ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງ Clinton ບໍ່ໄດ້ເປັນ ປະທານາທິບໍດີ ແມ່ຍິງ ຄົນທຳອິດຂອງ ສະຫະລັດ


ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ຍົກມືທັກທາຍຄະນະຜູ້ແທນ ກ່ອນກ່າວຄຳປາໄສ ໃນລະຫວ່າງ ວັນສຸດທ້າຍ ຂອງກອງປະຊຸມຫຼວງພັກເດໂມແຄຣັດ ໃນນະຄອນຟິລາແດລເຟຍ. 28 ກໍລະກົດ, 2016.
ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກ ເດໂມແຄຣັດ ທ່ານນາງ Hillary Clinton ຍົກມືທັກທາຍຄະນະຜູ້ແທນ ກ່ອນກ່າວຄຳປາໄສ ໃນລະຫວ່າງ ວັນສຸດທ້າຍ ຂອງກອງປະຊຸມຫຼວງພັກເດໂມແຄຣັດ ໃນນະຄອນຟິລາແດລເຟຍ. 28 ກໍລະກົດ, 2016.

ທ່ານນາງ Hillary Clinton ໄດ້ເປັນທາງເລືອກທີ່ເຫັນໄດ້ຊັດສຳລັບພັກເດໂມແຄຣັດ ກ່ອນ ທີ່ພວກເຂົາເຈົ້າໄດ້ເລີ່ມສະເໜີຊື່ຂອງຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຂອງພວກ ເຂົາເຈົ້າ.

ຫຼາຍມື້ກ່ອນການເລືອກຕັ້ງ​ໃນວັນອັງຄານວານນີ້, ການຢັ່ງຫາງສຽງຢ່າງກວ້າງຂວາງທົ່ວ ປະເທດໄດ້ໃຫ້ທ່ານນາງ ມີຄະແນນນຳໜ້າທ່ານ Donald Trump ໜ້ອຍໜຶ່ງ. ທ່ານນາງ ເຄີຍ​ແມ່ນມີປະສົບການທາງການເມືອງທີ່ຕາມປະຫວັດສາດແລ້ວ ໄດ້ເປັນເສັ້ນທາງໄປສູ່ ທຳນຽບຂາວ.

ເມື່ອພວກຜູ້ລົງຄະແນນສຽງ ໄດ້ມີໂອກາດສະ​ແດງ​ອອກຊຶ່ງ​ຄວາມ​ຮູ້ສຶກຂອງພວກເຂົາເຈົ້າ ທີ່ໜ່ວຍ​ປ່ອນ​ບັດເລືອກຕັ້ງ, ທ່ານນາງ Clinton ໄດ້ເສຍ​ໃນຄວາມພະຍາຍາມທີ່ຈະກາຍ ເປັນແມ່ຍິງຄົນທຳອິດ ທີ່ຖືກເລືອກໃຫ້ເປັນປະທານາທິບໍດີຂອງ ສະຫະລັດ.

ຫົວໜ້າການໂຄສະນາຫາສຽງຂອງທ່ານນາງ Clinton ທ່ານ John Podesta ໄດ້ບອກ ບັນດາຜູ້ສະໜັບສະໜູນ ໃນການ​ໂຮມຊຸມນຸມໂຄ ສະນາຫາສຽງຂອງທ່ານນາງໃນນະຄອນ ນິວຢອກ ໃຫ້ເດີນທາງກັບບ້ານຕອນ 2 ໂມງເຊົ້າໃນວັນພຸດມື້ນີ້, ກ່ອນການແຂ່ງຂັນຈະຖືກ ປິດ ລົງຢ່າງເປັນທາງການ, ໂດຍກ່າວວ່າ ຄະແນນສຽງຍັງມີ​ການນັບກັນຢູ່ ແລະ ວ່າມັນ ອາດຈະເປັນ​ທີ່​ຮູ້​ກັນ​ຕາມ​ພາຍຫລັງໃນມື້ນີ້.

ທ່ານ Podesta ໄດ້ກ່າວວ່າ “ຂ້າພະເຈົ້າຢາກໃຫ້ໝົດທຸກຄົນ ທີ່ຢູ່ໃນຫ້ອງປະຊຸມນີ້ຮູ້ ແລະ ໝົດທຸກຄົນໃນທົ່ວປະເທດຜູ້ທີ່ໄດ້ສະໜັບສະໜູນທ່ານນາງ Clinton ຮູ້ວ່າ ການ ອອກສຽງຂອງພວກທ່ານ ແລະ ຄວາມກະຕືລືລົ້ນຂອງພວກທ່ານ ມີຄວາມໝາຍຢ່າງຍິ່ງ ຕໍ່ທ່ານນາງ ແລະ ຄູ່ຮ່ວມລົງແຂ່ງຂັນທ່ານ Tim Kane ແລະພວກເຮົາໝົດທຸກຄົນ. ພວກເຮົາມີພູມໃຈໃນຕົວຂອງພວກທ່ານຫຼາຍ ແລະພວກເຮົາກໍມີຄວາມພາກພູມໃຈຕໍ່ ທ່ານນາງຫຼາຍເຊັ່ນກັນ.”

ແຕ່ທ່ານນາງ Clinton ບໍ່ໄດ້ຢູ່ທີ່ນັ້ນ.

ພວກຜູ້ສະໜັບສະໜູນເບິ່ງຜົນການເລືອກຕັ້ງ ໃນລະຫວ່າງ ການຊຸມນຸມຄ່ຳຄືນການເລືອກຕັ້ງຂອງ ທ່ານນາງ Hillary Clinton ທີ່ສູນການປະຊຸມ Jacob Javits ໃນນະຄອນ ນິວຢອກ. 8 ພະຈິກ 2016.
ພວກຜູ້ສະໜັບສະໜູນເບິ່ງຜົນການເລືອກຕັ້ງ ໃນລະຫວ່າງ ການຊຸມນຸມຄ່ຳຄືນການເລືອກຕັ້ງຂອງ ທ່ານນາງ Hillary Clinton ທີ່ສູນການປະຊຸມ Jacob Javits ໃນນະຄອນ ນິວຢອກ. 8 ພະຈິກ 2016.

ການຊຸມນຸມໄດ້ຖືກຈັດຂຶ້ນທີ່ສູນການປະຊຸມ Jacob Javits ຊຶ່ງເປັນສະຖານທີ່ໆມີເພດານ ແກ້ວຍາວກວ້າງ ແລະ ເປັນສິ່ງທີ່ອາດເປັນສັນຍາລັກສຳລັບການ​ໄດ້​ຮັບ​ໄຊຊະນະຂອງ ທ່ານນາງ Clinton.

ພວກຜູ້ສະໜັບສະໜູນທ່ານ Trump ໄດ້ສະແດງຄວາມປິຕິຍິນດີຢ່າງຍິ່ງໃນຕອນແລງ ຂອງວັນອັງຄານວານນີ້ ຫຼັງຈາກໄດ້ຫຼິ້ນເພງຊາດເພື່ອຮັບເອົາຄວາມເປັນຈິງໃນສິ່ງທີ່ໄດ້ ເກີດຂຶ້ນຢ່າງຊ້າໆ ໃນຂະນະທີ່ຄ່ຳຄືນ ດຳເນີນໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG