ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າຄອງ ນະຄອນ ແຊນ ແຟຣນຊິສໂກ ທ່ານ ເອັດ ລີ ເສຍຊີວິດ ຮວມອາຍຸໄດ້ 65 ປີ


ເຈົ້າຄອງນະຄອນ ແຊນ ແຟຣນຊິສໂກ ທ່ານ ເອັດ ລີ ໄດ້ເສຍຊີວິດ ທີ່ໂຮງໝໍ ຊັກເຄີເບີກ ແຊນ ແຟຣນຊິສໂກ. 12 ທັນວາ, 2017.
ເຈົ້າຄອງນະຄອນ ແຊນ ແຟຣນຊິສໂກ ທ່ານ ເອັດ ລີ ໄດ້ເສຍຊີວິດ ທີ່ໂຮງໝໍ ຊັກເຄີເບີກ ແຊນ ແຟຣນຊິສໂກ. 12 ທັນວາ, 2017.

ນະຄອນ ແຊນ ແຟຣນຊິສ໌ໂກ ໄດ້ພາກັນຕົກໃຈ ແລະ ໃຫ້ການໄວ້ ອາໄລຫຼັງຈາກການ
ເສຍຊີວິດຢ່າງກະທັນຫັນຂອງທ່ານ ເອັດ ລີ (Ed Lee), ຊຶ່ງເປັນເຈົ້າຄອງນະຄອນ
ຄົນອາເມຣິກັນເຊື້ອສາຍເອເຊຍ ຜູ້ທຳອິດຂອງ ແຊນ ແຟຣນຊິສ໌ໂກ.

ທ່ານ ລີ ໄດ້ລົ້ມລົງໃນເວລາທີ່ກຳລັງຊື່ຂອງກິນ ຢູ່ຮ້ານຊຸບເປີມາເກັດ ເຊຟ໌ເວ ໃນຕອນ
ຄໍ່າຂອງວັນຈັນທີ່ຜ່ານມາ ແລະ ໄດ້ປະກາດວ່າເສຍຊີວິດຍ້ອນຫົວໃຈວາຍ ຢູ່ບ້ານ
ຂອງທ່ານ ສອງສາມຊົ່ວໂມງຕໍ່ມາ. ທ່ານມີອາຍຸໄດ້ 65 ປີ.

ບັນດາເຈົ້າໜ້າທີ່ນະຄອນ ແຊນ ແຟຣນຊິສ໌ໂກ ໄດ້ພາກັນຮ້ອງໄຫ້ໃນຫ້ອງການ ແລະ
ທາງຍ່າງຂອງໂຮງການ ໃນຂະນະທີ່ຂ່າວການຕາຍຂອງທ່ານເຈົ້າຄອງນະຄອນ ໄດ້
ຖືກກະຈາຍອອກໄປ.

ເຂົາເຈົ້າຈື່ໄດ້ວ່າ ທ່ານເປັນຄົນທີ່ຄວາມເປັນມິດ ແລະ ມ່ວນຊື່ນ ແລະ ເປັນຄົນຜູ້ທີ່
ຍຶດໝັ້ນປະເພນີທີ່ເປີດກວ້າງ ແລະ ເສລີ ຂອງນະຄອນ ແຊນ ແຟຣນຊິສໂກ.

ຜູ້ປົກຄອງລັດ ຄາລິຟໍເນຍ ທ່ານ ແກວິນ ນິວຊຳ ໄດ້ສັ່ງໃຫ້ຊັກທຸງລົງເຄິ່ງເສົາ ໃນອາ
ຄານລັດຖະບານລັດ ຄາລິຟໍເນຍ ທຸກໆແຫ່ງ.

ຜູ້ນຳສະພາຕໍ່າ ສະຫະລັດ ສັງກັດພັກເດໂມແຄຣັດ ທ່ານນາງ ແນນຊີ ເພລີຊີ ຜູ້ທີ່ເປັນ
ຕົວແທນຂອງນະຄອນ ແຊນ ແຟຣນຊິສໂກ ໃນລັດຖະສະພາ, ໄດ້ເອີ້ນທ່ານ ລີ ວ່າ
“ເປັນສຸພາບບູລຸດທີ່ມີຄວາມອົບອຸ່ນຢ່າງຍິ່ງທີ່ແທ້ຈິງ, ມີຄວາມຄິດໃນແງ່ບວກ ແລະ
ມີຄວາມເມດຕາ.

ທ່ານ ລີ ໄດ້ເກີດໃນຄອບຄົວຂອງພວກຄົນເຂົ້າເມືອງຊາວ ຈີນ ໃນນະຄອນ ຊີອາໂຕ້
ລັດ ວໍຊິງຕັນ ແລະ ໄດ້ຍ້າຍໄປຢູ່ເຂດ ແຊນ ແຟຣນຊິສໂກ ເພື່ອການສຶກສາ ທີ່ມະຫາ
ວິທະຍາໄລ ຄາລິຟໍເນຍ, ຄະນະກົດໝາຍ ໃນເມືອງ ເບີກລີ.

ທ່ານໄດ້ກາຍເປັນທະນາຍຄວາມສິດທິພົນລະເມືອງ ທີ່ໄດ້ຮັບຄວາມເຄົາລົບຢ່າງສູງ
ແລະ ໄດ້ຄັ້ງນຶ່ງໄດ້ຕາໜ້າໃຫ້ຄົນເອເຊຍ ແລະ ນັກດັບເພີງແມ່ຍິງ ໃນການຟ້ອງຮ້ອງ
ຄະດີການແບ່ງແຍກຕໍ່ເມືອງ ທີ່ຕໍ່ມາທ່ານໄດ້ເປັນຜູ້ປົກຄອງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG