ການປິດຂໍ້ໂຕ້ແຍ້ງແມ່ນຄາດວ່າຈະມີຂຶ້ນໃນວັນພະຫັດມື້ນີ້ ສຳລັບການດຳເນີນຄະດີຂອງດາລານັກກິລາບາສແກັດບອລ ອາເມຣິກັນ ນາງ ບຣິດນີ ກຣາຍເນີ ໃນສານຂອງ ຣັດເຊຍ.
ນາງ ກຣາຍເນີ ກຳລັງປະເຊີນກັບຄວາມເປັນໄປໄດ້ຂອງການຖືກຂັງຄຸກ 10 ປີຖ້າຖືກຕັດສິນວ່າມີຄວາມຜິດ.
ນາງໄດ້ຖືກຈັບຢູ່ສະໜັບບິນ ມົສກູ ເມື່ອເດືອນກຸມພາທີ່ຜ່ານມາ ດ້ວຍສິ່ງທີ່ນາງຍອມຮັບວ່າເປັນກ່ອງຢາສູບໄຟຟ້າທີ່ມີນໍ້າມັນກັນຊາໃນກະເປົາເດີນທາງຂອງລາວ.
ທະນາຍຄວາມຂອງນາງ ກຣາຍເນີ ໄດ້ໂຕ້ແຍ້ງວ່າ ນາງບໍ່ໄດ້ມີຈຸດປະສົງຮ້າຍ ແລະ ໄດ້ຖືກໝໍສັ່ງຢາກັນຊາເພື່ອປິ່ນປົວອາການເຈັບປວດຂອງລາວ. ບັນດາເຈົ້າໜ້າທີ່ໄດ້ກ່າວວ່ານາງຖືກຄວບຄຸມຕົວຢ່າງບໍ່ຖືກຕ້ອງ.
ບັນດາເຈົ້າໜ້າທີ່ ຣັດເຊຍ ໄດ້ກ່າວວ່ານາງ ກຣາຍເນີ ໄດ້ລະເມີດກົດໝາຍ ຣັດເຊຍ.
ໃນການລົມໂທລະສັບເມື່ອອາທິດແລ້ວນີ້, ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ໄດ້ຮຽກຮ້ອງລັດຖະມົນຕີຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວຣອຟ ໃຫ້ຮັບເອົາການແລກປ່ຽນນັກໂທດ ທີ່ຈະສົ່ງນາງ ກຣາຍເນີ ແລະ ຜູ້ທີ່ຖືກກ່າວຫາວ່າເປັນນັກສອດແນມ ທ່ານ ພອລ ວີແລນ, ຜູ້ທີ່ບັນດາເຈົ້າໜ້າທີ່ ສະຫະລັດ ເວົ້າວ່າຖືກຄວບຄຸມຢ່າງບໍ່ຖືກຕ້ອງເຊັ່ນກັນ, ກັບມາ ສະຫະລັດ.
ຄົນຜູ້ທີ່ຄຸ້ນເຄີຍກັບບັນຫາດັ່ງກ່າວເວົ້າວ່າ ຂໍ້ສະເໜີຂອງ ສະຫະລັດ ຈະລວມມີການປ່ອຍຕົວພໍ່ຄ້າອາວຸດ ທ້າວ ວິກຕໍ ບູດ ກັບໄປ ຣັດເຊຍ.