ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ຮັບເອົາ ການສະເໜີ ເປັນຜູ້ສະໝັກ ປະທານາທິບໍດີ ຂອງພັກ ເດໂມແຄຣັດ


ທ່ານນາງ Hillary Clinton ໂບກມືໃຫ້ຄະນະຜູ້ແທນ ກ່ອນກ່າວຄຳປາໄສ ຮັບເອົາການສະເໜີເປັນຜູ້ສະໝັກ ປະທານາທິບໍດີ ຂອງພັກພັກເດໂມແຄຣັດ ໃນມື້ສຸດທ້າຍ ຂອງກອງປຊຸມໃຫຍ່ຂອງພັກ ທີ່ນະຄອນ Philadelphia. (28 ກໍລະກົດ 2016)
ທ່ານນາງ Hillary Clinton ໂບກມືໃຫ້ຄະນະຜູ້ແທນ ກ່ອນກ່າວຄຳປາໄສ ຮັບເອົາການສະເໜີເປັນຜູ້ສະໝັກ ປະທານາທິບໍດີ ຂອງພັກພັກເດໂມແຄຣັດ ໃນມື້ສຸດທ້າຍ ຂອງກອງປຊຸມໃຫຍ່ຂອງພັກ ທີ່ນະຄອນ Philadelphia. (28 ກໍລະກົດ 2016)

ທ່ານນາງ Hillary Clinton ​ໄດ້​ຮັບ​ເອົາ​ການສະ​ເໜີ​ ຂອງ​ພັກ​ເດ​ໂມ​ແຄຣັດ ​ເພື່ອ​ໃຫ້​ທ່ານ​ນາງ​ລົງແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີ ​ໃນ​ຄືນ​ວັນ​ພະ​ຫັດ​ວານ​ນີ້ ໃນ​ຄຳ​ປາ​ໄສທີ່​ມີ​ເນື້ອ​ໄນ​ເນັ້ນ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ໄດ້​ປຸ້ມລຸມ​ສາມັກຄີ​ກັນ ເພື່​ອຈະ​ຮັບ​ມື​ກັບບັນຫາ​ທ້າ​ທາຍ​ຕ່າງໆ​ຂອງ​ປະ​ເທດ.

“ມັນ​ຂຶ້ນຢູ່​ກັບ​ພວກ​ເຮົາ ພວກ​ເຮົາ​ຕ້ອງ​ໄດ້​ຕັດສິນ​ໃ​ຈວ່າ ພວກ​ເຮົາ​ທັງ​ໝົດ​ ຈະ​ເຮັດ​ວຽກ​ຮ່ວມ​ກັນຫຼືບໍ່ ​ເພື່ອ​ວ່າພວກ​ເຮົາ​ທັງ​ໝົດ​ ຈະໄດ້​ຈະ​ເລີ​ນຮຸ່ງ​ເຮືອງ​ນຳ​ກັນ” ນັ້ນຄືຄຳ​ປາ​ໄສ​ຕອນ​ນຶ່ງ​ຂອງ​ທ່ານ​ນາງ Clinton ຕໍ່​ກອງ​ປະຊຸມ​ໃຫຍ່​ແຫ່ງ​ຊາດ​ໃນ​ຄືນ​ສຸດ​ທ້າຍ​ຂອງພັກ ​ເດໂມ​ແຄຣັດ ທີ່​ນະຄອນ Philadelphia.

DNC Hillary Accept Nomination
please wait

No media source currently available

0:00 0:00:18 0:00

ທ່ານ​ນາງ Clinton ທີ່​ອາຍຸ 68 ​ປີ​ແມ່ນ​ແມ່ຍິງ​ຄົນ​ທຳ​ອິດ​ທີ່​ໄດ້​ຖືກ​ສະ​ເໜີ​ໃຫ້​ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ ຂອງ​ພັກ​ການ​ເມືອງ​ໃຫຍ່ ​ໃນ​ສະຫະລັດ. ທ່ານນາງ​ໄດ້​ຮັບ​ການສະ​ເໜີ​ຫຼັງ​ຈາກ​ໄດ້​ເອົາ​ຊະນະ​ ຄູ່​ແຂ່ງ​ຄົນ​ສຳຄັນ ຄືສະມາຊິກ​ສະພາ​ສູງ​ ຈາກ​ລັດ Vermont ທ່ານ Bernie Sanders ​ໃນ​ການ​ເລືອກ​ຕັ້ງຂັ້ນຕົ້ນ​ແລະ​ການ​ປະຊຸມ​ປ່ອນ​ບັດ​ຂອງ​ພັກຢູ່​ໃນ​ແຕ່​ລະ​ລັດ.

​ເຖິງ​ແມ່ນ​ວ່າ​ທ່ານ Sanders ​ໄດ້​ປະກາດ​ໃຫ້ການ​ສະໜັບສະໜຸນ​ໃນ​ຄຳ​ປາ​ໄສຂອງ​ທ່ານ ​ຢູ່​ທີ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ອາທິ​ດນີ້ກໍ​ຕາມ ນຶ່ງ​ໃນ​ສິ່ງ​ທ້າ​ທາຍ​ຕໍ່ໜ້າກ່ອນ​ການ​ປ່ອນ​ບັດ​ໃນ​ເດື​ອນ​ພະຈິກ ກໍ​ຄື​ ການ​ຮ້ອງ​ຂໍ​ ໄປ​ຍັງ​ພວກ​ທີ່​ສະໜັບສະ​ໜຸນ​ທ່ານ ທີ່​ກ່າວ​ວ່າ ​ເຂົາ​ເຈົ້າຈະ​ບໍ່​ປ່ອນ​ບັດ​ເອົາ​ທ່ານ​ນາງ. ​ໃນຄ່ຳ​ຄືນ​ວັນ​ພະ​ຫັດວານ​ນີ້ ທ່ານ​ນາງ​ໄດ້​ກ່າວ​ຊົມ​ເຊີຍ​ທ່ານ Sanders ​ໃນ​ການ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ ​ໂດຍ​ເນັ້ນເຖິງ​ ຄຳ​ຮ້ອງ​ຮຽນ​ຕໍ່​ພວກ ​ຊາວ​ໜຸ່ມ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ໃຫ້​ມີ​ຄວາມ​ຍຸ​ຕິ​ທຳ​ທາງ​ດ້ານ​ເສດຖະກິດ​ແລະ​ສັງ​ຄົມ.

​ທ່ານ​ນາງ Clinton ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ຍິນ​ພວກ​ທ່ານ​ແລ້ວ ຈຸດ​ປະສົງ​ຂອງພວກ​ທ່ານ ກໍ​ຄື​ຈຸດປະສົງ​ຂອງ​ພວກ​ເຮົາ.”

ທ່ານ​ນາງ​ໄດ້​ໃຫ້​ຄຳ​ໝັ້ນສັນຍາທີ່​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ທີ່ມີ​ເງິນ​ເດືອນ​ສູງ​ເພີ້ມຕື່ມໂດຍ​ກ່າ​ວວ່າ ປະ​ເທດ​ຊາດ​ໄປ​ໄດ້​ດີ​ເວລາ​ໃດພວກ​ຊົນ​ຊັ້ນກາງ​ຈະ​ເລີ​ນຮຸ່ງ​ເຮືອງ​ ນອກ​ນັ້ນທ່ານ ນາງ Clinton ຍັງ​ກ່າວ​ວ່າ ທ່ານ​ນາງ​ບໍ່​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ຍຶດ​ເອົາ​ປືນ​ຈາກ​ປະຊາຊົນແຕ່​ຕ້ອງການ​ຢາກ​ຈະ​ປະຕິ​ຮູບ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ຄົນ​ຖືກ​ຍິງ ​ໂດຍ​ພວກ​ທີ່​ບໍ່​ຄວນ​ ມີ​ອາວຸດ​ປືນ.

Hillary Clinton Promises to Build a 'Better Tomorrow'
please wait

No media source currently available

0:00 0:03:30 0:00

“ພວກ​ເຮົາ​ຕ້ອງ​ໄດ້​ຮຳບາດ​ແຜ​ແຫ່ງ​ຄວາມ​ແຕກ​ແຍກ​ຢູ່​ໃນ​ປະ​ເທດ​ຂອງ​ເຮົາ ບໍ່​ແມ່ນ​ແຕ່​ໃນ​ເລື້ອງປືນ​ເທົ່າ​ນັ້ນ ​ແຕ່​ໃນ​ເລື້ອງ​ເຊື້ອຊາດ​ຜິວ​ພັນ ​ເລື້ອງຄົນ​ເຂົ້າ​ເມືອງ ​ແລະ​ອື່ນໆ​ອີກ” ​ນັ້ນ ຄື​ຄຳ​ເວົ້າຂອງ​ທ່ານ​ນາງ. “​ແລະ​ນັ້ນ ​ແມ່ນ​ເລີ້ມຕົ້ນດ້ວຍ​ ການ​ຮັບ​ຟັງ​ຊຶ່ງ​ກັນ​ແລະ​ກັນ ​ໂດຍ​ພະຍາຍາມ​ໃຫ້​ດີ​ທີ່​ສຸດ​ເພື່ອ​ເປັນ​ທີ່​ເຂົ້າ​ໃຈ​ຊຶ່ງ​ກັນ​ແລະ​ກັນ.”

ຄູ່​ແຂ່ງ​ຂອງ​ທ່ານ​ນາງ Clinton ​ໃນ​ການ​ເລື​ອກຕັ້ງທົ່ວ​ໄ​ປ ​ກໍ​ແມ່ນ​ຜູ້​ຖືກ​ສະ​ເໜີຂອງ​ພັກຣີ ພັບ​ບລີ​ກັນ ທ່ານ Donald Trump ຊຶ່ງ​ບຸກຄົນ​ທັງ​ສອງ ​ຕ່າງ​ກໍໄດ້​ຮັບຄວາມ​ເຫັນ​ແງ່​ລົບ​ຈາກ​ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ດັ່ງ​ທີ່​ໄດ້​ຖືກ​ເປີດ​ເຜີຍ​ໂດຍ​ການ​ຢັ່ງ​ຫາງ​ສຽງ​ຫລາຍໆ​ຄັ້ງ​ໃນ​ຮອບ​ປີຜ່ານມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG