ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ກັບ ທ່ານນາງ Clinton ທ້າທາຍກັນ ເປັນຄັ້ງສຸດທ້າຍ ກ່ອນການເລືອກຕັ້ງ


ພາບທີ່ນຳມາປະສົມກັນນີ້ສະແດງໃຫ້ເຫັນຜູ້ສະໜັບສະໜູນຜູ້
ລົງແຂ່ງຂັນສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ໃນເມືອງTempe, ລັດ Arizona, 2 ພະຈິກ, 2016, ແລະ ຜູ້ສະໜັບສະໜູນຂອງຜູ້ລົງແຂ່ງຂັນສັງກັດພັກຣີພັບ
ບລີກັນ ທ່ານ Donald Trump ໃນນະຄອນ Baton Rouge, ລັດ Louisiana, 11 ກຸມພາ, 2016.
ພາບທີ່ນຳມາປະສົມກັນນີ້ສະແດງໃຫ້ເຫັນຜູ້ສະໜັບສະໜູນຜູ້ ລົງແຂ່ງຂັນສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton ໃນເມືອງTempe, ລັດ Arizona, 2 ພະຈິກ, 2016, ແລະ ຜູ້ສະໜັບສະໜູນຂອງຜູ້ລົງແຂ່ງຂັນສັງກັດພັກຣີພັບ ບລີກັນ ທ່ານ Donald Trump ໃນນະຄອນ Baton Rouge, ລັດ Louisiana, 11 ກຸມພາ, 2016.

ດ້ວຍເວລາທີ່ຍັງເຫຼືອ 2 ມື້ ກ່ອນສະຖານທີ່ປ່ອນບັດ ໃນການເລືອກຕັ້ງປະທານາທິບໍດີ ສະຫະລັດ ຈະໄຂຂຶ້ນໃນວັນອັງຄານທີ່ຈະມາເຖິງນີ້, ທັງຜູ້ລົງແຂ່ງຂັນສັງກັດພັກເດໂມ ແຄຣັດ ທ່ານນາງ Hillary Clinton ແລະ ຄູ່ແຂ່ງຂັນຂອງທ່ານນາງຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ທຳການໂຕ້ຖຽງກັນຄັ້ງສຸດທ້າຍໃນວັນອາທິດມື້ນີ້ ຕໍ່ບັນດາຜູ້ ລົງຄະແນນສຽງ ອາເມຣິກັນ ເພື່ອຊັກຊວນພວກປ່ອນບັດທີ່ບໍ່ທັນໄດ້ຕັດສິນໃຈໃນນາທີ ສຸດທ້າຍ ແລະ ລະດົມຄົນໄປບ່ອນທີ່ພວກເຂົາເຈົ້າຈະລົງຄະແນນສຽງໃນວັນເລືອກຕັ້ງ ນັ້ນ.

ດາລານັກບາສແກັດບອລທີ່ມີຊື່ສຽງຈາກທີມ Cleveland Cavaliers ທ້າວ Lebron James ໄດ້ໂຄສະນາຫາສຽງໃຫ້ທ່ານນາງ Clinton ໃນວັນອາທິດມື້ນີ້ທີ່ນະຄອນ Cleveland ລັດ Ohio, ເປັນລັດແຂ່ງຂັນທີ່ຕ້ອງເອົາຊະນະໃຫ້ໄດ້ ທີ່ທ່ານນາງຢາກຈະ ຍາດເອົາສຽງຈາກທ່ານ Trump, ຜູ້ທີ່ມີຄະແນນນຳໜ້າໃນການຢັ່ງຫາງສຽງກ່ອນການ ເລືອກຕັ້ງນັ້ນ. ນັກກິລາ NBA ຍອດນິຍົມ ຄົນດັ່ງກ່າວ ຜູ້ທີ່ອອກມາສະໜັບສະໜູນທ່ານ ນາງ Clinton ໃນເດືອນແລ້ວນີ້ໄດ້ກ່າວວ່າ ລາວໄດ້ປ່ອນບັດຂອງລາວແລ້ວ.

ທ້າວ James ໄດ້ກ່າວໃນວັນເສົາວານນີ້ ກ່ອນການແຂ່ງຂັນກັບທີມຄູ່ແຂ່ງ Philadelphia 79ers ວ່າ “ຂ້ອຍຮູ້ວ່າຂ້ອຍສະໜັບສະໜູນໃຜ, ວ່າຂ້ອຍຮັບຮອງ ເອົາໃຜ ແລະ ທຸກໆ ຄົນມີສິດທີ່ຈະເຮັດໃນສິ່ງທີ່ພວກເຂົາເຈົ້າຢາກເຮັດ.” ລາວໄດ້ ກ່າວວ່າ ລາວຫວັງວ່າໝົດ ທຸກຄົນຈະເຂົ້າໃຈວ່າ ການເລືອກຕັ້ງໃນຄັ້ງນີ້ “ມີຄວາມສຳ ຄັນແນວໃດ.” ນອກນັ້ນ ທ່ານ ນາງ Clinton ຍັງຈະເດີນທາງໄປຢ້ຽມຢາມ ລັດ New Hamshire ໃນວັນອາທິດມື້ນີ້.

ທ່ານ Trump ມີຕາຕະລາງເຮັດວຽກທີ່ຫຍຸ້ງຍາກກວ່າ ໃນວັນອາທິດມື້ນີ້, ໃນການໄປຢ້ຽມ ຢາມສະຖານທີ່ຕ່າງໆທີ່ໄດ້ລົງຄະແນນສຽງສຳລັບພັກເດໂມແຄຣັດຕາມປະເພນີ. ນອກ ນັ້ນຜູ້ຖືທຸງພັກຣີພັບບລີກັນຜູ້ນີ້ ກໍຍັງຈະໄປຢຸດຢ້ຽມຢາມລັດ Iowa, Minnesota, Michigan, Pennsylvania ແລະ Virginia ນຳ.

ທ່ານ Trump ໄດ້ວາດພາບເງົາມືດໃນສິ່ງທີ່ວ່າປະເທດຈະເປັນແນວໃດ ພາຍໃຕ້ການບັນ ຊາຂອງຄູ່ແຂ່ງຂັນຂອງເພິ່ນ, ໃນຂະນະທີ່ທ່ານນາງ Clinton ສືບຕໍ່ທີ່ຈະບອກພວກຜູ້ລົງ ຄະແນນສຽງວ່າ ພວກເຂົາເຈົ້າຈະມີຄວາມເຂັ້ມແຂງກວ່າ ເມື່ອຢູ່ນຳກັນກັບທ່ານນາງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG