ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮອງເຈົ້າແຂວງຈີນ ຄົນນຶ່ງ ຖືກສືບສວນ ໃນຂໍ້ຫາ ​ສໍ້​ລາດ​ບັງ​ຫຼວງ


ທ່ານ Ji Wenlin ເວລາທີ່ຍັງເປັນ ເຈົ້າເມືອງໆ Haikou,
ທ່ານ Ji Wenlin ເວລາທີ່ຍັງເປັນ ເຈົ້າເມືອງໆ Haikou,
ພັກ​ຄອມ​ມິ​ວນິສຈີນ ​ໄດ້​ປະກາ​ດກ່ຽວກັບການສືບສວນສອບ
ສວນໃນການ​ສໍ້​ລາດ​ບັງ​ຫຼວງ ທີ່​ພົວພັນ​ກັບເພື່ອນຮ່ວມງານ
ເກົ່າອີກຄົນນຶ່ງຂອງອະດີດ​ນັກ​ການ​ເມືອງ ຂັ້ນ​ສູງທີ່ອອກກິນ
ເບ້ຍບຳນານແລ້ວ ທ່ານ Zhou Yongkang ທີ່ມີຂ່າວລື​ວ່າ
​ໄດ້ຕົກເປັນ​ຜູ້​ຕ້ອງ​ຫາ ໃນ​ການສື​ບສວນນັ້ນ.

ຄະນະ​ກໍາມະການ​ສືບສວນ ກ່ຽວກັບການສໍ້ລາດບັງຫຼວງພາຍ
ໃນ​ພັກກ່າວ​ວ່າ ຮອງເຈົ້າແຂວງໆ Hainan ທ່ານ Ji Wenlin
ແມ່ນສົງໄສວ່າ​ ໄດ້ “ລະເມີດລະບຽບວິໄນແລະກົດໝາຍຕ່າງໆ
ຢ່າງ​ຮ້າຍ​ແຮງ.” ລາຍ​ງານ​ບໍ່​ໄດ້​ໃຫ້ລາຍ​ລະ​ອຽດ ອື່ນໃດຕື່ມອີກ
ແຕ່​ການ​ກ່າວ​ຫາແບບນີ້ແມ່ນໝາຍເຖິງມີການພົວພັນ​ກັບການ
​ສໍ້​ລາດ​ບັງຫລວງສະເໝີ.

ປະຫວັດຫຍໍ້ຂອງທ່ານ Ji ສະແດງໃຫ້ເຫັນວ່າ ທ່ານມີຄວາມສຳພັນ​ຢ່າງໃກ້​ຊິດ​ ກັບ​ທ່ານ
Zhou ທີ່ມີອິດທິພົນນັ້ນ. ທ່ານ ​Ji ເຄີຍ​ຮັບ​ໃຊ້ເປັນ​ເລຂາ​ຂອງທ່ານແລະຜູ້​ຊ່ວຍ​ໃນເວລາ
​ທີ່ທ່ານ Zhou ກໍາ​ຕໍາ​ແໜ່​ງເປັນລັດຖະມົນຕີຊັບພະ​ຍາກ​ອນທີ່ດິນແລະ​ເປັນເຈົ້າແຂວງໆ
Sichuan ​ໃນຊຸມ​ປີ 1990 ​ແລະ 2000.

ບັນດາ​ພັນທະ​ມິດ​ຂອງ ທ່ານ Zhou ຄົນ​ອື່ນໆ​ໄດ້​ຖືກ​ສອບ​ປາກຄຳກ່ຽວກັບການ​ສໍ້​ລາດ​ບັງ
​ຫຼວງ ​ໃນໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ທີ່​ຜ່ານ​ມານີ້ ຮວມ​ທັງອ​ະດີດຮອງ​ລັດຖະມົນຕີຄວາມ​ປອດ​ໄພສາທາລະນະທ່ານ Li Dongsheng ແ​ລະທ່ານ Jiang Jiemin ຫົວໜ້າ​ຄະນະກໍາມາ
ທິການ​ຄວບ​ຄຸມ​ກົດ​ລະບຽບບໍລິສັດລັດວິສາຫະກິດ​ຕ່າງໆ.

ລາຍງານຂ່າວຂອງສື່ມວນຊົນ ​ໄດ້​ສະ​ເໜີ​ແນະວ່າ ​ແມ່ນກະທັງພັກເອງອາດ​ຈະພິຈາລະ​ນາ ທີ່ຈະຟ້ອງ ໃນຂໍ້ຫາສໍ້ລາດບັງຫຼວງ ຕໍ່ທ່ານ Zhou ຊຶ່ງ​ເປັນຜູ້ນຳອະວຸໂສຄົນນຶ່ງຂອງຈີນ ມາ
ຈົນຮອດທ້າຍ​ປີ 2012 ນັ້ນ.
XS
SM
MD
LG