ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton ຢ້ຽມຢາມ ມາເລເຊຍ


ທ່ານນາງ Hillary Clinton ພວມກ່າວໃນລະຫວ່າງການພົບພໍ້ກັບປະຊາຊົນ ມາເລເຊຍ ທີ່ສະຖາບັນ ອິສລາມນາໆຊາດ ໃນນະຄອນຫຼວງ ກົວລາລຳເປີ (2 ພະຈິກ 2010)
ທ່ານນາງ Hillary Clinton ພວມກ່າວໃນລະຫວ່າງການພົບພໍ້ກັບປະຊາຊົນ ມາເລເຊຍ ທີ່ສະຖາບັນ ອິສລາມນາໆຊາດ ໃນນະຄອນຫຼວງ ກົວລາລຳເປີ (2 ພະຈິກ 2010)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary
Clinton ໄດ້ຮັບການຄໍ້າປະກັນຈາກເຈົ້າໜ້າທີ່ມາເລເຊຍວ່າ
ຜູ້ນຳພັກຝ່າຍຄ້ານຂອງມາເລເຊຍທ່ານ Anwar Ibrahim
ຈະໄດ້ຮັບການດຳເນີນຄະດີຢ່າງຍຸດຕິທຳໃນຂໍ້ຫາຮ່ວມເພດ
ກັບຜູ້ຊາຍດ້ວຍກັນນັ້ນ.

ທ່ານນາງ Clinton ກໍາລັງຢ້ຽມຢາມມາເລເຊຍ ເພື່ອຊອກ
ຫາຊ່ອງທາງປັບປຸງຄວາມສຳພັນ ກັບປະເທດດັ່ງກ່າວ ຊຶ່ງ
ປະຊາຊົນສ່ວນໃຫຍ່ນັບຖືສາສະໜາອິສລາມ ​ແຕ່ມີນະໂຍ
ບາຍທີ່ບໍ່ຮຸນແຮງພໍດີພໍງາມ. ລຸນຫລັງການພົບປະກັບຄູ່ຕຳ
ແໜ່ງຂອງທ່ານທີ່ນະຄອນຫຼວງກົວລາລຳເປີ ໃນວັນອັງຄານມື້ນີ້ລັດຖະມົນຕີການຕ່າງປະເທດ
ສະຫະລັດ ໄດ້ຮຽກຮ້ອງໃຫ້ການດຳເນີນຄະດີຕໍ່ທ່ານ Anwar ​ເປັນໄປແບບຍຸຕິທໍາແລະ​ໃຫ້ມີ
ຄວາມໂປ່ງໄສ.

ລັດຖະມົນຕີການຕ່າງປະເທດມາເລເຊຍທ່ານ Anifah Aman ໄດ້ກ່າວຕອບໃນກອງປະຊຸມ
ຖະແຫຼງຂ່າວຮ່ວມກັນວ່າມັນແມ່ນຜົນປະໂຫຍດຂອງມາເລເຊຍທີ່ຈະເຫັນການດຳເນີນຄະດີນີ້
ມີຄວາມຍຸດຕິທຳ.

ທ່ານ Anwar ໄດ້ຖືກດຳເນີນຄະດີ ໃນຂໍ້ຫາຄ້າຍຄືກັນນີ້ມາເທື່ອນຶ່ງແລ້ວນັ້ນໄດ້ກ່າວອ້າງວ່າ
ຂໍ້ຫາທີ່ວ່ານີ້ແມ່ນມີຈຸດປະສົງທາງດ້ານການເມືອງ. ການຟ້ອງຮ້ອງໄດ້ມີຂຶ້ນຫຼັງຈາກພັກຂອງ
ທ່ານໄດ້ຮັບໄຊຊະນະທີ່ສຳຄັນ ໃນການເລືອກຕັ້ງປີ 2008.

ທ່ານນາງ Clinton ຄາດວ່າຈະໄດ້ພົບກັບທ່ານ Anwar ໃນລະຫວ່າງການຢ້ຽມຢາມມາເລ
ເຊຍ ແຕ່ການຢ້ຽມຢາມບໍ່ໄດ້ມີຂຶ້ນ. ທ່ານບໍ່ໄດ້ເວົ້າວ່າ ສະຫະລັດກຳລັງຕິດຕາມເບິ່ງຄະດີນີ້
ຢ່າງໃກ້ຊິດ.


XS
SM
MD
LG