ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານນາງ Clinton ເດີນທາງ ມຸ່ງໜ້າສູ່ ຕາເວັນອອກກາງ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກໍາລັງເດີນທາງໄປ ນະຄອນ Jerusalem ເມືອງ
Ramallah ແລະກຸງ Cairo ເພື່ອພົບປະກັບ ກັບບັນດາຜູ້ນໍາ
ໃນຂົງເຂດ ທ່າມກາງບັນຫາຂັດແຍ້ງຂ້າມຊາຍແດນລະຫວ່າງ
Israel ກັບ Palestine ໃນເຂດ Gaza ກ້າວເຂົ້າສູ່ມື້ທີ 7 ແລ້ວ.

ທ່ານນາງ Clinton ໄດ້ເດີນທາງອອກຈາກກໍປູເຈຍ ຢ່າງໄວວາ
ເພື່ອເດີນທາງໄປ Israel ໃນວັນອັງຄານມື້ນີ້ ບ່ອນທີ່ທ່ານນາງຈະ
ໄດ້ພົບປະກັບ ນາຍົກລົດຖະມົນຕີທ່ານ Benjamin Netanyahu.
ທ່ານນາງຍັງຈະພົບປະກັບ ບັນດາຜູ້ນໍາຂອງ Palestine ແລະທາງ
ການຂອງອີຈິບ ໃນການຢ້ຽມຢາມຄັ້ງນີ້. ຊຶ່ງທາງທໍານຽບຂາວກ່າວວ່າ
ຈະເພັ່ງເລັງໃສ່ຜົນປະໂຫຍດຂອງສະຫະລັດແລະຫາທາງອອກຢ່າງ
ສັນຕິວິທີໃນປະທະກັນຄັ້ງນີ້.

ການປະນິປະນອມທາງການທູດນັ້ນຈົນປານນີ້ ແມ່ນບໍ່ໄດ້ຜົນໃນການຢຸດເຊົາການສູ້ລົບກັນ
ໃນເຂດຂາຍແດນນີ້ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ພົບປະກັນຄັ້ງ
ຫຼ້າສຸດໃນສະຖານະການທີ່ສິ້ນສຸດລົງໃນແລງວັນຈັນວານນີ້ ໂດຍທີ່ບໍ່ໄດ້ມີການຕົກລົງແຕ່
ປະການໃດ.

ໃນຂະດຽວກັນນີ້ ຄວັນກຸ້ມທົ່ວເຂດ Gaza City ໃນວັນອັງຄານມື້ນີ້ ໂດຍທີ່ທາງ Israel
ຍັງຈະສືບຕໍ່ການສູ້ລົບກັບກຸ່ມຫົວຮຸນແຮງ Hamas ທີ່ໄດ້ຍິງປືນແລະລູກສອນໄຟໄປໃສ່
ປະຊາຄົມຊາວ Israel ທັງຫຼາຍນັ້ນ.

ທາງການກ່າວວ່າ ການລົ້ມຕາຍນັ້ນໄດ້ເພີ່ມຂຶ້ນຫຼາຍກວ່າ 100 ຄົນ ທີ່ເປັນຊາວ Palestine ແລະຊາວ Israel 3 ຄົນ.

ໃນວັນອັງຄານມື້ນີ້ທາງ Israel ໄດ້ໂຈມຕີທາງອາກາດຕໍ່ Islamic National Bank ໃນ
ເມືອງ Gaza ໂດຍໄດ້ທໍາລາຍທະນາຄານແລະໂຄງຮ່າງຂອງຕຶກ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ Ban Ki-moon ໃນວັນອັງຄານມື້ນີ້ວ່າ
ໃຫ້ມີການຢຸດເຊົາການສູ້ລົບກັນໃນທັນທີ ຕອນທີ່ທ່ານໄປຮອດ Cairo ໃນວັນຈັນວານນີ ເພື່ອສົ່ງເສີມການດໍາເນີນຄວາມພະຍາຍາມໃນການຫາທາງຢຸດຍິງ.
XS
SM
MD
LG