເລນ 1,400 ເບ້ຍໃນປີທີ່ຜ່ານມາ. ເມື່ອໄວໆມານີ້, ລາວໄດ້ປູກຫຼາຍກວ່າເກົ່າຢູ່ເທິງເກາະໃກ້ຄຽງແຫ່ງນີ້.

ຮາກຂອງພວກມັນ ເປັນໂຕປ້ອງກັນຕໍ່ລົມ ແລະຄື້ນທະເລໂດຍທໍາມະຊາດ.

ທ່ານ ເອດຣຽນ ຄາຣາບາລໂລ, ຜູ້ຊ່ຽວຊານດ້ານສິ່ງແວດລ້ອມ ກ່າວເປັນພາສາສະເປນວ່າ:

“ປ່າ​ຊາຍ​ເລນ​ເປັນ​ສິ່ງ​ປ້ອງກັນ​ທີ່​ຊ່ວຍ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກຄື້ນທະເລໄດ້. ແຕ່​ຖ້າ​ຄື້ນ​ໄປ​ທາງ​ນັ້ນ ແລະກະທົບ​ເຂົ້າ​ຫາ​ເກາະ​ນ້ອຍໆແຫ່ງນີ້ ມັນ​ກໍຈະ​ສົ່ງ​ຜົນ​ກະທົບ​ຕໍ່​ພວກ​ເຮົາ.”

ຢູ່ທີ່ເກາະແຫ່ງນີ້ ການເຊາະເຈື່ອນແຄມຝັ່ງແມ່ນເຫັນໄດ້ຢ່າງຊັດເຈນ. ປ່າຊາຍເລນທັງຫຼາຍໄດ້ຖືກຖອນຮາກ ແລະຊາຍຝັ່ງກໍຄ່ອຍໆຫາຍໄປ.

ທ່ານ ຄາຣາບາລໂລ ກ່າວວ່າ:

“ຖ້າພວກເຮົາສືບຕໍ່ເຮັດຄືແນວນີ້ ອັນນີ້ເປັນພຽງສິ່ງທີ່ເຈົ້າຈະເຫັນຢູ່ທີ່ແຫ່ງນີ້: ມະຫາສະໝຸດເທົ່ານັ້ນ. ພວກເຂົາຈະບອກເລື້ອງລາວຂອງເກາະ ‘Nevermore.’”

ກັບຄືນໄປຫາເກາະ ແຊນຕາ ຄຣູສ ບາງຄົນກໍເລືອກທີ່ຈະບໍ່ເປັນຫ່ວງເປັນໃຍ.

ໄອດາ ຄາສຕີລໂລ ຊາວເກາະ ແຊນຕາ ຄຣູສ ກ່າວໃນພາສາສະເປນ ວ່າ:

“ຂ້ອຍບໍ່ຄິດວ່າ ທະເລຈະກວມເອົາເກາະນີ້. ຂ້ອຍບໍ່ຄິດເຊັ່ນນັ້ນ, ຂ້ອມມີອາຍຸໄດ້ 85 ປີແລ້ວ ແລະພວກເຮົາ ບໍ່ເຄີຍມີພາຍຸທີ່ຮ້າຍແຮງເລີຍ.”

ແຕ່ ເຊີບາສຕຽນ ມາຕີເນສ ກ່າວວ່າ ບັນດາເຈົ້າໜ້າທີ່ທ້ອງຖິນຂອງພວກເຂົາ ໃນນະຄອນຫຼວງ ຄາຣຕາຈີນາ ຄວນເສີມສ້າງພື້ນຖານໂຄງລ່າງຂອງເກາະ.

ມາຕິເນສ ກ່າວໃນພາສາສະເປນວ່າ:

“ພວກເຮົາຢາກໃຫ້ເຂົາເຈົ້າຊ່ອຍພວກເຮົາ. ບໍ່ພຽງແຕ່ມາທີ່ນີ້ ແລະຖ່າຍຮູບຢູ່ຫາດຊາຍ ແລ້ວ ແລ່ນໜີໄປ.”

ບັນດານັກຊ່ຽວຊານດ້ານສິ່ງແວດລ້ອມ ກ່າວວ່າ ລັດຖະບານຂອງທ້ອງຖິ່ນຢູ່ທີ່ນີ້ ແມ່ນບໍ່ໄດ້ກຽມພ້ອມສຳລັບການປ່ຽນແປງໃນຕໍ່ໜ້າ ອັນເປັນສິ່ງທີ່ພວກຊາວເກາະທັງຫຼາຍ ກ່າວວ່າ ພວກເຂົາສາມາດເຫັນຢູ່ແລ້ວ.

As representatives of the signatories to the Convention on Biological Diversity prepare to meet in Cali, Colombia this month, residents of some Colombian islands in the Caribbean are calling for action as rising seas threaten their homes, families, and way of life. For VOA, Austin Landis traveled to Santa Cruz del Islote to hear their story.

These clear waters attract tourists from around the world. But these sunny shorelines are also the frontlines of the fight against climate change.

(Sebastian Martinez, Resident of Santa Cruz Islet)

“This is one of the lowest parts of the island, where the sea level rises the most.”

Sebastian Martinez is building a house for his family on the Islet of Santa Cruz.

It sits on stilts, with concrete walls to protect it from high tides...

...because now, water comes onshore daily, and flooding happens any time of year, not just during rainy season.

About 600 people live on this one-hectare island.

As Martinez builds his new home, he worries whether all of this will be here, when his two-year-old son grows up.

(Sebastian Martinez, Resident of Santa Cruz Islet)

“We want to save ourselves so that our kids can one day see this beautiful island, and the islands beside us.”

Scientists say the sea level in the Caribbean rose about 3 centimeters per decade since the 1990s.

But experts say it could rise another 80 centimeters by the end of this century.

(Rafael Torres Parra, Oceanographer)

“Sea levels are accelerating, meaning they are not rising at a steady rate but are increasing faster each year.”

The rising waves erode these island coastlines. Now, one Santa Cruz local is trying to build them back by planting mangroves, one seed at a time.

Adrian Caraballo has planted 1,400 mangrove seedlings in the last year. Here, he recently planted more on a nearby island.

Their roots are natural protectors against wind and waves.

(Adrian Caraballo, Environmentalist)

“The mangrove is a protective barrier that helps diminish the impact of the surf. But if the wave goes that way and hits the islet, it’ll affect us.”

On this island, the coastal erosion is obvious. Mangroves are uprooted and the shoreline is disappearing.

(Adrian Caraballo, Environmental leader, Santa Cruz Islet)

“If we continue like this, this is the only thing you’ll see here: pure ocean. They’ll tell the story of the Island 'Nevermore.'"

Back on Santa Cruz, some are choosing not to worry.

(Aida Castillo, Resident of Santa Cruz Islet)

“I don’t think [the sea] is going to take this island. I don’t think so, I’m already 85 years old and we’ve never had a devastating storm.”

But Sebastian Martinez says their local officials in the regional capital of Cartagena should fortify the island infrastructure.

(Sebastian Martinez, Island Resident)

“We want them to help us. Not just come here and take a photo on the beach and run away.”

Environmentalists say local governments here aren’t prepared for the changes ahead, something island residents say they can already see.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG