ບັນດາສະມາຊິກສະພາສະຫະລັດ ໄດ້ພາກັນສະແດງແນວຄິດ ທີ່ແຕກຕ່າງກັນຢ່າງ
ຫຼວງຫຼາຍ ກ່ຽວກັບລະດັບການຂົ່ມຂູ່ຂອງອີຣ່ານ ຫຼັງຈາກໄດ້ຟັງລາຍງານລັບຈາກທີມ
ງານ ດ້ານຄວາມປອດໄພແຫ່ງຊາດ ຂອງ ປະທານາທິບໍດີ ດໍໂນລ ທຣຳ ທີ່ໄດ້ນຳສະ
ເໜີຕໍ່ບັນດາສະມາຊິກສະພາຕໍ່າ ແລະສະພາສູງທັງໝົດໃນວັນອັງຄານວານນີ້.
ສະມາຊິກສະພາສູງທີ່ສັງກັດພັກຣີພັບບລິກັນ ທ່ານລິນເຊ ແກຣມ ຈາກລັດຄາໂຣໄລ
ນາໃຕ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກໄດ້ປະຊຸມແບບປິດລັບ ກັບລັດຖະມົນຕີຕ່າງ
ປະເທດ ທ່ານໄມຄ໌ ພອມພຽວ ລັດຖະມົນຕີກະຊວງປ້ອງກັນປະເທດ ຊົ່ວຄາວ ທ່ານ
ແພັຕ ແຊນາແຮນ ແລະນາຍພົນໂຈເຊັຟ ດັນຝອດ ປະທານເສນາທິການຮ່ວມ ຂອງ
ກອງທັບສະຫະລັດ ໂດຍເວົ້າວ່າ “ພວກເຂົາເຈົ້າໄດ້ອະທິບາຍໃຫ້ພວກເຮົາຟັງ ກ່ຽວ
ກັບໄພຂົ່ມຂູ່ຂອງອີຣ່ານທີ່ແຕກຕ່າງໄປຈາກໃນຄັ້ງທີ່ຜ່ານມາ.. ແລະວ່າ ການໂຈມຕີ
ຕໍ່ຜົນປະໂຫຍດແລະຕໍ່ເຈົ້າໜ້າທີ່ຂອງອາເມຣິກັນ ແມ່ນໃກ້ຈະເກີດຂຶ້ນແລ້ວ.”
ທ່ານໄມລເກີລ ແມັກຄອລ ປະທານຄະນະກຳມະການຄວາມສຳພັນກັບຕ່າງປະເທດ
ທີ່ສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ ກ່າວວ່າ “ມີການເພີ້ມທະວີຄວາມຮຸນ
ແຮງຂຶ້ນໂດຍອີຣ່ານ ແລະ ພວກລູກສະໝຸນ. ພວກເຮົາແນ່ນອນ ມີຄວາມເປັນຫ່ວງ
ຢ່າງຊັດແຈ້ງກ່ຽວກັບກຳລັງທະຫານຂອງພວກເຮົາທີ່ໄດ້ຖືກຂົ່ມ ຂູ່ຈາກອີຣ່ານ ແລະ
ການໂຈມຕີທີ່ອາດມີຂຶ້ນໃສ່ພວກເຂົາເຈົ້າ ໂດຍສະເພາະ ຢູ່ໃນອີຣັກ.”
ບັນດາສະມາຊິກພັກເດໂມແຄຣັດໄດ້ມີຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບລາຍງານ
ດັ່ງກ່າວ ຕະຫຼອດທັງຄວາມຄິດເຫັນ ໃນການປຸກລະດົມເພື່ອກົດດັນຂອງລັດຖະບານ
ປະທານາທິບໍດີ ທຣຳ ຕໍ່ລັດຖະບານອີຣ່ານ ແລະພວກລູກສະໝຸນຢູ່ໃນພາກຕາເວັນ
ອອກກາງ.
ສະມາຊິກສະພາຕ່ຳສັງກັດພັກເດໂມແຄຣັດ ຈາກລັດເວີຈີເນຍ ທ່ານແຈຣີ ຄອນນອລ
ລີ ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ຍິນຫຍັງເລີຍກ່ຽວກັບການເວົ້າຊ້ຳແລ້ວຊໍ້າອີກ ຂອງລັດ
ຖະບານຊຸດທີ່ຜ່ານມາກ່ຽວກັບອີຣ່ານ. ມັນເປັນເວລາອັນຍືດຍາວ ເປັນປະຫວັດທີ່ຍາວ
ໃນການກະທຳຄວາມຜິດຂອງເຂົາເຈົ້າ ຈົນຮອດດຽວນີ້ ບໍ່ມີຫລັກຖານໃດໆເພື່ອມາຊັ່ງ
ຊາໃນການທີ່ຈະເພີ້ມທະວີຄວາມເຄັ່ງຕືງຢູ່ໃນຂົງເຂດ.”
ສະມາຊິກສະພາສູງພັກເດໂມແຄຣັດ ທ່ານຄຣິສ ເມີຟິ ຈາກລັດຄອນເນັກຕີກັດ ກ່າວ
ວ່າ “ລາຍງານນີ້ ລ້ວນແລ້ວແຕ່ກ່ຽວກັບກົນລະຍຸດ ບໍ່ກ່ຽວກັບຍຸດທະສາດ. ແລະນັ້ນ
ເປັນເລື່ອງທີ່ພວກເຮົາເປັນຫ່ວງມາແຕ່ເລີ້ມຕົ້ນ ນັ້ນແມ່ນການເພີ້ມທະວີເຄັ່ງຕຶງທີ່
ແນມບໍ່ເຫັນ.”
ທ່ານແຊນາແຮນເອງແມ່ນບໍ່ເຫັນພ້ອມ ກ່ຽວກັບການໃຫ້ຄຳອະທິບາຍດັ່ງກ່າວ ໃນ
ການໃຫ້ຄວາມເຫັນຕໍ່ບັນດານັກຂ່າວຢູ່ທີ່ຕຶກລັດຖະສະພາ.