ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ.ນ. Clinton ຕໍາໜິຈີນ ໃນການເຄື່ອນໄຫວ ຢູ່ໃນເຂດ ມະຫາສະມຸດ ປາຊີຟິກຕອນໃຕ້


ທ່ານນາງ Clinton ກ່າວຄໍາປາໄສຕໍ່ກອງປະຊຸມປະຈຳປີ ຂອງບັນດາໝູ່ເກາະ ໃນເຂດມະຫາສະມຸດປາຊີຟິກ ທີ່ມີສະມາຊິກ 16 ປະເທດ ໃນວັນສຸກວານນີ້ ຢູ່ທີ່ເກາະ Cook.
ທ່ານນາງ Clinton ກ່າວຄໍາປາໄສຕໍ່ກອງປະຊຸມປະຈຳປີ ຂອງບັນດາໝູ່ເກາະ ໃນເຂດມະຫາສະມຸດປາຊີຟິກ ທີ່ມີສະມາຊິກ 16 ປະເທດ ໃນວັນສຸກວານນີ້ ຢູ່ທີ່ເກາະ Cook.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ຮຽກຮ້ອງໃຫ້ຈີນ ເຄື່ອນໄຫວ “ແບບຍຸດຕິທໍາ ແລະ
ໂປ່ງໃສ” ຢູ່ໃນເຂດມະຫາສະມຸດປາຊີຟິກຕອນໃຕ້.

ທ່ານນາງ Clinton ໃຫ້ຄວາມເຫັນດັ່ງກ່າວ ໃນຄໍາປາໄສຕໍ່
ກອງປະຊຸມປະຈຳປີຂອງບັນດາໝູ່ເກາະໃນເຂດມະຫາສະມຸດ
ປາຊີຟິກ ທີ່ມີສະມາຊິກ 16 ປະເທດ ໃນວັນສຸກວານນີ້ ຢູ່ທີ່
ເກາະ Cook ບ່ອນທີ່ທ່ານນາງໄດ້ປະກາດໃຫ້ເງິນຊ່ອຍເຫຼືອ
32 ລ້ານໂດລາ ສຳຫຼັບໂຄງການໃໝ່ຂອງສະຫະລັດຕໍ່ຂົງເຂດ
ດັ່ງກ່າວ ໃນດ້ານຕ່າງໆ ນັບແຕ່ການພັດທະ ນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ ແລະການປົກປ້ອງທະເລ.

ທ່ານນາງ ບໍ່ໄດ້ໃຫ້ຄວາມສໍາຄັນຕໍ່ຄວາມຄິດທີ່ວ່າ ສະຫະລັດ
ແລະຈີນເປັນປໍລະປັກກັນ ຢູ່ໃນຂົງເຂດດັ່ງກ່າວ ໂດຍເວົ້າວ່າເຂດມະຫາສະມຸດປາຊີຟິກ ຕອນໃຕ້ແມ່ນ “ໃຫຍ່ພຽງພໍ” ສໍາລັບທັງສະຫະລັດແລະຈີນທີ່ຈະເຄື່ອນໄຫວ ຢູ່ທີ່ນັ້ນໄດ້.

ແຕ່ຢ່າງໃດກໍຕາມ ທ່ານນາງໄດ້ຮຽກຮ້ອງໃຫ້ຈີນ ແຈກຢາຍການຊ່ວຍເຫລືອຂອງຕົນ ທີ່ນັບມື້ເພີ້ມທະວີຂຶ້ນຢູ່ໃນຂົງເຂດ ດັ່ງກ່າວນັ້ນ ຢ່າງຍຸດຕິທໍາ. ພວກນັກວິເຄາະບາງຄົນ ເວົ້າວ່າ ຈີນກໍາລັງໃຊ້ການລົງທຶນຕ່າງປະເທດຂອງຕົນ ເພື່ອຂຸດຄົ້ນເອົາຊັບພະຍາກອນ ທໍາມະຊາດ ໂດຍເຮັດປະຊາຊົນໃນເຂດທ້ອງຖິ່ນເປັນຜູ້ໄດ້ຮັບຄວາມເສຍຫາຍ.

ຫລັງຈາກຢ້ຽມຢາມເກາະ Cook ແລ້ວ ລັດຖະມົນຕີການຕ່າງປະເທດສະຫະລັດ ກໍຈະ ເດີນທາງໄປຍັງອິນໂດເນເຊຍ, ຈີນ, ບຣູໄນ, ຕີມໍຕາເວັນອອກ ແລະຣັດເຊຍ.
XS
SM
MD
LG