ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໗ ກຸມພາ ໒໐໒໕

ມະ​ຫາ​ວິ​ທະ​ຍາ​ໄລ ຈີນ ຈະ​ເປີດຫຼັກ​ສູດ​ວິ​ຊາ​ການ​ແຕ່ງ​ງານ ລະ​ດັບ​ປະ​ລິນ​ຍາ​ຕີ


ຄູ່​ຮັກ​ຄູ່​ນຶ່ງ​ກຳ​ລັງ​ຖ່າຍ​ຮູບ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ຢູ່ນອກ​ໂບດ ຫວັງ​ຟູ​ຈິງ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 25 ທັນ​ວາ 2020.
ຄູ່​ຮັກ​ຄູ່​ນຶ່ງ​ກຳ​ລັງ​ຖ່າຍ​ຮູບ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ​ຢູ່ນອກ​ໂບດ ຫວັງ​ຟູ​ຈິງ ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 25 ທັນ​ວາ 2020.

ມະ​ຫາ​ວິ​ທະ​ຍາ​ໄລ​ກິດ​ຈະ​ການ​ພົນ​ລະ​ເຮືອນຂອງ ຈີນ ໄດ້​ປະ​ກາດ​ເປີດຫຼັກ​ສູນ​ການ​ແຕ່ງ​ງານ​ສຳ​ລັບ​ນັກ​ສຶກ​ສາ​ລະ​ດັບ​ປະ​ລິນ​ຍາ​ຕີຫຼັກ​ສູດ​ໃໝ່ ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ແລະ ວັດ​ທະ​ນະ​ທຳ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ແຕ່ງ​ງານ ຊຶ່ງ​ເຮັດ​ໃຫ້​ຜູ້​ໃຊ້​ສື່​ສັງ​ຄົມ​ສະ​ແດງ​ຄວາມບໍ່​ພໍ​ໃຈ ແລະ ຕັ້ງ​ຄຳ​ຖາມ​ເຖິງ​ຄວາມ​ຈຳ​ເປັນ​ຂອງຫຼັກ​ສູດ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ອັດ​ຕາ​ການ​ແຕ່ງ​ງານໄດ້ຫຼຸດ​ລົງ.

ສະ​ຖາ​ບັນ​ທີ່​ຕັ້ງ​ຢູ່​ໃນ​ນະ​ຄອນຫຼວງ ປັກ​ກິ່ງ ແຫ່ງນີ້​ມີ​ເປົ້າ​ໝາຍ​ທີ່​ຈະ “ປູກ​ຝັງ​ຜູ້​ຊ່ຽວ​ຊານ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫາ​ຫະ​ກຳ ແລະ ວັດ​ທະ​ນະ​ທຳທີ່​ກ່ຽວ​ຂ້ອງ​ກັບ​ການ​ແຕ່ງ​ງານ, ສື່ມວນ​ຊົນ​ຂອງ​ລັດ​ຖະ​ບານ​ໄດ້​ລາຍ​ງານ​ໃນ​ອາ​ທິດນີ້ ໂດຍ​ລະ​ບຸ​ວ່າ​ໂຄງ​ການ​ດັ່ງ​ກ່າວ​ມີ​ກຳ​ນົດ​ຈະ​ເລີ່ມ​ຂຶ້ນ​ໃນ​ເດືອນ​ກັນ​ຍາ.

ບັນ​ດາ​ຜູ້​ອອກ​ນະ​ໂຍ​ບາຍ​ແມ່ນ​ກຳ​ລັງ​ດີ້ນ​ຮົນ ເພື່ອ​ປ່ຽນ​ແປງ​ການຫຼຸດ​ລົງ​ຂອງ​ການ​ເກີດລູກ​ໃໝ່ ຊຶ່ງ​ມີ​ຄວາມ​ເຊື່ອມ​ໂຍງ​ຢ່າງ​ໃກ້​ກັບ​ອັດ​ຕາ​ການ​ແຕ່ງ​ງານ ຫຼັງ​ຈາກ​ປະ​ຊາ​ກອນ​ຂອງ ຈີນ ​ໄດ້ຫຼຸດ​ລົງ​ເປັນ​ປີ​ທີ​ສອງ​ຕິດ​ຕໍ່​ກັນ​ໃນ​ປີ 2023.

ການ​ແຕ່ງ​ງານ​ຖື​ເປັນ​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ສຳ​ລັບ​ການ​ມີ​ລູກ ຍ້ອນ​ນະ​ໂຍ​ບາຍ​ທີ່ມີແຜ່ຫຼາຍ ລວມ​ເຖິງ​ນະ​ໂຍ​ບາຍ​ທີ່​ກຳ​ນົດ​ໃຫ້​ພໍ່​ແມ່​ຕ້ອງ​ສະ​ແດງ​ໃບ​ທະ​ບ​ຽນ​ການ​ແຕ່ງ​ງານ ເພື່ອ​ຈົດ​ທະ​ບຽນ​ລູກ ແລະ ຮັບ​ສິດ​ທິ​ປະ​ໂຫຍດ, ​ແມ່​ຍິງ​ໂສດ ແລະ ຄູ່​ຮັກ​ເພດ​ດຽວ​ກັນ ແມ່ນບໍ່​ມີ​ສິດ​ທີ່​ເທົ່າ​ທຽມ​ກັນ.

ຫຼັກ​ສຸດ​ລະ​ດັບ​ປະ​ລິນ​ຍາ​ໃໝ່​ທີ່​ເອີ້ນ​ວ່າ ການ​ບໍ​ລິ​ການ ແລະ ການ​ບໍ​ລິ​ຫານ​ການ​ແຕ່ງ​ງານ ຈະ​ມຸ່ງ​ເນັ້ນ​ໄປ​ທີ່​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ແຕ່ງ​ງານ “ໂດຍ​ມີ​ຄວາ​ມຫວັງ​ທີ່​ຈະ​ເນັ້ນ​ຢ້ຳ​ເຖິງວັດ​ທະ​ນະ​ທຳ​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ໃນ​ທາງບວກ​ຂອງ ຈີນ ໃຫ້​ນັກ​ສຶກ​ສາ ແລະ ປະ​ຊາ​ຊົນ​ທົ່ວ​ໄປ​ໄດ້​ເຫັນ ແລະ ຜັກ​ດັນ​ການ​ປະ​ຕິ​ຮູບ​ປະ​ເພ​ນີ​ການ​ແຕ່ງ​ງານ​ຂອງ ຈີນ, ອີງ​ຕາມໜັງ​ສື​ພິມ Global Times.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

China's Civil Affairs University announced a new undergraduate marriage program to develop marriage-related industries and culture, drawing scorn of social media users who questioned the need for such a course as marriage rates decline.

With the program due to start in September, the Beijing-based institution aims to "cultivate professionals to develop marriage related industries and culture", state media reported this week.

Policymakers are struggling to reverse the fall in new births, which are closely linked to marriage rates, after China's population fell for a second consecutive year in 2023.

Marriage is seen as a prerequisite for having children due to widespread policies, including one that requires parents to present a marriage certificate to register the baby and receive benefits. Single women and LGBTQ couples are not entitled to the same rights.

Called Marriage Services and Management, the new degree programme will focus on the development of the marriage industry, "aiming to highlight China's positive marriage and family culture to students and the public and advancing reform of China's marriage customs", the Global Times said.

The university will enrol 70 undergraduates from 12 provinces this year to field sectors including "family counselling, high-end wedding planning and the development of matchmaking products."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG