ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໜັງສືພິມ ທາງການຈີນ ໂຈມຕີ ໜັງສືພິມ New York Times


ນາຍົກລັດຖະມົນຕີ Wen Jiabao.
ນາຍົກລັດຖະມົນຕີ Wen Jiabao.
ໜັງສືພິມສະບັບນຶ່ງຂອງທາງການຈີນ ໄດ້ໂຈມຕີໜັງສືພິມ New
York Times ບໍ່ເທົ່າໃດມື້ຫຼັງຈາກໜັງສືພິມສະຫະລັດສະບັບນີ້
ໄດ້ພິມເຜີຍແຜ່ກ່ຽວກັບເລື່ອງຂອງຊັບສົມບັດທີ່ຊຸກເຊື່ອງໄວ້ຂອງ
ຄອບຄົວນາຍົກລັດຖະມົນຕີ Wen Jiabao.

ໜັງສືພິມປະຊາຊົນລາຍວັນ ທີ່ເປັນກະບອກສຽງຂອງພັກ
Communist ຈີນໄດ້ກ່າວໃນວັນຈັນວານນີ້ ຢູ່ໃນບົດຂຽນທີ່ໃຊ້ຄຳເວົ້າຮຸນແຮງໃນສະບັບ
ພາສາຈີນນັ້ນວ່າ ໜັງສືພິມ TIMES ບໍ່ເປັນທີ່ໜ້າເຊື່ອຖືເພາະວ່າ ເຄີຍມີປະຫວັດລົງຂ່າວ
ທີ່ບໍ່ມີມູນຄວາມຈິງແລະບິດເບືອນມາແລ້ວ.

ບົດຂຽນອັນຍາວຢຽດທີ່ໄດ້ພິມເຜີຍແຜ່ດັ່ງກ່າວບໍ່ໄດ້ຕອບໂຕ້ໂດຍກົງຕໍ່ເລື່ອງການເງິນຂອງ
ຄອບຄົວທ່ານ Wen ທີ່ອອກໃນວັນສຸກແລ້ວນີ້ ແຕ່ກັບໄປເພັ່ງເລັງໃສ່ອັນທີ່ທີ່ໜັງສືພິມຈີນ
ເອີ້ນວ່າ “ການເປີດເຜີຍກ່ຽວກັບການໂຈລະກຳທາງດ້ານວັນນະກຳ ແລະການເສກສັນ
ປັ້ນແຕ່ງ”
ຂອງໜັງສືພິມ TIMES ໂດຍໄດ້ກ່າວເຖິງກໍລະນີໃນອະດີດຂອງບັນດານັກຂ່າວ
ເຊັ່ນ: Jayson Blair ແລະ Zachery Kouwe.

ລັດຖະບານຈີນໄດ້ກີດກັ້ນບໍ່ໃຫ້ຜູ້ຄົນເຂົ້າໄປເບິ່ງ website ຂອງໜັງສືພິມ TIMES ໃນວັນສຸກ
ຜ່ານມາ ຫຼັງຈາກໜັງສືພິມດັ່ງກ່າວໄດ້ພິມເຜີຍແຜ່ລາຍງານຜົນການສືບສວນທີ່ໃຊ້ເວລາຫຼາຍໆ
ເດືອນນັ້ນ ທີ່ໄດ້ພົບເຫັນວ່າ ຄອບຄົວຂອງທ່ານ Wen Jiabao ມີຊັບສິນທັງໝົດ 2 ພັນ 700
ລ້ານໂດລາ.
XS
SM
MD
LG