ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ໂຄລົມເບຍ ລົງປະຊາມະຕິ ເພື່ອຮັບຮອງເອົາ ຂໍ້ຕົກລົງ ສັນຕິພາບ


ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos, ໜ້າຊ້າຍ, ແລະ ຜູ້ບັນຊາການຂັ້ນສູງຂອງກອງກຳລັງປະຕິວັດ
ປະກອບອາວຸດແຫ່ງ ໂຄລົມເບຍ ທ່ານ Rodrigo Londono, ຈັບມືກັນຫຼັງຈາກເຊັນຂໍ້ຕົກລົງສັນຕິພາບ.
ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos, ໜ້າຊ້າຍ, ແລະ ຜູ້ບັນຊາການຂັ້ນສູງຂອງກອງກຳລັງປະຕິວັດ ປະກອບອາວຸດແຫ່ງ ໂຄລົມເບຍ ທ່ານ Rodrigo Londono, ຈັບມືກັນຫຼັງຈາກເຊັນຂໍ້ຕົກລົງສັນຕິພາບ.

ປະຊາຊົນຊາວ ໂຄລົມເບຍ ຈະຕັດສິນໃນວັນອາທິດມື້ນີ້ວ່າ ພວກເຂົາ ເຈົ້າຈະຍອມຮັບຂໍ້ ຕົກລົງສັນຕິພາບລະຫວ່າງ ລັດຖະບານ ກັບ ກອງ ກຳລັງປະຕິວັດປະກອບອາວຸດແຫ່ງ ໂຄລົມເບຍ ຫຼື FARC ຫຼືບໍ່.

ການລົງປະຊາມະຕິໄດ້ມີຂຶ້ນ 6 ມື້ ຫຼັງຈາກຂໍ້ຕົກລົງສະບັບສຸດທ້າຍ ລະຫວ່າງ ລັດຖະບານ ກັບຂະບວນການກອງໂຈນແຫ່ງຊາດໄດ້ຖືກເຊັນ, ເຊິ່ງນຳໄປສູ່ການສິ້ນສຸດລົງຂອງການ ຕໍ່ສູ້ຕ້ານລັດຖະບານ ທີ່ດົນນານທີ່ສຸດໃນຊີກໂລກຕາເວັນຕົກແຫ່ງນັ້ນ.

ການສຳຫຼວດປະຊາມະຕິຂອງປະຊາຊົນໄດ້ລະບຸໃຫ້ເຫັນວ່າ ຂໍ້ຕົກລົງດັ່ງກ່າວແມ່ນເບິ່ງ ຄືວ່າຈະຖືກໃຫ້ສັດຕະຍາບັນ. ແຕ່ແນວໃດກໍຕາມ, ຖ້າຜູ້ອອກຄະແນນສຽງຫາກມີຈຳນວນ ຕ່ຳ, ມັນກໍອາດເປັນໄພຂົ່ມຂູ່ຕໍ່ຂໍ້ ຕົກລົງດັ່ງກ່າວ. ເພື່ອທີ່ຈະເຮັດໃຫ້ມັນມີຜົນບັງຄັບໃຊ້ ນັ້ນ, ການລົງປະຊາມະຕິຕ້ອງໄດ້ຖືກລົງຊື່ຮັບຮອງໂດຍຢ່າງໜ້ອຍ 13 ເປີເຊັນຂອງຜູ້ລົງ ຄະແນນສຽງທີ່ໄດ້ລົງທະບຽນ.

ຫຼັງຈາກຂໍ້ຕົກລົງໄດ້ຖືກເຊັນເມື່ອວັນຈັນທີ່ຜ່ານມາ, ຫົວໜ້າກອງກຳລັງ FARC ທ່ານ Rodrigo Londono ເຊິ່ງຮູ້ຈັກດີໃນອີກຊື່ໜຶ່ງວ່າ Timochenko ໄດ້ຮ້ອງຂໍອະໂຫສິກຳ ສຳລັບຄວາມເສຍຫາຍ ທີ່ກອງ ກຳລັງຂອງເພິ່ນໄດ້ກໍ່ໄວ້ໃນຫຼາຍທົດສະວັດທີ່ຜ່ານມາ.

ກອງທຶນຂອງພວກ FARC ສ່ວນໃຫຍ່ແລ້ວ ແມ່ນໄດ້ມາຈາກອຸດສາຫະກຳ ຄ້າຂາຍກັນ ຊາທີ່ຜິດກົດໝາຍຂອງປະເທດ, ແລະ ຂະບວນ ການປະກອບອາວຸດຂອງພວກເຂົາໂດຍ ດັ້ງເດີມແລ້ວ ແມ່ນໄດ້ຮັບ ແຮງບັນດານໃຈມາ​ຈາກ​ອຸດົມການຂອງ ​ຄິວ​ບາ ​ແລະ​ ໂຊ​ວຽດ ທີ່​ຕໍ່ຕ້ານ​ສະ​ຖາ​ບັນ​ປະຊາທິປະໄຕ ​ຢູ່​ໃນ​ບັນດາ​ປະ​ເທດ​ໃນ​ທະວີບ​ອາ​ເມຣິກາ.

ປະທານາທິບໍດີ ໂຄລົມເບຍ ທ່ານ Juan Manuel Santos ໄດ້ປະ ກາດໃນການໃຫ້ຄຳ ປາໄສຫຼັງຈາກທ່ານ Timochenko ວ່າ “ສົງຄາມ ບໍ່ມີອີກຕໍ່ໄປແລ້ວ, ຂ້າພະເຈົ້າຂໍຕ້ອນ ຮັບພວກທ່ານເຂົ້າສູ່ປະຊາທິປະໄຕ, ປ່ຽນອາວຸດໃຫ້ເປັນຄະແນນສຽງ ແລະ ປ່ຽນອາ ວຸດເພື່ອແນວຄິດ.”

ຄວາມຂັດແຍ້ງນັບຕັ້ງແຕ່ກາງຊຸມປີ 1960 ໄດ້ເຮັດໃຫ້ປະຊາຊົນບໍ່ມີ ທີ່ຢູ່ອາໄສ ແລະ ໄດ້ ເຮັດໃຫ້ຫຼາຍກວ່າ 250,000 ຄົນເສຍຊີວິດ.

ກອງກຳລັງ FARC ໄດ້ເຫັນດີທີ່ຈະຮ່ວມມືເພື່ອເກັບກູ້ລະເບີດຝັງດິນ, ເຊິ່ງເປັນຄວາມພະ ຍາຍາມໜຶ່ງທີ່ນຳໜ້າໂດຍ ສະຫະລັດ ແລະ ນໍເວ.

ໂຄລົມເບຍ ເປັນປະເທດທີ່ມີລະເບີດຝັງດິນຫຼາຍທີ່ສຸດໃນໂລກເປັນອັນ ດັບ 2 ຮອງຈາກ ອັຟການິສຖານ ແລະ ຄາດວ່າລະເບີດດັ່ງກ່າວໄດ້ ເອົາຊີວິດຜູ້ຄົນໄປປະມານ 11,500 ຄົນນັບຕັ້ງແຕ່ປີ 1990 ເປັນຕົ້ນມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG