ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ພົນລະເຮືອນ ຊ່ອຍລັດຖະບານ ໃນການອ້າງ ເອົາກຳມະສິດ ໃນທະເລຈີນໃຕ້

ໃນພາບນີ້ ທີ່ສະໜອງໂດຍ Renato Etac, ສະມາຊິກໜ່ວຍຍາມຝັ່ງຂອງຈີນ, ໂດຍໃສ່ໝວກສີດຳ ແລະເສື້ອຊູຊີບສີສົ້ມ ກຳລັງມຸ້ງໜ້າເຂົ້າຫາ ເຮືອປະມົງຫາປາ ຂອງຟີລິບປິນ ໃນຂະນະທີ່ພວກເຂົາເຈົ້າ ປະເຊີນໜ້າກັນ ຢູ່ເຂດເກາະຕື້ນ Scarborough ໃນທະເລຈີນໃຕ້.

ຖະແຫລງການສະບັບໜຶ່ງ ຈາກຈີນ ກ່າວວ່າ ຖ້ຽວບິນຕ່າງໆ ຂອງເຮືອບິນພົນລະເຮືອນ ຈະທຳໜ້າທີ່ເປັນເຄື່ອງມື ຂອງການຍົກລະດັບພາບພົດ ທາງດ້ານການບິນພົນລະເຮືອນ ເພີ່ມຂຶ້ນ ຂອງລັດຖະບານຈີນ ຢູ່ນອກຝັ່ງທະເລ ທາງທິດໃຕ້ຂອງຕົນ ເພື່ອສະໜັບສະໜູນ ການອ້າງເອົາກຳມະສິດ ໃນເຂດອະທິປະໄຕ ທີ່ມີການຂັດແຍ່ງກັນຢູ່ ຢ່າງກວ້າງຂວາງ ທີ່ສຸດຂອງເອເຊຍ.

ການລິເລີ້ມຖ້ຽວບິນ ໃນວັນພະຫັດຜ່ານມາ ຈາກເມືອງ Haikou ໃນພາກໃຕ້ຂອງຈີນ ໄປຍັງ ເກາະ Woody ໃນພາກໃຕ້ຂອງທະເລຈີນໃຕ້ ດັ່ງທີ່ໄດ້ລາຍງານໂດຍ ອົງການ ຂ່າວ Xinhua ຂອງທາງການຈີນ ໃນປັກກິ່ງ ເປັນການໂຄສະນາ ຂະຫຍາຍ ໃຫ້ກວ້າງ ຂວາງອອກໄປຕື່ມອີກ ເພື່ອສ້າງພາບພົດ ອ້ອມຮອບ ໝູ່ເກາະ Paracel ໂດຍມີ
ທະຫານ ແລະ ພົນລະເຮືອນອີກ ຢູ່ແຫ່ງນັ້ນ.

ທະຫານກອງທັບເຮືອ ປົດປ່ອຍ ປະຊາຊົນຈີນ ຫຼື (PLA) ລາດຕະເວນ ຢູ່ໃນເກາະ Woody, ໃນໝູ່ເກາະ Paracel, ຊຶ່ງຮູ້ຈັກກັນໃນຈີນ ຄື ເກາະ Xisha.
ທະຫານກອງທັບເຮືອ ປົດປ່ອຍ ປະຊາຊົນຈີນ ຫຼື (PLA) ລາດຕະເວນ ຢູ່ໃນເກາະ Woody, ໃນໝູ່ເກາະ Paracel, ຊຶ່ງຮູ້ຈັກກັນໃນຈີນ ຄື ເກາະ Xisha.

ການຂະຫຍາຍອອກໄປ ໄດ້ເຮັດໃຫ້ຄູ່ອ້າງເອົາກຳມະສິດ ໃນໝູ່ເກາະ Paracel ເຊັ່ນ ຫວຽດນາມ ນັ້ນ ເກີດຄວາມໂມໂຫ.

ຖານປ້ອມຍາມ ຂອງຫວຽດນາມຢູ່ເຂດເກາະ Truong Sa ຫຼື ໝູ່ເກາະ Spratly.
ຖານປ້ອມຍາມ ຂອງຫວຽດນາມຢູ່ເຂດເກາະ Truong Sa ຫຼື ໝູ່ເກາະ Spratly.

ແຕ່ຖ້ຽວບິນຕ່າງໆ ເປັນຂີດໝາຍການເຄື່ອນໄຫວ ຫຼ້າສຸດ ໃນບັນດາ 5 ລັດຖະບານ ຊຶ່ງຕ່າງກໍໄດ້ນຳເອົາພົນລະເຮືອນຂອງຕົນໄປຢູ່ ເຂດເກາະທີ່ມີເນື້ອທີ່ປະມານ 3.5 ລ້ານຕາລາງກິໂລແມັດ ໃນທະເລທີ່ມີການຂັດແຍ່ງກັນນີ້. ຈີນ ມາເລເຊຍ ໄຕ້ຫວັນ ຫວຽດນາມ ແລະ ຟີລິບປິນ ໄດ້ໃຫ້ປະຊາຊົນທີ່ບໍ່ເປັນທະຫານ ເຂົ້າໄປອາໄສຢູ່ ໃນບາງສ່ວນທີ່ເປັນລັກສະນະເກາະນ້ອຍ ປະມານ 500 ເກາະ ຂອງທະເລ ດັ່ງກ່າວ ທີ່ມີຢູ່ໃນປັດຈຸບັນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG