ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານນາງ Clinton ແລະ ທ່ານ Trump ຄາດວ່າຈະ ໄດ້ແຂ່ງຂັນກັນ ໃນການ ເລືອກຕັ້ງ ທົ່ວໄປ


Clinton, Trump Gird for General Election Battle
please wait

No media source currently available

0:00 0:02:54 0:00

ການແຂ່ງຂັນເພື່ອຍາດ​ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ຫຼັງຈາກການແຂ່ງຂັນເລືອກຕັ້ງຂັ້ນຕົ້ນທີ່ສຳ ຄັນຄັ້ງສຸດທ້າຍ​ໄດ້ຜ່ານ​ພົ້ນ​ໄປ ເຊິ່ງເປັນການ ກະກຽມສຳລັບການເລືອກຕັ້ງທົ່ວໄປລະຫວ່າງຜູ້ທີ່​ຄາດ​ວ່າ​ຈະຖືກສະເໜີຊື່ຂອງສອງພັກ ການເມືອງ ໃຫຍ່ ຄືທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ແລະທ່ານ Donald Trump ຈາກພັກຣີພັບບລີກັນ. ການແຂ່ງຂັນຄັ້ງນີ້ຈະໃຫ້ທາງເລືອກທີ່ຕາຍຕົວແກ່ປະຊາຊົນ ຊາວ ອາເມຣິກັນ ແລະ ເປັນທີ່ແນ່ ນອນວ່າຈະເປັນການໂຄສະນາຫາສຽງທີ່ຫຍາບຄາຍທີ່ ສຸດໃນປະຫວັດ ສາດຂອງ ສະຫະລັດ. ນັກຂ່າວແຫ່ງຊາດຂອງວີໂອເອ Jim Malone ມີ ລາຍງານຈາກນະຄອນຫຼວງ ວໍຊິງຕັນ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີ ທ່ານ.

ສຳລັບທ່ານນາງ Hillary Clinton ຈາກພັກເດໂມແຄຣັດ, ກຳລັງມີ​ຄວາມ​ຕື່ນເຕັ້ນ​ກັບການ ສ້າງປະຫວັດສາດ, ​ເຊິ່ງ​ໃນຕອນນີ້ພວມຢູ່ໃນຫົນທາງຂອງການທີ່ຈະກາຍເປັນແມ່ຍິງ ສະຫະ ລັດ ຜູ້ທຳອິດທີ່ຖືກສະເໜີຊື່ເຂົ້າແຂ່ງຂັນສະໝັກເອົາຕຳແໜ່ງປະທານາທິບໍດີ ໃນປະຫວັດ ສາດຂອງ ສະຫະລັດ.

ແຕ່ວ່າທ່ານນາງ Clinton ບໍ່ໄດ້ປ່ອຍ​ໃຫ້​ເສຍ​ເວລາ​ແຕ່​ພຽງໜ້ອຍດຽວໃນການຫັນປ່ຽນຈຸດ ເພັ່ງເລັງຂອງທ່ານນາງ ໄປຫາຜູ້ທີ່ຄາດວ່າຈະເປັນຂູ່ແຂ່ງຂັນຈາກພັກຣີພັບບລີກັນ ທ່ານ Donald Trump.

ທ່ານນາງ Clinton ກ່າວວ່າ “ພວກເຮົາເຊື່ອວ່າ ພວກເຮົາມີຄວາມເຂັ້ມແຂງກວ່າ ໃນເວລາ ທີ່ພວກເຮົາຢູ່ນຳກັນ ແລະ ການເດີມພັນໃນການເລືອກຕັ້ງຄັ້ງນີ້ແມ່ນສູງ ແລະ ທາງເລືອກກໍ ແມ່ນຊັດເຈນ. ທ່ານ Donald Trump ແມ່ນຜູ້ທີ່ມີການປະພຶດບໍ່ເໝາະສົມທີ່ຈະເປັນປະທາ ນາທິບໍດີ ແລະ ຜູ້ບັນຊາການສູງສຸດ.”

ທ່ານນາງ Clinton ໄດ້ເອົາຊະນະຂູ່ແຂ່ງ ທ່ານ Bernie Sanders ໃນການແຂ່ງຂັນຢູ່ 4 ບ່ອນຈາກທັງໝົດ 6 ລັດໃນວັນອັງຄານທີ່ຜ່ານມາ,​ ລວມທັງລາງວັນໃຫຍ່ສຸດໃນລັດ ຄາລິຟໍ ເນຍ, ແຕ່ວ່າສຳລັບຕອນນີ້, ທ່ານ Sanders ກໍກຳລັງເຮັດວຽກໜັກຕໍ່ໄປຢູ່.

ທ່ານ Bernie Sanders ກ່າວວ່າ “ການຕໍ່ສູ່ຢູ່ທາງໜ້າຂອງພວກເຮົາແມ່ນການຕໍ່ສູ້ ທີ່ມີຄວາມສູງຊັນຫຼາຍໆ. ແຕ່ວ່າພວກເຮົາຈະສືບຕໍ່ໆສູ້ ເພື່ອທຸກໆຄະແນນສຽງ ແລະ ຜູ້ແທນທຸກໆຄົນທີ່ພວກສາ ມາດຍາດເອົາມາໄດ້.”

ທ່ານ Donald Trump ກໍມີຄວາມກະຕືລືລົ້ນ​ເຊັ່ນ​ກັນທີ່ຈະແຂ່ງຂັນກັບທ່ານນາງ Clinton, ໂດຍກ່າວໂຈມຕີໃນໄລຍະເວລາທີ່ທ່ານນາງກຳຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ແລະ ຄວາມພະຍາ ຍາມໃນການລະດົມທຶນຂອງມູນນິທິ Clinton.

ທ່ານ Trump ກ່າວວ່າ “ທ່ານນາງ Clinton ໄດ້ປ່ຽນກະຊວງການຕ່າງປະເທດໃຫ້ ກາຍເປັນແຫຼ່ງລະດົມທຶນສ່ວນຕົວ. ພວກ ຣັດເຊຍ, ຊາອຸ, ຈີນ ພວກເຂົາເຈົ້າ ທັງໝົດໄດ້ເອົາເງິນໃຫ້ທ່ານ Bill ແລະ ທ່ານນາງ Hillary ແລະ ພວກເຂົາເຈົ້າກໍ ໄດ້ຮັບການຕອບແທນຄືນໃນທາງທີ່ອຳນວຍຜົນປະໂຫຍດໃຫ້.”

ແຕ່ວ່າທ່ານ Trump ຍັງຄົງຕົກຢູ່ໃນພາວະຄວບຄຸມຄວາມເສຍຫາຍຢູ່ຫຼັງຈາກທ່ານໄດ້ກ່າວ ຫາຜູ້​ພິພາກສາລັດຖະບານກາງວ່າ ລຳອຽງ ຍ້ອນບັນພະບູລຸດຂອງທ່ານທີ່ເປັນຄົນ ອາເມ ຣິກັນ ເຊື້ອສາຍ ເມັກຊິໂກ, ເຊິ່ງເປັນຂໍ້ຄວາມທີ່ໄດ້ເຮັດໃຫ້ທ່ານ Paul Ryan ປະທານສະພາ ຕ່ຳທໍ້ໃຈ.

ທ່ານ Ryan ກ່າວວ່າ “ການອ້າງວ່າຄົນຜູ້ໜຶ່ງບໍ່ສາມາດເຮັດວຽກໄດ້ຍ້ອນເຊື້ອຊາດ ຂອງລາວ ແມ່ນຂ້ອນຂ້າງຈະຄືກັບການຕີຄວາມໝາຍ ອອກມາຈາກປຶ້ມທີ່ມີ ຄວາມເຫັນຈຳແນກເຊື້ອຊາດ. ຂ້າພະເຈົ້າຄິດວ່າ ມັນຄວນຖືກປະຕິເສດ ແລະ ຮັບບໍ່ໄດ້ຢ່າງຊິ້ນເຊີງ. ແຕ່ຂ້າພະເຈົ້າຄິດວ່າທ່ານນາງ Hillary Clinton ແມ່ນ ຄຳຕອບບໍ? ບໍ່, ຂ້າພະເຈົ້າວ່າບໍ່ແມ່ນ.”

ທ່ານ Trump ໄດ້​ເຮັດ​ຫຼາຍ​ເກີນ​ໄປໂພດສຳລັບສະມາຊິກສະພາສູງລັດ Illinois ທ່ານ Mark Kirk ແລະ ທ່ານກໍໄດ້ຖອນການສະໜັບສະໜູນຂອງທ່ານແລ້ວ.

ທ່ານ Mark Kirk ກາວວ່າ “ມັນເປັນການຈຳ​ແນ​ກເຊື້ອຊາດ​ເກີນ​ໄປໂພດ ແລະ ບໍ່​ມີ​ການ​ໂຍະຍານ​ຜ່ອນຜັນ​ເກີນ​ໄປ ​ໂດຍພັກຂອງທ່ານ Abraham Lincoln ສຳລັບຂ້າພະເຈົ້າ.

​ແຕ່ຜູ້ປົກຄອງລັດ New Jersey ທ່ານ Chris Christie ໄດ້ອອກມາປົກປ້ອງທ່ານ Trump.

ທ່ານ Christie ກ່າວວ່າ “ຂ້າພະເຈົ້າໄດ້ເວົ້າກ່ອນໜ້ານີ້ແລ້ວ, ວ່າຂ້າພະເຈົ້າຮູ້ຈັກ ທ່ານ Donald Trump. ຂ້າພະເຈົ້າຮູ້ຈັກລາວເປັນເວລາ 14 ປີແລ້ວ, ແລະ ທ່ານ Donald Trump ບໍ່ແມ່ນຄົນຈຳ ​ແນກເຊື້ອຊາດ.”

ນັກວິເຄາະ ທ່ານ Kyle Kondik ກ່າວວ່າ ທ່ານນາງ Clinton ໄດ້ກ້າວເຂົ້າສູ່ການໂຄສະນາ ຫາສຽງໃນການເລືອກຕັ້ງທົ່ວໄປພ້ອມກັບຄະແນນນຳໜ້າເລັກນ້ອຍ.

ທ່ານ Kondik ຈາກມະຫາວິທະຍາໄລລັດ ເວີຈິເນຍ ໄດ້ກ່າວວ່າ “ມັນຂ້ອນຂ້າງແມ່ນ ທາງເລືອກອັນໜຶ່ງລະຫວ່າງຄວາມໝັ້ນຄົງໃນທ່ານນາງ Clinton ແລະ ການປ່ຽນ ແປງຄັ້ງ​ໃຫຍ່ໃນທ່ານ Trump ແລະ ບັນດາຜູ້ລົງຄະແນນສຽງອາດຈະເປັນຜູ້ທີ່ມີ ຫົວອະນຸລັກນິຍົມໜ້ອຍໜຶ່ງ, ບໍ່ແມ່ນເລື່ອງຂອງຫົວອະນຸລັກນິຍົມການເມືອງ, ແຕ່ ໃນເລື່ອງຂອງການບໍ່ຢາກຕົກຢູ່ຄວາມສ່ຽງອັນໃຫຍ່, ແລະ ຂ້າພະເຈົ້າຄິດວ່ານັ້ນ ແມ່ນລະດັບສຽງທີ່ດີທີ່ສຸດຂອງທ່ານນາງ Clinton ແລະ ເວົ້າວ່າທ່ານ Trump ແມ່ນມີຄວາມສ່ຽງໂພດ.”

ທ່ານ Kondik ກໍຍັງໄດ້ທຳນາຍວ່່າ ຈະ​ມີການໂຄສະນາຫາສຽງທີ່ຫຍາບຄາຍ ແລະ ການ ເວົ້າປະທະກັນຂອງຜູ້ລົງແຂ່ງຂັນ ຄອບງຳໃນການແຂ່ງຂັນສຳລັບ​ລະຍະ 5 ເດືອນຕໍ່ໜ້ານີ້.

XS
SM
MD
LG