ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ​ນາງ​ຄລິນຕັນເປັນຫ່ວງ ກ່ຽວກັບການຄ້າຂອງຈີນ ໃນອາຟຣິກາ


ພາບທາງອາກາດ ບໍ່ທອງແດງໃນອາຟຣິກາ ທີ່ບໍລິສັດຈີນຕ້ອງການ ຈະຊື້ແລະລົງທຶນ
ພາບທາງອາກາດ ບໍ່ທອງແດງໃນອາຟຣິກາ ທີ່ບໍລິສັດຈີນຕ້ອງການ ຈະຊື້ແລະລົງທຶນ

ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ທ່ານ​ນາງ​ມີຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ນະ​ໂຍບາຍ ດ້ານ​ການ​ຊ່ວຍ​ເຫລືອ​ແລະ​ການ​ລົງທຶນ​ຂອງ​ຈີນ ຢູ່​ໃນ​ພາກ​ພື້ນອາ​ຟຣິການັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອປະ​ຈໍາ​ຂົງ​ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ດັ່ງ​ທອງ​ປານ​ຈະ​ນໍາ​ມາສະ​ເໜີ​ທ່ານ​.

ເລຶ່ອງການ​ຄ້າ​ເປັນ​ຫົວ​ຂໍ້​ສໍາຄັນແກນ​ກາງຂອງ​ການ​ໄປ​ຢ້ຽມຢາມ ຂົງ​ເຂດ​ອາ​ຟຣິກາ​ຂອງ​ທ່ານ​ນາງ​ລັດຖະມົນຕີ​ຕ່າງປະ​ເທດ​ ຮິ​ລ​ເລີຣີ ຄລິນ​ຕັນ ​ເມື່ອອາທິດ​ຜ່ານ​ມາ ຊຶ່ງ​ທ່ານ​ນາງ​ໄດ້​ພົບ​ປະ​ກັບ​ພວກ​ຜູ້​ນໍາ​ວົງ​ການທຸລະ​ກິດ ​ເພື່ອ​ປຶກສາ​ຫາລື​ກັນ​ເລື່ອງ​ການ​ສືບ​ຕໍ່​ການ​ເຂົ້າຫາ​ຕະຫລາດຂອງ ສະຫະລັດໂດຍ​ບໍ່​ເສຍ​ພາສີ ພາຍ​ໃຕ້​ກົດໝາຍ​ການ​ເຕີບ​ໂຕ​ແລະ​ໂອກາດ​ຂອງ​ອາ​ຟຣິກາ​ນັ້ນ

ດັ່ງ​ນັ້ນ ມັນ​ຈຶ່ງບໍ່​ເປັນ​ສິ່ງ​ປະຫລາດ​ໃຈ​ຫຍັງ​ເລີຍ​ທີ່ວ່າ ​ໃນທຸກໆ​ແຫ່ງ​ຫົນ​ໃດ​ທີ່​ທ່ານນາງ​ໄປ​ຢ້ຽມຢາມ ​ບໍ່​ວ່າ​ຈະ​ຢູ່​ໃນປະ​ເທດ ຊໍາ​ເບຍ ຕັນ​ຊາ​ເນຍ ​ແລະອີ​ທິ​ໂອ​ເປຍ ທ່ານ​ນາງຄລິນ​ຕັນ​ໄດ້​ຖືກ​ຊັກ​ຖາມ​ກ່ຽວ​ກັບປະ​ເທດ​ທີ່ໄດ້ ລໍ້າ​ໜ້າ​ສະຫະລັດ​ ໃນ​ຖານະ​ເປັນ​ພາຄີ​ການ​ຄ້າ​ອັນ​ດັບ​ສູງ​ສຸດຂອງ​ຂົງ​ເຂດ​ອາ​ຟຣິກາ ຊື່​ງກໍ​ຄື​ຈີນ​ນັ້ນ​ເອງ. ທ່ານ​ນາງ ຄລິນ​ຕັນ​ກ່າວ​ຊີ້​ແຈງໃນ​ເລຶ່ອງນີ້​ວ່າ:

“ການມີໜ້າ​ຂອງ​ຈີນ​ໃນ​ຂົງ​ເຂດ​ອາ​ຟຣິກາ​ນັ້ນ ​ແມ່ນ​ສະທ້ອນເຖິງ​ຄວາມເປັນ​ຈິງ​ທີ່​ວ່າ ຈີນ​ມີ​ຜົນ​ປະ​ໂຫຍດ​ອັນ​ສໍາຄັນ​ແລະ​ເຕີບ​ໂຕ​ຂື້ນ​ນັບ​ມື້​ຢູ່​ໃນ​ທະວີບ​ແຫ່ງ​ນີ້ ​ໂຮມ​ທັງ​ການ​ເຂົ້າຫາ​ແຫ​ລ່ງຊັບພະຍາກອນແລະ​ຕະຫລາດ ພ້ອມ​ທັງ​ການພັດທະນາ​ຄວາມ​ສໍາພັນ​ທາງ​ການ​ທູດ​ໃຫ້ໃກ້ຊິດ​ຂື້ນ. ​ແຕ່​ສະຫະລັດ​ກໍ​ບໍ່​ໄດ້​ມອງ​ເຫັນ​ວ່າ ຜົນ​ປະ​ໂຫຍ​ດຕ່າງໆ​ເຫລົ່າ​ນັ້ນ​ຂອງ​ຈີນ ຂັດ​ກັນ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສະຫະລັດ​ເອງ ​ແຕ່​ຢ່າງ​ໃດ.”

ການ​ຄ້າ​ລະຫວ່າງ​ຈີນ ​ແລະ​ຂົງ​ເຂດ​ອາ​ຟຣິກາ ​ໄດ້​ຖີບ​ຕົວ​ສູງ​ຂື້ນຫລາຍ​ກວ່າ 40 ​ເປີ​ເຊັນ​ເມື່ອ​ປີຜ່ານມາ ​ໂດຍມີ​ມູນ​ຄ່າ​ເກືອບຮອດ 127 ພັນ​ລ້ານ​ໂດ​ລາ ຊຶ່ງສ່ວນ​ໃຫຍ່​ແມ່ນ​ສິນຄ້າ​ສົ່ງ​ອອກປະ​ເພດ​ແຮ່​ທາດ ​ແລະ​ນໍ້າມັນ ອັນ​ເປັນ​ສິ່ງ​ທີ່​ຈີນ​ສະ​ແຫວ​ງຫາ​ເພື່ອ​ຫລໍ່​ລ້ຽງ​ເສດຖະກິດ​ອັນ​ໃຫຍ່ມະຫາສານຂອງ​ຕົນ​ນັ້ນ.

ລັດຖະມົນຕີການຕາງປະເທດສະຫະລັດ Hillary Clinton ກາວຄຳປາໃສຕ ສະຫະພາບອາຟຣິກາ ຫລື AU ທ ປະກອບດວຍ 53 ປະເທດສະມາຊິກ ຢູສຳນັກງານໃຫຍຂອງ AU ທນະຄອນ ຫລວງ Addis Ababa ປະເທດ Ethiopia, ວັນທີ 13 ມີຖຸນາ 2011.
ລັດຖະມົນຕີການຕາງປະເທດສະຫະລັດ Hillary Clinton ກາວຄຳປາໃສຕ ສະຫະພາບອາຟຣິກາ ຫລື AU ທ ປະກອບດວຍ 53 ປະເທດສະມາຊິກ ຢູສຳນັກງານໃຫຍຂອງ AU ທນະຄອນ ຫລວງ Addis Ababa ປະເທດ Ethiopia, ວັນທີ 13 ມີຖຸນາ 2011.

ທ່ານ​ນາງ​ລັດຖະມົນຕີ​ຕ່າງປະ​ເທດ​ຄລິນ​ຕັນ​ກ່າວ​ວ່າ ລັດຖະບານ​ໂອ​ບາມາ ​ຫວັງ​ວ່າ​ ຈີນ​ຈະ​ປະສົບ​ຄວາມ​ສໍາ​ເລັດ​ໃນ​ຄວາມ​ພະຍາຍາມ​ສ້າງສາ ເສດຖະກິດ​ຂອງ​ຕົນ ​ໃນ​ນາມ​ປະຊາ ຊົນ​ຈີນນັ້ນ ​ແລະ​ຫວັງ​ວ່າ ຈີນ​ຈະ​ຮັບເອົາບົດ ບາດ​ທີ່ໃຫຍ່ກ່ວາ​ເກົ່າ ​ແລະ​ມີ​ຄວາມ​ຮັບຜິດ​ ຊອບເພີ່ມ​ຂື້ນ​ ໃນ​ການ​ແກ້​ໄຂ​ບັນ​ສິ່ງ​ທ້າ​ທາຍ​ ຕ່າງໆ​ນາໆ ໃນ​ຂົງ​ເຂດ​ອາ​ຟຣິກາ​ນັ້ນ.

“​ແນວ​ໃດ​ກໍ​ດີ ພວກ​ເຮົາກໍ​ຍັງເປັນ​ຫ່ວງ​ຢູ່ກັບ​ເລື່ອງ​ທີ່ວ່າ ພາກ​ປະຕິບັດ​ໃນການ​ຊ່ວຍ​ເຫລືອ ​ແລະ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ໃນ​ຂົງ​ເຂດ​ອາ​ຟຣິກາ​ນັ້ນ ບໍ່​ໄດ້​ສອດຄ່ອງ​ຢູ່​ສະ​ເໝີ​ໄປ ກັບມາດຕະຖານ​ຂອງ​ສາກົນ​ກ່ຽວ​ກັບຄວາມ​ໂປ່​ງ​ໃສ ​ແລະ​ການ​ປົກ ຄອງ​ທີ່​ດີ ອັນ​ເປັນ​ທີ່ຮັບຮອງ​ກັນ​ໂດຍ​ທົ່ວ​ໄປ​ນັ້ນ ​ແລະເລື່ອງ​ທີ່ວ່າ​ ຈີນບໍ່ໄດ້​ນໍາໃຊ້​ພອນ​ສະ​ຫວັນຫລື​ຄວາມ​ສາມາດ​ຂອງປະ ຊາຊົນ​ອາ​ຟຣິກາ​ໃນ​ການ​ສະ​ແຫວ​ງຜົນ​ປະ​ ໂຫຍດດ້ານທຸລະ​ກິດ​ຂອງ​ຕົນນັ້ນ​ເລີຍ.”

ໂຄງການ​ກໍ່ສ້າງ​ໃຫຍ່ໆຂອງ​ຈີນ​ໃນ​ອາ​ຟຣິກາ​ນັ້ນ ມັກຈະໃຊ້​ແຕ່​ພວກ​ຄົນງານ​ຈີນ ທີ່​ມາ​ຈາກ​ປະ​ເທດ​ຈີນ​ແລະພາກັນ​ຕັ້ງ​ບ້ານ​ຢູ່​ອາ​ໃສ​ຢູ່​ສະຖານ​ທີ່​ກໍ່ສ້າງ​ນັ້ນ​. ສະຫະພັນ​ການ​ຄ້າ​ອາ​ຟຣິກາ​ໄດ້​ຈົ່ມ​ທຸກ​ວ່າ ​ໂຄງການ​ເຫ​ລົ່ານັ້ນ​ບໍ່​ໄດ້​ສ້າງ​ໜ້າ​ວຽກ ຫລືໃຫ້ການເຝິກອົບ​ຮົມ​ດ້ານ​ວຽກ​ການ​ໃຫ້​ແກ່​ພວກ​ຄົນ​ງານ​ທ້ອງຖິ່ນ​ແຕ່​ຢ່າງ​ໃດ​ເລີຍ.

ທ່ານ​ນາງຄລິນ​ຕັນກ່າວ​ຕໍ່​ໄປ​ວ່າ ບັນດາ​ນັກ​ການ​ທູດ​ສະຫະລັດ​ຢູ່​ໃນ​ອາ​ຟຣິກາ ​ແມ່ນ​ກໍາລັງ​ຍື່ນ​ມື​ໄປ​ຍັງ​ເພື່ອນ​ຮ່ວມ​ງານ​ຈາກ​ປະ​ເທດຈີນ ​ເພື່ອ​ສຶກສາ​ສໍາ​ຫລວດ​ເບິ່ງ​ດ້ານຕ່າງໆ​ຂອງ​ການ​ຮ່ວມ​ໄມ້​ຮ່ວມ​ມື​ກັນ ທີ່​ອາດເປັນ​ໄປ​ໄດ້ ​ໃນຂະນະ​ສັ່ງຊາຕີ​ລາຄາເບິ່ງບົດບາດໂດຍ​ລວມຂອງ​ຈີນ​ໃນ​ຂົງ​ເຂດ​ອາ​ຟຣິກາ​ນັ້ນ ຊຶ່ງ​ທ່ານ​ນາງ​ອະທິບາຍ​ວ່າ:

“ພວກ​ເຮົາ​ຕ້ອງການ​ປະຕິບັດ​ງານ​ຢ່າງໃກ້​ຊິດ​ຫລາຍ​ຂື້ນ​ກັບ​ຈີນ ​ແລະ​ພວກປະ​ເທດ​ອື່ນໆ​ ເພື່ອ​ຮັບປະກັນ​ວ່າ ​ເວລາ​ພວກ​ເຮົາ​ເຂົ້າ​ໄປ​ພົວພັນໃນຂົງ​ເຂດ​ອາ​ຟຣິກາ​ນັ້ນ ແມ່ນພວກເຮົາປະຕິບັດ​ໃນ​ແນວທາງ​ທີ່​ຍືນ​ຍົງຖາວອນ ທີ່​ຈະ​ສະໜອງ​ຜົນ​ປະ​ໂຫຍດໃຫ້​ແກ່ບັນດາ​ປະ​ຊາ​ຊາດ ແລະ​ປະຊາຊົນ​ຂອງຂົງ​ເຂດ​ອາ​ຟຣິກາທັງ​ໝົດ​.”

ທານນາງ Hillary Rodham Clinton ຢຽມຢາມ ສະຫະກອນແມຍິງ ທເມືອງ Mlandizi ປະເທດ Tanzania, ວັນອາທິດ ທີ 12 ມີຖຸນາ 2011.
ທານນາງ Hillary Rodham Clinton ຢຽມຢາມ ສະຫະກອນແມຍິງ ທເມືອງ Mlandizi ປະເທດ Tanzania, ວັນອາທິດ ທີ 12 ມີຖຸນາ 2011.

ເຖິງ​ແມ່ນ​ວ່າ​ ເວລາ​ນີ້ ວໍ​ຊິງ​ຕັນ​ໄດ້​ຖືກແທນ​ທີ່ ໃນ​ຖານະ​ພາຄີ​ການ​ຄ້າອັນ​ດັບນຶ່ງ​ຂອງ​ອາ​ຟຣິກາແລ້ວກໍ​ຕາມ ​ແຕ່​ສະຫະລັດ​ກໍ​ຍັງ​ເປັນ​ຜູ້ບໍລິຈາກ ໃຫ້​ການ​ຊ່ວຍ​ ເຫລືອແກ່ຂົງ​ເຂດ​ອາ​ຟຣິກາລາຍ​ໃຫຍ່​ທີ່​ສຸດ​ຢູ່​ຕໍ່​ມາ. ທ່ານ​ນາງ ຄລິນ​ຕັນກ່າວ​ອີກ​ວ່າ ​ໂຄງການ​ລົງທຶນແລະ​ການ​ຊ່ວຍ​ເຫລື​ອ ຕ່າງໆ​ຂອງ​ສະຫະລັດຢູ່​ໃນອາ ​ຟຣິກາ​ນັ້ນ ​ແມ່ນ​ຕັ້ງຢູ່​ບົນ​ພື້ນ ຖານ​ຂອງ​ຄວາມ​ເປັນ​ພາຄີ​ກັນ ບໍ່​ແມ່ນ​ຜູ້​ອຸບປະຖໍາ ບໍ່​ຄື​ກັນ​ກັບ​ພວກ​ທີ່​ເຂົ້າ​ໄປ​ພົວພັນ​ກັບ​ແຕ່ພຽງ ພວກ​ຫົວ​ກະທິທັງຫລາຍ​ໃນອາ​ຟຣິກາ​ເທົ່ານັ້ນ ​ຊຶ່ງພວກ​ນີ້ ສ່ວນ​ຫລາຍ​ແລ້ວ​ມັກຈະບ່ອນ​ທໍາລາຍ ການ​ປົກຄອງ​ທີ່​ດີໃນ​ຂົງ​ເຂດ​ດັ່ງ ກ່າວ. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ:

“ມັນ​ງ່າຍ​ຫລາຍຢູ່​ ທີ່​ຈະເຂົ້າ ​ໄປໃນ​ຂົ​ງ​ເຂດ ​ແລ້ວ​ກໍ​ຂົນ​ເອົາ​ຊັບພະຍາກອນ​ທໍ​າມະ​ຊາດອອກ​ໄປ ພ້ອມ​ກັບ​ຈ່າຍ​ເງິນ​ຈອບ​ອອຍໃຫ້ພວກ​ຜູ້​ນໍ​າ​ເຫລົ່ານັ້ນ ​ແລ້ວ​ກໍ​ໜີ​ໄປ ​ແລະ​ເວລາ​ເຮົາ​ໜີ​ອອກ​ໄປ​ແລ້ວ​ນັ້ນ ​ເຮົາ​ບໍ່​ໄດ້ປະ​ຖິ້ມ​ຫຍັງ​ຫລາຍ​ໄວ້​ໃຫ້​ແກ່​ພວກ​ປະ ຊາຊົນ​ຢູ່​ທີ່​ນັ້ນເລີຍ. ກໍ​ຄື ເຮົາ​ບໍ່​ໄດ້ປັບ​ປຸງ​ມາດຕະຖານ​ການ​ດໍາລົງ​ຊີວິດໃຫ້​ດີ​ຂຶ້ນແຕ່​ຢ່າງ​ໃດ ​ເຮົາ​ບໍ່​ໄດ້​ສ້າງ​ຂັ້ນໄດເພື່ອໃຫ້​ພວກເຂົາ​ເຈົ້າກ້າວ​ຂື້ນ​ໄປ​ຕັກ​ຕວງ​ເອົາ​ໂອກາດ​ອັນ​ດີ. ພວກ​ເຮົາ​ບໍ່ຢາກໃຫ້​ເປັນ​ເຊ່ນນັ້ນ ​ແລະ​ກໍບໍ່ຢາກ​ເຫັນລັດທິລ່າ​ຫົວ​ເມືອງ​ຂື້ນ ແບບ​ໃໝ່ ຢູ່​ໃນ​ຂົງ​ເຂດ​ອາ​ຟຣິກາ.”

ບົດ​ບັນນາທິການ​ບົດ​ນຶ່ງ​ທີ່​ລົງ​ພິມ​ໃນ​ໜັງສືພິມ​ພາສາ​ອັງກິດຂອງ​ລັດ​ຖະ ບານ​ຈີນ “China Daily” ຫລື ຈີນ​ລາຍ​ວັນ ທີ່​ໂຕ້​ຕອບ​ຄວາມ​ເຫັນດັ່ງກ່າວ​ຂອງ​ທ່ານ​ນາງຄລິນ​ຕັນ ​ກ່າວ​ວ່າ ຈີນ​ບໍ່​ເຄີຍ​ເອົາປະ​ເທດ​ໃດ​ໃນ​ຂົງ​ເຂດ​ອາ​ຟຣິກາ ​ມາ​ເປັນ​ຫົວ​ເມືອງຂຶ້ນ​ ​ແຕ່​ກົງກັນຂ້າມ ເປັນ​ທີ່​ຮູ້ຈັກ​ດີໃນ​ໝູ່​ປະຊາຊົນ​ອາ​ຟຣິກາ ​ແລະໃນ​ໂລກ ວ່າ​ຈີນ​ໄດ້​ຊ່ວຍ​ເຫລືອ​ອາ​ຟຣິກາ​ສ້າງ​ໂຮງຮຽນ ​ແລະ​ໂຮງໝໍ​ຫລາຍໆ​ແຫ່ງ.

ບົດ​ບັນນາທິການ​ຂອງ​ຈີນ ກ່າວ​ຕໍ່​ໄປ​ວ່າ ຫລາຍໆລັດຖະບານ​ໃນອາ​ຟຣິກາ ຖື​ວ່າການ​ລົງທຶນ​ຂອງ​ຈີນເປັນ​ໂອກາດ​ອັນ​ດີ ​ແລະຍິນ​ດີ​ກັບ​ນະໂຍບາຍອັນ​ໝັ້ນຄົງ​ຂອງ​ປັກ​ກິ່ງ ​ໃນ​ການ​ບໍ່​ແຊກ​ແຊງເຂົ້າໃນກິດຈະການ​ພາຍ​ໃນ​ຂອງ​ບັນດາປະ​ເທດອາ​ຟຣິກາ​ນັ້ນ. ບົດ​ບັນນາທິການ​ກ່າວ​ຕໍ່​ໄປ​ວ່າ ຄວາມ​ເປັນ​ພາຄີ​ດ້ານຍຸ​ທະ​ສາດກັບ​ອາ​ຟຣິກາ​ນັ້ນ ບໍ່​ກ່ຽວຫຍັງ​ເລີຍ​ກັບ​ການ​ລ່າ​ຫົວເມືອງ​ຂື້ນ​ແບບ​ໃໝ່ ​ແຕ່​ກົງກັນ​ຂ້າມ ​ມັນ​ອິງ​ໃສ່​ຂອງ​ຫລັກການ​ແຫ່ງ​ຄວາມ​ຊື່ສັດ ມິດຕະພາບ ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ ບົນ​ພື້ນຖານ​ຫລື​ຖານະທີ່​ເທົ່າ​ທຽມ​ກັນ.

ໜັງສືພິມ​ ຈີນ​ລາຍ​ວັນ ກ່າວຕໍ່​ໄປວ່າ ປະຊາຊົນ​ອາຟຣິກາແມ່ນ​ມີ​ຄວາມສະຫລາດ​ຫລັກ​ແຫລມພໍ ທີ່​ຈະ​ສາມາດ​ຊີ້​ບອກ​ໄດ້​ວ່າ​ ໃຜ​ເປັນ​ມິດ​ທີ່​ແທ້​ຈິງ​ຂອງພວກ​ເຂົາ​ເຈົ້າ ​ແລະ​ກ່າວ​ມ້ວນທ້າຍ​ວ່າ “ຈີນບໍ່​ຕ້ອງ​ການໃຫ້​ຜູ້​ໃດ​ມາ​ສັ່ງສອນ​ໃນເລຶ່ອງນີ້.”

XS
SM
MD
LG