ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລັດຖະມົນຕີຕ່າງປະເທດ ສຫລ ເດີນທາງໄປເຖິງ ປະເທດຊູດານໃຕ້


ທ່ານນາງ Clinton ພົບປະກັບທ່ານ Salva Kiir ປະທານາທິບໍດີປະ​ເທດຊູ​ດານ​
ໃຕ້ ໃນວັນສຸກ ວັນທີ 3 ສິງຫາ, 2012, ທີ່ຫ້ອງການຂອງປະທານາທິບໍດີ ຢູ່ທີ່ນະຄອນຫລວງJuba
ທ່ານນາງ Clinton ພົບປະກັບທ່ານ Salva Kiir ປະທານາທິບໍດີປະ​ເທດຊູ​ດານ​ ໃຕ້ ໃນວັນສຸກ ວັນທີ 3 ສິງຫາ, 2012, ທີ່ຫ້ອງການຂອງປະທານາທິບໍດີ ຢູ່ທີ່ນະຄອນຫລວງJuba

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ອາ​ເມຣິກາ ທ່ານ​ນາງ Hillary Clinton ໄດ້
​ເດີນທາງ​ໄປ​ເຖິງປະ​ເທດຊູ​ດານ​ໃຕ້ແລ້ວ ຊຶ່ງເປັນບ່ອນທີ່ທ່ານນາງ ຄາດວ່າຈະຊຸກຍູ້ໃຫ້ມີ
ການສົມຍອມກັນ ລະຫວ່າງປະເທດທີ່ຫາກໍ່ຕັ້ງຂຶ້ນໃໝ່ທີ່ສຸດຂອງໂລກແລະປະ​ເທດຊູ​ ດານ​.

ທ່ານນາງ Clinton ກໍາລັງພົບປະກັບທ່ານ Salva Kiir ປະທານາທິບໍດີປະ​ເທດຊູ​ດານ​
ໃຕ້ໃນວັນສຸກມື້ນີ້ ຢູ່ທີ່ນະຄອນຫລວງ Juba ໃນໄລຍະທີ່ມີການ ຢ້ຽມຢາມທີ່ເປັນເວລາ
ອັນສັ້ນໆນັ້ນ.

ປະ​ເທດຊູ​ດານ​ ແລະຊູ​ດານ​ໃຕ້ ບໍ່ໄດ້ປະຕິບັດຕາມກໍານົດເສັ້ນຕາຍທີ່ວາງອອກໂດຍສະ ຫະປະຊາຊາດໃນການແກ້ໄຂຄວາມຂັດແຍ່ງກັນ ກ່ຽວກັບການ​ເປັນສັນຊາດຂອງປະຊາ
ຊົນ, ລາຍໄດ້ຈາກການຂາຍນໍ້າມັນ ແລະການປັກໝາຍຊາຍແດນ ທີ່ຍັງຄົງຄ້າງຢູ່ເປັນ
ເວລາ 13 ເດືອນແລ້ວ ພາຍຫລັງທີ່ສອງປະເທດໄດ້ແຍກອອກຈາກັນເປັນຕົ້ນມາ. ການທີ່ ບໍ່ສາມາດແກ້ໄຂບັນຫາເຫລົ່ານີ້ດ້ວຍວິທີການທູດນັ້ນ ສາມາດເຮັດນຳພາທັງສອງປະເທດ
ນີ້ໄປສູ່ການລົງໂທດດ້ານເສດຖະກິດຕ່າງໆໄດ້.

ເຈົ້າໜ້າທີ່ກະຊວງການ​ຕ່າງປະ​ເທດສະຫະລັດ ທີ່ກໍາລັງເດີນທາງໄປນໍາທ່ານນາງ ຄລິນຕັນ ໃນການໄປຢ້ຽມຢາມຫລາຍປະເທດໃນທະວີບອັຟຣິກາຮອບນີ້ໄດ້ເວົ້າວ່າຄວາມ​ຂັດ ​ແຍ້​ງກັນ​ຢ່າງຂົມຂື່ນໃນເລື້ອງເຂດນໍ້າແດນດິນ ແລະນໍ້າມັນນັ້ນ ເປັນໄພຂົ່ມຂູ່ຕໍ່ເສດຖະກິດອັນອ່ອນ ແອຂອງປະເທດທັງສອງ.

XS
SM
MD
LG