ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Juan Manuel Santos ກ່າວວ່າ ສັນຕິພາບ ຍັງບໍ່ທັນຕາຍ ຢູ່ໃນໂຄລອມເບຍ


ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ຍົກສອງນິ້ວຂຶ້ນ ອັນເປັນສັນຍາລັກ ຂອງໄຊຊະນະ ຫຼັງຈາກ
ການລົງປະຊາມະຕິ ເພື່ອຕັດສິນວ່າ ຈະສະໜັບສະໜູນ ສັນຍາ
ສັນຕິພາບ ລະຫວ່າງ ລັດຖະບານ ແລະ ພວກກະບົດກຸ່ມ
ກອງກຳລັງປະຕິວັດປະກອບອາວຸດ ແຫ່ງໂຄລອມເບຍ ຫຼືບໍ່, ໃນນະຄອນຫຼວງ Bogota ຂອງໂຄລັມເບຍColombia, ວັນ
ທີ 2 ຕຸລາ 2016.
ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ຍົກສອງນິ້ວຂຶ້ນ ອັນເປັນສັນຍາລັກ ຂອງໄຊຊະນະ ຫຼັງຈາກ ການລົງປະຊາມະຕິ ເພື່ອຕັດສິນວ່າ ຈະສະໜັບສະໜູນ ສັນຍາ ສັນຕິພາບ ລະຫວ່າງ ລັດຖະບານ ແລະ ພວກກະບົດກຸ່ມ ກອງກຳລັງປະຕິວັດປະກອບອາວຸດ ແຫ່ງໂຄລອມເບຍ ຫຼືບໍ່, ໃນນະຄອນຫຼວງ Bogota ຂອງໂຄລັມເບຍColombia, ວັນ ທີ 2 ຕຸລາ 2016.

ປະທານາທິບໍດີ ໂຄລອມເບຍ ທ່ານ Juan Manuel Santos ກ່າວວ່າ ທ່ານຈະບໍ່ຍອມ ຜ່າຍແພ້ ຈົນກວ່າຈະໄດ້ຮັບສັນຕິພາບ ຫຼັງຈາກທີ່ ການລົງປະຊາມະຕິ ຮັບຮອງເອົາ ສົນທິສັນຍາ ກັບພວກກະບົດ ກອງກຳລັງປະຕິວັດປະກອບອາວຸດ ແຫ່ງໂຄລອມເບຍ ຫຼື FARC ໃນວັນອາທິດວານນີ້ ທີ່ໄດ້ຮັບການຜ່າຍແພ້ຢ່າງບໍ່ໜ້າເຊື່ອນັ້ນ.

ບັນດາຜູ້ມີສິດອອກສຽງ ໄດ້ປະຕິເສດຂໍ້ຕົກລົງສັນຕິພາບ ຢ່າງວຸດວິດ ດ້ວຍຄະແນນສຽງ ສະເລ່ຍເປັນ 50.2 ເປີເຊັນ ຕໍ່ 49.7 ເປີເຊັນ. ການຢັ່ງຫາງສຽງແນວຄິດເຫັນ ຂອງມະຫາ ຊົນ ກ່ອນໜ້າການລົງຄະແນນສຽງ ໃນວັນອາທິດ ໄດ້ທຳນາຍວ່າ ການລົງປະຊາມະຕິ ຈະຜ່ານໄດ້ຢ່າງຖ້ວມລົ້ນ.

ທ່ານ Santos ໄດ້ອອກອາກາດທາງໂທລະພາບ ຂອງໂຄລອມເບຍ ເພື່ອຮັບເອົາຄວາມ ປະລາໄຊ ຂອງການລົງປະຊາມະຕິ ແຕ່ໄດ້ປະຕິເສດທີ່ຈະປະກາດ ວ່າ ສັນຕິພາບ ກັບ ພວກກະບົດ ນັ້ນ ລົ້ມລະລາຍ.

ທ່ານກ່າວວ່າ “ຂ້າພະເຈົ້າຈະບໍ່ຍອມຈຳນົນ ແລະ ຂ້າພະເຈົ້າຈະສືບຕໍ່ຊອກຫາ ສັນຕິພາບ ໃຫ້ໄດ້ ຈົນຮອດມື້ສຸດທ້າຍ ຂອງໜ້າທີ່ຂ້າພະເຈົ້າ.”

ທ່ານ Santos ໄດ້ອອກຄຳສັ່ງ ໃຫ້ບັນດານັກເຈລະຈາຂອງທ່ານ ກັບຄືນໄປຍັງນະຄອນ ຫຼວງ ຮາວານາ ຂອງຄິວບາ ບ່ອນທີ່ ການເຈລະຈາສັນຕິພາບ ໄລຍະ 4 ປີ ໄດ້ເລີ້ມຂຶ້ນນັ້ນ. ທ່ານ Santos ຍັງໄດ້ ຄ້ຳປະກັນຕໍ່ປະເທດຊາດ ອີກວ່າ ສັນຍາສະຫງົບເສີກ ກັບພວກ ກະບົດ ຈະຍັງມີຢູ່ຕໍ່ໄປ.

ພວກກະບົດ ຂອງ ກອງກຳລັງປະຕິວັດປະກອບອາວຸດ ແຫ່ງໂຄລອມເບຍ ຫຼື FARC, ເດີນທາງໄປເຖິງເຂດທົ່ງພຽງ Yari, ທາງພາກໃຕ້ຂອງໂຄລອມເບຍ, ວັນທີ 25 ກັນຍາ 2016.
ພວກກະບົດ ຂອງ ກອງກຳລັງປະຕິວັດປະກອບອາວຸດ ແຫ່ງໂຄລອມເບຍ ຫຼື FARC, ເດີນທາງໄປເຖິງເຂດທົ່ງພຽງ Yari, ທາງພາກໃຕ້ຂອງໂຄລອມເບຍ, ວັນທີ 25 ກັນຍາ 2016.


ສ່ວນຜູ້ນຳຂອງກຸ່ມພວກກະບົດ FARC ທ່ານ Rodrigo Londono ຜູ້ທີ່ຮູ້ຈັກກັນອີກວ່າ Timochinko ນັ້ນ ຍັງໄດ້ປະຕິເສດທີ່ຈະຍອມແພ້ ເຊັ່ນກັນ.

ທ່ານໄດ້ກ່າວວ່າ “ເຖິງປະຊາຊົນ ໂຄລອມເບຍ ຜູ້ທີ່ໄຝ່ຝັນ ຢາກມີສັນຕິພາບ, ເຂົາເຈົ້າ ເພິ່ງພາພວກເຮົາ. ສັນຕິພາບ ຈະມີໄຊ.”

ຄາດກັນວ່າ ທ່ານ Londono ຈະກັບຄືນໄປຍັງ ນະຄອນຫຼວງ ຮາວານາ.

ບັນດາຜູ້ສະໜັບສະໜູນ ສັນຍາສັນຕິພາບ ທີ່ໄດ້ລົງນາມ ລະຫວ່າງ ລັດຖະບານ ແລະ ພວກກະບົດ ກຸ່ມ FARC, ຫລັງຈາກທີ່ໄດ້ເຫັນຜົນການລົງປະຊາມະຕິ ໃນຈໍໂທລະພາບຍັກໃນນະຄອນຫຼວງ Bogota ຂອງໂຄລອມເບຍ, ວັນອາທິດ ທີ 2 ຕຸລາ 2016.
ບັນດາຜູ້ສະໜັບສະໜູນ ສັນຍາສັນຕິພາບ ທີ່ໄດ້ລົງນາມ ລະຫວ່າງ ລັດຖະບານ ແລະ ພວກກະບົດ ກຸ່ມ FARC, ຫລັງຈາກທີ່ໄດ້ເຫັນຜົນການລົງປະຊາມະຕິ ໃນຈໍໂທລະພາບຍັກໃນນະຄອນຫຼວງ Bogota ຂອງໂຄລອມເບຍ, ວັນອາທິດ ທີ 2 ຕຸລາ 2016.

ບັນດາຜູ້ສະໜັບສະໜູນ ຂອງທັງສອງຝ່າຍ ໄດ້ພາກັນລົງສູ່ຖະໜົນສາຍຕ່າງໆ ຂອງ ນະຄອນຫຼວງ ໂບໂກຕ້າ ຫຼັງຈາກຜົນຂອງການລົງປະຊາມະຕິ ໄດ້ຖືກປະກາດອອກມາ. ກຸ່ມພວກປ່ອນບັດທີ່ບໍ່ເຫັນດີ ໄດ້ພາກັນສະເຫຼີມສະຫຼອງ ໃນຂະນະດຽວກັນ ກຸ່ມພວກ ປ່ອນບັດທີ່ເຫັນດີ ແຕ່ງກາຍດ້ວຍສີຂາວຈາກຫົວເຖິງນິ້ວຕີນ ໄດ້ໄປເຕົ້າໂຮມກັນ ຢູ່ນອກທຳນຽບຂອງປະທານາທິບໍດີ Santos.

ກຸ່ມຝ່າຍຄ້ານຕໍ່ສັນຍາສັນຕິພາບ ທີ່ໄດ້ລົງນາມ ລະຫວ່ລັດຖະບານ ແລະ ພວກກະລົດກຸ່ມ FARC, ສະເຫຼີມສະຫຼອງ ໃນຂະນະທີ່ ພວກເຂົາຟັງຜົນການລົງປະຊາມະຕິ ໄດ້ຖືກປະກາດອອກມາ ໃນນະຄອນຫຼວງ Bogota ຂອງໂຄລອມເບຍ, ວັນອາທິດ ທີ 2 ຕຸລາ 2016.
ກຸ່ມຝ່າຍຄ້ານຕໍ່ສັນຍາສັນຕິພາບ ທີ່ໄດ້ລົງນາມ ລະຫວ່ລັດຖະບານ ແລະ ພວກກະລົດກຸ່ມ FARC, ສະເຫຼີມສະຫຼອງ ໃນຂະນະທີ່ ພວກເຂົາຟັງຜົນການລົງປະຊາມະຕິ ໄດ້ຖືກປະກາດອອກມາ ໃນນະຄອນຫຼວງ Bogota ຂອງໂຄລອມເບຍ, ວັນອາທິດ ທີ 2 ຕຸລາ 2016.


ສັນຍາສັນຕິພາບ ໄດ້ຖືກລົງນາມເມື່ອສັບປະດາແລ້ວນີ້ ທີ່ໄດ້ແນເປົ້າ ໝາຍ ເພື່ອຍຸຕິຢ່າງ ເປັນທາງການ ການລຸກຮືຂຶ້ນໂດຍພວກກະບົດ ຫົວຊ້າຍຈັດ ທີ່ແກ່ຍາວມາໄດ້ 52 ປີ. ສົງຄາມກອງໂຈນ ໃນໂຄລອມເບຍ ໄດ້ເຂັ່ນຂ້າປະຊາຊົນຫຼາຍກວ່າ 220,000 ຄົນ ແລະ ໄດ້ຂັບດັນໃຫ້ປະຊາຊົນ ຫຼາຍລ້ານຄົນ ໜີອອກຈາກເຮືອນຊານບ້ານຊ່ອງ ຂອງພວກ ເຂົາເຈົ້າໄປ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Colombia Referendum
please wait
Embed

No media source currently available

0:00 0:03:59 0:00

XS
SM
MD
LG