ທີ່ລັດ California ບັນດາເຈົ້າໜ້າທີ່ ກຳລັງປະສານຄວາມພະຍາ
ຍາມກັນຢ່າງກວ້າງຂວາງ ເພື່ອເກັບກູ້ມ້ຽນມັດຄວາມເສຍຫາຍ
ຈາກເຫດ ແຜ່ນດິນໄຫວຄັ້ງແຮງທີ່ສຸດ ທີ່ໄດ້ກະທົບພາກເໜືອ
ຂອງລັດ ໃນຮອບ 25 ປີຜ່ານມາ.
ແຜ່ນດິນໄຫວ ແຮງ 6.0 ຣິກເຕີ ໄດ້ສັ່ນສະເທືອນ ຂົງເຂດດັ່ງກ່າວ
ໃນຕອນເຊົ້າຂອງວັນອາທິດວານນີ້ ເຮັດໃຫ້ມີຫຼາຍກວ່າ 100 ຄົນ
ໄດ້ ຮັບບາດເຈັບ ອາຄານຫຼາຍແຫ່ງເສຍຫາຍຢ່າງໜັກ ເຮັດໃຫ້
ເກີດໄຟໄໝ້ຢູ່ຫຼາຍບ່ອນ ແລະທຳລາຍການສົ່ງກະແສໄຟຟ້າໃຫ້
ຫຼາຍພັນຫລັງຄາເຮືອນ. ອາຄານທີ່ຖືກທຳລາຍເສຍຫາຍ ຈຳນວນ
ນຶ່ງ ແມ່ນເປັນອາຄານ ປະຫວັດຕິສາດເກົ່າແກ່.
ກ້ອນຫິນຈີ່ ຊາກສິ່ງຫັກພັງ ແລະ ລົດທີ່ຖືກທັບຍຸບຫຼາຍໆຄັນ ຍັງຢາຍສະຊາຍຢູ່ຕາມທ້ອງຖະໜົນ ແລະສາຍໄຟຟ້າ ທໍ່ນ້ຳປະປາ ແລະທໍ່ສົ່ງ ແກັສຫຼາຍສາຍ ໄດ້ຖືກຕັດຂາດ.
ແຜ່ນດິນໄຫວຄັ້ງນີ້ມີຈຸດໃຈກາງ ຢູ່ລະຫວ່າງນະຄອນ San Francisco ກັບ Sacramento ເມືອງຫລວງຂອງລັດແຄລິຟໍເນຍ. ຄວາມເສຍຫາຍສ່ວນໃຫຍ່ແມ່ນຢູ່ໃນແລະອ້ອມແອ້ມ
ເມືອງ ນາປາ ໃນເຂດຜະລິດເຫລົ້າວາຍນ໌ ທີ່ສວຍງາມຂອງລັດ.
ຊ່ຽວຊານເຕືອນວ່າ ອາດມີແຜ່ນດິນໄຫວຂະໜາດນ້ອຍຕິດຕາມມາອີກ ຫລາຍສິບເທື່ອ
ໃນຫລາຍໆມື້ຕໍ່ໜ້ານີ້.
ຜູ້ປົກຄອງລັດແຄລິຟໍເນຍ ທ່ານ Jerry Brown ໄດ້ປະກາດສະພາວະສຸກເສີນ ຢູ່ໃນ
ຫລາຍໆເຂດຂອງພາກເໜືອຂອງລັດ.
ແຜ່ນດິນໄຫວຄັ້ງວັນອາທິດນັ້ນ ແມ່ນຄັ້ງຮ້າຍແຮງທີ່ສຸດ ທີ່ໄດ້ສັ່ນສະເທືອນເຂດອ່າວ ແຊນ ແຟຣນຊິສໂກ ນັບແຕ່ແຜ່ນດິນໄຫວ ແຮງຂະໜາດ 6.9 ຣິກເຕີ້ ໄດ້ປະທະເມືອງດັ່ງກ່າວ ໃນປີ 1989 ເຮັດໃຫ້ ຫລາຍກ່ວາ 60 ຄົນເສຍຊີວິດ.