ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອຈີນເຂົ້າໄປ ໃນເຂດໝູ່ເກາະ ທີ່ເປັນ ບັນຫາໂຕ້ແຍ້ງ ກັບຍີ່ປຸ່ນ (ສະໄລດ໌)


ພວກນັກປະທ້ວງຊາວຈີນ​ ຮ້ອງໂຮຄໍາຂັວນ ຕໍ່ຕ້ານຍີ່ປຸ່ນ
ໃກ້ໆກັບສະຖານທູດຍີ່ປຸ່ນ
ພວກນັກປະທ້ວງຊາວຈີນ​ ຮ້ອງໂຮຄໍາຂັວນ ຕໍ່ຕ້ານຍີ່ປຸ່ນ ໃກ້ໆກັບສະຖານທູດຍີ່ປຸ່ນ
ເຮືອຂອງລັດຖະບານຈີນ ຈໍານວນນຶ່ງ ໄດ້ເຂົ້າໄປໃນເຂດນ່ານນໍ້າ
ໃກ້ໆກັບໝູ່ເກາະ ທີ່ຍີ່ປຸ່ນຄວບຄຸມໃນເຂດທະເລຈີນຕາເວັນອອກ
ຂະນະທີ່ການຜິດຖຽງກັນເລື້ອງດິນແດນທະວີຄວາມຮຸນແຮງຂຶ້ນ
ໃນມື້ຄົບຮອບການບຸກລຸກປະເທດຈີນ ໂດຍກອງທັບຍີ່ປຸ່ນ ທີ່ເປັນ
ເລື້ອງຫລໍ່ແຫລມຢູ່ແລ້ວນັ້ນ.

ໜ່ວຍຍາມຝັ່ງຂອງຍີ່ປຸ່ນກ່າວວ່າ ມີການເຫັນເຮືອສັງເກດການ
ຂອງຈີນ ຢ່າງນ້ອຍ 10 ລໍາໃນວັນອັງຄານມື້ນີ້ ໃກ້ໆກັບໝູ່ເກາະ
ທີ່ຍີ່ປຸ່ນເອີ້ນວ່າ Senkaku ແລະຈີນເອີ້ນວ່າ Diaoyu ນັ້ນ.
ກ່ອນໜ້ານີ້ ເຈົ້າໜ້າທີ່ຍີ່ປຸ່ນໄດ້ຂັບໄລ່ເຮືອລາດ ຕະເວນຂອງຈີນ
ລໍານຶ່ງ ອອກໄປຈາກເຂດໃກ້ໆກັບໝູ່ເກາະນ້ອຍທີ່ເປັນໂຂດຫີນ
ດັ່ງກ່າວ.

ນັກເຄື່ອນໄຫວຊາວຍີ່ປຸ່ນສອງຄົນໄດ້ຂຶ້ນໄປຍັງເກາະນຶ່ງໃນຈໍານວນນັ້ນ ເປັນເວລາສັ້ນໆໃນ
ວັນອັງຄານມື້ນີ້ ຊຶ່ງໄດ້ກະຕຸ້ນໃຫ້ມີປະຕິກິລິຍາຕອບຢ່າງໂມໂຫ ຈາກຝ່າຍຈີນ ທີ່ເອີ້ນການ
ກະທໍາດັ່ງກ່າວວ່າ ເປັນການລະເມີດ “ແບບເກາະຜິດຢ່າງງຮ້າຍແຮງ” ຕໍ່ອະທິປະໄຕຂອງຈີນ.

ການຜິດຖຽງກັນກ່ຽວກັບໝູ່ເກາະ ທີ່ສ່ວນໃຫຍ່ແລ້ວບໍ່ມີຄົນຢູ່ນັ້ນ ໄດ້ພາໃຫ້ມີການເດີນ
ຂະບວນ ຕໍ່ຕ້ານຍີ່ປຸ່ນ ຢູ່ໃນຫລາຍຫົວເມືອງໃຫຍ່ໆໃນປະເທດຈີນ. ຢູ່ນະຄອນຫລວງປັກ
ກິ່ງ ພວກປະທ້ວງ ຢ່າງນ້ອຍ 1 ພັນຄົນ ພາກັນເດີນຂະບວນ ຢູ່ທາງນອກສະຖານທູດຍີ່ປຸ່ນ
ມືຖືປ້າຍແລະຮ້ອງໂຮຄໍາຂວັນຮັກຊາດ ແລະຮຽກຮ້ອງໃຫ້ຈີນປ້ອງກັນ ການອ້າງ ເອົາກໍາ
ມະສິດຂອງຕົນໃນໝູ່ເກາະດັ່ງກ່າວ.

ວັນອັງຄານມື້ນີ້ແມ່ນວັນຄົບຮອບ 81 ປີຂອງອັນທີ່ເອີ້ນວ່າ ເຫດຮ້າຍແມນຈູ ອັນເປັນຂໍ້ອ້າງ
ທີ່ຍີ່ປຸ່ນໄດ້ໃຊ້ ເພື່ອບຸກລຸກປະເທດຈີນໃນປີ 1931 ນັ້ນ. ບໍລິສັດ ຍີ່ປຸ່ນຫລາຍໆແຫ່ງ ເຊັ່ນ:
ຮອນດາ ໂຕໂຢຕາ ມິດສຸບີຊິ ແລະພານາໂຊນິກ ໄດ້ພາກັນຕັດກິດຈະການໃນປະເທດຈີນລົງ
ຍ້ອນການກໍ່ຄວາມຮຸນແຮງຕ້ານຍີ່ປຸ່ນ ທີ່ມີຂຶ້ນເປັນໄລຍະໆນັ້ນ.

XS
SM
MD
LG