ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການລົນນະລົງ ເລື້ອງການປ່ຽນແປງ ຂອງ ດິນຟ້າອາກາດ ດຳເນີນຕໍ່ໄປ ເຖິງແມ່ນ ມີການຕຳໜິຕິຕຽນ


Climate Change Campaign Continues Despite Criticism
please wait

No media source currently available

0:00 0:02:38 0:00

ເຊີນຊົມວີດີໂອ ພາກພາສາອັງກິດ

ໃນຂະນະທີ່ ນາງເກຣຕາ ທຸນເບີກ ອາຍຸ 16 ປີ ນັກເຄື່ອນໄຫວລົນ ນະລົງເລື້ອງການປ່ຽນ
ແປງ ຂອງດິນຟ້າອາກາດ ຊາວສະວີເດັນ ໄດ້ສົ່ງແຮງດົນ ບັນດານໃຈ ໃຫ້ແກ່ພວກຄົນ
ບາງສ່ວນ ຢູ່ນັ້ນ ນາງເອງ ກໍໄດ້ປະເຊີນກັບການ ຕຳໜິຕິຕຽນຢ່າງໜັກ ຈາກພວກຄົນ
ອື່ນໆ. ນາງທັນເບີກ ກໍສືບຕໍ່ເດີນໜ້າຕາມ ຈຸດໝາຍຄວາມຕັ້ງໃຈຂອງນາງ ໃນສັບປະດາ
ນີ້ ຢູ່ທີ່ກອງປະຊຸມສຸດຍອດ ສະ ຫະປະຊາຊາດວ່າດ້ວຍສະພາບການປ່ຽນແປງຂອງດິນ
ຟ້າອາກາດໃນນະຄອນ ນິວຢອກ. ໃນຂະນະດຽວກັນ ພວກຊາວໜຸ່ມຄົນອື່ນໆ ໄດ້ພາກັນ
ປະທ້ວງ ຢູ່ ໃນນະຄອນຫຼວງວໍຊິງຕັນ ແລະຢູ່ໃນທົ່ວໂລກ. ຊາຣາ ມາຈິດ ມີລາຍງານຕື່ມ
ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.


ພວກຊາວໜຸ່ມຫຼາຍພັນຄົນໃນທົ່ວໂລກ ກຳລັງຮຽກຮ້ອງໃຫ້ເອົາມາດຕະ ການທີ່ກ່ຽວ
ຂ້ອງກັບສະພາບການປ່ຽນແປງ ຂອງດິນຟ້າອາກາດ ໂດຍກ່າວວ່າ ພວກຜູ້ໃຫຍ່ ໄດ້
ປ່ອຍປະລະເລີຍ ຄວາມຮັບຜິດຊອບ ອັນນັ້ນ.

ນາງເກຣຕາ ທຸນເບີກ ນັກເຄື່ອນໄຫວລົນນະລົງເລື້ອງການປ່ຽນແປງຂອງດິນຟ້າອາກາດ
ກ່າວວ່າ “ຂ້າພະເຈົ້າ ບໍ່ຄວນມາຢູ່ນະທີ່ນີ້. ຂ້າພະເຈົ້າ ຄວນກັບ ຄືນໄປໂຮງຮຽນຢູ່ຟາກ
ທະເລອີກເບື້ອງນຶ່ງພຸ້ນ. ເຖິງຢ່າງນັ້ນກໍຕາມ ພວກທ່ານ ທັງໝົດ ກໍມາຫາພວກເຮົາຊາວ
ໜຸ່ມ ເພື່ອຈະໄດ້ມີຄວາມຫວັງ.”

ນາງເກຣຕາ ທຸນເບີກ ອາຍຸ 16 ປີ ໄດ້ກ່າວຖະແ​ຫຼງເຖິງຈຸດປະສົງຂອງນາງ ຢູ່ທີ່ກອງປະ
ຊຸມສຸດຍອດ ສະຫະປະຊາຊາດ ວ່າດ້ວຍການເອົາມາດຕະການ ເພື່ອຮັບ​ມື​ກັບການປ່ຽນ
ແປງຂອງດິນຟ້າອາກາດໃນສັບປະດານີ້ ໃນຂະນະທີ່ ພວກນັກສຶກສາ ຢູ່ທົ່ວໂລກກໍໄດ້
ອອກມາສະແດງຄວາມເຫັນໃນຄຸ້ມບ້ານແລະ ໃນປະຊາຄົມຕ່າງໆ ຂອງພວກເຂົາເຈົ້າ
ເອງ.

ນາງຢູ ຢາງ ຈາກກຸ່ມ Fridays for Future Striker ກ່າວວ່າ “ພວກເຮົາ ຢູ່ນະທີ່ນີ້ ໃນ
ການເດີນຂະບວນປະທ້ວງ ເລື້ອງດິນຟ້າອາກາດ ຍ້ອນວ່າ ຢູ່ທີ່ໂຮງຮຽນຂອງພວກ
ເຮົາ ຂ້າພະເຈົ້າ ຮູ້ສຶກຄືກັບວ່າ ບໍ່ມີຄວາມຕື່ນຕົວພຽງພໍເລີຍ ເຊັ່ນຢູ່ໃນຄະນະກຸ່ມນັກ
ສຶກສາທີ່ເປັນຫລັກ. ບໍ່ມີຄົນທີ່ເປັນຫ່ວງເປັນໃຍ ຫຼາຍພຽງພໍ ກ່ຽວກັບເລື້ອງນີ້ ແລະມາ
ບັດນີ້ ພວກເຮົາຢາກຈະຍົກເອົາຄວາມ ເປັນຫ່ວງຂອງພວກເຮົາຂຶ້ນມາໃຫ້ຮັບຮູ້.”

ມີກຸ່ມຄົນທີ່ຍັງສົງໄສໃນເລື້ອງການປ່ຽນແປງຂອງດິນຟ້າອາກາດ ຜູ້ທີ່ບໍ່ເຊື່ອໃນສະພາບ
ໂລກຮ້ອນທີ່ໜ້າເປັນຫ່ວງ ລວມທັງປະທານາທິບໍດີ ທຣຳ ນຳດ້ວຍ. ແລະຕໍ່ຈາກນັ້ນມາ
ກໍມີເລື້ອງຂອງພວກເດັກນ້ອຍບໍ່ໄປໂຮງຮຽນ ເພື່ອໄປຮ່ວມ ການປະທ້ວງກ່ຽວກັບເລື້ອງ
ດິນຟ້າອາກາດ ປະເພດໃດປະເພດນຶ່ງ ທັງຫຼາຍ ເຫຼົ່ານີ້.

ທ່ານສກັອດ ມໍຣີສັນ ນາຍົກລັດຖະມົນຕີ ອອສເຕຣເລຍ ກ່າວຖະແຫລງ ໃນສະພາ ວ່າ
“ພວກເດັກນ້ອຍ ຄວນໄປໂຮງຮຽນ. ອັນນັ້ນ ເປັນສິ່ງທີ່ພວກ ເຂົາເຈົ້າຄວນມຸ້ງໝັ້ນໃສ່.
ພວກເຮົາບໍ່ສະໜັບສະໜຸນ ແນວຄວາມຄິດທີ່ວ່າ ພວກເດັກນ້ອຍບໍ່ໄປໂຮງຮຽນ.”

ແຕ່ພວກຄົນອື່ນໆ ກ່າວວ່າ ພວກຊາວໜຸ່ມແບບ ນາງທຸນເບີກກຳລັງໃຊ້ສິດທິປະຊາ-
ທິປະໄຕຂອງພວກເຂົາເຈົ້າ.

ທ່ານນາງ ຊາບຣີນາ ເມັກຄໍມິກ ອາຈານສອນຢູ່ທີ່ມະຫາວິທະຍາໄລ ຈອຣ໌ຈ ວໍຊິງຕັນ
ໃຫ້ຄວາມເຫັນວ່າ “ການມີສ່ວນຮ່ວມຂອງພົນລະເມືອງ ການສຶກສາ ດ້ານພັນທະຂອງ
ພົນລະເມືອງ ຊຶ່ງສ່ວນໃດສ່ວນນຶ່ງນັ້ນ ແມ່ນພື້ນຖານໃນລະ ບອບປະຊາທິປະໄຕ ກໍ
ແມ່ນວ່າ ພົນລະເມືອງສາມາດ ລົງສູ່ຖະໜົນຫົນທາງ ແລະປະທ້ວງໃນຄວາມບໍ່ພໍອົກ
ພໍໃຈຂອງເຈົ້າ ກັບການປະຕິບັດງານ ຫຼືການບໍ່ປະຕິບັດງານ ຂອງລັດຖະບານ ນັ້ນ
ເປັນຊິ້ນສ່ວນນຶ່ງທີ່ສຳຄັນ ຕໍ່ການອົບຮົມ ລ້ຽງດູເດັກນ້ອຍຜູ້ໃດຜູ້ນຶ່ງ.”

ການຢັ່ງຫາງສຽງ ທີ່ໄດ້ດຳເນີນການໂດຍ ໜັງສືພິມ ວໍຊິງຕັນ ໂພສທ໌ ແລະ ມູນນິທິ
ຄອບຄົວ ຄາຍເຊີ ສະແດງໃຫ້ເຫັນວ່າ ພວກຊາວໜຸ່ມຢູ່ໃນສະຫະລັດ ຫຼາຍກວ່າເຄິ່ງ
ນຶ່ງ “ຢ້ານ” ວ່າຜົນກະທົບໃນທາງລົບຈາກການປ່ຽນແປງຂອງ ດິນຟ້າອາກາດ ອາດ
ມີຜົນຕໍ່ອະນາຄົດຂອງພວກເຂົາເຈົ້າ.

ທ່ານນາງ ເມັກຄໍມິກ ກ່າວອີກວ່າ “ໃນຄວາມເປັນຈິງແລ້ວ ນາງທຸນເບິກສືບທອດການ
ຄົ້ນພົບຂອງພວກເດັກນ້ອຍຫຼາຍໆຄົນໃນທົ່ວໂລກ ຜູ້ທີ່ໄດ້ຍື່ນຄຳ ຮ້ອງຟ້ອງຕໍ່ສານ
ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ສ່ວນຫຼາຍ ພວກເຂົາເຈົ້າ ໄດ້ຜ່າຍແພ້
ມີພຽງຈຳນວນໜ້ອຍນຶ່ງ ກໍໄດ້ຊະນະ.”

ເຖິງຢ່າງນັ້ນກໍຕາມ ມັນບໍ່ແມ່ນເລື້ອງກ່ຽວກັບການຟ້ອງຮ້ອງ ຫຼື ການເມືອງ ສຳລັບພວກ
ປະທ້ວງຊາວໜຸ່ມບາງສ່ວນ.

ນາງອາມິດຊ໌ ເດຍຣ໌ ຈາກກຸ່ມ Fridays for Future Striker ກ່າວວ່າ “ຂ້າ ພະເຈົ້າ
ເຊື່ອວ່າ ການປ່ຽນແປງຂອງດິນຟ້າອາກາດ ບໍ່ແມ່ນເລື້ອງບັນຫາການ ເມືອງ. ມັນແມ່ນ
ຄວາມຈິງ ສະນັ້ນ ຂ້າພະເຈົ້າຫວັງວ່າ ປະທານາທິບໍດີຄົນໃໝ່ ບໍ່ວ່າ ຈະເປັນຣີພັບບລີກັນ
ຫຼື ເດໂມແຄຣັດ ພຽງແຕ່ວ່າໃຫ້ແກ້ໄຂບັນຫາເລື້ອງ ນີ້ ແລະໃຫ້ພະຍາຍາມປົວແປງມັນ
ໃນແບບໃດແບບນຶ່ງ.”

ນາງທຸນເບີກ ແລະ ພວກຊາວໜຸ່ມ ອີກ 15 ຄົນ ຈາກ 12 ປະເທດ ໄດ້ຍື່ນ ຟ້ອງຢູ່ທີ່ສຳ
ນັກງານໃຫຍ່ຂອງ UNICEF ໃນນະຄອນນິວຢອກ ຕໍ່ ປະເທດ ອາເຈັນຕິນາ ບຣາຊີລ
ຝຣັ່ງ ເຢຍຣະມັນ ແລະເທີກີ ໃນຖານ ເປັນປະເທດທີ່ ປ່ອຍມົນລະພິດສານຄາບອນ
ລາຍໃຫຍ່.

ຖ້າພວກເຂົາເຈົ້າ ປະສົບຜົນສຳເລັດ ອົງການສະຫະປະຊາຊາດ ຈະຈັດວິກິດ ການດ້ານ
ດິນຟ້າ ອາກາດ ໃຫ້ເປັນເລື້ອງບັນຫາສິດທິຂອງພວກເດັກນ້ອຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

While 16-year-old Swedish climate change activist Greta Thunberg has inspired some people, she's faced fiery criticism from others. Thunberg continued on her journey, this week, at the United Nations Climate Change Summit in New York. Meanwhile, other young people have been protesting in Washington and worldwide. Sahar Majid has more in this report

Thousands of young people worldwide are demanding action about climate change, saying adults have shirked that responsibility.
((Greta Thunberg, Climate Change Activist))
"I shouldn't be up here. I should be back in school on the other side of the ocean. Yet you all come to us young people for hope."

16-year old Greta Thunberg delivered her message at this week's United Nations Climate Action Summit in New York as students around the world spoke out in their own neighborhoods and communities.
((Yu Yang, Fridays for Future Striker))
"We are here on the climate march protest because in our school I feel like there wasn't enough like awareness as in the main student body. There wasn't enough people that cared about this and then now we want to raise our concern."

There are skeptics of climate change who don't believe in the dire warnings including President Trump.
And then there's the issue of children skipping school for these various climate protests.

(Scott Morrison, Australian Prime Minister)
"Kids should go to school. That's what we are committed to. We don't support the idea of kids not going to school."

But others say teenagers such as Thunberg are exercising their democratic rights.

(Sabrina McCormick, George Washington University Professor)
"Civil engagement, civic education, one fundamental aspect of which in a democracy is to be able to take to the streets and demonstrate your dissatisfaction with your governmental action or inaction is a key piece to any child upbringing."

A poll conducted by the Washington Post and Kaiser Family Foundation shows that more than half of young people in the U.S. "fear" the negative impact climate change could have on their futures.

(Sabrina McCormick, George Washington University Professor)
"In fact, she's standing on the shoulders of dozens of children around the world who have brought lawsuits about climate change.Most of them have lost a few of them have won."

Yet, it's not about lawsuits or politics for some of the young protesters.
(Aamishq Dhir, Fridays for Future Striker)
"I believe that climate change isn't a political issue. It's a fact so I hope that the next president whether Republican or Democratic just addresses the issue and makes some sort of efforts to fix it."

Thunberg and 15 other young people from 12 different countries have filed a suit at the UNICEF Headquarters in New York against Argentina, Brazil, France, Germany and Turkey for being major carbon polluters.

If they are successful, the United Nations will classify the climate crisis as a children's rights issue.

XS
SM
MD
LG