ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລາວ ກຳປູເຈຍ ມຽນມາ ຫວຽດນາມ ແລະ ໄທ ຈະຮ່ວມມືກັນ ພັດທະນາ ການທ່ອງທ່ຽວ


ໄທ ເປັນເຈົ້າພາບ ຈັດກອງປະຊຸມຮ່ວມ 5 ປະເທດ ທີ່ຢູ່ໃນກຸ່ມແມ່ນ້ຳຂອງ ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຫຼື CLMVT Forum ຄັ້ງທີ 1 ຢູ່ທີ່ບາງກອກ ລະຫວ່າງ ວັນທີ 16 ຫາ 18 ມິຖຸນາ 2016.
ໄທ ເປັນເຈົ້າພາບ ຈັດກອງປະຊຸມຮ່ວມ 5 ປະເທດ ທີ່ຢູ່ໃນກຸ່ມແມ່ນ້ຳຂອງ ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຫຼື CLMVT Forum ຄັ້ງທີ 1 ຢູ່ທີ່ບາງກອກ ລະຫວ່າງ ວັນທີ 16 ຫາ 18 ມິຖຸນາ 2016.

ທາງການ 5 ປະເທດໃນກຸ່ມແມ່ນ້ຳຂອງ ທີ່ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຈະຮ່ວມມືກັນພັດທະນາການທ່ອງທ່ຽວ ໃຫ້ເປັນທຸລະກິດທີ່ສ້າງລາຍຮັບ ແລະຜົນປະໂຫຍດຮ່ວມກັນ.

ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຕໍ່ກອງ ປະຊຸມຮ່ວມ 5 ປະເທດທີ່ຢູ່ໃນກຸ່ມແມ່ນ້ຳຂອງ ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຫຼື CLMVT Forum ຄັ້ງທີ 1 ຢູ່ທີ່ບາງກອກ ເມື່ອບໍ່ນານມານີ້ ວ່າ ເປົ້າໝາຍສຳຄັນ ຂອງການຈັດກອງປະຊຸມຄັ້ງນີ້ ເພື່ອ ເປັນການເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເສີມຂະຫຍາຍ ການຮ່ວມມື ທາງເສດຖະກິດ ລະຫວ່າງກັນ ໂດຍແນໃສ່ການຍົກລະດັບຄຸນນະພາບຊີວິດ ຄວາມເປັນຢູ່ ຂອງປະຊາຊົນໃນທັງ 5 ປະເທດໃຫ້ດີຂຶ້ນ.

ແຜນທີ່ ສະແດງໃຫ້ເຫັນ ບັນດາປະເທດ ໃນກຸ່ມປະຊາຄົມ ເສດຖະກິດ ອາຊຽນ
ແຜນທີ່ ສະແດງໃຫ້ເຫັນ ບັນດາປະເທດ ໃນກຸ່ມປະຊາຄົມ ເສດຖະກິດ ອາຊຽນ

ທັງນີ້ ດ້ວຍການສ້າງຖານການຜະລິດສິນຄ້າຕ່າງໆຮ່ວມກັນ ຊຶ່ງຈະເຮັດໃຫ້ ສາມາດວາງແຜນການຜະລິດ ທີ່ສອດຄ້ອງ-ເໝາະສົມ ກັບລະດັບຄວາມ ຕ້ອງການທີ່ເປັນຈິງຂອງຕະຫຼາດ ໂດຍບໍ່ມີການຕັດລາຄາ ລະຫວ່າງກັນ ໃນລາຍການສິນຄ້າຊະນິດດຽວກັນ ເຊັ່ນ ເຂົ້າ ກາເຟ ຊາ ແລະ ຢາງພາລາ ເປັນຕົ້ນ ສ່ວນພາກທຸລະກິດທີ່ມີຄວາມອາດສາມາດ ທີ່ຈະສ້າງຜົນປະໂຫຍດ ໃຫ້ກັບ 5 ປະເທດໄດ້ຢ່າງຫຼວງຫຼາຍ ແລະສາມາດທີ່ຈະລົງມືປະຕິບັດການ ຮ່ວມກັນ ໃນພາກຕົວຈິງໄດ້ທັນທີນັ້ນ ກໍຄືພາກບໍລິການ ແລະ ທ່ອງທ່ຽວທີ່ ເຊື່ອມຕໍ່ກັນ ທັງ 5 ປະເທດ ແລະ ລັດຖະບານໄທ ກໍພ້ອມທີ່ຈະໃຫ້ການຊ່ອຍ ເຫຼືອໃນທຸກໆດ້ານອີກດ້ວຍ ດັ່ງທີ່ທ່ານພົນເອກ ປຣະຍຸດ ໄດ້ໃຫ້ການຢືນຢັນ ວ່າ:

ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຕໍ່ກອງ ປະຊຸມຮ່ວມ 5 ປະເທດທີ່ຢູ່ໃນກຸ່ມແມ່ນ້ຳຂອງ ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຫຼື CLMVT Forum ຄັ້ງທີ 1 ຢູ່ທີ່ບາງກອກ.
ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ໄດ້ຖະແຫລງຕໍ່ກອງ ປະຊຸມຮ່ວມ 5 ປະເທດທີ່ຢູ່ໃນກຸ່ມແມ່ນ້ຳຂອງ ປະກອບດ້ວຍ ກຳປູເຈຍ ລາວ ມຽນມາ ຫວຽດນາມ ແລະ ໄທ ຫຼື CLMVT Forum ຄັ້ງທີ 1 ຢູ່ທີ່ບາງກອກ.

“ຄວາມສຳພັນດ້ານວັດທະນະທຳ ຜ່ານການທ່ອງທ່ຽວ ວັນນີ້ເປັນລາຍໄດ້ ທີ່ດີທີ່ສຸດ ໃນອາຊຽນ ຊຶ່ງໄທກໍພ້ອມທີ່ຈະສະໜັບສະໜູນ ການທ່ອງທ່ຽວ ຂອງເພື່ອນບ້ານເຮົາທັງໝົດ ໃນລັກສະນະເປັນ Package ຮ່ວມກັນ ເປັນ ໄທບວກໜຶ່ງ ຫຼື ຈະມຽນມາ ບວກໜຶ່ງມາໄທ ຫຼື ລາວມາໄທໆ ໄປລາວ ກໍ ແລ້ວແຕ່ເຮົາ ຕ້ອງເປັນສູນກາງຊຶ່ງກັນແລະກັນ ສະນັ້ນ ກໍລົມກັນ ໃນເລື່ອງ ມິຕິການທ່ອງທ່ຽວວ່າ ເຮົາມີຈັກ Cluster ການທ່ອງທ່ຽວເຊີງສຸຂະພາບ ທ່ອງທ່ຽວເຊີງປ່າເຂົາລຳເນົາພົງໄພ ທ່ອງທ່ຽວເຊີງວັດທະນະທຳ ທາງ ສາສະໜາ ເພາະສະນັ້ນ ເຮົາຕ້ອງຈັດວາງແຜນການທ່ອງທ່ຽວໃຫ້ໄດ້ທັງ ປີ ແຕ່ລະປະເທດມີບ່ອນໃດເປັນທີ່ທ່ຽວ ທີ່ດີທີ່ສຸດ ກໍມາເຊື່ອມໂຍງກັນ.”

ກ່ອນໜ້ານີ້ ລັດຖະມົນຕີດ້ານການທ່ອງທ່ຽວຂອງມຽນມາ ລາວ ໄທ ກຳປູເຈຍ ແລະ ຫວຽດນາມ ກໍໄດ້ຕົກລົງຮ່ວມກັນໃນລະຫວ່າງການປະຊຸມຮ່ວມກັນ ຢູ່ທີ່ ນະຄອນເນປີຕໍ ຂອງມຽນມາ ວ່າ ຈະເສີມຂະຫຍາຍ ການຮ່ວມມືດ້ານການ ທ່ອງທ່ຽວ ຢ່າງເປັນຮູບປະທຳ ດ້ວຍການພັດທະນາທັງ 5 ປະເທດ ໃຫ້ເປັນ ເປົ້າໝາຍດຽວກັນ ເພື່ອຮອງຮັບນັກທ່ອງທ່ຽວທັງໃນອາຊຽນ ແລະ ຈາກພູມິ ພາກອື່ນໆ ໃນທົ່ວໂລກໃຫ້ໄດ້ໄວທີ່ສຸດ.

ແຕ່ຢ່າງໃດກໍຕາມ ທ່ານນາງກອບການ ວັດທະນະວະຣາງກູນ ລັດຖະມົນຕີ ວ່າການທ່ອງທ່ຽວ ແລະກິລາຂອງໄທ ກໍຍອມຮັບວ່າ ແຜນການຮ່ວມມື ດ້ານ ການທ່ອງທ່ຽວດັ່ງກ່າວ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງແທ້ຈິງ ໂດຍ ສະເພາະແມ່ນການນຳໃຊ້ລະບົບກວດ ແລະ ລົງຕາ Visa ຄັ້ງດຽວ (Single Visa) ນັ້ນ ຖືເປັນບັນຫາທີ່ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເລີຍ ໂດຍມີສາ ເຫດມາຈາກຄວາມບໍ່ພ້ອມ ໃນປະເທດສະມາຊິກສ່ວນໃຫຍ່ ທັງໃນດ້ານ ບຸຄະລາກອນ ແລະເທັກນິກ ແຕ່ທີ່ນັບວ່າເປັນບັນຫາສຳຄັນທີ່ສຸດ ກໍຄືການ ທີ່ບາງປະເທດ ເຊັ່ນ ລາວ ໄດ້ໃຫ້ບຸລິມະສິດກັບດ້ານຄວາມໝັ້ນຄົງ ຫຼາຍກວ່າ ດ້ານການທ່ອງທ່ຽວ.

ນອກຈາກນີ້ ລັດຖະມົນຕີວ່າການຕ່າງປະເທດຂອງຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະ ຫວຽດນາມ ກໍໄດ້ປະຊຸມຮ່ວມກັນ ຢູ່ທີ່ເມືອງຊຽງຮຸ່ງ ໃນເຂດ ສິບສອງພັນນາ ແຂວງຢູໜານຂອງຈີນ ໂດຍເປັນກອງປະຊຸມລະດັບລັດຖະ ມົນຕີ ຄັ້ງປະຖົມມະເລີກ ພາຍໃຕ້ຂອບການຮ່ວມມື ໃນເຂດລຸຸ່ມແມ່ນ້ຳຂອງ- ແມ່ນນ້ຳລ້ານຊ້າງ ຊຶ່ງລິເລີ້ມແລະເປັນເຈົ້າພາບ ຈັດການປະຊຸມ ໂດຍ ລັດ ຖະບານຈີນ ໃນທ້າຍປີ 2015 ທີ່ຜ່ານມາ.

ໂດຍກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫລງການຮ່ວມ ວ່າດ້ວຍການ ສ້າງຕັ້ງກົນໄກການຮ່ວມມື ໃນເຂດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຢ່າງ ເປັນທາງການ ພ້ອມທັງການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນດາໂຄງການຮ່ວມມື ທີ່ເຫັນຜົນໄວ ທີ່ນອນຢູ່ໃນຂົງເຂດ ການ ເມືອງ-ຄວາມໝັ້ນຄົງ ຂົງເຂດເສດຖະກິດ ແລະ ການພັດທະນາຢ່າງຍືນຍົງ ຂົງເຂດສັງຄົມວັດທະນະທຳ ແລະການແລກປ່ຽນ ລະຫວ່າງປະຊາຊົນກັບ ປະຊາຊົນ.

ພ້ອມກັນນີ້ ກອງປະຊຸມ ຍັງໄດ້ຕົກລົງຮ່ວມມືກັນເຂົ້າໃນການພັດທະນາ ໃນ 5 ຂົງເຂດບຸລິມະສິດ ຄືການເຊື່ອມຈອດ ການຍົກລະດັບຂີດຄວາມ ອາດສາມາດ ໃຫ້ແກ່ການຜະລິດ ການຄຸ້ມຄອງ ຊັບພະຍາກອນ ຢ່າງຍືນຍົງ ການພັດທະນາເຂດເສດຖະກິດ ຂ້າມຊາຍແດນ ແລະ ການຫລຸດຜ່ອນ ບັນຫາຄວາມທຸກຍາກຂອງປະຊາຊົນ ໂດຍກອງປະຊຸມ ໄດ້ເນັ້ນໜັກ ໃຫ້ຄວາມສຳຄັນເປັນພິເສດຕໍ່ການພັດທະນາທາງດ້ານການທ່ອງທ່ຽວ ທີ່ເຊື່ອມໂຍງເປັນເຂດດຽວກັນ ໃຫ້ໄດ້ຢ່າງເປັນຮູບປະທຳ ເຊັ່ນດຽວກັນ.

XS
SM
MD
LG